黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ພວກ​ເຮົາ​ມີ​ຄວາມ​ໝັ້ນ​ໃຈ​ຢ່າງເຕັ​ມ​ປ່ຽມແລະມີ​ຄວາມ​ສາ​ມາດ​ຢ່າງພຽງ​ພໍ​ໃນ​ການ​ຕ້ານ​ກັບ​ພະ​ຍາດ​ໂຄວິດ-19

2020-06-16 16:56:28 cri

ອີງ​ຕາມ​ການ​ແຈ້ງ​ການ, ນັບ​ແຕ່​ວັນ​ທີ 11 ຫາ​ວັນ​ທີ 14 ມິ​ຖຸ​ນາ​ນີ້, ນະ​ຄອນ​ຫຼວ​ງ​ປັກ​ກິ່ງ​ໄດ້​ມີ​ຜູ້​ຖືກ​ບົ່​ງ​ມະ​ຕິ​ເປັນ​ພະ​ຍາດ​ໂຄວິດ-19 ເພີ່ມ​ໃໝ່ 79 ກໍ​ລະ​ນີ, ຢູ່​ແຂວງ​ເຫີ​ເປີຍແລະແຂວງຫຼຽວ​ໜິງ​ກໍ​ມີ​ຜູ້​ເປັນ​ພະ​ຍາດ​ເພີ່ມ​ໃໝ່​ເຊັ່ນ​ກັນ ແລະ ລ້ວນ​ແຕ່​ເປັນ​ຜູ້​ທີ່ຢູ່​ໃກ້​ຊິດ​ກັບ​ຜູ້​ເປັນ​ພະ​ຍາດ​ເພີ່​ມ​ໃໝ່​ທີ່ຢູ່​ນະ​ຄອນຫຼວງ​ປັກ​ກິ່ງ. ນະ​ຄອນຫຼວງ​ປັກ​ກິ່ງ​ປອດ​ໄພຫຼື​ບໍ່? ສະ​ພາບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໜັກ​ໜ່ວງຫຼື​ບໍ່? ເຊື້ອ​ພະ​ຍາດ​ໄດ້​ແຜ່​ລະ​ບາດ​ເປັນວົງກວ້າງ​ແລ້ວຫຼື​ບໍ່? ບັນຫາ​ເຫຼົ່ານີ້ເຮັດ​ໃຫ້​ພວກ​ເຮົາ​ອົດ​ບໍ່​ໄດ້​ຕ້ອງຮູ້​ສຶກ​ມີຄວາມກັງວົນອີກ. ແຕ່​​ໃນ​ສະພາບ​ທີ່​ການ​ປ້ອງ​ກັ​ນ​ແລະ​ຄວບ​ຄຸມ​ພະ​ຍາດ​ໂຄວິດ-19 ຂອງ​ຈີນໄດ້ເຂົ້າສູ່ສະພາວະ​ປົກ​ກະ​ຕິ, ພະ​ຍາດພັດ​ກັບມາ “ລະ​ບາດ​ຄືນ​ໃໝ່”, ນີ້ເປັນ​ເລື່ອ​ງ​ທີ່​ທຳ​ມະ​ດາ ຫາກ​ບໍ່​ແມ່ນ​ເລື່ອງ​ເໜືອ​ຄວາມ​ຄາດ​ຄິດ, ພວກ​ເຮົາ​ບໍ່​ຄວນ​ມີ​ຄວາມວິ​ຕົກ​ກັງ​ວົນ​ເກີນ​ໄປ.

ເຖິງວ່າ​ພະ​ຍາ​ດ​​ໄດ້ລະ​ບາດ​ຄືນໃໝ່​ຢ່າງ​ກະ​ທັນ​ຫັນ, ແຕ່​ນະ​ຄອນຫຼວງ​ປັກ​ກິ່ງ​ກໍໄດ້​ໃຊ້​ມາດ​ຕະ​ການ​ຢ່າງວ່ອງ​ໄວ​ແລະ​ທັນ​ການ. ຕາມ​ຂ່າວ​ລາຍ​ງານ​ວ່າ: ນັບ​ລວມ​ແລ້ວ, ຢູ່ນະ​ຄອນຫຼວງ​ປັກ​ກິ່ງ​ໄດ້​ກວດ​​ນິວ​ຄະ​ເລ​ອິກຫາເຊື້ອ​ໄວຣັດໃຫ້ເກືອບ 2 ແສນ​ຄົນທີ່​ເປັນ​ພະ​ນັກ​ງານ​ ຫຼື​ ລູກ​ຄ້າ​ທີ່​ເຄີຍ​ໄປ​ຕະຫຼາດ​ຂາຍ​ຍົກ​ຜະ​ລິດ​ຕະ​ພັນ​ກະ​ສິ​ກຳ​ຊິນ​ຟາ​ຕີ້​ຢູ່​ນະ​ຄອນຫຼວງ​ປັກ​ກິ່ງ. ຢູ່ທ້ອ​ງ​ຖິ່ນ​ອື່ນໆ​ຂອງ​ຈີນ, ໂດຍ​ສະ​ເພາະ​ແມ່ນ​ຕົວ​ເມືອງ​ໃກ້​ຄຽງ​ນະ​ຄອນ​ຫຼວງ​ປັກ​ກິ່ງກໍ​ໄດ້​ໃຊ້​ມາດ​ຕະ​ການ​ຢ່າງ​ທັນ​ການ​ເຊັ່ນ​ກັນ ເຊິ່ງ​ໄດ້​ກວດ​​ນິວ​ຄະ​ເລ​ອິກ​ຫາເຊື້ອໃຫ້ກັບບຸກ​ຄົນ​ທີ່​ມີ​ສ່ວນ​ກ່ຽວ​ຂ້ອງ​ກັບ​ຕະຫຼາດ​ແຫ່ງ​ດັ່ງ​ກ່າວ ແລະ ມີ​ຄວາມ​ຮຽກ​ຮ້ອ​ງ​ຕ້ອງ​ການ​ໃນການປ້ອງ​ກັນ​ແລະ​ຄວບ​ຄຸມ​ພະ​ຍາດ​ຕໍ່​ບຸກ​ຄົນ​ທີ່​ເດີນ​ທາງ​ມາ​ຈາກ​ນະ​ຄອນຫຼວງ​ປັກ​ກິ່ງ. ອາດ​ເວົ້າ​ໄດ້​ວ່າ, ນີ້ເປັນການສ້າງ​ເຄືອ​ຂ່າຍ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ພະ​ຍາດ​ທີ່ດີ.

ສະ​ພາບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ທີ່​ເກີດ​ຂຶ້ນ​ຢູ່​ນະ​ຄອນຫຼວງ​ປັກ​ກິ່ງ​ໃນ​ຄັ້ງ​ນີ້​ສະ​ແດງ​ໃຫ້​ເຫັນ​ວ່າ: ພວກ​ເຮົາ​ຍັງ​ບໍ່​ສາ​ມາດ​ກຳ​ໄດ້​ກົດ​ເກນ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19, ພະ​ຍາດ​ຍັງ​ສືບ​ຕໍ່​ແຜ່​ລະ​ບາດ​ຢູ່​ຕ່າງປະ​ເທດ​​ຄື​ເກົ່າ, ​ພວກ​ເຮົາ​ຍັງ​ຜະ​ເຊີນ​ກັບຄວາມ​ກົດ​ດັນ​ບໍ່​ໜ້ອຍ​ໃນ​ການ​ປ້ອງ​ກັນ ແລະ ​ຄວບ​ຄຸມ​ພະ​ຍາດ​ຢູ່​ພາຍ​ໃນ​ປະ​ເທດ ແລະປ້ອງ​ກັນ​ບໍ່​ໃຫ້​ພະ​ຍາດ​ແຜ່​ລະ​ບາດ​ມາ​ຈາກ​ຕ່າງ​ປະ​ເທດ. ສະ​ນັ້ນ, ພວກ​ເຮົາ​ບໍ່​ຄວນ​ມີ​ຈິດ​ໃຈ​ລະ​ເຫຼີງ​ຕໍ່​ການ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ພະ​ຍາດ​ແບບ​ປົກ​ກະ​ຕິ. ແຕ່ເມື່ອ​ຜ່ານ​ຈາກບັ້ນ​ທົດ​ສອບ​ຈາກ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ທີ່​ເກີດ​ຂຶ້ນຢ່າງ​ກະ​ທັນ​ຫັນ​ຢູ່​ນະ​ຄອນ​ອູ​ຮັ້ນ, ພວກ​ເຮົາ​ມີ​ປະ​ສົບ​ການ​ຢ່າງພຽງ​ພໍ​, ມີ​ວິ​ທີ​ແກ້ໄຂບັນຫາທີ່​ອຸ​ດົມ​ສົມ​ບູນ ແລະ ມີ​ຄວາມ​ໝັ້ນ​ໃຈ​ຢ່າງ​ເຕັມ​ປ່ຽມວ່າ: ຈະສາມາດປ້ອງ​ກັນ​ແລະ​ຄວບ​ຄຸມ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດທີ່​ເກີດ​ຂຶ້ນ​ຢ່າງ​ກະທັນຫັນ​ຢູ່​ນະຄອນຫຼວງປັກ​ກິ່ງ​ໃນ​ຄັ້ງ​ນີ້ໄດ້ຢ່າງແນ່ນອນ.

ຄຳ​ເຫັນ

0