黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ​ຈະ​ຢືນ​ຢູ່​ຄຽງບ່າຄຽງໄຫລ່​ກັບ​ອ້າຍ​ນ້ອງ​ອາ​ຟ​ຣິ​ກາ​ຢ່າງ​ເດັດ​ດ່ຽວ

2020-06-17 20:32:43 cri

ວັນ​ທີ 17 ມິ​ຖຸ​ນາ​ນີ້, ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນໄດ້​ເປັນ​ປະ​ທານ​ຈັດ​ກອງ​ປະ​ຊຸມ​ສຸດຍອດສະໄໝ​ພິ​ເສດ​ກ່ຽວ​ກັບ​ຈີນ​ແລະ​ອາ​ຟ​ຣິ​ກາ​ສາ​ມັກ​ຄີ​ກັນ​ເພື່ອຕ້ານກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19​ ຢູ່​ນະ​ຄອນ​ຫຼວງ​ປັກ​ກິ່ງ ສ​ປ ຈີນ, ແລະ​ໄດ້​ກ່າວ​ປາ​ໄສ​ສຳ​ຄັນ. ໃນ​ໄລຍະເວລາອັນ​ຄັບຂັນທີ່​ທົ່ວ​ໂລກ​ພວມຮ່ວມ​ກັນ​ຕ້ານກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19, ຈີນ,  ອ​າ​ຟ​ຣິ​ກາ​ໃຕ້​ເຊິ່ງ​ເປັນ​ປະ​ເທດ​ປະ​ທານໝູນ​ວຽນ​ຂອງ​ສະ​ຫະ​ພາບ​ອາ​ຟ​ຣິ​ກາ​ ແລະ​​ ເຊ​ເນ​ກາ​ນເຊິ່ງ​ເປັນ​ປະ​ເທດ​ປະ​ທານ​ຂອງເວ​ທີ​ປຶກ​ສາ​ຫາ​ລື​ການ​ຮ່ວມ​ມື​ຈີນ​-ອາ​ຟ​ຣິ​ກາ​ໄດ້ຮ່ວມກັນ​ເປັນ​ປະ​ທານ​ຈັດ​ກອງ​ປະ​ຊຸມ​ດັ່ງ​ກ່າວ, ນີ້ໄດ້​ສະ​ແດງ​ໃຫ້​ເຫັນເຖິງຄວາມ​ຕັດ​ສິນ​ໃຈ​ຂອງ​ຈີນ ​ແລະ ​ອາ​ຟ​ຣິ​ກາ​ທີ່​ຈະລົງ​ເລິກ​ການ​ຮ່ວມ​ມື​ຕ້ານ​ກັບການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19, ທັງ​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງຄວາມ​ປາ​ຖະ​ໜາ​ຂອງ​ສອງ​ຝ່າຍ​ທີ່​ຈະຊຸກ​ຍູ້​ການສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ຈີນ-ອາ​ຟ​ຣິ​ກາ​ ແລະ ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ດ້ານສາ​ທາ​ລະ​ນະ​ສຸກ​ຂອງ​ມວນມະ​ນຸດ​ ດ້ວຍ​ການ​ກະ​ທຳ​ຕົວຈິງ.

“​ລະ​ບົບ​ສາ​ທາ​ລະ​ນະ​ສຸກ​ຂອງປະ​ເທດ​​ພວມ​ພັດ​ທະ​ນາ​ ໂດ​ຍ​ສະ​ເພາະ​ແມ່ນ​ປະ​ເທດ​ອາ​ຟ​ຣິ​ກາ​ຍັງບໍ່ທັນເຂັ້ມແຂງພຽງພໍ, ການ​ຊ່ວຍ​ເຫຼືອ​ປະ​ເທດ​ເຫຼົ່າ​ນີ້​ເພື່ອສ້າງແນວປ້ອງ​ກັນ​ທີ່​ແຂງ​ແກ່ນ​ແມ່ນ​ສິ່ງ​ສຳ​ຄັນ​ທີ່​ສຸດ​ໃນ​ການ​ຕໍ່​ສູ້​ຕ້ານ​ກັບການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ຂອງ​ໂລກ”. ໃນ​ພິ​ທີ​ໄຂ​ກອງ​ປ​ະ​ຊຸມອ​ະ​ນາ​ໄມ​ໂລກ​ຄັ້ງ​ທີ 73 ທາງວິ​ດີ​ໂອ​ທີ່​ຈັດ​ຂຶ້ນ​ໃນ​ເມື່ອ​ບໍ່​ດົນ​ມາ​ນີ້, ທ່ານ​ສີ​ຈິ້ນ​ຜິງ ໄດ້ຮຽກ​ຮ້ອງ​ໃຫ້​ປະ​ຊາ​ຄົມ​ໂລກ “ເພີ່ມ​ທະ​ວີ​ການ​ສະ​ໜັບ​ສະ​ໜູນ​ຕໍ່​ປະ​ເທດ​ອາ​ຟ​ຣິ​ກາ” ແລະ ​ກ່າວ​ວ່າ​ຈີນ​ຈະ​ສືບ​ຕໍ່​ຢືນ​ຢູ່ຄຽງບ່າຄຽງໄຫລ່​ກັ​ບ​ອ້າຍ​ນ້ອງ​ອາ​ຟ​ຣິ​ກາ​ຢ່າງ​ເດັດ​ດ່ຽວໜຽວແໜ້ນ.

ຈີນ​ ແລະ ​ອາ​ຟ​ຣິ​ກາ​ແມ່ນ​ເພື່ອນມິດ​ທີ່​ດີ, ຄູ່​ຮ່ວມມື​ທີ່​ດີ​ ແລະ​ ອ້າຍ​ນ້ອງ​ທີ່​ດີ​ທີ່​ມີ​ຊາຕາກຳ​ຮ່ວມ​ກັນ​. ໃນ​ຂະ​ບວນ​ການ​ຮ່ວມ​ກັນ​ຕ້ານ​ກັບການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19, ປ​ະ​ຊາ​ຊົນ​ຈີນ​ແລະ​ອາ​ຟ​ຣິ​ກາໄດ້ສະແດງໃຫ້ເຫັນເຖິງຄວາມຈິງໃຈໃນ​ເວ​ລາ​ທີ່ຜະ​ເຊີນ​ກັບຄວາມຫຍຸ້ງຍາກລຳບາກ, ກໍ​ຄືດັ່ງ​ຖ້ອຍ​ຄວາມ​ຂອງ​ທ່ານ ມາຕາເມລາ ຊີຣີນ ຣາມາໂຟຊາ (Matamela Cyril Ramaphosa) ປະ​ທາ​ນາ​ທິ​ບໍ​ດີ​ອາ​ຟ​ຣິ​ກາ​ໃຕ້​ເຊິ່ງ​ເປັນ​ປະ​ທານ​ໝູນ​ວຽນ​ຂອງ​ສະ​ຫະ​ພາບ​ອາ​ຟ​ຣິ​ກາໄດ້ກ່າວວ່າ​: “ຈີນ​ແມ່ນ​ເພື່ອນມິດ​ທີ່​ແທ້​ຈິງ​ຂອງ​ອາ​ຟ​ຣິ​ກາ​​ໃຕ້ກໍ​ຄືປະ​ເທດ​ອາ​ຟ​ຣິ​ກາ ແລະ ​ແມ່ນຄູ່​ຮ່ວມ​ມື​ທີ່​ໄວ້​ເນື້ອ​ເຊື່ອ​ໃຈ​ໄດ້​ໃນ​ເວ​ລາ​ທີ່ຜະ​ເຊີນ​ກັບ​ສິ່ງທ້າ​ທາຍ​ແລະ​ຄວາມ​ຫຍຸ້ງ​ຍາກລຳບາກ.”

​ກອງ​ປະ​ຊຸມ​ສຸດ​ຍອດສະໄໝ​ພິ​ເສດກ່ຽວກັບຈີນ​ແລະ​ອາ​ຟ​ຣິ​ກາ​ສາມັກ​ຄີ​ກັນ​ຕ້ານກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ຈະ​ເຕົ້າ​ໂຮມ​ພະ​ລັງແຮງຂອງຄວາມ​ສາມັກຄີ​ແລະການ​ຮ່ວມ​ມື​​ຈີນ​ແລະ​ອາ​ຟ​ຣິ​ກາ​ຕື່ມ​ອີກ, ເປັນການເພີ່ມ​ພະ​ລັງທີ່​ສ້າງສັນອັນ​ໃຫຍ່ຫຼວງ​ໃຫ້​ແກ່​ການ​ຕ້ານກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ຂອງ​ສອງ​ຝ່າຍ. ການ​​ເຄື່ອນ​ໄຫວ​ຂອງ​ສອງ​ຝ່າຍ​ທີ່​ຮ່ວມ​ກັນ​ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ຈີນ-ອາ​ຟ​ຣິ​ກາຢ່າງສະໜິດ​ແໜ້ນກວ່າ​ເກົ່າ ຈະ​ເປັນການປະ​ກອບ​ສ່ວນ​ອັນສຳ​ຄັນ​ເຂົ້າ​ໃນ​ຄວາມ​ໝັ້ນ​ຄົງແລະ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ຂອງ​ຈີນ​ແລະ​ອາ​ຟ​ຣິ​ກາ​ກໍ​ຄື​ຂອງ​ໂລກ​ຢ່າງ​ບໍ່​ຢຸດ​ຢັ້ງ.

ຄຳ​ເຫັນ

0