ໂດຍຜ່ານການປະຕິສັງຂອນຂະໜາດໃຫຍ່ເກືອບ 8 ປີ, ໂຄງສ້າງຫຼັກຂອງວິຫານ 14 ແຫ່ງໃນວັດລາບູເລີງທີ່ຖືກຂະໜານນາມວ່າເປັນ “ ສະຖາບັນຕິເບດສຶກສາຂອງໂລກ” ໄດ້ສຳເລັດຢ່າງຮອບດ້ານ.
ວັດບາບູເລີງຕັ້ງຢູ່ເມືອງເຊ້ຍເຮີ ກິ່ງແຂວງປົກຄອງຕົນເອງເຜົ່າຕິເບດກ່ານນານ ແຂວງກ່ານຊູ້ຈີນເລີ່ມສ້າງໃນປີ 1709, ແມ່ນໜຶ່ງໃນວັດໃຫຍ່ທີ່ສຸດຂອງຝ່າຍເກີລຸກສາສະໜາພຸດນິກາຍຕິເບດ. ໂຄງການປະຕິສັງຂອນໂຄງສ້າງຫຼັກຂອງວິຫານໃນວັດລາບູເລີງເທື່ອນີ້ແມ່ນການປະຕິສັງຂອນອັນຄົບຖ້ວນຂະໜາດໃຫຍ່ເທື່ອທຳອິດຫຼັງຈາກວັດລາບູເລີງສ້າງຂຶ້ນ 300 ກວ່າປີເປັນຕົ້ນມາ.
ຄຳເຫັນ
0