黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ອາ​ເມ​ຣິ​ກາ​ຍຸ​ຍົງ​ສົ່ງເສີມອິດ​ທິ​ກຳ​ລັງ​ຫົວຮຸນ​ແຮງ ​ແລະ ພວກ​ກໍ່​ການ​ຮ້າຍ​ດ້ວຍ​ຂໍ້​ອ້າງ​ສິດ​ທິ​ມະ​ນຸດ​ນັ້ນ​ຈະ​ໄດ້​ຮັບ​ຜົນ​ຮ້າຍ​ຕາມມາຢ່າງ​ແນ່ນອນ

2020-06-19 14:12:31 cri

ວັນ​ທີ 17 ມິ​ຖຸ​ນາ​ນີ້, ອາ​ເມ​ຣິ​ກາ​ໄດ້​ຜ່ານ​ການຮັບ​ຮອງ​ອັນ​ທີ່​ເອີ້ນ​ວ່າ: “ຍັດ​​ຕິກ່ຽວ​ກັບ​ນະ​ໂຍ​ບາຍ​ສິດ​ທິ​ມະ​ນຸດ​ເຜົ່າ​​ອຸຍ​ເກີ​ປີ 2020”, ຍັດ​ຕິ​ດັ່ງ​ກ່າວ​ໄດ້​ໃສ່​ຮ້າຍ​ປ້າຍ​ສີ​​ສະ​ພາບ​ການ​ສິ​ດ​ທິ​ມະ​ນຸດ​ຢູ່​ເຂດ​ປົກ​ຄອງ​ຕົນ​ເອງ​ເຜົ່າອຸຍ​ເກີ​ຊິນ​ຈ່ຽງ​ຈີນ ​ແລະ ​ໄດ້ໂຈມ​ຕີ​ນະ​ໂຍ​ບາຍ​ຂອງລັດຖະບານຈີນຢ່າງໂຫດຮ້າຍ​ກ່ຽວກັບການ​ບໍ​ລິ​ຫານ​ເຂດ​ປົກ​ຄອງ​ຕົນ​ເອງ​ເຜົ່າ​​ອຸຍ​ເກີຊິນ​ຈ່ຽງ. ການ​ກະ​ທຳ​ດັ່ງ​ກ່າວ​ໄດ້​ລະ​ເມີດກົດໝາຍ​ສາກົນ​ ແລະ ຫລັກການ​ພື້ນ​ຖານ​ຂອງ​ການ​ພົວ​ພັນ​ສາ​ກົນ​ຢ່າງ​ໜັກ​ໜ່ວງ, ເປັນການ​ແຊກ​ແຊງວຽກ​ງານ​ພາຍ​ໃນ​ຂອງ​ຈີນ​ຢ່າ​ງ​ບັງ​ອາດ, ຈີນ​ສະ​ແດງ​ຄວາມ​ບໍ່​ພໍ​ໃຈ​ຢ່າງ​ແຮງ​ແລະ​ຄັດ​ຄ້າ​ນ​ຢ່າງ​ເດັດ​ດ່ຽວຕໍ່ເລື້ອງນີ້.

​ທີ່​ຈິງ​ແລ້ວ, ບັນ​ຫາ​ຊິນ​ຈ່ຽງບໍ່​ແມ່ນ​ບັນ​ຫາ​ຊົນ​ເຜົ່າ​, ບໍ່ແມ່ນບັນ​ຫາ​ສາ​ສະ​ໜາ​ ແລະ ບໍ່ແມ່ນບັນ​ຫາ​ສິດ​ທິ​ມະ​ນຸດ, ຫາກ​ແມ່ນ​ບັນ​ຫາ​ການຕໍ່ຕ້ານ​​ການ​ກໍ່​ການ​ຮ້າຍ​ແລະ​ການ​ແບ່ງ​ແຍກ​ດິນແດນຂອງປະເທດຈີນ. ນັກ​ການ​ເມືອງ​ອາ​ເມ​ຣິ​ກາ​ຈຳ​ນວນ​ໜຶ່ງ​ບໍ່​ເອົາ​ຫົວ​ຊາ​ຕໍ່​ສະ​ພາບຄວາມເປັນ​ຕົວ​ຈິງ​ຂອງ​ເຂດ​ຊິນ​ຈ່ຽງ, ໃຊ້​ສອງ​ມາດ​ຕະ​ຖານກ່ຽວ​ກັບ​ບັນ​ຫາ​ຕ້ານ​ການ​ກໍ່​ການ​ຮ້າຍ​ແລະ​ສິດ​ທິ​ມະ​ນຸດ, ໃສ່​ຮ້າຍ​ປ້າຍ​ສີ​ຕໍ່​ມາດ​ຕະ​ການອັນ​ຊອບ​ທຳຂອງ​ລັດຖະບານຈີນ​ໃນ​ການ​ຕໍ່ຕ້ານ​ການ​ກໍ່​ການ​ຮ້າຍ​ແລະ​ການ​ປອດ​ກຸ່ມຫົວຮຸນ​ແຮງ, ຍິ່ງກວ່າ​ນັ້ນ​ຍັງໄດ້​ສະ​ໜັບ​ສະ​ໜູນ​ກຸ່ມແບ່ງ​ແຍກ​ດິນແດນປະ​ເທດ​ຈີນ ​ແລະ ກຸ່ມ​ຕໍ່​ຕ້ານ​ລັດ​ຖະ​ບານ​ຈີນ​ທີ່ພົວ​ພັນ​ກັບ​ກຸ່ມ​ກໍ່​ການ​ຮ້າຍ.

ອາ​ເມ​ຣິ​ກາ​​ຜ່ານການ​ຮັບ​ຮອງ​ອັນ​ທີ່​ເອີ້ນ​ວ່າ: “ຍັດ​​ຕິກ່ຽວ​ກັບ​ນະ​ໂຍ​ບາຍ​ສິດ​ທິ​ມະ​ນຸດ​ເຜົ່າ​​ອຸຍ​ເກີ​ປີ 2020” ຄັ້ງ​ນີ້, ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງເຈດ​ຕະ​ນາ​​ຮ້າຍ​ຂອ​ງ​ນັກ​ການ​ເມືອງ​ອາ​ເມ​ຣິ​ກາ​ຈຳ​ນວນ​ໜຶ່ງ​ທີ່ຍຸ​ແຫຍ່​ແບ່ງ​ແຍກແລະ​ໃຊ້​ແຮງກົດດັນ​ຕໍ່​ຈີນ. ໃນ​ເມື່ອ​ບໍ່​ດົນ​ມາ​ນີ້, ບັນ​ຫາ​ຈຳ​ແນກ​ເຊື້ອຊາດຜີວພັນໄດ້​ເຮັດ​ໃຫ້​ທົ່ວ​ປະ​ເທດ​ອາ​ເມ​ຣິ​ກາ​ເກີດ​ມີການ​ເດີນຂະບວນປະ​ທ້ວງ​ຂະ​ໜາດ​ໃຫຍ່, ເຈົ້າ​ໜ້າ​ທີ່​ອາ​ເມ​ຣິ​ກາ​ບໍ່​ພຽງ​ແຕ່​ບໍ່​ເອົາ​ຫົວ​ຊາຕໍ່​ຄຳ​ຮຽກ​ຮ້ອງ​ທີ່​ສົມ​ເຫດ​ສົມ​ຜົນ​ຂອງ​ປະ​ຊາ​ຊົນພາຍໃນປະເທດຕົນເທົ່ານັ້ນ, ກົງ​ກັນ​ຂ້າມຍັງ​ໄດ້​ປາບ​ປາມ​ຜູ້​ປະ​ທ້ວງ​ດ້ວຍ​ຄວາມ​ຮຸນ​ແຮງ. ພວກ​ເຮົາ​ຈຶ່ງ​ຢາກ​ຖາມ​ວ່າ: ອາ​ເມ​ຣິ​ກາ​ທີ່​ມີ​ບັນ​ຫາ​ສິດ​ທິ​ມະ​ນຸດ​ຢູ່ພາຍໃນປະເທດຢ່າງໜັກໜ່ວງຢູ່ແລ້ວນັ້ນ, ຍັງມີສິດຫຍັງອີກທີ່ຈະໄປ​ເອົ​າ​ໃຈ​ໃສ່​ບັນ​ຫາ​ຊິນ​ຈ່ຽງຂອງປະເທດອື່ນ?

ບັນ​ຫາ​ຊິນ​ຈ່ຽງ​ແມ່ນ​ວຽກ​ງານ​ພາຍ​ໃນ​ຂອງ​ຈີນ. ປະ​ຊາ​ຊົນ​ຈີນ​ມີ​ຄວາມ​ຕັດ​ສິນ​ໃຈ​ອັນ​ເດັດ​ດ່ຽວ​ໃນ​ດ້ານ​ການ​ປົກ​ປັກ​ຮັກ​ສາ​ສິດ​ອະ​ທິ​ປະ​ໄຕ​, ຄວາມ​ໝັ້ນ​ຄົງ ​ແລະ​ ຜົນ​ປະ​ໂຫຍດໃນການ​ພັດ​ທະ​ນາຂອງປະເທດຕົນ​. ຖ້າ​ວ່າ​ອາ​ເມ​ຣິ​ກາ​ຢາກ​ຍຸ​ຍົງ​ສົ່ງເສີມອິດ​ທິ​ກຳ​ລັງ​ຫົວຮຸນ​ແຮງ ​ແລະ​ ກຸ່ມກໍ່​ການ​ຮ້າຍ​ດ້ວຍ​ຂໍ້​ອ້າງ​ສິດ​ທິ​ມະ​ນຸດ​ນັ້ນ​ຈະ​ຕ້ອງໄດ້​ຮັບ​ຜົນ​ຮ້າຍຕາມມາໃນ​ທີ່​ສຸດ​ຢ່າງ​ແນ່ນອນ.

ຄຳ​ເຫັນ

0