尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ເຂດຊິ່ນຈ່ຽງຂອງຈີນທີ່ຈະເລີນຮຸ່ງເຮືອງ​ແລະ​ສະຖຽນ​ລະ​ພາບ ເຮັດໃຫ້ຄຳ​ຕົວະຕົ້ມ​ຂອງນັກການເມືອງອາເມຣິກາປະສົບຄວາມຫຼົ້ມ​ເຫຼວ​ເອງ

2020-06-21 23:29:23 cri

ຫວ່າງກ່ອນນີ້ບໍ່ດົນ, ອາເມຣິກາໄດ້ຜ່ານການຮັບຮອງ “ຮ່າງກົດໝາຍກ່ຽວກັບນະໂຍບາຍສິດທິມະນຸດຂອງເຜົ່າອຸຍເກີປີ 2020 ” ໃນນັ້ນໄດ້ໃສ່ຮ້າຍປ້າຍສີສະພາບສິດທິມະນຸດຢູ່ເຂດຊິ່ນຈ່ຽງຂອງຈີນ, ໃສ່ຮ້າຍປ້າຍສີຢ່າງຮ້າຍແຮງຕໍ່ນະໂຍບາຍຂອງລັດຖະບານຈີນໃນດ້ານການປົກຄອງເຂດປົກຄອງຕົນເອງເຜົ່າອຸຍເກີຊິ່ນຈ່ຽງ ເຊິ່ງໄດ້ເຮັດໃຫ້ປະຊາຊົນຈີນ ລວມທັງປະຊາຊົນບັນດາເຜົ່າຢູ່ເຂດຊິ່ນຈ່ຽງຈຳນວນ 25 ລ້ານຄົນຄຽດຊັງຢ່າງຮຸນແຮງ, ທັງໄດ້ຖືກກ່າວປະນາມຈາກປະຊາຄົມໂລກຜູ້ທີ່ຮັກຫອມຄວາມເປັນທຳ.
 

ຜ່ານການພັດທະນາມາເປັນເວລາດົນນານ ໂດຍສະເພາະນັບແຕ່ການດຳເນີນການຕໍ້ສູ້ຕ້ານກັບການກໍ່ການຮ້າຍແລະການ​ປອດ​ກຸ່ມຫົວຮຸນແຮງຢ່າງມີປະສິດທິຜົນໃນຊຸມປີຜ່ານມາ, ເຂດຊິ່ນຈ່ຽງໄດ້ເຂົ້າສູ່ໄລຍະໃໝ່ແຫ່ງການພັດທະນາ ແລະ ການສ້າງຄວາມຈະເລີນຮຸ່ງເຮືອງ.
 

图片默认标题_fororder_微信图片_20200621232646

 

ໃນ 3 ປີປາຍຜ່ານມານີ້, ຢູ່ເຂດຊິ່ນຈ່ຽງບໍ່ໄດ້ເກີດເຫດການກໍ່ການຮ້າຍດ້ວຍກຳລັງຮຸນແຮງຈັກເທື່ອ. ນັບແຕ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຂອງພັກກອມມູນິດຈີນຄັ້ງທີ 18 ເປັນຕົ້ນມາ, ລວມຍອດຜະລິດຕະພັນພາຍໃນໂດຍສະເລ່ຍຕໍ່ປີຢູ່ເຂດຊິ່ນຈ່ຽງໄດ້ເພີ່ມຂຶ້ນ 8,5%, ອັດຕາການເກີດຄວາມທຸກຍາກໄດ້ຫຼຸດຈາກ 19,4% ໃນທ້າຍປີ 2013 ລົງເຫລືອ 1,24% ໃນທ້າຍປີ 2019.

图片默认标题_fororder_微信图片_20200621232656

ຢູ່ເຂດຊິ່ນຈ່ຽງໄດ້ມີສາສະໜາສະຖານຫຼາຍກວ່າ 28 ພັນແຫ່ງ, ມີບຸກຄົນທີ່ເຮັດວຽກດ້ານສາສະໜາເກືອບ 30 ພັນຄົນ. ປະຊາຊົນມຸສລິມແຕ່ລະ 530 ຄົນໃດມີສຸເຫລົ່າ 1 ແຫ່ງ, ອັດຕາ​ດັ່ງກ່າວ​ສູງກວ່າຫລາຍປະເທດທີ່ເຊື່ອຖືສາສະໜາອິສລາມ.
 


ເລື່ອງຈິງຕ່າງໆສະແດງໃຫ້ເຫັນຢ່າງເຕັມສ່ວນວ່າ: ເຂດຊິ່ນຈ່ຽງພວມຢູ່ໃນໄລຍະແຫ່ງການພັດທະນາແລະສ້າງຄວາມຈະເລີນຮຸ່ງເຮືອງທີ່ດີທີ່ສຸດໃນປະຫວັດສາດ, ສິດຢູ່ລອດ, ສິດແຫ່ງການພັດທະນາ ແລະ ສິດຂັ້ນພື້ນຖານອື່ນໆຂອງປະຊາຊົນບັນດາເຜົ່າໄດ້ມີການຮັບປະກັນຢ່າງເຕັມສ່ວນ, ປະຊາຊົນ​ມີຜົນປະໂຫຍດທາງ​ດ້ານ​ວັດຖຸ​ແລະ​ຈິດ​ໃຈ, ມີຄວາມຜາສຸກ ແລະ ມີຄວາມປອດໄພເພີ່ມຂຶ້ນຢ່າງຈະແຈ້ງ.
 

ເມື່ອໃດທີ່ປະຊາຊົນບັນດາເຜົ່າຢູ່ເຂດຊິ່ນຈ່ຽງໄດ້ຮັບຜົນກະທົບຈາກໄພຂົ່ມຂູ່ທີ່ມີຕໍ່ຄວາມປອດໄພດ້ານຊີວິດຢ່າງໜັກໜ່ວງ, ນັກການເມືອງອາເມຣິກາທີ່ທຳທ່າເປັນຄົນມີ​ສິນ​ທຳເຫຼົ່ານັ້ນພັດບໍ່ໄດ້ໃຫ້ຄວາມສົນໃຈນຳ, ຍິ່ງກວ່ານັ້ນຍັງໄດ້ຊ່ວຍຄົນຮ້າຍກໍ່ຄວາມ​ຮຸນແຮງ, ສະໜັບສະໜູນແລະໃຫ້ເງິນແກ່ຜູ້ກໍ່ການຮ້າຍທີ່ນິຍົມຄວາມຮຸນແຮງ; ເມື່ອການເຄື່ອນໄຫວກໍ່ການຮ້າຍດ້ວຍຄວາມຮຸນແຮງຢູ່ເຂດຊິ່ນຈ່ຽງໄດ້ຮັບການສະກັດກັ້ນຢ່າງມີປະສິດທິຜົນ, ທົ່ວສັງຄົມມີສະຖຽນລະ​ພາບແລະສ້າງຄວາມຈະເລີນຮຸ່ງເຮືອງທີ່ບໍ່ເຄີຍມີມາກ່ອນ, ພວກນັກການເມືອງອາເມຣິກາພັດຮູ້ສຶກມີຄວາມກະວົນກະວາຍ, ຈຶ່ງໄດ້ຊູ​ຄັນ​ຕາ​ລະ​ບັດ​ແຫ່ງສິດທິມະນຸດ​ເພື່ອຍຸແຍ່​ແບ່ງ​ແຍກການພົວພັນລະຫວ່າງຊົນເຜົ່າ ແລະ ທຳລາຍຄວາມໝັ້ນຄົງແລະຄວາມຈະເລີນຮຸ່ງເຮືອງຢູ່ເຂດຊິ່ນຈ່ຽງຂອງຈີນ. ພວກເຂົາເຈົ້າບໍ່ໄດ້ໃຫ້ຄວາມສົນໃຈນຳຄວາມຜາສຸກຂອງປະຊາຊົນຢູ່ເຂດຊິ່ນຈ່ຽງ​ເລີຍ, ພຽງແຕ່ໄດ້ໃຊ້ເຂດຊິ່ນຈ່ຽງເປັນຊ່ອງທາງໃນການແຊກແຊງວຽກງານພາຍໃນຂອງຈີນ, ທຳລາຍການພັດທະນາຂອງຈີນ ແລະ ຫວັງ​ສະ​ແຫວ​ງຫາຜົນປະໂຫຍດໃນທາງການເມືອງ​ໃຫ້​ແກ່​ຕົນ​ເອງ​ເທົ່າ​ນັ້ນ.

ຄຳ​ເຫັນ

0