ທ່ານສີຈິ້ນຜິງປະກອບຄຳເຫັນໃນກອງປະຊຸມສຳມະນາຜູ້ຊ່ຽວຊານແລະນັກວິຊາການທີ່ຈັດຂຶ້ນໃນວັນທີ 2 ມິຖຸນານີ້
ໃນໂອກາດເຂົ້າຮ່ວມກອງປະຊຸມສຳມະນາຜູ້ຊ່ຽວຊານແລະນັກວິຊາການທີ່ຈັດຂຶ້ນໃນວັນທີ 2 ມິຖຸນານີ້, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນໄດ້ກ່າວວ່າ: ໃນຂະບວນການປ້ອງກັນແລະປິ່ນປົວພະຍາດໂຄວິດ-19, ການຢາແລະແພດແຜນຈີນໄດ້ເສີມຂະຫຍາຍບົດບາດພິເສດສະເພາະ, ເຊິ່ງໄດ້ເຮັດໃຫ້ປະຊາຄົມໂລກມີຄວາມສົນໃຈຢ່າງກວ້າງຂວາງ. ໃນຄວາມເປັນຈິງແລ້ວ, ທ່ານສີຈິ້ນຜິງບໍ່ພຽງແຕ່ຮູ້ດີທີ່ສຸດຕໍ່ການຢາແລະແພດແຜນຈີນ ທ່ານຍັງມີຄວາມຮັບຮູ້ເປັນພິເສດແລະມີຄວາມເຂົ້າໃຈຢ່າງເລິກເຊິ່ງຕໍ່ການຢາແລະແພດແຜນຈີນອີກດ້ວຍ, ທ່ານໄດ້ເຜີຍແຜ່ໂຄສະນາການຢາແລະແພດແຜນຈີນຕໍ່ປະຊາຊົນໃນທົ່ວໂລກມາຫຼາຍເທື່ອແລ້ວຄືດັ່ງນີ້:
ວັນທີ 20 ມິຖຸນາ ປີ2010, ທ່ານສີຈິ້ນຜິງໄດ້ເຂົ້າຮ່ວມພິທີແຂວນປ້າຍຂອງສະຖາບັນຂົງຈື້ກ່ຽວກັບແພດແຜນຈີນຢູ່ມະຫາວິທະຍາໄລເຕັກໂນໂລຊີເມວເບິນລາຊະອານາຈັກຢູ່ນະຄອນເມວເບິນອົສຕຣາລີ
ວັນທີ 20 ມິຖຸນາ ປີ2010, ທ່ານສີຈິ້ນຜິງໄດ້ເຂົ້າຮ່ວມພິທີແຂວນປ້າຍຂອງສະຖາບັນຂົງຈື້ກ່ຽວກັບແພດແຜນຈີນຢູ່ມະຫາວິທະຍາໄລເຕັກໂນໂລຊີເມວເບິນລາຊະອານາຈັກຢູ່ນະຄອນເມວເບິນອົສຕຣາລີ, ທ່ານກ່າວວ່າ: ການຢາແລະແພດແຜນຈີນເປັນຜົນລວມຍອດແຫ່ງສະຕິປັນຍາປັດຊະຍາອັນເລິກເຊິ່ງແລະແນວຄວາມຄິດເພື່ອສົ່ງເສີມສຸຂະພາບກໍຄືບົດຮຽນໃນພຶດຕິກຳຕົວຈິງທາງປະຫວັດສາດຫຼາຍພັນປີຂອງປະຊາຊາດຈີນ ເປັນສິ່ງຍອດຍິ່ງຂອງວິທະຍາສາດບູຮານຈີນ ທັງເປັນລູກກະແຈໃນການເປີດຄັງຂອງອະລິຍະທຳຈີນ. ການລົງເລິກຄົ້ນຄວ້າແລະສະຫຼຸບການຢາແລະແພດແຜນຈີນຕາມຫຼັກວິທະຍາສາດຈະມີຄວາມໝາຍອັນຕັ້ງໜ້າໃນການເສີມສ້າງວຽກງານແພດສາດຂອງໂລກໃຫ້ອຸດົມສົມບູນຂຶ້ນແລະຊຸກຍູ້ການຄົ້ນຄວ້າຊີວະວິທະຍາ.
ວັນທີ 20 ສິງຫາປີ 2013, ທ່ານສີຈິ້ນຜິງໄດ້ພົບປະກັບທ່ານນາງມາກາແຣັດ ຈັນ ຟອງຟູຊົນ ຜູ້ອຳນວຍການໃຫຍ່ອົງການອະນາໄມໂລກໂດຍກ່າວວ່າ: ຈີນໃຫ້ຄວາມສຳຄັນຕໍ່ບົດບາດອັນສຳຄັນຂອງອົງການອະນາໄມໂລກ, ຈີນຍິນດີສືບຕໍ່ເພີ່ມທະວີການຮ່ວມມືລະຫວ່າງສອງຝ່າຍ, ສົ່ງເສີມການປິ່ນປົວແບບປະສົມປະສານລະຫວ່າງແພດແຜນຈີນແລະຢາຫຼວງກໍຄືຊຸກຍູ້ການພັດທະນາການຢາແລະແພດແຜນຈີນຢູ່ຕ່າງປະເທດ,ຊຸກຍູ້ໃຫ້ຜະລິດຕະພັນການຢາແລະແພດແຜນຈີນທີ່ຈີນຜະລິດນັ້ນເຂົ້າສູ່ຕະຫຼາດສາກົນ, ຮ່ວມກັນຊ່ວຍເຫຼືອປະເທດອາຟຣິກກາດຳເນີນການປ້ອງກັນແລະປິ່ນປົວພະຍາດແລະການສ້າງລະບົບສາທາລະນະສຸກ, ເພື່ອປະກອບສ່ວນຫຼາຍກວ່າເກົ່າເຂົ້າໃນການຊຸກຍູ້ພາລະກິດສາທາລະນະສຸກຂອງໂລກ ແລະບັນລຸເປົ້າໝາຍສະຫັດສະວັດເພື່ອການພັດທະນາຂອງອົງການສະຫະປະຊາຊາດ.
ວັນທີ 17 ພະຈິກປີ 2014, ຢູ່ຕຶກໃຫຍ່ຂອງສຳນັກງານລັດຖະສະພາອົສຕຣາລີທີ່ນະຄອນຫຼວງແຄັນເບີຣາ, ທ່ານສີຈິ້ນຜິງ ປະທານປະເທດຈີນແລະທ່ານໂຕນີ ແອບເບີດ ນາຍົກລັດຖະມົນຕີອົສຕຣາລີໄດ້ຮ່ວມກັນເປັນສັກຂີພິຍານໃຫ້ແກ່ການເຊັນສັນຍາຮ່ວມມືກັນສ້າງຕັ້ງສູນການແພດຈີນຢູ່ອົສຕຣາລີລະຫວ່າງມະຫາວິທະຍາໄລການຢາແລະແພດແຜນຈີນປັກກິ່ງກັບມະຫາວິທະຍາໄລຊິດນີ.
ການສ້າງຕັ້ງສູນດັ່ງກ່າວມີຈຸດປະສົງເພື່ອດຳເນີນການຄົ້ນຄວ້າການປິ່ນປົວຕົວຈິງ, ໃຫ້ການບໍລິການໃນການສົ່ງເສີມສຸຂະພາບທີ່ມີສີສັນພິເສດອັນໂດດເດັ່ນແລະ ຜົນຂອງການປິ່ນປົວເຫັນໄດ້ຢ່າງຈະແຈ້ງ, ບຳລຸງສ້າງຜູ້ມີຄວາມຮູ້ຄວາມສາມາດດ້ານແພດສາດ, ຖ່າຍທອດວັດທະນະທຳການຢາແລະແພດແຜນຈີນ, ຄົ້ນຄວ້າຮູບແບບການຮ່ວມມືເພື່ອໃຫ້ການຢາແລະແພດແຜນຈີນເຜີຍແຜ່ໃນທົ່ວໂລກ.
ວັນທີ 29 ມີນາປີ 2016, ທ່ານສີຈິ້ນຜິງໄດ້ພົບປະເຈລະຈາກັບທ່ານມີໂລສ ເຊມານ ປະທານາທິບໍດີປະເທດເຊັກ ໂດຍກ່າວວ່າ: ສອງຝ່າຍເຫັນດີລົງເລິກການຮ່ວມມືດ້ານການທະນາຄານ, ພະລັງງານນີວເຄລຍ, ການຢາແລະແພດແຜນຈີນ, ການຂົນສົ່ງທາງອາກາດແລະເຂດນິຄົມອຸດສາຫະກຳ, ເພື່ອສ້າງການເຊື່ອມໂຍງເຊື່ອມຈອດກັນຢ່າງຮອບດ້ານ. ເຊັກເຫັນດີສະໜັບສະໜູນຕື່ມອີກຕໍ່ການຖ່າຍທອດ,ເຜີຍແຜ່ແລະນຳໃຊ້ການຢາແລະແພດແຜນຈີນແບບດັ້ງເດີມຢູ່ສາທາລະນະເຊັກກໍຄືເຂດເອີຣົບກາງແລະເອີຣົບຕາເວັນອອກ, ສະໜັບສະໜູນການສ້າງສາແລະພັດທະນາສູນແພດແຜນຈີນຢູ່ເຊັກໃຫ້ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ.
ວັນທີ 18 ມັງກອນ ປີ 2017, ຢູ່ນະຄອນເຊີແນວ ປະເທດສວິສ, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ພົບປະກັບທ່ານນາງ ມາກາເຣັດ ຈັນຟອງຟູຊົນ ຜູ້ອຳນວຍການໃຫຍ່ອົງການອະນາໄມໂລກ.
ວັນທີ 18 ມັງກອນ ປີ 2017, ຢູ່ນະຄອນເຊີແນວ ປະເທດສວິສ, ທ່ານສີຈິ້ນຜິງ ປະທານປະເທດຈີນແລະທ່ານນາງ ມາກາເຣັດ ຈັນຟອງຟູຊົນ ຜູ້ອຳນວຍການໃຫຍ່ອົງການອະນາໄມໂລກໄດ້ ເຂົ້າຮ່ວມພິທີມອບຮັບຮູບປັ້ນປັກເຂັມທີ່ເຮັດດ້ວຍທອງ ທີ່ຈີນມອບໃຫ້ແກ່ອົງການອະນາໄມໂລກ. ຮູບປັ້ນປັກເຂັມທີ່ເຮັດດ້ວຍທອງ ເປັນຮູບປັ້ນຄົນເຊິ່ງຕາມຮ່າງກາຍມີຈຸດປັກເຂັມເຕັມໂຕໄປໝົດ ອັນໄດ້ດຶງດູດສາຍຕາຂອງຊາວໂລກ. ຮູບປັ້ນປັກເຂັມເປັນຮູບປັ້ນຫຸ່ນຈຳລອງຂອງຄົນທີ່ຫຼໍ່ດ້ວຍທອງສຳລິດທີ່ນັກແພດສາດຈີນສະໄໝບູຮານປະດິດສ້າງຂຶ້ນເພື່ອໃຊ້ໃນການສິດສອນວິທີປັກເຂັມເພື່ອປິ່ນປົວພະຍາດ ເຊິ່ງໄດ້ເສີມຂະຫຍາຍບົດບາດສຳຄັນໃນການຊຸກຍູ້ການການຂະຫຍາຍຕົວຂອງແພດສາດຈີນ.ໃນເວລາປະກອບຄຳເຫັນໃນພິທີດັ່ງກ່າວ, ທ່ານສີຈິ້ນຜິງຊີ້ອອກວ່າ: ຈີນຫວັງວ່າ ອົງການອະນາໄມໂລກຈະເສີມຂະຫຍາຍບົດບາດຫຼາຍກວ່າເກົ່າເຂົ້າໃນການຊຸກຍູ້ການພັດທະນາຂະແໜງການແພດສາດດັ້ງເດີມໃຫ້ຈະເລີນຮຸ່ງເຮືອງ ເພື່ອປະກອບສ່ວນຫຼາຍກວ່າເກົ່າເຂົ້າໃນການສົ່ງເສີມສຸຂະພາບຂອງມວນມະນຸດແລະປັບປຸງການບໍລິຫານດ້ານສາທາລະນະສຸກຂອງໂລກໃຫ້ດີຂຶ້ນ, ບັນລຸຄວາມມຸ້ງຫວັງອັນດີງາມທີ່ໃຫ້ໝົດທຸກຄົນມີສຸຂະພາບທີ່ເຂັ້ມແຂງ.
ວັນທີ 18 ມັງກອນ ປີ 2017, ຢູ່ນະຄອນເຊີແນວ ປະເທດສວິສ, ທ່ານສີຈິ້ນຜິງ ປະທານປະເທດຈີນ ແລະ ທ່ານນາງ ມາກາເຣັດ ຈັນຟອງຟູຊົນ ຜູ້ອຳນວຍການໃຫຍ່ອົງການອະນາໄມໂລກໄດ້ ເຂົ້າຮ່ວມພິທີມອບຮັບຮູບປັ້ນປັກເຂັມທີ່ເຮັດດ້ວຍທອງ ທີ່ຈີນມອບໃຫ້ແກ່ອົງການອະນາໄມໂລກ.
ທ່ານສີຈິ້ນຜິງບໍ່ພຽງແຕ່ຮູ້ດີທີ່ສຸດຕໍ່ການຢາແລະແພດແຜນຈີນ ທ່ານຍັງມີຄວາມຮັບຮູ້ເປັນພິເສດແລະມີຄວາມເຂົ້າໃຈຢ່າງເລິກເຊິ່ງຕໍ່ການຢາແລະແພດແຜນຈີນອີກດ້ວຍ. ໃນເວລາປະກອບຄຳເຫັນໃນໂອກາດສຳຄັນຫຼາຍຄັ້ງ, ທ່ານໄດ້ໝູນໃຊ້ແນວຄວາມຄິດແລະສັບວິຊາການຢາແລະແພດແຜນຈີນເພື່ອອະທິບາຍແນວຄິດແລະທັດສະນະໃນການບໍລິຫານປະເທດແລະຄຸ້ມຄອງລັດ.
ຕົວຢ່າງເຊັ່ນ: ວັນທີ 17 ມັງກອນປີ 2017, ໃນເວລາກ່າວປາຖະກະຖາໃນຫົວຂໍ້ຫຼັກໃນພິທີເປີດກອງປະຊຸມປະຈຳປີ 2017 ຂອງເວທີປຶກສາຫາລືເສດຖະກິດໂລກ, ທ່ານສີຈິ້ນຜິງໄດ້ກ່າວວ່າ: “ພວກເຮົາຄວນປະດິດສ້າງແນວຄິດການພັດທະນາທີ່ກ້າວຂ້າມການຖົກຖຽງກັນວ່າ ຄວນກະຕຸ້ນເສດຖະກິດດ້ວຍມາດຕະການທາງການເງິນຫຼາຍກວ່າ ຫຼື ໃຊ້ມາດຕະການຜ່ອນຄາຍດ້ານປະລິມານເງິນຕາຫຼາຍກວ່າ, ຄວນສ້າງໃຫ້ມີແນວຄວາມຄິດແກ້ໄຂບັນຫາທັງຕົ້ນເຫດແລະປາຍເຫດປານປິ່ນປົວພະຍາດໃຫ້ຫາຍຂາດຈາກທັງອາການເຈັບເປັນແລະກຳຈັດຕົ້ນກຳເນີດຂອງພະຍາດ, ໃຊ້ນະໂຍບາຍໂດຍສັງລວມ.”
ໃນນີ້, ຄຳວ່າ ການແກ້ໄຂບັນຫາທັງຕົ້ນເຫດແລະປາຍເຫດປານການປິ່ນປົວພະຍາດ, ປາຍເຫດກໍໝາຍເຖິງ ອາການເຈັບເປັນ, ຕົ້ນເຫດກໍໝາຍເຖິງ ຕົ້ນກຳເນີດທີ່ພາໃຫ້ເຈັບເປັນ. ໃນຂະບວນການປິ່ນປົວຄົນເຈັບດ້ວຍແພດແຜນຈີນແມ່ນເນັ້ນໃສ່ປິ່ນປົວໃຫ້ອາການເຈັບເປັນບັນເທົາລົງ ທັງຕ້ອງກຳຈັດຕົ້ນກຳເນີດຂອງພະຍາດ ເພື່ອປິ່ນປົວໃຫ້ຫາຍຂາດຈາກພະຍາດ.
ອີກຕົວຢ່າງໜຶ່ງ, ໃນວັນທີ 27 ຕຸລາປີ 2016, ທ່ານສີຈິ້ນຜິງໄດ້ປະກອບຄຳເຫັນໃນກອງປະຊຸມຄົບຄະນະຄັ້ງທີ 6 ຂອງຄະນະກຳມະການສູນກາງພັກກອມມູນິດຈີນສະໄໝທີ 18 ວ່າ: “ການຈັດຕັ້ງພັກຕ້ອງຮັບຮູ້ສະພາບແນວຄິດ, ແບບແຜນວິທີເຮັດວຽກແລະສະພາບຊີວິດການເປັນຢູ່ຂອງສະມາຊິກພັກ-ພະນັກງານໃຫ້ຫຼາຍ, ເອົາໃຈໃສ່ບັນຫາທີ່ພະນັກງານແລະປະຊາຊົນສ່ອງແສງຂຶ້ນມານັ້ນໃຫ້ຫຼາຍ, ສຸມໃສ່ແກ້ໄຂບັນຫານ້ອຍໂດຍໄວ, ແລະກັນດີກວ່າແກ້.” ໃນນີ້, ຄຳວ່າ ກັນດີກວ່າແກ້ ເປັນຄຳສັບທີ່ໃຊ້ໃນແພດສາດຈີນ. ທິດສະດີແພດສາດຈີນເຫັນວ່າ: ໃນໄລຍະເບື້ອງຕົ້ນທີ່ເຈັບເປັນ, ມັກຈະມີລາງບອກອາການ, ຫາກໄດ້ກຳແໜ້ນໂອກາດປິ່ນປົວໂດຍໄວ ກໍຈະສາມາດປ້ອງກັນພະຍາດກ່ອນທີ່ມັນຈະເກີດຂຶ້ນ. ສະນັ້ນ, ໃນແພດສາດຈີນຈິ່ງໃຫ້ຄວາມສຳຄັນທີ່ສຸດຕໍ່ກັບການກັນດີກວ່າແກ້ ຈົນໄດ້ກາຍເປັນແນວຄວາມຄິດທີ່ “ປິ່ນປົວກ່ອນເຈັບເປັນ” ລວມທັງການປ້ອງກັນກ່ອນເຈັບເປັນ, ເມື່ອເຈັບເປັນແລ້ວຕ້ອງປ້ອງກັນບໍ່ໃຫ້ອາການໜັກຂຶ້ນ, ຫຼັງປິ່ນປົວໃຫ້ຫາຍຂາດແລ້ວຄວນປ້ອງກັນບໍ່ໃຫ້ເຈັບເປັນຄືນອີກ.
ວັນທີ 30 ພຶດສະພາປີ 2014, ທ່ານສີຈິ້ນຜິງໄດ້ເປັນປະທານຈັດການສຳມະນາຢູ່ໂຮງຮຽນປະຖົມຊົນເຜົ່າເມືອງໄຫຕ້ຽນນະຄອນຫຼວງປັກກິ່ງ
ກ່ຽວກັບເລື່ອງທີ່ທ່ານສີຈິ້ນຜິງໝູນໃຊ້ແນວຄວາມຄິດແລະສັບວິຊາການຢາແລະແພດແຜນຈີນເພື່ອອະທິບາຍແນວຄິດແລະທັດສະນະໃນການບໍລິຫານປະເທດແລະຄຸ້ມຄອງລັດ, ຍັງມີອີກຕົວຢ່າງໜຶ່ງຄື: ວັນທີ 30 ພຶດສະພາປີ 2014, ທ່ານສີຈິ້ນຜິງໄດ້ເປັນປະທານຈັດການສຳມະນາຢູ່ໂຮງຮຽນປະຖົມຊົນເຜົ່າເມືອງໄຫຕ້ຽນນະຄອນຫຼວງປັກກິ່ງ, ທ່ານກ່າວວ່າ: “ຢ່າສູ່ລຳຄານທີ່ພໍ່ແມ່ສັ່ງສອນຫຼາຍ, ຢ່າສູ່ລຳຄານທີ່ຄູອາຈານຄຸ້ມຄອງຢ່າງເຂັ້ມງວດ, ຢ່າສູ່ລຳຄານທີ່ໝູ່ຮ່ວມຮຽນຕັກເຕືອນຫຼາຍ. ຢາຂົມຄືຢາດີຕໍ່ການປິ່ນປົວພະຍາດ, ຄຳເຕືອນບໍ່ມວນຫູແຕ່ພັດດີຕໍ່ການປະພຶດຕົວ. ພວກເຮົາຄວນສ້າງໃຫ້ມີຄວາມຊິນເຄີຍທີ່ມີຄວາມເຂັ້ມງວດຕໍ່ຕົນເອງແລະຮັບເອົາການຕຳໜິແລະຄວາມຊ່ວຍເຫຼືອຈາກຜູ້ອື່ນຢ່າງຖ່ອມຕົວ.”
ໃນທິດສະດີແພດສາດຈີນ, ຄຸນລັກສະນະຂອງຢາ ມີ ລົດຊາດ 5 ຢ່າງ,ໃນນີ້ ຢາທີ່ມີລົດຂົມ ມີສັບພະຄຸນໃນການແກ້ອາການທ້ອງຜູກ, ແກ້ຮ້ອນໃນ, ຂັບໄລ່ສານພິດ ແລະເຮັດໃຫ້ເຂັ້ມແຂງ. ໃນສຳນວນດັ່ງກ່າວ, ທ່ານສີຈິ້ນຜິງໄດ້ຍົກໃຫ້ເຫັນຄຳສຸພາສິດທີ່ວ່າ ຢາຂົມຄືຢາດີຕໍ່ການປິ່ນປົວພະຍາດ, ຄຳເຕືອນບໍ່ມວນຫູແຕ່ພັດດີຕໍ່ການປະພຶດຕົວ ຫຼືພາສາລາວເວົ້າວ່າ ຫວານເປັນລົມ ຂົມເປັນຢາ. ໝາຍຄວາມວ່າ: ຢາດີສ່ວນຫຼາຍຈະມີລົດຂົມ, ແຕ່ມັນມີຜົນດີຕໍ່ການປິ່ນປົວພະຍາດ, ສ່ວນຄຳສັ່ງສອນໃຫ້ຄົນປະພຶດຕົວໃນສິ່ງທີ່ດີສ່ວນຫຼາຍຈະບໍ່ມວນຫູ, ແຕ່ພັດມີຜົນດີໃນການປັບປຸງຂໍ້ບົກຜ່ອງຂອງຕົນ.
ໃນພຶດຕິກຳຕົວຈິງແຫ່ງການບໍລິຫານປະເທດແລະຄຸ້ມຄອງລັດ, ທ່ານສີຈິ້ນຜິງໄດ້ໝູນໃຊ້ແນວຄວາມຄິດແລະຄຳສັບວິຊາແພດສາດຈີນຍັງມີຫຼາຍຢ່າງ, ທ່ານສີຈິ້ນຜິງໃຫ້ຄວາມສຳຄັນຕໍ່ການຢາແລະແພດແຜນຈີນຄືແນວນີ້, ທີ່ຈິງແລ້ວແມ່ນເປັນຍ້ອນທ່ານມີຄວາມໝັ້ນໃຈຢ່າງເລິກເຊິ່ງຕໍ່ວັດທະນະທຳຈີນ. ເພາະວ່າ ການຢາແລະແພດແຜນຈີນບໍ່ພຽງແຕ່ບອກໃຫ້ພວກເຮົາຮູ້ວ່າ: ຄວນມີຄວາມເມດຕາຕໍ່ຕົວເອງແນວໃດ? ທັງສອນໃຫ້ພວກເຮົາຮູ້ວ່າ ຄວນມີຄວາມເມດຕາຕໍ່ຜູ້ອື່ນ, ຕໍ່ສັງຄົມແລະຕໍ່ໂລກແນວໃດ.
ຄຳເຫັນ
0