“ການແຜ່ລະບາດຂອງພະຍາດບໍ່ມີພົມແດນ, ບັນດາປະເທດໃນໂລກແມ່ນປະຊາຄົມຮ່ວມຊາຕາກຳທີ່ຮ່ວມທຸກຮ່ວມສຸກ.” ເມື່ອຜະເຊີນໜ້າກັບພະຍາດໂຄວິດ-19 ທີ່ເປັນສັດຕູຮ່ວມຂອງມວນມະນຸດ, ທ່ານສີຈິ້ນຜິງໄດ້ອອກແຮງລິເລີ່ມໃຫ້ທົ່ວໂລກສາມັກຄີ ແລະຮ່ວມມືກັນ, ຮ່ວມກັນສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ.
ນັບແຕ່ເກີດມີການແຜ່ລະບາດຂອງພະຍາດໂຄວິດ-19ເປັນຕົ້ນມາ, ທ່ານສີຈິ້ນຜິງໄດ້ເຂົ້າຮ່ວມກອງປະຊຸມສາກົນທາງວີດີໂອ 3 ຄັ້ງ, ຄື: ກອງປະຊຸມສຸດຍອດສະໄໝພິເສດຂອງກຸ່ມG20ເພື່ອຮັບມືກັບພະຍາດໂຄວິດ-19ທີ່ຈັດຂື້ນໃນເດືອນມີນາ; ກອງປະຊຸມອະນາໄມໂລກຄັ້ງທີ 73 ທາງວີດີໂອທີ່ຈັດຂື້ນໃນເດືອນພຶດສະພາ ແລະ ກອງປະຊຸມສຸດຍອດສະໄໝພິເສດຈີນ-ອາຟຣິກາເພື່ອສາມັກຄີກັນຕ້ານກັບພະຍາດທີ່ຈັດຂື້ນໃນເດືອນມິຖຸນາ. ຄຳສັບສຳຄັນໃນການປະກອບຄຳເຫັນຂອງທ່ານສີຈິ້ນຜິງຄື:“ປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ”, “ປະຊາຄົມສາທາລະນະສຸກຂອງມວນມະນຸດ” “ສາມັກຄີ ແລະຮ່ວມມືກັນ”
ນອກນີ້, ວັນທີ 22 ມິຖຸນານີ້, ທ່ານສີຈິ້ນຜິງໄດ້ສົ່ງສານຊົມເຊີຍເຖິງກອງປະຊຸມສົນທະນາສະໄໝພິເສດລະຫວ່າງພັກການເມືອງຈີນ-ປະເທດອາຣັບທາງວີດີໂອ, ໂດຍກ່າວເນັ້ນອີກເທື່ອໜຶ່ງວ່າ: “ມວນມະນຸດ ແມ່ນປະຊາຄົມຮ່ວມຊາຕາກຳທີ່ຮ່ວມທຸກຮ່ວມສຸກ, ພັກກອມມູນິດຈີນ ແລະລັດຖະບານຈີນໄດ້ຍຶດໝັ້ນການຖືເອົາປະຊາຊົນສຳຄັນກວ່າໝູ່ ແລະ ຊີວິດສຳຄັນກວ່າໝູ່ຢ່າງສະເໝີຕົ້ນສະເໝີປາຍ, ໄດ້ສຸມທຸກຄວາມພະຍາຍາມເພື່ອປິ່ນປົວຄົນເຈັບ, ການປ້ອງກັນ ແລະຄວບຄຸມພະຍາດໄດ້ຮັບຜົນສຳເລັດທາງຍຸດທະສາດທີ່ສຳຄັນ, ໄດ້ຕັ້ງໜ້າເຂົ້າຮ່ວມແລະຊຸກຍູ້ການຮ່ວມມືສາກົນເພື່ອຕ້ານກັບພະຍາດຕາມຫຼັກການທີ່ເປີດເຜີຍ,ໂປ່ງໃສແລະມີຄວາມຮັບຜິດຊອບສູງຢ່າງສະເໝີຕົ້ນສະເໝີປາຍ, ໄດ້ໃຫ້ການສະໜັບສະໜູນ ແລະຊ່ວຍເຫຼືອປະຊາຄົມໂລກໃນການຕ້ານກັບພະຍາດຢ່າງສຸດຄວາມສາມາດຂອງຕົນ. ຈີນຍິນດີເພີ່ມທະວີຄວາມສາມັກຄີ ແລະການຮ່ວມມືກັບປະຊາຄົມໂລກ ເຊິ່ງລວມທັງປະເທດອາຣັບອັນໄພສານ, ສະໜັບສະໜູນອົງການອະນາໄມໂລກເສີມຂະຫຍາຍບົດບາດນຳພາ, ຮ່ວມກັນຊຸກຍູ້ການສ້າງປະຊາຄົມສາທາລະນະສຸກຂອງມວນມະນຸດ.”
ໃນເວລາບັນຊາການໃນບັ້ນຮົບຕ້ານກັບພະຍາດພາຍໃນປະເທດ, ທ່ານສີຈິ້ນຜິງໄດ້ກ່າວເນັ້ນຊ້ຳແລ້ວຊ້ຳອີກວ່າ: “ຖືເອົາຄວາມປອດໄພດ້ານຊີວິດແລະສຸຂະພາບຮ່າງກາຍຂອງປະຊາຊົນສຳຄັນກວ່າໝູ່.””ເພື່ອປົກປ້ອງຄວາມປອດໄພດ້ານຊີວິດແລະສຸຂະພາບຮ່າງກາຍຂອງປະຊາຊົນແມ່ນສາມາດເສຍຄ່າຕອບແທນໄດ້ທຸກສິ່ງທຸກຢ່າງ””ບໍ່ວ່າຄົນເຈັບຈະມີອາຍຸສູງເທົ່າໃດແລະມີອາການເຈັບໜັກປານໃດກໍຕາມພວກເຮົາກໍຈະບໍ່ປະຖິ້ມຢ່າງເດັດຂາດ.”
ສຳລັບການຮ່ວມມືສາກົນເພື່ອປ້ອງກັນແລະຄວບຄຸມພະຍາດ,ທ່ານສີຈິ້ນຜິງໄດ້ສະເໜີ “ມາດຕະການຂອງຈີນ” ຕົວຈິງຕ່າງໆຄື:
ໃນກອງປະຊຸມສຸດຍອດສະໄໝພິເສດຈີນ-ອາຟຣິກາເພື່ອສາມັກຄີກັນຕ້ານກັບພະຍາດໂຄວິດ-19, ທ່ານສີຈິ້ນຜິງໄດ້ປະກາດມາດຕະການດຳເນີນງານຕ່າງໆເພື່ອສະໜັບສະໜູນອາຟຣິກາຕ້ານກັບພະຍາດເຊັ່ນ: ລົງມືກໍ່ສ້າງສຳນັກງານໃຫຍ່ສູນຄວບຄຸມພະຍາດອາຟຣິກາພາຍໃນປີນີ້ກ່ອນເວລາກຳນົດ, ພາຍຫຼັງສຳເລັດການຄົ້ນຄວ້າພັດທະນາຢາວັກແຊັງຕ້ານພະຍາດໂຄວິດ-19ແລະໄດ້ນຳໃຊ້ຕົວຈິງແລ້ວ, ຈີນຍິນດີໃຫ້ປະເທດອາຟຣິກາໄດ້ຮັບຜົນປະໂຫຍດຈາກການນຳໃຊ້ຢາວັກແຊັງດັ່ງກ່າວກ່ອນໝູ່ ແລະອື່ນໆ.
ໃນເວລາປະກອບຄຳເຫັນໃນພິທີເປີດກອງປະຊຸມອະນາໄມໂລກທາງວິດີໂອ,ທ່ານສີຈິ້ນຜິງໄດ້ປະກາດມາດຕະການຕ່າງໆເຊັ່ນ: ສ້າງຕັ້ງສາງແລະສູນຮັບມືສຸກເສີນເພື່ອມະນຸດສະທຳຂອງໂລກຢູ່ຈີນ, ສ້າງຕັ້ງກົນໄກຮ່ວມມືລະຫວ່າງໂຮງໝໍແຮກສ່ຽວຈີນ-ອາຟຣິກາ 30 ແຫ່ງ, ພາຍຫຼັງຈີນສຳເລັດການຄົ້ນຄວ້າພັດທະນາຢາວັກແຊັງຕ້ານພະຍາດໂຄວິດ-19 ແລະນຳໃຊ້ຕົວຈິງແລ້ວຈະເຮັດໃຫ້ວັກແຊັງກາຍເປັນຜະລິດຕະພັນສາທາລະນະຂອງໂລກແລະອື່ນໆ.
ໃນກອງປະຊຸມສຸດຍອດສະໄໝພິເສດເພື່ອຮັບມືກັບພະຍາດໂຄວິດ-19ຂອງກຸ່ມ G20, ທ່ານສີຈິ້ນຜິງໄດ້ປະກາດວ່າ: ຈີນຈະແບ່ງປັນບົດຮຽນທີ່ມີຜົນດີຕໍ່ການປ້ອງກັນແລະຄວບຄຸມພະຍາດກັບປະເທດຕ່າງໆ, ດຳເນີນການຄົ້ນຄວ້າພັດທະນາຢາປົວພະຍາດແລະຢາວັກແຊັງຮ່ວມກັນ, ປຶກສາຫາລືເພື່ອສ້າງກົນໄກປະສານງານເພື່ອຮັບມືກັບເຫດການສຸກເສີນດ້ານສາທາລະນະສຸກໃນພາກພື້ນ, ຈີນຈະເພີ່ມທະວີການສະໜອງຢາທີ່ເປັນວັດຖຸດິບ, ເຄື່ອງໃຊ້ໃນຊີວິດປະຈຳວັນ, ອຸປະກອນປ້ອງກັນພະຍາດແລະຜະລິດຕະພັນອື່ນໆໃຫ້ແກ່ຕະຫຼາດສາກົນ.
ມາດຕະການຕ້ານກັບພະຍາດທຸກປະການທີ່ທ່ານສີຈິ້ນຜິງລິເລີ່ມນັ້ນລ້ວນແຕ່ໄດ້ ປິ່ນອ້ອມຄວາມສາມັກຄີຮ່ວມມືກັນຂອງປະຊາຄົມໂລກເຊິ່ງເປັນການເພີ່ມຄວາມໝັ້ນໃຈໃຫ້ແກ່ການຕ້ານກັບພະຍາດຂອງທົ່ວໂລກຢ່າງແຂງແຮງແລະເປັນການເຕົ້າໂຮມກຳລັງແຮງໃນທົ່ວໂລກເພື່ອຕ້ານກັບພະຍາດຮ່ວມກັນ.
ມວນມະນຸດແມ່ນປະຊາຄົມຮ່ວມຊາຕາກຳ, ຄວາມສາມັກຄີແລະການຮ່ວມມືກັນເປັນອາວຸດທີ່ເຂັ້ມແຂງທີ່ສຸດເພື່ອເອົາຊະນະພະຍາດ. ຄືດັ່ງທີ່ທ່ານສີຈິ້ນຜິງໄດ້ກ່າວໄວ້ວ່າ: ຂໍແຕ່ພວກເຮົາຮ່ວມແຮງຮ່ວມໃຈກັນຜ່ານຜ່າຄວາມຫຍຸ້ງຍາກ, ຊ່ວຍເຫຼືອເຊິ່ງກັນແລະກັນ, ກໍຈະສາມາດເອົາຊະນະພະຍາດໄດ້ຢ່າງເຖິງຖອງທັງຈະສາມາດພັດທະນາອະນາຄົດຂອງມວນມະນຸດທີ່ດີງາມກວ່າເກົ່າ.
ຄຳເຫັນ
0