尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ ໂດ​ໂນ ທ​ຣຳ ເລີ່ມ​ຈັດ​ການ​ໂຮມ​ຊຸມ​ນຸມ​ຫາ​ສຽງ​ເລືອກ​ຕັ້ງໃນ​ຂະ​ນະ​ທີ່​ພະ​ຍາດ​ໂຄວິດ-19 ​ມີ​ການ​ແຜ່​ລະ​ບາດ​ໄວ​ຂຶ້ນ

2020-06-22 16:59:24 cri

图片默认标题_fororder_b48ff17bp00qcam4900ked200nt00d1g00it00aa


ຫວ່າງມໍ່ໆ​ມາ​ນີ້, ໂຮງ​ໝໍ​ແຫ່ງ​ໜຶ່ງ​ຢູ່​ນະ​ຄອນ​ອາ​ເຊັ​ນ​ສ໌​ລັດ​ຈໍ​ເຈຍຂອງ​ອາ​ເມ​ຣິ​ກາ​ໄດ້​ຖືກ​ປະ​ຈານ​ວ່າ​ເປັນ​ຜູ້​ຄວບ​ຄຸມ​ຜົນ​ການກວດຫາ​ເຊື້ອ​ພະ​ຍາດ​ໂຄວິດ-19 ໃນ​ການກວດ​ນິວ​ຄິ​ລ​ອິກ. ​ພວກ​ເຂົາ​ເຈົ້າ​ໄດ້​ເຮັດ​ຜົນ​​ກວດ​ລົບ​ປອມ​ແທນ​ຜົນ​ກວດ​ບວກ​ຂອງ​ຜູ້​ເປັນ​ພະ​ຍາດ​ທີ່​ໄດ້​ຮັບ​ການກວດ​ຫາ​ເຊື້ອ​ພະ​ຍາດ​​ໃນ​ການກວດ​ນິວ​ຄິ​ລ​ອິກ. ມີ​ພະ​ຍາ​ບານ​ເວົ້າ​ວ່າ: ທາງ​ໂຮງ​ໝໍ​ເຮັດ​ແນວ​ນີ້​ແມ່ນ​ເພື່ອ​ບໍ່​ຮັບ​ແລະ​ປິ່ນ​ປົວ​ຜູ້​ຖືກ​ບົ່ງ​ມະ​ຕິ​ເປັນ​ພະ​ຍາດ​ໂຄວິດ-19.
 

ຂະ​ນະ​ດຽວ​ກັນ, ມີ​ສະ​ມາ​ຊິກ​ໃນ​ຄະ​ນະ​ຫາ​ສຽງ​ເລືອກ​ຕັ້ງ​ຂອງ​ທ່ານ ໂດ​ໂນ ທ​ຣຳ ກ່າວ​ວ່າ: ໃນຄະ​ນະນຳ​ໜ້າ​ປະ​ຕິ​ບັດ​ງານ​ໃນ​ທິມ​ງານ​ຫາ​ສຽງ​ທີ່​ກະ​ກຽມ​ເພື່ອ​ຈັດ​ການ​ໂຮມ​ຊຸມ​ນຸມ​ຢູ່ເມືອງ​​ຕູນ​ຊາ​ໃນ​ຕອນ​ຄ່ຳ​ວັນ​ທີ 27 ມິ​ຖຸ​ນາ​ນີ້, ​ມີ​ສະ​ມາ​ຊິກ 6 ​ຄົນໄດ້​ຮັບ​ການກວດ​​ຫາ​​​ເຊື້ອ​ພະ​ຍາດ​ໂຄວິດ-19 ​​ໃນ​ການກວດ​ນິວ​ຄິ​ລ​ອິກ​ເປັນ​ຜົນ​ບວກ. ມາ​ຮອດ​ເວ​ລາ 10 ໂມງ​ຂອງວັນ​ທີ 21 ມິ​ຖຸ​ນາ​ນີ້, ຈຳ​ນວນ​ຜູ້​ຖືກ​ບົ່ງ​ມະ​ຕິ​ເປັນ​ພະ​ຍາດ​ໂຄວິດ-19 ທີ່​ເພີ່ມ​​ໃໝ່ຢູ່​ອາ​ເມ​ຣິ​ກາ​ມີ​ເຖິງ 36 ພັນ​ຄົນ, ​ລວມ​ທັງ​ໝົດ​ຂອງຜູ້​ຖືກ​ບົ່ງ​ມະ​ຕິເປັນ​ພະ​ຍາດ​ໂຄວິດ-19 ​ຢູ່​ອາ​ເມ​ຣິ​ກາມີ​ເຖິງ 2,2 ລ້ານ​ຄົນ; ແຕ່​ວ່າ, ໃນ​ຂະ​ນະ​ທີ່​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ຢູ່​ອາ​ເມ​ຣິ​ກາ​​ມີ​ຄວາມ​ຮ້າຍ​ແຮງ​ໄວ​ຂຶ້ນ, ທ່ານ ໂດ​ໂນ ທ​ຣຳ ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ຣິ​ກາ​ໄດ້​ຈັດ​ງານ​ໂຮມ​ຊຸມ​ນຸມ​ເພື່ອ​ຫາ​ສຽງ​ເລືອກ​ຕັ້ງ​ຢູ່​ເມືອງ​ຕູນ​ຊາ​ລັດ​ໂອ​ຄ​ລາ​ໂຮ​ມາ, ເພື່ອ​ກ່າວ​ປາ​ຖະ​ກະ​ຖາ​ຫາ​ສຽງ​ທີ່​ໃຊ້​ເວ​ລາ​ນານ​ເຖິງ 1 ຊົ່ວ​ໂມງ 40 ນາ​ທີ, ໃນ​ໂທ​ລະ​ພາບ​ຖ່າຍ​ທອດ​ສົດ​ຈະ​ໄດ້​ເຫັນ​ວ່າ:  ຜູ້​ຊົມ​ທີ່​ນັ່ງ​ຢູ່ເບື້ອງ​ຫຼັງ​ທ່ານ ໂດ​ໂນ ທ​ຣຳ ເກືອບວ່າ​ບໍ່​ມີ​ໃຜ​ໃສ່​ຜ້າ​ປິດ​ປາກ.
 

ສະ​ນັ້ນ​ອາດ​ເວົ້າ​ໄດ້​ວ່າ: ​ໃນ​ສາຍ​ຕາ​ຂອງນັກ​ທຸ​ລະ​ກິດ​ແລະ​ນັກ​ການ​ເມືອງ​​ໃນສັງ​ຄົມ​ທຶນ​ນິ​ຍົມ, ເງິນ​​ຄຳແລະ​ຜົນ​ປະ​ໂຫຍດ​ເທົ່າ​ນັ້ນຈຶ່ງ​ແມ່ນ​ສິ່ງ​ທີ່​ໜ້າກອບ​ໂກຍ​, ສ່ວນຊີ​ວິດ​ຂອງ​ປະ​ຊາ​ຊົນ​ເວົ້າ​ສຳ​ລັບ​ເຂົາ​ເຈົ້າ​ແລ້ວ​ເປັນ​ພຽງ​ແຕ່​ຕົວ​ເລກ​ເທົ່າ​ນັ້ນ​ແລະ​ບໍ່​ເປັນ​ຜົນ​ປະ​ໂຫຍດ​ຫຍັງ​ເລີຍ.

ຄຳ​ເຫັນ

0