蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່າ​ແຮງ​ດ້ານ​ລະ​ບອບ​ຂອງ​ຈີນ​​ແມ່​ນ​ທ່າ​ແຮງ​ທີ່​ສຳ​ຄັນ​ໃນ​ການ​ເອົາ​ຊະ​ນະ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19

2020-06-22 15:26:36 CRI

ທ້າຍ​ເດືອນ​ມັງ​ກອນ​ປີ​ນີ້, ພະ​ຍາດ​ໂຄວິດ-19 ໄດ້​ລະ​ບາດ​ຂຶ້ນ​ຢູ່​ນະ​ຄອນ​ອູ​ຮັ້ນ​ຢ່າງ​ກະ​ທັນ​ຫັນ, ໂດຍ​ຜະ​ເຊີນ​ໜ້າ​ກັບ​ການ​ແຜ່​ລະ​ບາດ​ຢ່າງ​ຮ້າຍ​ແຮງ​ຂອງ​ພະ​ຍາດ​ໂຄວິດ-19, ພາຍ​ໃຕ້​ການ​ຊີ້​ນຳ​ນຳ​ພາ​ທີ່​ເປັນ​ເອ​ກະ​ພາບ​ກັນ​ຂອງ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ, ຈີນ​ໄດ້​ຈັດ​ສົ່ງ​ທີມ​ແພດ 340 ກວ່າ​ທີມ ແລະ ພະ​ນັກ​ງານ​ການ​ແພດ 42 ​ພັນກວ່າ​ຄົນ​ມຸ້ງ​ໜ້າ​ໄປ​ສູ່​ນະ​ຄອນ​ອູ​ຮັ້ນ​ຢ່າງ​ຮີບ​ດ່ວນ​ທີ່​ສຸດ; ໄດ້​ຈັດ​ວາງ 19 ເຂດ​ແຂວງ​ໄປ​ຊ່ວຍ​ຕ້ານ​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ຢູ່​ແຂວງ​ຫູ​ເປີຍ, ທຸ້ມ​ເທ​ເຫື່ອ​ແຮງ, ສູ້​ຊົນ​ຜ່ານ​ຜ່າ​ຢ່າງ​ບໍ່​ທໍ້​ຖອຍ​ຈົນ​ເຖິງ​ທີ່​ສຸດ; ໄດ້​ປຸກ​ລະ​ດົມ​ຂົນ​ຂວາຍປະ​ຊາ​ກອນ 1,4 ຕື້​ຄົນ​ເພື່ອຮ່ວມ​ກັນ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ພະ​ຍາດ ເຊິ່ງ​ໄດ້​​ສ້າງ​ກຳ​ແພງ​ຕ້ານ​ພະ​ຍາດ​ທີ່ແໜ້ນ​ໜາ​ທີ່​ສຸດ.

ທ່ານ​ເຕ​ໂດ​ຣ​ສ ອັດ​ຮາ​ນົມ ເກ​ເບ​ຣ​ເຢ​ຊູ​ສ ຜູ້​ອຳ​ນວຍ​ການ​ໃຫຍ່​ອົງ​ການ​ອະ​ນາ​ໄມ​ໂລກ​ກ່າວ​ດ້ວຍ​ຄວາມ​ຈິງ​ໃຈ​ວ່າ: “ຈີນ​ໄດ້​ປະ​ຕິ​ບັດ​ງານ​ຕອບ​ໂຕ້​ຢ່າງວ່ອງ​ໄວ​ທີ່​ສຸດ ແລະ ມີ​ຂະ​ໜາດ​ໃຫຍ່​ທີ່​ສຸດ, ນີ້​ບໍ່​ເຄີຍ​ພົວ​ພັນ​ມາ​ກ່ອນ​ໃນ​ຂອບ​ເຂດ​ທົ່ວ​ໂລກ. ນີ້​ກໍ​ແມ່ນ​ທ່າ​ແຮງ​ດ້ານ​ລະ​ບອບ​ຂອງ​ຈີນ.”

ທ່າ​ແຮງ​ດ້ານ​ລະ​ບອບ​ຂອງ​ຈີນ​ຍັງ​ໄດ້​ສ່ອງ​ແສງ​ໃຫ້​ເຫັນ​​ເຖິງ​ການ​ຊີ້​ນຳ​ນຳ​ພາ​ທີ່​ເປັນ​ເອ​ກະ​ພາບ​ກັນ​ຂອງ​ພັກ, ທ່າ​ແຮງ​ແບບ​ນີ້, ສາ​ມາດ​ປ້ອງ​ກັນ​ບໍ່​ໃຫ້​ທ້ອງ​ຖິ່ນ​ຕ່າງໆ​ປະ​ຕິ​ບັດ​ງານ​ແບບ​ຕ່າງ​ຄົນ​ຕ່າງຮັບ​ຜິດ​ຊອບ, ເຮັດ​ແບບ​ກະ​ແຈ​ກະ​ຈາຍ.

ທ່າ​ແຮງ​ດ້ານ​ລະ​ບອບ​ຂອງ​ຈີນ​ຍັງ​ໄດ້​ສ່ອງ​ແສງ​ໃຫ້​ເຫັນ​ວ່າ: ຈີນ​ໄດ້​ຍຶດ​ໝັ້ນ​​ໂດຍ​ຖື​ເອົາ​ປະ​ຊ​າ​ຊົນ​ໄວ້​ໃນ​ຖາ​ນະ​ສຳ​ຄັນ​ທີ່​ສຸດ, ພັກ ແລະ ລັດ​ຖະ​ບານ​ຈີນ​ໄດ້​ຍຶດ​ໝັ້ນ​​ໂດຍ​ຖື​ເອົາປະ​ຊາ​ຊົນ​ຢູ່​ເໜືອ​ທຸກ​ສິ່ງ​ທຸກ​ຢ່າງ ແລະ ຈະ​ບໍ່​ຄິດ​ຄ່າ​ຕອບ​ແທນ​​ຈັກ​ຢ່າງ ເພື່ອ​ປົກ​ປ້ອງ​ຄວາມ​ປອດ​ໄພ​ດ້ານ​ຊີ​ວິດ ແລະ ສຸ​ຂະ​ພາບ​ທາງ​ຮ່າງ​ກາຍ​ຂອງ​ປະ​ຊາ​ຊົນ. ນີ້​​ໄດ້​ສ່ອງ​ແສງ​ໃຫ້​​ເຫັນເຖິງ​ການ​ຍຶດ​ໝັ້ນ​ຖື​ເອົາ​ປະ​ຊາ​ຊົນ​​ໄວ້​ໃນ​ຖາ​ນະ​ສຳ​ຄັນ​ທີ່​ສຸດ​ຂອງ​ລະ​ບອບ​ສັງ​ຄົມ​ນິ​ຍົມ, ເຄົາ​ລົບ​ສິດ​ທິ​ມະ​ນຸດ ແລະ ປົກ​ປ້ອງ​ກຽດ​ສັກ​ສີ​ຂອງ​ຄົນ.

ທ່າ​ແຮງ​ດ້ານ​ລະ​ບອບ​ຂອງ​ຈີນ​ຍັງ​ສ່ອງ​ແສງ​ໃຫ້​ເຫັນ​​ເຖິງ​ຄວາມ​ສາ​ມາດ​ປຸກ​ລະ​ດົມ​ຂົນ​ຂວາຍ​ທາງ​ສັງ​ຄົມ​ທີ່​ເຂັ້ມ​ແຂງ, ລະ​ບອບ​ສັງ​ຄົມ​ນິ​ຍົມ​ສາ​ມາດ​ປຸກ​ລະ​ດົມ​ຂົນ​ຂວາຍ​ທົ່ວ​ສັງ​ຄົມ ແລະ ສັບ​ຊ້ອນ​ຊັບ​ພະ​ຍາ​ກອນ​ຢ່າງ​ເປັນ​ເອ​ກະ​ພາບ​ກັນ, ກາຍ​ເປັນ​ກຳ​ລັງ​ສັງ​ລວມ​ໃນ​ສັງ​ຄົມ ເພື່ອ​ເຮັດ​ເລື່ອງ​ໃຫຍ່​ ແລະ ແກ້​ໄຂ​ບັນ​ຫາ​ຍາກ.

ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ສີ​ຈິ້ນ​ຜິງ​ກ່າວ​ວ່າ: ​ການ​ຕໍ່​ສູ້​ຕ້ານ​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໃນ​ທົ່ວ​ປະ​ເທດ​ຈີນ​ໄດ້​ປະ​ສົບ​ຜົນ​ສຳ​ເລັດ​ທາງ​ຍຸດ​ທະ​ສາດ​ທີ່​ໃຫຍ່ຫຼວງ ເຊິ່ງ​ໄດ້​ສ່ອງ​ແສງ​ໃຫ້​ເຫັນ​ເຖິງ​ທ່າ​ແຮງ​ດ້ານ​ການ​ເມືອງ​ທີ່​ພົ້ນ​ເດັ່ນ​ຂອງ​ການ​ນຳ​ພາ​ຂອງ​ພັກ​ກອມ​ມູ​ນິດ​ຈີນ ແລະ ລະ​ບອບ​ສັງ​ຄົມ​ນິ​ຍົມ​ຂອງ​ຈີນ.

ພຶດ​ຕິ​ກຳ​​ໃນ​ການຕໍ່​ສູ້​ປ້ອງ​ກັນ​ແລະ​ຄວບ​ຄຸມ​ພະ​ຍາດ​ໄດ້​ພິ​ສູດ​ໃຫ້​ເຫັນ​ວ່າ: ​ການຍຶດ​ໝັ້ນ ແລະ ບູ​ລະ​ນະ​ລະ​ບອບ​ສັງ​ຄົມ​ນິ​ຍົມ​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຈີນ​ໃຫ້​ດີກວ່າ​ເກົ່າ, ​ເສີມ​ສ້າງທ່າ​ແຮງ​ລະ​ບອບ​ສັງ​ຄົມ​ນິ​ຍົມ​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຈີນ​ຢ່າງ​ບໍ່​ຢຸດ​ຢັ້ງ, ແມ່ນ​ພື້ນ​ຖານ​ຂອງ​ຈີນ​ໃນ​ການ​ບັນ​ລຸ​ຄວາມ​ໃຝ່​ຝັນ​ຂອງ​ຈີນ ​ທີ່​ຟື້ນ​ຟູ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ທີ່​ຍິ່ງ​ໃຫຍ່ຂອງ​ຊົນ​ຊາດ​ຈີນ.

ຄຳ​ເຫັນ

0