何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ສີ​ຈິ້ນ​ຜິ​ງກ່າວ​ເນັ້ນ​ວ່າ: ຕ້ອງ​ສະ​ແຫວ​ງຫາ​ຄວາມ​​ໃຝ່ຝັນ​ນີ້​ຢ່າງ​ບໍ່​ລົດ​ລະ

2020-06-23 22:29:34 CRI

ເວລາ 9 ໂມງ 43 ນາທີຂອງວັນທີ 23 ມິຖຸນານີ້, ຈີນໄດ້ສົ່ງດາວທຽມນຳທາງເປີຍໂຕ ດວງທີ 55 ຂອງ​ລະ​ບົບ​ເປີຍ​ໂຕຂື້ນສູ່ວົງໂຄຈອນດ້ວຍຈະຫຼວດສົ່ງຍານ “ຊາງເຈີ່ງ 3B” ​ຈາກສູນສົ່ງດາວທຽມຊີ່ຊ່າງຢ່າງສຳເລັດຜົນ.

ລະບົບດາວທຽມນຳທາງແມ່ນພື້ນຖານໂຄ່ງລ່າງທາງດ້ານອະວະກາດທີ່ສຳຄັນ, ​ເຊິ່ງໄດ້ໃຫ້ບໍລິການດ້ານຂໍ້ມູນຂ່າວສານທີ່ຖືກຕ້ອງ​ແມ່ນຢຳຕະຫຼອດ24 ຊົ່ວໂມງໃຫ້ແກ່ການຜະລິດແລະການດຳລົງຊີວິດຂອງ​ສັງ​ຄົມມະນຸດ.

ພາຍຫຼັງສ້າງ​ຕາ​ໜ່າງ​ຂອງກຸ່ມ​ດາວ​ທຽມ​ໃນລະບົບດາວທຽມນຳທາງເປີຍໂຕ​ໃນ​ທົ່ວ​ໂລກ​ສຳເລັດແລ້ວ,ຈີນ​ກໍຈະກາຍເປັນປະເທດໜຶ່ງໃນຈຳນວນໜ້ອຍປະເທດໃນໂລກທີ່ມີລະບົບດາວທຽມນຳທາງ. ວິທະຍາສາດ​ບໍ່​ມີ​ພົມ​ແດນ, ການບິນ​ອະວະກາດ​ຂອງ​ຈີນ​​ແມ່ນ​ພາກສ່ວນ​ໜຶ່ງ​ໃນ​ພາລະກິດ​ການບິນ​ອະວະກາດ​ຂອງ​ໂລກ, ຍ່ອມ​ຈະ​ເສີມ​ຂະຫຍາຍ​ບົດບາດ​ທີ່​ຕັ້ງໜ້າ​ເຂົ້າ​ໃນ​ການ​ຄົ້ນຄວ້າ​ອະວະກາດ ​ແລະ ສ້າງ​ຜົນ​ປະ​ໂຫຍ​ດ​ໃຫ້​ແກ່ມ​ວນມະນຸດ. ທ່ານສີຈິ້ນຜິງເລຂາທິການໃຫຍ່​ຄະ​ນະ​ກຳ​ມະ​ການສູນກາງພັກກອມມູນິດຈີນໄດ້​ໃຫ້​ທິດຊີ້ນຳທີ່ສຳຄັນກ່ຽວກັບການບິນອະວະກາດ​ມາຫຼາຍເທື່ອແລ້ວ.

图片默认标题_fororder_VIP太空1_副本

 

图片默认标题_fororder_VIP太空2_副本

 

图片默认标题_fororder_VIP太空3_副本

 

图片默认标题_fororder_VIP太空4_副本

 

ຄຳ​ເຫັນ

0