何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ສີ​ຈິ້ນ​ຜິ​ງກ່າວ​ເນັ້ນ​ວ່າ: ຕ້ອງຍຶດໝັ້ນ​ທິດ​ທາງຕ້ານ​ຢາເສບ​ຕິດ​ຢ່າງ​ເຂັ້ມ​ງວດ ຊຸກ​ຍູ້ວຽກ​ງານ​ຕ້ານ​ຢາ​ເສບ​ຕິດ​ໃຫ້​ມີ​ປະສິດທິ​ຜົນ​ໃໝ່​ຢ່າງ​ບໍ່​ຢຸດ​ຢັ້ງ

2020-06-23 17:45:00 CRI

​​ເນື່ອງ​ໃນ​ໂອກາດ “ວັນ​ຕ້ານ​ຢາ​ເສບ​ຕິດ​ສາກົນ” ​ໄດ້ໝູນວຽນ​ມາ​ເຖິງ, ຕອນ​ເຊົ້າ​ວັນ​ທີ 23 ມິ​​ຖຸ​ນານີ້, ພິທີ​ຍ້ອງຍໍລວມ​ໝູ່ກ້າວໜ້າ ​ແລະ ບຸກຄົນ​ກ້າວໜ້າໃນ​ວຽກ​ງານ​ຕ້ານ​ຢາ​ເສບ​ຕິ​ດທົ່ວ​ປະ​ເທດ​ຈີນ​ໄດ້​ຈັດ​ຂຶ້ນ​ຢູ່​ນະຄອນຫຼວງປັກ​ກິ່ງ. ທ່ານ​ສີ​ຈິ້ນ​ຜິ​ງ ​ເລຂາທິການ​ໃຫຍ່​ຄະນະ​ກຳມະການ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ ປະທານ​ປະ​ເທດ​ຈີນ​ໄດ້​ໃຫ້​ທິດ​ຊີ້​ນຳ​ທີ່​ສຳຄັນ, ​ທັງ​ຕາງໜ້າ​ໃຫ້​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ ສະ​ແດງ​ຄວາມ​ຊົມ​ເຊີຍ​ຢ່າງ​ສຸດ​ໃຈ​ຕໍ່ລວມ​ໝູ່ກ້າວໜ້າ ​ແລະ ບຸກຄົນ​ກ້າວໜ້າ​ທີ່​ໄດ້​ຮັບ​ການ​ຍ້ອງຍໍ, ທັງ​ສະ​ແດງຄວາມ​ຢື້​ຢາມ​ຖາມ​ຂ່າວ​ຢ່າງ​ຈິງ​ໃຈ​ເຖິງ​ບັນດາ​ສະຫາຍ​ທີ່​ສູ້​ຊົນ​​ຢູ່​ແນວ​​ຮົບຕ້ານ​ຢາ​ເສບ​ຕິດ​ຂອງ​ທົ່ວ​ປະ​ເທດ.

 

 

ທ່ານ​ສີ​ຈິ້ນ​ຜິ​ງກ່າວ​ເນັ້ນ​ວ່າ: ປະຈຸ​ບັນ, ບັນຫາ​ຢາ​ເສບ​ຕິດຢູ່​ທັງ​ພາຍ​ໃນ ​ແລະ​ຕ່າງປະ​ເທດ, ໄພ​ອັນ​ຕະ​ລາຍຈາກ​ຢາ​ເສບ​ຕິດ​ແບ​ບ​ເກົ່າ ​ແລະ ​ແບບ​ໃໝ່, ການ​ກະທຳ​ຜິດ​​ກ່ຽວ​ກັບ​ຢາ​ເສບ​ຕິດ​ທາງ​ອອນ​ລາຍ ​ແລະ ອອຟລາຍປົນ​ເປ​ກັນ, ​ໄດ້​ສ້າງ​ໄພ​ອັນ​ຕະ​ລາຍ​ຢ່າງ​ໜັກ​ໜ່ວງຕໍ່​ຄວາ​ມປອດ​ໄພ​ດ້ານ​ຊີວິດ ສຸຂະພາບ​ດ້ານ​ຮ່າງກາຍ​ຂອງ​ປະຊາຊົນ, ​ແລະ​ຄວາມ​ສະຫງົບ​ຂອງ​ສັງຄົມ, ​ສະ​ນັ້ນ,ຕ້ອງ​ລົງ​ເລິກ​ປະຕິບັດ​ວຽກ​ງານ​ຕ້ານ​ຢາ​ເສບ​ຕິດ​ຄື​ທີ່​ໄດ້​ເຮັດ​ຜ່ານ​ມາຢ່າງ​ເດັດດ່ຽວ ​ແລະ​ເຖິງ​ກົກ​ເຖິງ​ຮາກ. ຄະນະ​ພັກ ​ແລະ ອົງການ​ປົກຄອງ​ທຸກ​ຂັ້ນ​ຕ້ອງ​ຍຶດໝັ້ນ​ແນວ​ຄິດ​ການ​ພັດທະນາ​ທີ່​ຖື​ປະຊາຊົນ​ເປັນ​ໃຈກາງ, ຍຶດໝັ້ນ​ທິດ​ທາງ​ຕ້ານ​ຢາ​ເສບ​ຕິດ​ຢ່າງ​ເຂັ້ມ​ງວດ, ປັບປຸງ​ລະບົບ​ຄວບ​ຄຸມ​ຢາ​ເສບ​ຕິດ, ລົງ​ເລິກ​ການ​ຮ່ວມ​ມື​ສາກົນ​ເພື່ອ​ຕ້ານ​ຢາ​ເສບ​ຕິດ, ຊຸກຍູ້​ໃຫ້​ວຽກ​ງານ​ຕ້ານ​ຢາ​ເສບ​ຕິດ​​ໄດ້​ຮັບ​ປະສິດທິ​ຜົນ​ໃໝ່​ຢ່າງ​ບໍ່​ຢຸດ​ຢັ້ງ, ປະກອບສ່ວນໃໝ່​ໃຫຍ່ຫຼວງກວ່າ​ເກົ່າ​ເຂົ້າ​ໃນ​ການ​ປົກ​ປັກ​ຮັກສາ​ຄວາມ​ກົມ​ກຽວປອງ​ດອງ ​ແລ​ະຄວາມ​ສະຫງົບ​ຂອງ​ສັງຄົມ ກໍ​ຄື ການ​ຮັບປະກັນ​​ຄວາມ​ຢູ່​ເຢັນ​ເປັນ​ສຸກ​ຂອງ​ປະຊາຊົນ.

ຄຳ​ເຫັນ

0