尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ອະ​ດີດເອກ​ອັກ​ຄະ​ລັດ​ຖະ​ທູດ​ສິງ​ກະ​ໂປ​ປະ​ຈຳ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ກ່າວ​ວ່າ: ເປັນ​ຫຍັງ​ລັດ​ຖະ​ບານ​ໂດ​ໂນ ທ​ຣຳ ຈຶ່ງ​ຊ່ວຍຈີນ

2020-06-23 16:11:20 cri

图片默认标题_fororder_webwxgetmsgimg (1)

ຄຳ​ເວົ້າແນວ​ນີ້ອາດ​ຈະ​ມີ​ຄວາມ​ແປກ​ໜ້ອຍ​ໜຶ່ງ​​ກໍ​ຕາມ, ແຕ່ຖ້າ​ຫາກ​ລັດ​ຖະ​ບານ​ໂດ​ໂນ ທ​ຣຳ ​ສິ້ນ​ສຸດ​ການ​ຄອງ​ອຳ​ນາດ,ຈີນ​ຈະ​ຄິດ​ເຖິງ​ມັນ. ອັນທີ່​ບໍ່​ຕ້ອງ​ສົງ​ໄສ​ແມ່ນ, ລັດ​ຖະ​ບານ​ໂດ​ໂນ ທ​ຣຳ ແມ່ນ​ລັດ​ຖະ​ບານ​ທີ່​ເຮັດ​ໃຫ້​ຈີນ​ຮູ້​ສຶກ​ຄຽດ​ຊັງທີ່​ສຸດ​ນັບ​ແຕ່​​ການ​ພົວ​ພັນ​ຈີນ-ອາ​ເມ​ຣິ​ກາ​ຫັນ​ເປັນ​ປົກ​ກະ​ຕິ​ເມື່ອ​ປີ 1971 ​ເປັນ​ຕົ້ນ​ມາ. ອາ​ເມ​ຣິ​ກາ​ໄດ້​ກໍ່​ສົງ​ຄາມ​ການ​ຄ້າ​ຮອບ​ໜຶ່ງ, ​ໄດ້​ຈຳ​ກັດ​ການ​ສົ່ງ​ອອກ​ເຕັກ​ນິກ​ໃຫ້​ຈີນ,ຍັງ​​ມີ​ເຈດ​ຕະ​ນາ​ໃຊ້​ກົດ​ໝາຍ​ຕາ​ເວັນ​ຕົກຈຳ​ກັດ​ຂັດ​ຂວາງພົນ​ລະ​ເມືອງ​ຈີນ.
 

ແຕ່​ວ່າຖ້າ​ຜູ້​ນຳ​ຈີນ​ພິ​ຈາ​ລະ​ນາ​ບັນ​ຫາ​ຈາກ​ແງ່​ມູມ​ທາງ​ຍຸດ​ທະ​ສາດ​ແລະ​​ຕາມວິ​ໄສ​ທັດ​​ອັນຍາວ​ໄກ​ຄື​ດັ່ງທີ່​ເຄີຍ​​ໄດ້​ປະ​ຕິ​ບັດມາ​ນັ້ນ, ກໍ​ອາດ​ຈະ​ເຫັນ​ວ່າ: ທີ່​ແທ້ລັດ​ຖະ​ບານ​ໂດ​ໂນ ທ​ຣຳ​ອາດ​ຈະ​ໄດ້​ຊ່ວຍ​ເຫຼືອ​​ປະ​ເທດ​ຕົນ.
 

ລັດ​ຖະ​ບານ​ໂດ​ໂນ ທ​ຣຳ ໄດ້​ທຳ​ລາຍ​ການ​ພົວ​ພັນ​ກັບ​ເພື່ອນ​ມິດ​ແລະ​ປະ​ເທດ​ພັນ​ທະ​ມິດ​ຢ່າງ​ໜັກ​ໜ່ວງ, ​ໄດ້​ນາບ​ຂູ່​ວ່າ​ຈະ​ເກັບ​ພາ​ສີ​ເພີ່ມ​ຕໍ່​ປະ​ເທດ​ພັນ​ທະ​ມິດ​ຕ່າງໆ​ເຊັ່ນ: ກາ​ນາ​ດາ, ແມັກ​ຊິກ, ເຢຍ​ລະ​ມັນ, ຝ​ຣັງ​ແລະ​​ປະເທດ​ອື່ນໆ. ​ອາ​ເມ​ຣິ​ກາ​ຕັດ​ສິນ​ໃຈ​ຖອນ​ອອກ​ຈາກ WHO ໃນ​ສະ​ພາບ​ທີ່ໂລກ​ຕ້ອງ​ການ WHO ​ທີ່​ສຸດ​ໂດຍ​ສະ​ເພາະ​ແມ່ນ​ໃນ​​ສະ​ພາບ​ທີ່​ປະ​ເທດ​ໃນອາ​ຟ​ຣິ​ກາ​ທີ່​ທຸກ​ຍາກ​ຕ້ອງ​ການ​ຄວາມ​ຊ່ວຍ​ເຫຼືອ​ທີ່​ສຸດ. ລັດ​ຖະ​ບານ​ໂດ​ໂນ ທ​ຣຳ ອາດ​ຈະ​ເຮັດ​ໃຫ້​ປະ​ເທດ​ຕົນ​ປະ​ສົບ​ຜົນ​ສຳ​ເລັດ​ໃນ​ການ​ທີ່​ຈະ​ເຮັດ​ໃຫ້​ອາ​ເມ​ຣິ​ກາ​ບໍ່​ມີສ່ວນ​ກ່ຽວ​ຂ້ອງ​ກັບປະ​ເທດ​ອື່ນໆໃນ​ໂລກ, ​ແຕ່ທົ່ວ​ໂລກ​ຈະ​ບໍ່​ໃຫ້​ການ​ເຄົາ​ລົບ​ອາ​ເມ​ຣິ​ກາ​​ຄື​​ແຕ່​ກ່ອນ​ອີກ​ແລ້ວ,​ນີ້ຈະ​ເປີດ​​ພື້ນ​ທີ່​ການ​ເມືອງ​ພູ​ມິ​ພາກ​​ໃຫ້​ແກ່​ຈີນຫຼາຍກວ່າ​ເກົ່າ.

图片默认标题_fororder_webwxgetmsgimg (2)

ທ່ານ ໂດ​ໂນ ທ​ຣຳ ເຄີຍ​ໄດ້​ກ່າ​ວ​ວ່າ: “ການ​ກະ​ທຳ​ທີ່​ບໍ່​ເປັນ​ທຳ​ຂອງ​ຈີນ​ເປັນ​ເລື່ອງ​ທີ່​ໃຜໆ​ກໍ​ຮູ້​ກັນ​ໝົດ. ໃນ​ຫຼາຍ​ສິບ​ປີ​ຜ່ານ​ມາ, ການ​ຂູດ​ຮີດ​ຂອງ​​ຈີນ​ທີ່​ມີ​ຕໍ່​ອາ​ເມ​ຣິ​ກາ​ແມ່ນ​ບໍ່​ເຄີຍ​ມີ​ມາ​ກ່ອນ​.” ຕາມ​ຄວາມ​ເວົ້າ​ດັ່ງ​ກ່າວ, ການ​ໃສ່​ຮ້າຍ​ປ້າຍ​ສີ​ແບບ​ນີ້​ອາດ​ຈະ​ທຳ​ລາຍ​ຖາ​ນະ​ຂອງ​ລັດ​ຖະ​ບານ​ຈີນ​ໃນ​ສາຍ​ຕາ​ຂອງ​ປະ​ຊາ​ຊົນ​ປະ​ເທດ​ຕົນ. ແຕ່​ທີ່​ຈິງ​ແລ້ວ​ບໍ່​ໄດ້​ເປັນ​ແບບ​ນັ້ນ. ເວົ້າ​ສຳ​ລັບ​ຄົນ​ຈີນ​ສ່ວນ​ຫຼວງຫຼາຍ​ແລ້ວ, ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມໃນ 40 ປີ​ຜ່ານ​ມາ​ແມ່ນ​ການ​ພັດ​ທະ​ນາ​ທີ່​ດີ​ທີ່​ສຸດ​ໃນ​ຮອບ 4 ພັນ​ປີ​ຜ່ານ​ມາ, ປະ​ຊາ​ຊົນ​ຈີນ​ກໍ່​ໄດ້​ຮັບ​ຮູ້​ຢ່າງ​ຈະ​ແຈ້ງວ່າ: ຈີນ​ເຮັດ​ໄດ້​ດີກວ່າ​ອາ​ເມ​ຣິ​ກາ​ໃນ​ການ​ຮັບ​ມື​ກັບ​ວິ​ກິດ​ການພະ​ຍາດ​ໂຄວິດ-19.  ພາຍ​ໃຕ້​ເບື້ອງ​ຫຼັງ​ດັ່ງ​ກ່າວ, ການ​ໃສ່​ຮ້າຍ​ປ້າຍ​ສີຈີນ​ຢ່າງ​ບໍ່​ຢຸດ​ຢັ້ງ​ພຽງ​ແຕ່​ຈະ​ກໍ່​ໃຫ້​ເກີດ​ການ​ຕອບ​ໂຕ້​​ກັນ​ທາງລັດ​ທິ​ຊາດ​ນິ​ຍົມຢ່າງ​ຮຸນ​ແຮງ​ເທົ່າ​ນັ້ນ,ແລະ​ຈະ​ຊ່ວຍ​ຍົກ​ຖາ​ນະ​ຂອງ​ລັດ​ຖະ​ບານ​ຈີນ​ໃຫ້​ສູງ​​ເດັ່ນຂຶ້ນ.
 

ປັດ​ຈຸ​ບັນ, ວັດ​ທະ​ນະ​ທຳ​ຈີນ​ພວມ​ກ້າວຜ່ານ​​​ຄວາມ​ຈະ​ເລີນອັນ​ຍິ່ງ​ໃຫຍ່​ໂດຍ​ບໍ່​ຕ້ອງ​ສົງ​ໄສ​. ສະ​ນັ້ນ, ນັກ​ແນວ​ຄິດ​ທາງ​ຍຸດ​ທະ​ສາດ​ຂອງ​ອາ​ເມ​ຣິ​ກາ​ທີ່​ຄິດ​ວ່າ​ຄົນ​ອາ​ເມ​ຣິ​ກາ​ຈະ​ບໍ່​ມີ​ວັນ​ປະ​ລາ​ໄຊ​ນັ້ນ​ລ້ວນ​ແຕ່​ແມ່ນ​ວິ​ໄສ​ທັດ​ອັນ​ຈຳ​ກັດ​ຄັບ​ແຄບ.

ຄຳ​ເຫັນ

0