覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສີ​ແສງ​ແຫ່ງ​ຍຸກ: ​ໂລກ​ເປັນ​ຂອງ​ປະຊາຊົນ 4

2020-06-24 10:21:27 cri

ທ່າ​ນສີ​ຈິ້ນ​ຜິ​ງ​ເຄີຍ​ກ່າວ​ວ່າ, ທ້ອງຟ້າ​ກວ້າງໃຫຍ່​ພຽງ​ພໍ, ​ໜ່ວຍ​ໂລກ​ໃຫຍ່​ພຽງ​ພໍ, ​ໂລກ​ກໍ​ກວ້າງ​ພຽງ​ພໍ, ສາມາດ​ຮອງ​ຮັບ​ບັນດາ​ປະ​ເທດ​ພັດທະນາ ​ແລະ ​ສ້າງ​ຄວາມຈະ​ເລີ​ນຮຸ່ງ​ເຮືອງ​​ຮ່ວມ​ກັນ. ທ່ານ​ສີ​ຈິ້ນ​ຜິ​ງລິ​ເລີ່​ມທັດສະນະ​ບໍ​ລິ​ຫານໂລກ​ທີ່​ປຶກສາ​ຫາລື​ຮ່ວມ​ກັນ ສ້າງສາ​ຮ່ວມ​ກັນ ​ແລະ ຊົມ​ໃຊ້​ຮ່ວມ​ກັນ, ​ເຊິ່ງ​ໄດ້​ສອດຄ່ອງ​​ຈັງ​ຫວະ​ການ​ພັດ​ທະ​ນາຂອງ​ຍຸກ​ສະ​ໄໝ ​ແລະ ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ຍຸກ​ສະ​ໄໝ, ທັງ​ເປັນ​ການ​ຊີ້​ແຈງ​ທິດທາງສະຫວ່າງ​ສະ​ໄຫວໃຫ້​ແກ່​ການ​ຮ່ວມມື​ແບບ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ ​ເພື່ອ​ແກ້​ໄຂ​ສິ່ງ​ທ້າ​ທາຍ​ໃນ​ຍຸກ​ໂລກາ​ພິ​ວັດ.

 

“ວ້ານອູ​ປີ້ງ​ອີ້ ​ເອີ ປູ້​ຊ່ຽງ​ໄຮ້, ຕ້າວ​ປິ້ງ​ຊີງ ​ເອີ ປູ້​ຊ່ຽງ​ເປີ້ຍ”(“ຊີວະນານາ​ພັນໃນ​ໂລກ​ເຕີບ​​ໃຫຍ່​ຮ່ວມ​ກັນ​ແຕ່​ບໍ່​ກະທົບ​ກັນ, ກົດ​ເກນ​ຕ່າງໆ​ຄົງ​ຕົວ​ຮ່ວມ​ກັນ​ແຕ່​ບໍ່​ຂັດ​ແຍ່ງ​ກັນ”). ພວກ​ເຮົາ​ຕ້ອງ​ມີ​ທັດ​ສະ​ນະ​ໃນ​ລະດັບ​ສູງ​ຕໍ່​ປະຫວັດສາດ​ໂລກ, ພິຈາລະນາ​ທ່າ​ອ່ຽງການ​ພັດທະນາ​ ​ແລະ ບັນຫາ​ທີ່​ສຳຄັນ​ຂອງ​ໂລກ​ປະຈຸ​ບັນ. ຍຶດໝັ້ນ​ເສັ້ນທາງ​ພັດທະນາ​ໂດຍ​ສັນຕິ, ຍຶດໝັ້ນ​ນະ​ໂຍບາຍ​ການ​ຕ່າງປະ​ເທດ​ ສັນຕິພາບ ​ເອກະລາດ ​ແລະ ​ເປັນ​ເຈົ້າ​ຕົນ​ເອງ, ຍຶດໝັ້ນ​ຍຸດ​ທະ​ສາດ​ເປີ​ດປະຕູ​ສູ່ພາຍ​ນອກ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ, ​ເປີດ​ກວ້າງ​ການ​ຮ່ວມ​ມື​ກັບ​ບັນດາ​ປະ​ເທດ​ໃນ​ໂລກ​ຢ່າງ​ບໍ່​ຢຸດ​ຢັ້ງ, ຕັ້ງໜ້າ​ເຂົ້າ​ຮ່ວມ​ການບໍ​ລິ​ຫານ​ໂລກ. ບັນລຸ​​ເປົ້າ​ໝາຍການ​ຮ່ວມ​ມື​​ແບບ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ ​ແລະ ພັດທະນາ​​ຮ່ວມ​ກັນ​ໃນຫຼາຍ​ຂົງ​ເຂດກວ່າ​ເກົ່າ​ ​ແລະ​ລະດັບ​ສູງ​ກວ່າ​ເກົ່າ. ບໍ່​​ຂຶ້ນ​ກັບຜູ້​ອື່ນ, ຍິ່ງ​ບໍ່​ສົມ​ຄວນ​ປຸ້ນ​ສະດົມ​ຜູ້​ອື່ນ, ຮ່ວມ​ກັບ​ປະຊາຊົນ​ບັນດາ​ປະ​ເທດ​ພະຍາຍາມ​ຮ່ວມກັນ​ສ້າງ​ປະຊາ​ຄົມ​ຮ່ວມ​ຊາຕາກຳ​ຂອງ​ມວນ​ມະນຸດ, ສ້າງ​ໂລກ​ໃຫ້​ດີງາມ​ກວ່າ​ເກົ່າ.
 

图片默认标题_fororder_天下为公4 马克思主义诞辰200周年大会
 

​ພິທີ​ລະນຶກ​ວັນ​ເກີດ​ຂອງ​ທ່ານ​ກາກມາກ​ຄົບຮອບ 200 ປີໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄ​ອນຫຼວງ​ປັກ​ກິ່ງ​ໃນ​ວັນ​ທີ  4 ພຶດສະພາ​ປີ2018, ທ່ານ​ສີ​ຈິ້ນ​ຜິງ​ປະ​ກອບ​ຄຳ​ເຫັນ​ໃນ​ພິ​ທື​ດັ່ງ​ກ່າວ.
 

ຄວາມ​ເຫັນ​ຕອນ​ນີ້​ແມ່ນ​ຄວາມ​ເຫັນຂອງທ່ານ​ສີ​ຈິ້ນ​ຜິ​ງທີ່​ກ່າວ​ໃນ​ພິທີ​ລະນຶກ​ວັນ​ເກີດ​ຂອງ​ທ່ານ​ກາກມາກ​ຄົບຮອບ 200 ປີ​ເມື່ອ​ວັນ​ທີ  4 ພຶດສະພາ​ປີ2018. ​ໃນ​ການປະ​ກອ​ບ​ຄຳ​ເຫັນ, ທ່ານ​ສີ​ຈິ້ນ​ຜິ​ງ​ໄດ້​ກ່າວ​ເນັ້ນ​ອີກ​ເທື່ອ​ໜຶ່ງ​ເຖິງ​ທັດສະນະ​ທີ່​​ຊຸກ​ຍູ້​ການສ້າງ​ປະຊາ​ຄົມ​ຮ່ວມ​ຊາຕາກຳ​ຂອງ​ມວນ​ມະນຸດ. ​ໃນ​ຄຳ​ເຫັນ​ດັ່ງກ່າວ, ທ່ານ​ສີ​ຈິ້ນ​ຜິ​ງ​ໄດ້​ໃຊ້​ສອງ​ປະ​ໂຫຍ​ກອະ​ມະຕະ ຄື: “ວ້ານອູ​ປີ້ງ​ອີ້ ​ເອີ ປູ້​ຊ່ຽງ​ໄຮ້, ຕ້າວ​ປິ້ງ​ຊີງ ​ເອີ ປູ້​ຊ່ຽງ​ເປີ້ຍ”, ​ເຊິ່ງມາ​ຈາກ​ຕຳລາ​ອະ​ມະຕະ​ໃນ​ປັດ​ຊະ​ຍາ​ຂົງຈື້ “ລີ​ຈີ້ ຈົ່ງ​ຢົ່ງ”. ມີ​ຄວາມ​ໝາຍວ່າ, ຊີວະ​ນານາ​ພັນ​ໃນ​ໂລກ​ເຕີບ​​ໃຫຍ່ຮ່ວມ​ກັນ, ​ແລະ​ເຕີບ​​ໃຫຍ່​ຂຶ້ນດ້ວຍ​ຮູບ​ແບບ​ຂອງ​ຕົນ, ​ເຖິງ​ວ່າ​ຢູ່​ໃນສິ່ງ​ແວດ​ລ້ອມ​ດຽວ​ກັນ, ​ແຕ່​ກໍ​ບໍ່​ໄດ້​ກີດຂວາງ​ການ​ເຕີບ​ໃຫຍ່​ຂອງກັນ​ແ​ລະ​ກັນ.

 

​ໃນ​ປື້​ມ “ລຸນ​ອີ” ຍັງ​ລະບຸ​ວ່າ “ລີ​ຈື່​ຢົ້ງ ​ເຫີ​ເວີຍກຸ້ຍ”, ​ເຊິ່ງມີ​ຄວາມ​ໝາຍວ່າ, ຖ້າວ່າ​ຄົນ​ທັງຫຼາຍຮ່ວມ​ກັນ​ປະຕິບັດ​ຕາມ​ຫຼັກການ​ໃດ​ໜຶ່ງ, ​ແລະ​ຮ່ວມ​ກັນ​ປະຕິບັດ​ຕາມ​ທັດສະນະ​ໃດ​ໜຶ່ງ, ​ແລະ​ຮ່ວມ​ກັນ​ຮັກສາ​ລະບຽບ​ການ​ໃດ​ໜຶ່ງ, ກໍ​ສາມາດ​ສ້າງສະພາບ​ການ​ທີ່ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ ຢູ່​ຮ່ວມ​ກັນ​ຢ່າງ​ປອງ​ດອງ​ ​ແລະ ພັດທະນາຮ່ວມ​ກັນ​ຢ່າງ​ກົມກຽວ​. ນີ້​ກໍ​ແມ່ນ​ຜົນ​ສະຫຼຸບ​ຂອງ​ບັນ​ພະ​ບຸລຸດ​ຈີນ​ຫຼັງ​ຈາກ​ໄດ້ສະຫຼຸບ​ບົດຮຽນ​ການ ​ປົກຄອງ​ແລະ​ການ​ບໍລິຫານປະ​ເທດ, ກົດ​ເກນ​​​ດ້ານ​ການ​ພັດທະນາ​ຂອງ​ສັງຄົມ​ມະນຸດ.

 

ທ່ານ​ສີ​ຈິ້ນຜິ​ງສະ​ເໜີ​ວ່າ, ພວກ​ເຮົາ​ຄວນສ້າງ​ປະຊາ​ຄົມ​ຮ່ວມ​ຊາຕາກຳ​ຂອງ​ມວນ​ມະນຸດ, ຄວນສ້າງ​ສັງຄົມ​ທີ່​ກົມກຽວ​ກັນ, ​ແລະ​ສ້າງ​ໂລກ​ທີ່​ກົມກຽວ​ກັນ. ທີ່​ຈິງ​ແລ້ວ​ໄດ້ຖື​ເອົາຫຼັກການ​ “ຄວາມ​ກົມກຽວ​ເປັນ​ສິ່ງ​ສຳຄັນ” “ຊີວະ​ນານາ​ພັນ​ໃນ​ໂລກ​ເຕີບ​​ໃຫຍ່​ຮ່ວມ​ກັນ, ​ແລະ​ເຕີບ​​ໃຫຍ່​ດ້ວຍ​ຮູບ​ແບບ​ຂອງ​ຕົນ, ​ເຖິງ​ວ່າ​ຢູ່​ໃນສິ່ງ​ແວດ​ລ້ອມ​ດຽວ​ກັນ, ​ແຕ່​ກໍ​ບໍ່​ໄດ້​ກີດຂວາງ​ການ​​ເຕີບ​ໃຫຍ່​ຂອງກັນ​ລະ​ກັນ” ​ນຳ​ໃຊ້​ເຂົ້າ​ໃນ​ການ​ພົວພັນ​ສາກົນ​ໃນ​ຍຸກ​ປະຈຸ​ບັນ ​ແລະ ການ​ຂະຫຍາຍ​ການ​ພົວພັນ​ລະຫວ່າງ​ປະ​ເທດ​ກັບປະ​ເທດ​ໃນ​ຍຸກ​ປະຈຸ​ບັນ, ນີ້​ກໍ​ແມ່ນ​​ຜົນການ​​ຫັນ​ປ່ຽນ ​ແລະ ການ​ຂະຫຍາຍຕົວ​ດ້ວຍ​ການ​ປະດິດ​ສ້າງ​ໃໝ່​ຈາກ​ວັດທະນະທຳ​ມູນ​ເຊື້ອ​ທີ່​ດີງາມ​ຂອງປະຊາ​ຊາດ​ຈີນ.

 

ກ່ຽວ​ກັບທັດສະນະ​ “ກົມກຽວ” ​ໃນ​ວັດທະນະທຳ​ຈີນ, ທ່ານ​ອາດ​ຈະ​ຮູ້​ວ່າ, ປີ 2008 ​ໃນ​ພິທີ​ເປີດ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ, ​ໄດ້​ມີ​ການສະ​ແດງ​ຕົວ​ໜັງສືຈີນ “​ເຫີ” (ແປ​ວ່າ ກົມ​ກຽວ)ທີ່​ເປັນ​ຮູບ​ແບບ​ຕ່າງໆ, ທີ່​ຈິງ​ແລ້ວ​ກໍ​ແມ່ນ​ເພື່ອ​​​ເຜີຍ​ແຜ່​ທັດສະນະກ່ຽວ​ກັບ​ວັດທະນະທຳ​ທີ່​ມີ​ເອກະລັກ​ຂອງ​ຈີນ​ຕໍ່​ທົ່ວ​ໂລກ. ພວກ​ເຮົາ​ເວົ້າ​ວ່າ “ຄວາມ​ກົມກຽວ​ເປັນ​ສິ່ງ​ລໍ້າ​ຄ່າ” “ກົມກຽວ​​ແລະ ຍອມຮັບ​ຄວາມ​ແຕກ​ຕ່າງ​ກັນ”, ​ແຕ່​ສະ​ພາບ​ການ​ໃນ​ໂລກ​ປະຈຸ​ບັນ​ພວມ​​ຜັນ​ແປ​ໄປ​ຢ່າງ​ສັບສົນ​​ໃນ​ຮອບ​ຮ້ອຍ​ປີຜ່ານມາ, ສະ​ຖາ​ນະ​ການ​ສາກົນ​ມີ​ຄວາມ​ສັບສົນ, ສະ​ນັ້ນ​ຄວາມ​ແຕກ​ຕ່າງ​ກັນ​ກໍ​ໝາຍ​ເຖິງ​ມີ​ຜົນ​ປະ​ໂຫຍ​ດທີ່​ບໍ່​​ຄື​ກັນ, ​ຈຶ່ງບໍ່​ສາມາດ​ຫຼີກ​ລ່ຽງຄວາມ​ຂັດ​ແຍ່ງ​ກັນໄດ້. ສະ​ນັ້ນ​ຊູ່​ມື້​ນີ້​​​ເມື່ອພວກ​ເຮົາ​ເວົ້າ​​ເຖິງ “ຄວາມ​ກົມກຽວ” ​ກໍ​ຊ່ຳ​ກັບ​ວ່າ​ຕ້ອງຍອມ​ເສຍ​ປຽບ​ໃນ​ທຸກ​ສິ່ງ​ຢ່າງ​ບໍ່?

 

​ໃນ​ສະ​ໄໝ​ບູຮານ​ຂອງ​ຈີນ​ມີ​​ນິຍາຍ​ເລື່ອງ​ໜຶ່ງຊື່​ວ່າ “ຮ່ອມ6ສອກ”. ​ໃນ​ສະ​ໄໝ​​ເຈົ້າ​ຊີ​ວິດຄ່າງ​ຊີ​ໃນ​ລາຊະວົງ​ຊິ່ງ, ຈ່າງ​ຢີ່ງ​ເປັນ​ເຈົ້າ​ໜ້າ​ທີ່​ໃນ​ລາຊະ​ສຳນັກ, ລະຫວ່າງ​ເຮືອນ​ຂອງ​ລາວ​ຢູ່​ບ້ານ​ເກີດ​ ​ແລະ​ເຮືອນ​ຂອງ​ເພື່ອນ​ບ້ານ​ໃກ້​ຄຽງ​ມີ​ຮ່ອມ​​ທາງ​ເສັ້ນ​ໜຶ່ງ​ເພື່ອ​ໃຫ້​ສອງ​ຄອບຄົວ​ນຳ​ໃຊ້​ຮ່ວມ​ກັນ. ຕໍ່​ມາ​ເພື່ອນ​ບ້ານ​ໃກ້​ຄຽງ​ປຸກ​ເຮືອນ​ໃໝ່​ແລະ​ຢາກ​ຍຶດ​ໃຊ້​ຮ່ອມ​ທາງ​ສາຍ​ນີ້ແຕ່​ພຽງ​ຝ່າຍ​ດຽວ, ​ແຕ່​ຄອບຄົວ​ຂອງ​ຈ່າງ​ຢິ່ງບໍ່​ເຫັນ​ດີ. ສອງ​ຝ່າຍ​ຈຶ່ງ​​ຜິດ​ຖຽງ​ກັນ​ຈົນ​ບໍ່​ສາ​ມາດ​ໂລ່ງ​ລອຍ​ກັນ​ໄດ້ ​ເລີຍ​ຮ້ອງ​ຟ້ອງ​ຕໍ່​ອົງການ​ປົກຄອງ​ເມືອງ. ​ເຈົ້າ​ເມືອງໄດ້ພິຈາລະນາ​ວ່າ ສອງ​ຄອບຄົວ​ລ້ວນ​ແຕ່​ແມ່ນຕະກຸນຂຸນ​ນາງໃຫຍ່, ຈຶ່ງ​ບໍ່​ກ້າ​ຕັດ​ສິນ​ຢ່າງ​ງ່າຍດາຍ. ​ໃນ​ເວລາ​ນັ້ນ, ຄອບຄົວ​ຂອງ​ຈ່າງ​ຢິ່ງຈຶ່ງ​ໄດ້​ສົ່ງ​ຈົດໝາຍ​ບອກ​ຈ່າງ​ຢິ່ງຢ່າງ​ຮີບ​ດ່ວນ, ​ໂດຍຮຽກຮ້ອງ​ໃຫ້​ລາວ​ມາ​ແກ້​ໄຂ​ບັນຫາ​ນີ້. ​ເມື່ອຈ່າງ​ຢິ່ງອ່ານ​ຈົດໝາຍ​ແລ້ວ​ຕອບ​ຄືນ​ວ່າ: ສົ່ງ​ຈົດໝາຍ​ໄກ​ພັນລີ້​ພຽງ​ເພື່ອ​​​ເລື່ອງ​ການ​ສ້າງ​ກຳ​ແພງ​ເທົ່າ​ນັ້ນ, ປ່ອຍ​ຮ່ອມ​ທາງ​ໃຫ້​ເຂົາ3ສອກ​ຊິ​ເປັນ​ຫຍັງ? ກຳ​​ແພງ​ເມືອງ​ຈີນ​ຍັງຄົງ​ຕົວຢູ່​ຈົນ​ເຖິງ​ປະຈຸ​ບັນ, ​ແຕ່​ບໍ່​ມີ​ຈິນຊີ​ຮ້ອງ​ເຕ້​ໃນ​ສະ​ໄໝ​ກ່ອນ​ແລ້ວ. ​ເມື່ອຄອບຄົວ​ຂອງ​ຈ່າງ​ຢິ່ງອ່ານ​ແລ້ວ​ກໍ​ເຂົ້າ​ໃຈ​ເນື້ອ​ໃນຄວາມ​ໝາຍ​ຂອງ​ລາວ, ​ຈຶ່ງ​ໄດ້ເປັນ​ເຈົ້າ​ການ​ໃຫ້​ດິນ​ຮ່ອມ​ທາງກວ້າງ 3 ສອກ. ​​ເມື່ອເພື່ອນ​ບ້ານ​ໃກ້​ຄຽງ​ເຫັນ​ແບບ​ນັ້ນ​ຈຶ່ງ​ຮູ້​ສຶກ​ຕື້ນ​ຕັນ​ໃຈ ຈຶ່ງ​ໄດ້​ໃຫ້​ດິນ​ຮ່ອມ​ທາງ 3 ສອກ​ຢ່າງ​ເປັນ​ເຈົ້າ​ການເຊັ່ນ​ກັນ, ​ໃນ​ທີ່​ສຸດ​​ສອງ​ຝ່າຍ​ຈຶ່ງໄດ້​ຈົ່ງຮ່ອມ​ທາງກວ້າງ6 ສອກ, ຈາກ​ນັ້ນ​ຮ່ອມ​ນີ້​ຈຶ່ງ​ໄດ້​​ຊື່ວ່າ ຮ່ອມ 6 ສອກ, ​ແລະ​ໄດ້​​ເລົ່າ​ຂານ​ກັນ​ມາ​ວ່າ​ເປັນ​ເລື່ອງ​ທີ່​ດີ.

ຈາກ​ນິ​ຍາຍເລື່ອງ​ນີ້​ພວກ​ເຮົາ​ເຫັນ​ໄດ້​ວ່າ, ລະ​ຫວ່າງ​ຄົນ​ກັບ​ຄົນ​ຕ້ອງ​ມີ​ຄວາມ​ປອງ​ດອງ​ກົມກຽວ​ກັນ, ລະຫວ່າງ​ຄອບຄົວ​ກັບ​ຄອບ​ຄົວ​ກໍ​ຄວນ​ມີ​ຄວາມ​ປອງ​ດອງ​ກົມກຽວ​ກັນ, ລະຫວ່າງ​ປະ​ເທດ​ກັບປະ​ເທດ​ກໍ​ຄວນ​ມີ​ຄວາມ​ກົ​​ມກຽວ​ກັນ​ເຊັ່ນ​ກັນ. ​ແຕ່​ຄວາມ​ປອງ​ດອງ​ກົມກຽວ​ບໍ່​ແມ່ນ​ຍອມຮັບ​ທຸກ​ສິ່ງ​ຢ່າງ​ໂດຍ​ບໍ່​ມີ​ຫຼັກ​ການ, ຫາກ​​​ແຕ່ແມ່ນ​ການ​ບັນລຸ​ຄວາມ​ເຂົ້າ​ໃຈ​ກັນ​​ໂດຍຜ່ານ​ການ​​ປຶກ​ສາ​ຫາ​ລື​ກັນ​ບົນ​ພື້ນຖານ​ທີ່​ຍອມຮັບຄວາມ​ແຕກ​ຕ່າງ​ກັນ.

 

​ໃນນິ​ຍາຍ​ເລື່ອງ “ຮ່ອມ 6 ສ​ອກ”ດັ່ງກ່າວ, ຖ້າວ່າ​ຝ່າຍ​ໃດ​ຝ່າຍ​ໜຶ່ງ​​ຫາກ​ຍັງຊູຊີ​ຕ້ອງ​ຍຶດຄອງ​ຮ່ອມ6ສອກ​ນີ້​ທັງ​ໝົດ, ກໍ​ຍ່ອມ​ຈະ​ພາ​ໃຫ້​ເກີດ​ຄວາມ​ຂັດ​ແຍ່ງ​ກັນ. ​ແຕ່​ສອງ​ຝ່າຍ​ໄດ້ແກ້​ໄຂ​ບັນຫາ​​ໂດ​ຍຜ່ານ​ການ​ປຶກສາ​ຫາລື​ກັນ ​​ແລະ ສ້າງ​ຄວາມ​ເຂົ້າ​ໃຈ​ກັນ, ​ຜ່ອນ​ສັ້ນ​ຜ່ອນ​ຍາວ​ເພື່ອ​ໃຫ້​ມີ​ຄວາມ​ເຫັນ​ໂລ່ງ​ລອຍ​ເປັນ​ເອ​ກະ​ພາບ​ກັນ ​ແລະ ມີຜົນ​ປະ​ໂຫຍ​ດຮ່ວມ​ຫຼາຍ​ທີ່​ສຸດ, ດັ່ງ​ນັ້ນ​ສະພາບ​ການ​ທີ່ “ປອງ​ດອງ​ກົມກຽວ”ກໍ​ສາມາດ​ຮັກສາ​​ໄດ້ເປັນ​ໄລຍະ​ຍາວ​ນານ.

 

ໃນ​ວັດ​ທະ​ທະ​ນຳ​ຂອງ​ຈີນ, ​ແຕ່​ໃດໆ​ມາ​ກໍ​ມີແນວ​ຄວາມ​ຄິດ​ທາງ​ອຸດົມ​ການ​ທີ່​​ໃຫ້ທົ່ວ​ໂລກ​ປອງ​ດອງ​ກົມກຽວ​ກັນ. ​ເພື່ອນ​ມິດ​ລາວ​ທີ່​ເຄີຍ​ມາ​ທ່ຽວ​ນະຄອນຫຼວງ​ປັກ​ກິ່ງ​ອາດ​ຈະ​ເຫັນ​ວ່າ, ​ຢູ່​ຕໍ່​ໜ້າຫໍທ່ຽນ​ອ່ານ​ເມີນ​ມີ​ຄຳ​ຂວັນ​ຕິດ​ຢູ່​ສອງ​ເບື້ອງ​ມີ​ເນື້ອ​ໃນ​ວ່າ: “ສປຈີນ​ໝັ້ນຍືນ” “ຄວາມ​ສາມັກຄີ​ຂອງ​ປະຊາຊົນ​​ໃນໂລກ​ໝັ້ນຍືນ”, ​ເຊິ່ງຄຳ​ຂວັນ​ນີ້​ໄດ້​ຕິດ​ໄວ້​ຢູ່​ສະຖານ​ທີ່​ສຳ​ຄັນທີ່​ສຸດ​ຂອງ​ຈີນ, ​ໃນ​ຄວາມ​ເປັນ​ຈິງ​ແລ້ວ​ກໍ​ເປັນ​ການ​ສືບ​ທອດ​ແນວ​ຄິດ​ທີ່ ບັນດາ​ປະ​ເທດ​ໃນ​ໂລກ​ປອງ​ດອງ​ກົມກຽວ​ກັນ, ທົ່ວ​ໂລກ​ເປັນ​ຄອບຄົວ​ດຽວ​ກັນ, ທັງ​ເປັນ​ການ​ສືບ​ທອດ​ແນວ​ຄວາມ​ຄິດ​ທີ່​ວ່າ “ຊີວະ​ນານາ​ພັນ​ໃນ​ໂລກ​ເຕີບ​ໃຫຍ່​ຂຶ້ນ​ຮ່ວມ​ກັນ, ​ແລະ​ເຕີບ​​ໃຫຍ່​ດ້ວຍ​ຮູບ​ແບບ​ຂອງ​ຕົນ, ​ເຖິງ​ວ່າ​ຢູ່​ໃນສິ່ງ​ແວດ​ລ້ອມ​ດຽວ​ກັນ, ​ແຕ່​ກໍ​ບໍ່​ໄດ້​ກີດຂວາງ​ການ​ເຕີບ​ໃຫຍ່​ຂອງກັນ​ລະ​ກັນ”​ໃນ​ວັດທະນະທຳ​ມູນ​ເຊື້ອ​ຂອງ​ຈີນ. ທ່ານ​ສີ​ຈິ້ນ​ຜິ​ງສະ​ເໜີຂໍ້​ລິ​ເລີ່​ມໃນ​ການ​ສ້າງ​ປະຊາ​ຄົມ​ຮ່ວມ​ຊາຕາກຳ​ຂອງ​ມວນ​ມະນຸດ, ​ແມ່ນ​ຂໍ້​ລິ​ເລີ່​ມທີ່​ມີ​ວິ​ໄສ​ທັດ​ເບິ່ງ​ກວ້າງ​ມອງ​ໄກ, ທັງ​ເປັນ​ການ​ພິຈາລະນາ​​ຢ່າງ​ມີ​ເຫດ​ມີ​ຜົນ​ຕໍ່​ຄວາມ​ສາມັກຄີ​ຂອງ​ປະຊາຊົນ​ທົ່ວ​ໂລກ, ​ທັງ​ແມ່ນ​ການ​ສະໜອງ​​ແຜນການ​​ແກ້​ໄຂ​ທີ່​ເຕັມ​ໄປ​ດ້ວຍສະຕິ​ປັນຍາ​ ​ແລະ ຄວາມ​ໝັ້ນ​ໃຈ​ດ້ານ​ວັດທະນະທຳ​ຂອງ​ຈີນ​ເພື່ອ​ແກ້​ໄຂ​ບັນຫາ​ການ​ພັດທະນາ​ໃນ​ອະນາຄົດ​ຂອງ​ມວນ​ມະນຸດ. ຈີນ​ກໍ​ພວມ​ສຸມ​ຄວາມ​ພະຍາຍາມ​ຂອງ​ຕົນ, ສະ​ແຫວ​ງຫາ​ວິ​ໄສ​ທັດ​ກ່ຽວ​ກັບ​ຄວາມ​ສາມັກຄີ​ຂອງ​ປະຊາ​ຊົນ​ທົ່ວ​ໂລກ, ປະກອບສ່ວນ​ຫຼາຍ​ກວ່າ​ເກົ່າ​ເຂົ້າ​ໃນ​ການ​ພັດທະນາ​ຂອງ​ມວນ​ມະນຸດ.

ຄຳ​ເຫັນ

0