尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສື່ມວນ​ຊົນ​ອັງ​ກິດ​ລາຍ​ງານ​ວ່າ: ​ຈີນໄດ້​ຢ​ວ່າງ​ບາດ​ກ້າວ​ສຳ​ຄັນ​ສູ່​ປະ​ເທດ​ໃຫຍ່​​ດ້ານອະ​ວະ​ກາດ

2020-06-24 16:34:12 cri

图片默认标题_fororder_webwxgetmsgimg (1)


ວັນ​ທີ 23 ມິ​ຖຸ​ນາ​ນີ້, ຈີນ​ໄດ້​ສົ່ງດາວ​ທຽ​ມດວງ​ສຸດ​ທ້າຍຂອງ​ລະ​ບົບດາວ​ທຽມ​ນຳ​ທາງ​ເປີຍ​ໂຕວ​ເລກ 3 ຢ່າງ​ສຳ​ເລັດ​ຜົນ​ກ່ອນ​ແຜນ​ການ​ທີ່​ກຳ​ນົດ​ໄວ້ເຄິ່ງ​ປີ.
 

ໃນ​ມື້​ທີ່​ຈີນ​ໄດ້​ສົ່ງ​ດາວ​ທຽມ​ເຂົ້າ​ສູ່​ວົງ​ໂຄ​ຈອນ​ຢ່າງ​ສຳ​ເລັດ​ຜົນ, ບໍ​ລິ​ສັດ​ວິ​ທະ​ຍຸ​ອັງ​ກິດ​ຫຼືBBC ໄດ້​ລາຍ​ງານ​ວ່າ: ຈີນ​ໄດ້​ສົ່ງ​ດາວ​ທຽມ​ດວງ​ສຸດ​ທ້າຍ​ຂອງ​ລະ​ບົບ​ດາວ​ທຽມ​ນຳ​ທາງ​ເປີຍ​ໂຕວ​ເລກ 3 ເຂົ້າ​ສູ່​ວົງ​ໂຄ​ຈອນ​ຢ່າງ​ສຳ​ເລັດ​ຜົນ ເຊິ່ງ​ໄດ້​ຊຸກ​ຍູ້​​ຖາ​ນະ​ບົດ​ບາດ​ສຳ​ຄັນ​ຂອງ​ຈີນ​ໃນ​​ດ້ານອະ​ວະ​ກາດ​ຕື່ມ​ອີກ. ຈີນ​ໄດ້​ກາຍ​ເປັນ​ປະ​ເທດ​ທີ່​ມີ​ກຳ​ລັງ​ແຂ່ງ​ຂັນ​​ກັບ​ອາ​ເມ​ຣິ​ກາ​ຢ່າງ​ເຂັ້ມ​ແຂງ​ໃນ​ຂົງ​ເຂດ​ຄົ້​ນ​ຄວ້າອະ​ວະ​ກາດ.
 

ໜັງ​ສື​ພິມ​ເດີ​ກາ​ດຽນ​ຂອງ​ອັງ​ກິດ​ລາຍ​ງານ​ວ່າ: ຈີນ​ໄດ້​ສົ່ງ​ດາວ​ທຽມ​ດວງ​ສຸດ​ທ້າຍ​ຂອງ​ກຸ່ມ​ດາວ​ທຽມ​ເປີຍ​ໂຕວ, ລະ​ບົບ​ເປີຍ​ໂຕວ​ຄ້າຍ​ຄື​ກັນ​ກັບ​ລະ​ບົບ​ບອກ​ທີ່​ຕັ້ງ​ຢູ່​ເທິງໂລກ​(GPS)ຂອງ​ອາ​ເມ​ຣິ​ກາ ເຊິ່ງ​ເປັນ​ຂີດ​ໝາຍ​ສະ​ແດງ​ໃຫ້​ເຫັນ​ວ່າ​ຈີນ​ໄດ້​ຢ​ວ່າງ​ບາດ​ກ້າວ​​ສຳ​ຄັນ​ອີກ​ຕື່ມໃນ​ຖາ​ນະ​ເປັນ​ປະ​ເທດ​ໃຫຍ່​​ດ້ານອະ​ວະ​ກາດ​ທີ່​ສຳ​ຄັນ.
 

图片默认标题_fororder_webwxgetmsgimg (2)

ໜັງ​ສື​ພິມ​ເດີ​ໂປ​ສ​ລາຍ​ວັນ​ຂອງ​ອັງ​ກິດ​ເຫັນ​ວ່າ: ຈີນ​ໄດ້​ປັບ​ປຸງ​ລະ​ບົບ​ນຳ​ທາງ​ໂລກ​ຂອງ​ຕົນ​ເອງ​ໃຫ້​ສົມ​ບູນ​ຂຶ້ນ, ສາ​ມາດ​ຫຼຸດ​ພົ້ນ​ອອກ​ຈາກ​ການ​ເພິ່ງ​ພາ​ອາ​ໄສລະ​ບົບ GPS ຂອງ​ອາ​ເມ​ຣິ​ກາ​,ພ້ອມ​ທັງສາ​ມາດ​ຍົກ​ສູງ​ກຳ​ລັງ​ຕົວ​ຈິງ​ແລະ​​ຊື່​ສຽງ​ຂອງ​ປະ​ເທດ​ຕົນ​ໃນດ້ານ​ອະ​ວະ​ກາດ​ໃຫ້​ສູງ​ເດັ່ນ​ຂຶ້ນ. ຂ່າວ​ແຈ້ງວ່າ: ລະ​ບົບ​ດາວ​ທຽມ​ເປີ​ຍ​ໂຕວ​ຢູ່​ອັນ​ດັບ 3 ໃນລະ​ບົບ​ນຳ​ທາງດ້ວຍ​ດາວ​ທຽມ​​ຂອງໂລກ 4 ລະ​ບົບ​ທີ່​ມີ​ຢູ່​ໃນ​ປັດ​ຈຸ​ບັນ. ອັນ​ທີ່​ມີ​ປະ​ຫວັດ​ດົນ​ນານ​ກວ່າ​ໝູ່​ແມ່ນ GPS ຂອງ​ອາ​ເມ​ຣິ​ກາ, ຖັດ​ມາ​ແມ່ນ GLONASS ຂອງ​ຣັດ​ເຊຍ, ສຸດ​ທ້າຍ​​ຈະແມ່ນ​ລະ​ບົບ Galileo ຂອງ​ເອີ​ຣົບ​ທີ່​ຍັງ​ບໍ່​ທັນ​ສ້າງ​ສຳ​ເລັດ​ໃນ​ປັດ​ຈຸ​ບັນ.

ການ​ສ້າງ​​ລະ​ບົບ​ນຳ​ທາງ​ດາວ​ທຽມ​ເປີຍ​ໂຕວ​ສຳ​ເລັດໃນ​ທີ່​ສຸດ,ແມ່ນ​ຄວາມ​ພະ​ຍາ​ຍາມ​ຂອງ​ຈີນ​ໃນ​ຂົງ​ເຂດ​ເຕັກ​ໂນ​ໂລ​ຊີທີ່​ບໍ​ລິ​ການ​ທົ່ວໂລກ, ຄວາມ​ເປັນ​ເຈົ້າ​ຕົນ​ເອງເຮັດ​ໃຫ້​ຈີນ​ສາ​ມາດ​​ຫຼຸດພົ້ນ​ອອກ​ຈາກ​​ການ​ເພິ່ງ​ພາ​ອາ​ໄສ​ອາ​ເມ​ຣິ​ກາ​ໃນ​ຂົງ​ເຂດ​ນຳ​ທາງ ເຊິ່ງ​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງວິ​ໄສ​ທັດ​​ລະ​ດັບ​ໂລກ​ຂອງ​ຈີນ​ທີ່​ຮອບ​ດ້ານກວ່າ​ເກົ່າ.

ຄຳ​ເຫັນ

0