ເດືອນມິຖຸນາປີ 2018, ກອງປະຊຸມສຸດຍອດອົງການຮ່ວມມືຊຽງໄຮໄດ້ຈັດຂຶ້ນຢູ່ນະຄອນຊິ່ງຕາວຂອງຈີນ, ຫຼັງຈາກສິ້ນສຸດກອງປະຊຸມດັ່ງກ່າວໄດ້ອອກ“ຖະແຫຼງການຊິ່ງຕາວ”, ໂດຍໄດ້ລະບຸທັດສະນະຮ່ວມທີ່ສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ. ເຊິ່ງແມ່ນທັດສະນະທີ່ສະເໜີໂດຍທ່ານສີຈິ້ນຜິງໄດ້ລະບຸໄວ້ໃນມະຕິຕົກລົງຂອງສາກົນອີກເທື່ອໜຶ່ງ. ແລະກ່ອນໜ້ານີ້, ທັດສະນະປະຊາຄົມຮ່ວມຊາຕາກຳຂອງມວນມະນຸດໄດ້ລະບຸໄວ້ໃນມະຕິທີ່ກ່ຽວຂ້ອງຂອງສະມັດຊາໃຫຍ່ອົງການສະຫະປະຊາຊາດ, ມະຕິຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ, ແລະມະຕິທີ່ກ່ຽວຂ້ອງຂອງຄະນະກຳມະການພັດທະນາສັງຄົມ ສະພາສິດທິມະນຸດ ແລະ ກອງປະຊຸມແຮງງານສາກົນອີກດ້ວຍ.
ການສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ, ແມ່ນແຜນບໍລິຫານໂລກທີ່ຈີນສະເໜີເພື່ອປະກອບສ່ວນໃຫ້ກັບໂລກ, ເຊິ່ງເຕັມໄປດ້ວຍສະຕິປັນຍາຂອງຈີນ, ເປັນການສືບທອດສິ່ງຍອດຍິ່ງດ້ານແນວຄິດໃນວັດທະນະທຳອັນເປັນມູນເຊື້ອທີ່ດີງາມຂອງປະຊາຊາດຈີນກ່ຽວກັບ “ໂລກ”, ພ້ອມທັງໄດ້ມີການປັບປຸງ ແລະ ພັດທະນາຢ່າງມີຫົວຄິດປະດິດສ້າງ.
ນັບແຕ່ສະໄໝບູຮານເປັນຕົ້ນມາ, ຈີນໄດ້ຮັກສາການໄປມາຫາສູ່ກັນກັບບັນດາປະເທດໃນໂລກຢູ່ສະເໝີ. ຊາວຈີນໄດ້ມີໂລກະທັດຂອງຕົນມາແຕ່ດົນນານແລ້ວ. ໃນຕຳລາ “ຊ້າງຊູ່” ໄດ້ກ່າວເຖິງ “ເຊເຫີວ້ານປ່າງ”ແປວ່າ“ບັນດາປະເທດປອງດອງກັນ”, ໃນຕຳລາ “ໂຈ່ອີ້”ເວົ້າວ່າ “ວ້ານໂກຊຽນນິງ”(ແປວ່າບັນດາປະເທດລ້ວນແຕ່ມີຄວາມສະຫງົບປອດໄພ), ໃນຕຳລາ “ລຸນອີ”ລະບຸວ່າ “ປະຊາຊົນໃນທົ່ວໂລກເປັນອ້າຍນ້ອງກັນ”, ໃນຕຳລາ “ຫຼີຈີ້” ລະບຸວ່າ “ໂລກເປັນຂອງປະຊາຊົນທັງປວງ”, ຈົນຮອດທ່ານຫຼີຕ້າຈ່າວ ທ່ານເໝົາເຈີຕົ່ງກໍໄດ້ກ່າວເຖິງ “ໂລກທີ່ປອງດອງກົມກຽວກັນ”, ແລະ ທັດສະນະ “ປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ” ທີ່ສະເໜີໂດຍທ່ານສີຈິ້ິນຜິງ, ເຊິ່ງທັດສະນະເຫຼົ່ານີ້ມີຄວາມໝາຍດຽວກັນທີ່ສືດທອດກັນມາຢ່າງຕໍ່ເນື່ອງ.
ໃນຄວາມເປັນຈິງແລ້ວ, ແນວຄວາມຄິດ “ໂລກປອງດອງກົມກຽວກັນ”ໃນສະໄໝບູຮານ, ເມື່ອສະແດງໃນຍຸກປະຈຸບັນກໍແມ່ນຄວາມໃຝ່ຝັນຂອງຈີນ ແລະ ຄວາມໃຝ່ຝັນຂອງໂລກ, ຄວາມໃຝ່ຝັນຂອງຈີນມີການພົວພັນຢ່າງໃກ້ຊິດກັບຄວາມໃຝ່ຝັນຂອງໂລກ;ແນວຄວາມຄິດທີ່ “ບັນດາປະເທດລ້ວນແຕ່ມີຄວາມສະຫງົບປອດໄພ”, “ປະຊາຊົນໃນທົ່ວໂລກເປັນອ້າຍນ້ອງກັນ”,ແລະ “ໂລກເປັນຂອງປະຊາຊົນທັງປວງ”ໃນສະໄໝບູຮານຈີນ, ໃນຍຸກປະຈຸບັນກໍສະແດງອອກໃນທັດສະນະທີ່ວ່າ “ປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ”.
ທ່ານສີຈິ້ນຜິງໃຫ້ຄວາມສຳຄັນຢ່າງສູງຕໍ່ການສ້າງການພົວພັນສາກົນແບບໃໝ່, ແລະໄດ້ກ່າວເຖິງຄວາມໝາຍທີ່ສຳຄັນຂອງການສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດໃນຫຼາຍກາລະໂອກາດ. ໃນລາຍການຕໍ່ໄປນີ້, …ຈະແນະນຳເນື້ອໃນສຳຄັນໃນ 3 ດ້ານ, ຄື : ໜຶ່ງ ຜູກມິດຢ່າງກວ້າງຂວາງ; ສອງ, “ໜຶ່ງແລວໜຶ່ງເສັ້ນທາງ”; ສາມ, ສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ. ກ່ຽວກັບການຜູກມິດຢ່າງກວ້າງຂວາງ, ທ່ານສີຈິ້ນຜິງກ່າວວ່າ:“ຢິວເຜິງຈື້ຢວນຟ່າງໄລ ປູອີ້ເລີ້ຫູ່”(ແປວ່າ“ມັນບໍ່ແມ່ນເລື່ອງປິຕິຊົມຊື່ນບໍ່ທີ່ມີໝູ່ທາງໄກມາຢາມ”),ນີ້ແມ່ນຄວາມເວົ້າຂອງຂົງຈື້ ນັກປັດຊະຍາຜູ້ຍິ່ງໃຫຍ່ຂອງຈີນເມື່ອ 2000 ກວ່າປີກ່ອນ, ເຊິ່ງໄດ້ສະແດງໃຫ້ເຫັນເຖິງຄວາມຍິນດີຕ້ອນຮັບຂອງປະຊາຊົນຈີນທີ່ມີຕໍ່ເພື່ອນມິດ. ພວກເຮົາເຊື້ອເຊີນເພື່ອນມິດທັງພາຍໃນ ແລະ ຕ່າງປະເທດມາເຕົ້າໂຮມກັນ, ກໍແມ່ນເພື່ອສະແດງຄວາມຂອບໃຈຕໍ່ບັນດາທ່ານທີ່ໄດ້ສຸມຄວາມພະຍາຍາມຢ່າງບໍ່ລົດລະເຂົ້າໃນພາລະກິດສ້າງມິດຕະພາບລະຫວ່າງຈີນກັບຕ່າງປະເທດ, ເມື່ອຫວນຄືນຂະບວນການສູ້ຊົນເພື່ອເປົ້າໝາຍຮ່ວມກັນທີ່ບໍ່ທຳມະດາ, ກໍໄດ້ສົນທະນາຢ່າງເລິກເຊິ່ງກ່ຽວກັບມິດຕະພາບທີ່ໄດ້ສ້າງຂຶ້ນຮ່ວມກັນໃນຂະບວນການຮ່ວມມືມາເປັນເວລາດົນນານ.
ທ່ານສີຈິ້ນຜິງໄດ້ປະກອບຄຳເຫັນໃນກອງປະຊຸມມິດຕະພາບສາກົນຈີນ ທັງເປັນພິທີສະເຫຼີມສະຫຼອງວັນສ້າງຕັ້ງສະມາຄົມມິດຕະພາບກັບຕ່າງປະເທດຂອງປະຊາຊົນຈີນຄົບຮອບ 60 ປີເມື່ອເດືອນພຶດສະພາປີ 2014.
ສຳນວນດັ່ງກ່າວແມ່ນຄວາມເຫັນຂອງທ່ານສີຈິ້ນຜິງທີ່ກ່າວໃນກອງປະຊຸມມິດຕະພາບສາກົນຈີນ ທັງເປັນພິທີສະເຫຼີມສະຫຼອງວັນສ້າງຕັ້ງສະມາຄົມມິດຕະພາບກັບຕ່າງປະເທດຂອງປະຊາຊົນຈີນຄົບຮອບ 60 ປີເມື່ອເດືອນພຶດສະພາປີ 2014. ໃນການປະກອບຄວາເຫັນ, ທ່ານສີຈິ້ນຜິງໄດ້ໃຊ້ປະໂຫຍກໜຶ່ງໃນຕຳລາ “ລຸນອີ”ທີ່ປະຊາຊົນຈີນຮັບຮູ້ທົ່ວໄປ, ຄື “ມັນບໍ່ແມ່ນເລື່ອງປິຕິຊົມຊື່ນບໍ່ ທີ່ມີໝູ່ທາງໄກມາຢາມ”. ໃນກອງປະຊຸມສຸດຍອດອົງການຮ່ວມມືຊຽງໄຮທີ່ຈັດຂຶ້ນຢູ່ນະຄອນຊິ່ງຕາວເມື່ອເດືອນມິຖຸນາປີ 2018, ຍ້ອນວ່າສະຖານທີ່ຈັດກອງປະຊຸມກໍແມ່ນແຂວງສ່ານຕົ່ງທີ່ເປັນບ້ານເກີດຂອງຂົງຈື້ ແລະ ເມີ້ງຈື, ສະນັ້ນ ປະໂຫຍກນີ້ຈຶ່ງໄດ້ກາຍເປັນຄຳທັກທາຍທີ່ຄົນມັກໃຊ້ກັນເລື້ອຍໆ. ຢູ່ຈີນຍັງມີສຸພາສິດປະໂຫຍກໜຶ່ງທີ່ກ່າວໄວ້ວ່າ, “ອູ້ອີເລີ້ຍຈູ້, ເຢິນອີຊຸນເຟີ່ນ”, ເຊິ່ງມີຄວາມໝາຍວ່າ, ຜູ້ທີ່ມີອຸດົມການດຽວກັນ ຈະມາເຕົ້າໂຮມກັນຈາກທຸກທິດທາງ ແລະ ທຸກແຫ່ງຫົນ. ສະນັ້ນພວກເຮົາຈຶ່ງເວົ້າວ່າ, ໃນສະໄໝຂົງຈື້, ຊາວຈີນກໍໄດ້ຮັບຮູ້ເຖິງເລື່ອງໜຶ່ງນັ້ນ, ຄື: ຖ້າຢາກເຮັດສຳເລັດພາລະກິດໃດໜຶ່ງ, ໂດຍສະເພາະແມ່ນຢາກເຮັດສຳເລັດພາລະກິດທີ່ຍິ່ງໃຫຍ່, ຕ້ອງການ ຜູ້ມີອຸດົມການດຽວກັນເພື່ອບຸກບືນສູ້ຊົນຮ່ວມກັນ, ຈຶ່ງຈະສາມາດປະຕິບັດງານຢ່າງສຸກໃຈ, ແລະຖືວ່າເປັນພາລະກິດທີ່ມີຄຸນຄ່າ.
ຕາມການເລົ່າຂານກັນວ່າ, ຂົງຈື້ມີລູກສິດເຖິງ 3000ຄົນ, ລູກສິດເຫຼົ່ານີ້ມາຈາກແຫ່ງຕ່າງໆ, ມີນິດໄສທີ່ແຕກຕ່າງກັນ, ອາຍຸກໍແຕກຕ່າງກັນ. ລູກສິດຜູ້ມີອາຍຸສູງສຸດ ອາດຈະເປັນລຸ້ນພໍ່ຂອງລູກສິດທີ່ມີອາຍຸໜຸ່ມທີ່ສຸດ. ລູກສິດຫຼາຍປານນີ້, ມີສະພາບຫຼາກຫຼາຍ ແລະ ມີນິດໄສໃນລັກສະນະຕ່າງໆ, ຂົງຈື້ໄດ້ໃຊ້ວິທີສິດສອນໂດຍບໍ່ມີການຈຳແນກເປົ້າໝາຍ. ໂດຍຜ່ານວິທີການສອນແບບນີ້ທີ່ມີຄວາມເອື້ອເຟື້ອເຜື່ອແຜ່ທີ່ຖືຊາວໂລກເປັນອ້າຍນ້ອງກັນນັ້ນ, ຂົງຈື້ຈຶ່ງສາມາດເຕົ້າໂຮມລູກສິດເຫຼົ່ານີ້ໃຫ້ຢູ່ຄຽງຂ້າງຕົນໄດ້, ເຊິ່ງຖືເປັນສະພາບການທີ່ຟົດຟື້ນໃນວົງການສຶກສາໃນສະໄໝນັ້ນ, ທັງໄດ້ບຳລຸງສ້າງຜູ້ມີຄວາມຮູ້ຄວາມສາມາດຢ່າງຫຼວງຫຼາຍ. ສະນັ້ນພວກເຮົາຈຶ່ງເວົ້າໄດ້ວ່າ: “ຢິວເຜິງຈື້ຢວນຟ່າງໄລ ປູອີ້ເລີ້ຫູ່”(ແປວ່າ“ມັນບໍ່ແມ່ນເລື່ອງປິຕິຊົມຊື່ນບໍ່ທີ່ມີໝູ່ທາງໄກມາຢາມ”), ນີ້ເປັນການເຊື້ອເຊີນ ແລະ ການຍິນດີຕ້ອນຮັບເພື່ອນມິດ, ທັງແມ່ນທ່າທີແບບເປີດກວ້າງໃນການດຶງດູດຜູ້ມີຄວາມຮູ້ຄວາມສາມາດໃນສະໄໝຂົງຈື້.
ຂົງຈື້ບໍ່ພຽງແຕ່ເຄີຍກ່າວວ່າ “ຢິວເຜິງຈື້ຢວນຟ່າງໄລ ປູອີ້ເລີ້ຫູ່”(ແປວ່າ“ມັນບໍ່ແມ່ນເລື່ອງປິຕິຊົມຊື່ນບໍ່ທີ່ມີໝູ່ທາງໄກມາຢາມ”), ແລະໄດ້ສະເໜີຄວາມເຫັນວ່າຄວນຜູກມິດແບບໃດ. ຕົວຢ່າງວ່າ, ຄວນຜູກມິດທີ່ເປັນປະໂຫຍດ, ບໍ່ຄວນຜູກ ມິດກັບຄົນທີ່ຈະສ້າງຜົນກະທົບຕໍ່ຕົນເອງ, ຄວນຜູກເພື່ອນມິດທີ່ມີຄວາມຈິງໃຈຕໍ່ກັບຕົນເອງ, ແລະຜູ້ທີ່ຈະເປັນປະໂຫຍດໃນການຊ່ວຍ ບຳລຸງຄວາມຮູ້ ຄຸນສົມບັດໃຫ້ແກ່ຕົນເອງ, ຫາກບໍ່ຄວນຜູກມິດກັບຄົນຮ້າຍ ແລະ ຜູ້ທີ່ບໍ່ມີຄວາມຊື່ສັດສຸດຈະລິດ. ຂົງຈື້ຍັງເຫັນວ່າ, ການຜູກເພື່ອນມິດຄວນໃຊ້ຄວາມຈິງໃຈຕໍ່ກັນ, ແລະຕ້ອງມີຄວາມໜ້າເຊື່ອຖື. ຈືເຊ້ຍ ລູກສິດຄົນໜຶ່ງຂອງຂົງຈື້ກໍເຄີຍກ່າວວ່າ, ການຄົບຄ້າສະມາຄົມກັບເພື່ອນມິດ, ຕ້ອງມີຄວາມໜ້າເຊື່ອຖື ເວົ້າແບບໃດກໍຕ້ອງເຮັດແບບນັ້ນ. ນອກນີ້, ຂົງຈື້ຍັງມີຈຸດຢືນວ່າ, ໃນການຜູກມິດຕ້ອງເນັ້ນຄວາມເປັນທຳ ສຳຄັນກວ່າຜົນປະໂຫຍດ, ເສີມສ້າງຄຸນສົມບັດຂອງຕົນໂດຍຜ່ານຈາກເພື່ອນມິດອ້ອມຂ້າງ. ສະນັ້ນຂົງຈຶ້ກ່າວວ່າ “ຜູ້ມີຄຸນສົມບັດທີ່ແທ້ຈິງເມື່ອຜູກມິດຈະເນັ້ນຄວາມເປັນທຳ, ແລະອຸດົມການດຽວກັນ; ສຳລັບຜູ້ທີ່ບໍ່ມີຄຸນສົມບັດຈະພຽງແຕ່ຄິດໄລ່ເຖິງຜົນປະໂຫຍກສ່ວນຕົວເທົ່ານັ້ນ.”
ຄຳເຫັນ
0