覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສີ​ແສງ​ແຫ່ງ​ຍຸກ: ​ໂລກ​ເປັນ​ຂອງ​ປະຊາຊົນ 2

2020-06-24 10:09:57 cri


 

 “ຢິວ​ເພີງ​ຈື້ຢວນຟ່າງ​ໄລ, ປູ​ອີ້​​ເລີ່​ຫູ່” ແປ​ວ່າ ມັນ​ບໍ່​ແມ່ນ​ເລື່ອງ​ປິ​ຕິ​ຊົມ​ຊື່ນ​ບໍ່​ທີ່​ມີ​ໝູ່​ທາງ​ໄກ​ມາ​ຢາມ. ສຳ​ນວນທີ່​ມີ​ຊື່​ສຽງ​ຂອງ​ຂົງຈື້ນີ້​​​ໄດ້​​ສະ​ແດງ​ໃຫ້​ເຫັນ​​ເຖິງ​ຄ່າ​ນິຍົມ​ດ້ານ​ການ​ຜູກ​ມິດ​ຂອງ​ປະຊາ​ຊາດ​ຈີນກັບ ​ປະ​ເທດ​ເພື່ອນ​ມິດຕ່າງໆ​ກໍ່ຄືຊົນເຜົ່າຕ່າງໆໃນ​ໂລກ.
 

ທ່ານ​ສີ​ຈິ້ນ​ຜິ​ງ​ໄດ້​ປະ​ກອບ​ຄຳ​ເຫັນ​ໂດຍ​ໃຊ້ປະ​ໂຫຍ​ກນີ້​ໃນກອງ​ປະຊຸມ​ມິດຕະພາບ​ສາກົນ​ຈີນ ທັງ​ເປັນ​ພິທີສະ​ເຫຼີມສະຫຼອງ​ວັນ​ສ້າງ​ຕັ້ງ​ສະມາຄົມ​ມິດຕະພາບ​ກັບ​ຕ່າງປະ​ເທດ​ຂອງ​ປະຊາຊົນຈີນ​ຄົບຮອບ 60 ປີ​ເມື່ອ​ເດືອນ​ພຶດ​ສະ​ພາ​ປີ 2014, ​ໃນ​ຄວາມ​ເປັນ​ຈິງ​ແລ້ວ​ກໍ​ແມ່ນການສະ​ແດງໃຫ້ເຫັນເຖິງ​ຫຼັກໝັ້ນ ​ແລະຄ່າ​ນິຍົມ​ຂອງ​ຈີນ​ໃນ​ການ​ຄົບ​ຄ້າ​ສະມາຄົມ​ກັບ​ປະຊາຊົນ​ທົ່ວ​ໂລກ. ປະຊາຊົນ​ນານາ​ຊາດ​ເດີນທາງມາ​ຮອດ​ຈີນ, ​ແລກປ່ຽນ ​ແລະຮ່ວມ​ມື​ກັບ​ຈີນ, ຈີນ​ຈະ​​ເປີດ​ປະຕູ​ສູ່​ພາຍ​ນອກດ້ວຍການຜູກ​​​ມິດ​ກັບ​ປະຊາຊົນ​ບັນດາ​ປະ​ເທດ. ​ມີ​ແຕ່​​ຜ່ານຂະ​ບວນການ​ດັ່ງກ່າວ, ຈຶ່ງ​ຈະ​ເຮັດ​ໃຫ້​ປະຊາຊົນ​ທົ່ວ​ໂລກ​ຮັບ​ຮູ້​ຈີນ​ຫຼາຍ​ຂຶ້ນ ​ແລະ ​ເຮັດ​ໃຫ້​ປະຊາຊົນ​ຈີນ​ຮັບ​ຮູ້​ໂລກ​ຫຼາຍ​ຂຶ້ນ.

 

ຄົນ​ບູຮານ​ຈີນ​ກ່າວ​ວ່າ: “ເວ​ລາ​ເດີນ​ທາງໄປ​ມາ​ກໍ​ເປັນ​ໝູ່​ກັນ, ​​ເວລາ​ປ້ອງ​ກັນ​ໂຈນ​ກໍ​ຊ່ວຍ​ເຫຼືອ​ກັນ, ​ໃນ​ກໍລະນີ​ປະສົບ​ກັບ​ໂລກ​ໄພໄຂ້​ເຈັບກໍ​ຈະ​ເບິ່ງ​ແຍງ​ຊ່ວຍ​ເຫຼືອ​ກັນ​,” ​ເຊິ່ງໝາຍ​​ຄວາມວ່າ ຕ້ອງ​ຜູກ​ມິດກັບຜູ້​ທີ່​ສາມາດ​ເສຍສະຫລະ​ຊີວິດ​ໃຫ້​ໄດ້, ຜູກ​ມິດ​ກັບຜູ້ທີ່ມີຄວາມ​ຈິງ​ໃຈ ​ແລະ ​ໄວ້​ໃຈ​ໄດ້. ລະຫວ່າງ​ຄົນ​ກັບ​ຄົນ​ເປັນ​ແນວ​ນີ້, ລະຫວ່າງ​ປະ​ເທດ​ກັບປະ​ເທດ​ກໍ​​ເປັນ​ແນວ​ນີ້​ເຊັ່ນກັນ, ຄວນພົວພັນ​ກັນ​ຢ່າງ​ຊື່ສັດ​ບໍລິສຸດ, ປະ​ເທດ​ໃຫຍ່​ ​ແລະ ​ເຂັ້ມ​ແຂງບໍ່​ຄວນ​ຂົ່ມ​ເຫັງປະ​ເທດ​ນ້ອຍຫຼື​ປະ​ເທດ​ອ່ອນ​ແອ, ການ​ໄປ​ມາຫາສູ່​ກັນ​ແບ​ບນີ້​ຢູ່​ເໜືອ​ຜົນ​ປະ​ໂຫຍ​ດ, ກາລະເທສະ, ມີ​ຄຸນຄ່າທີ່ຍືນຍົງ.
 

​ໃນ​ຕຳລາ “ລຸນ​ອີ” ມີ​ປະ​ໂຫຍ​ກໜຶ່ງ​ລະບຸ​ໄວ້​ວ່າ: “​ເຕີ​ປູ້​ກູ່ ປີ້​ຢິວລິນ”,​ແປ​ວ່າຜູ້​ທີ່​ມີ​ຄຸນສົມບັດ​ຈະ​ບໍ່​ໂດດດ່ຽວ, ຕ້ອງ​ມີ​ຜູ້​ຮ່ວມ​ອຸດົມ​ການ​ດຽວກັນເຂົ້າ​ມາ​ໃກ້​ເປັນ​ໝູ່. ປະ​ເທດ ​ແລະ​ບຸກຄົນກໍ​ຄ້າຍຄື​ກັນ, ຂໍ​ແຕ່​ວ່າ​ມີ​ຄຸນສົມບັດ​ທີ່​ສູງ​ສົ່ງ, ກໍ​ຈະ​ມີ​ເພື່ອນ​ມິດ ​ແລະຜູ້​ຮ່ວມ​ອຸດົມ​ການ​ຢ່າງ​ແນ່ນອນ. ນັກ​ປັດ​ຊະ​ຍາ​ບູຮານ​ຈີນ​ກໍ​​ເຄີຍ​ກ່າ​ວວ່າ: “​ເຕີ​ຕ້າວ​ໂຕ່ຈູ້, ຊື່​ຕ້າວ​ກວາ​ຈູ້”, ໝາຍ​ຄວາມ​ວ່າຜູ້​ທີ່​ມີ​ຄວາມ​ເປັນ​ທຳ ​ແລະຄຸນສົມບັດ​ທີ່ສູງ​ສົ່ງ​ນັ້ນ​ຈະ​ໄດ້​ຮັບ​ການສະໜັບໜູນ​ຢ່າງ​ຫຼວງ​ຫຼາຍ, ຜູ້​ອະທຳ ​ແລະ ຂາດຄຸນສົມບັດ​ນັ້ນ​ຈະ​ບໍ່​ມີ​ຜູ້​ສະໜັບສະໜູນ.
 

ພວກ​ເຮົາ​ຮູ້​ວ່າ, ການ​ໄປມາຫາສູ່​ກັນ​ລະຫວ່າງ​ປະ​ເທດ​ຕ້ອງສະ​ແຫວ​ງຫາ​ຜົນ​ປະ​ໂຫຍ​ດແນ່ນອນ. ​ແຕ່​ຢູ່​ເໜືອ​ຜົນ​ປະ​ໂຫຍ​ດນັ້ນ, ຖ້າ​ບໍ່​ມີ​ຄວາມ​ເປັນ​ທຳ ​ແລະ ຂາດຄຸນສົມບັດ, ບໍ່​ມີ​ຫຼັກແຫ່ງ​ຄຸນຄ່າ​,ເມື່ອ​ເປັນ​ແນວ​ນັ້ນ, ກໍ​ຈະ​ເຫຼື​ອພຽ​ງແຕ່​ການ​ພົວພັນ​ທີ່​ສະ​​ແຫວ​ງຫາ​ຜົນ​ປະ​ໂຫຍ​ດຢ່າງ​ດຽວ​​ຢ່າງ​​ເປີດ​ແປນ, ມັນ​ຈະ​ເປັນ​ການ​ພົວພັນ​ແບບ​ວຸ້ນວາຍ ​ແລະຍາກ​ທີ່​ຈະ​ຮັກສາ​ໃຫ້ໝັ້ນຄົງຖາວອນໄດ້.
 

ປະຈຸ​ບັນ, ຈີ​ນພວມ​ຊຸກຍູ້​ການ​ສ້າງສາຍພົວພັນ​ສາກົນ​ແບບ​ໃໝ່, ການ​ພົວພັນ​ແບບໃໝ່​ນີ້​ກໍ​ແມ່ນ​ຕ້ອງ​ເຄົາ​ລົບ​ກັນ, ຍຸ​ດຕິ​ທຳ ​ເປັນ​ທຳ, ​ແລະ​ຮ່ວມ​ມື​ກັນ​ແບບ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ, ​ເພື່ອ​ໃຫ້ວົງ​ການ​​ເພື່ອນ​ມິດ​​ທີ່​ດີ​ຕໍ່​ກັນ ​ແລະ​ກ້າ​ຕຳ​ໜິຕິ​ຊົມກັນ​ຢ່າງ​ກົງ​ໄປ​ກົງ​ມາ​ນັ້ນ ​ນັບ​ມື້​ນັບ​ເປີດກວ້າງ​ອອກ​.
 

“ຢິວ​ເພີງ​ຈື້ຢວນຟ່າງ​ໄລ, ປູ​ອີ້​​ເລີ່​ຫູ່”, ສະ​ແດງ​ໃຫ້​ເຫັນເຖິງ​ຄວາມ​ປາຖະ    ໜາອັນ​ດີງາ​ມຂອງ​ປະຊາຊົນ​ຈີນ​ທີ່​ຍິນ​ດີ​ຜູກ​​ມິດ​ກັບ​ທົ່ວ​ໂລກ​ຢ່າງ​ກວ້າງຂວາງ.
 

ວົງ​ການ​ເພື່ອນ​ມິດ​ຂອງ​ຈີນ​ໄດ້​ເປີດ​ກວ້າງ​ອອກ​ແນວ​ໃດ? ​ຂໍ​ຍົກເລື່ອງ​ລາວ​ຂອງ​ລາຊະວົງ​ຖັງ.
 

​ໃນ​ລາຊະວົງ​ຖັງ, ຈີນ​ຖື​ວ່າເປັນປະ​ເທດ​ທີ່​ຮັ່ງມີ ​ເຂັ້ມ​ແຂງ ​ແລະ​ສິວິ​ໄລທີ່​ສຸ​ດ. ໃນ​ສະ​ໄໝ​ລາ​ຊະ​ວົງ​ຖັງ​, ລາ​ຊະ​ສຳ​ນັກ​ໄດ້​ດຳ​ເນີນ​ການສອບ​ເສັງ​ເພື່ອຄັດ​ເລືອກ​ເອົາ​ເຈົ້າ​ໜ້າ​ທີ່, ທັງໄດ້ອະນຸຍາດ​ໃຫ້​ຄົນ​ຕ່າງປະ​ເທດ​ເຂົ້າ​ຮ່ວມ​ການ​ສອບ​ເສັງ​ຢູ່​ຈີນໄດ້, ຈຶ່ງ​ໄດ້​ດຶງ​ດູດ​ຄົນ​ຕ່າງປະ​ເທດ​ຢ່າງ​ຫຼວງ​ຫຼາຍ​ໃຫ້ມາ​ຮໍ່າຮຽນ ​ແລະ​​ເສັງ​ເປັນ​ເຈົ້າ​ໜ້າ​ທີ່ຢູ່​ຈີນ. ຢູ່​​ປະ​ເທດຊິນ​ລາ ເຊິ່ງ​ເປັນ​ປະ​ເທດ​ໜຶ່ງ​ໃນ​ປະ​ຫວັດ​ສາດ​ແຫຼມ​ເກົາຫຼີ, ມີຄົນ​ຜູ້​ໜຶ່ງ​ຊື່​ວ່າ ​ໂຈ​ຈີວອນ ​​ຫາກໍ​ອາຍຸໄດ້ 12 ປີ​ກໍ​ໄປ​ຮໍ່າຮຽນ​ຢູ່​ຈີນ, ເມື່ອສອບເສັງ, ລາວເສັງ “ຈິ້ນ​ຊື້”ໄດ້, ​ ຄຳ​ວ່າ“ຈິ້ນ​ຊື້” ໝາຍ​ເຖິງ​ຜູ້​ທີ່​ເສັງຜ່ານ​ການ​ສອບ​ເສັບ​ຂັດ​ເລືອກເຈົ້າ​ໜ້າ​ທີ່​ຂອງ​ລາ​ຊະ​ສຳ​ນັກ​ສູນ​ກາງ​ໃນ​ສະ​ໄໝ​ບູ​ຮານ​ຈີນ. ເມື່ອເວລາອາຍຸໄດ້ 28 ປີລາວ​ໄດ້​ກັບ​ຄືນ​ປະ​ເທດ, ​ແລະ​ໄດ້​ຮັບ​ໜ້າ​ທີ່​ສຳຄັນ​ໃນການ​​ເຜີຍ​ແຜ່​ວັດທະນະທຳ​ຂອງ​ຈີນ, ​ເຊິ່ງຖືໄດ້ວ່າເປັນທູດສັນຖະວະໄມຕີລະຫວ່າງ​ລາຊະວົງ​ຖັງ ​ກັບປະ​ເທດຊິນ​ລາ, ອັນ​ໄດ້​ປະກອບສ່ວນ​ອັນ​ພົ້ນ​ເດັ່ນ​ເຂົ້າ​ໃນ​ການ​ເສີມ​ຂະຫຍາຍສາຍພົວພັນ​ມິດຕະພາບ​ລະຫວ່າງ​ສອງ​ປະ​ເທດ.
 

​ເມື່ອ​ຫວນ​ຄື​ນ​ເຖິງ​ປະຫວັດສາດ​ຂອງ​ຈີນ​ແລ້ວ​ຍັງ​ເຫັນ​ໄດ້​ວ່າ: ຄົນ​ຄື​ໂຈ​ຈີ​ວອນນີ້​ຍັງ​ມີ​ຢູ່ຫລາຍ, ນີ້​ກໍ​ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ເອື້ອ​ເຟື້ອ​ເຜື່ອ​ແຜ່​ຂອງ​ປະຊາຊົນ​ຈີນ, ຍິ່ງ​ສະ​ແດງ​ໃຫ້​ເຫັນ​ວ່າ “ການ​ໄປ​ມາ​ຫາ​ສູ່​ກັນ​ລະຫວ່າງ​ປະ​ເທດ ຂຶ້ນ​ຢູ່​ກັບ​ຄວາມສະໜິດສະໜົມ​ກັນຂອງປະຊາຊົນ”, ການ​ໄປມາຫາສູ່​ກັນ​ລະຫວ່າງ​ປະຊາຊົນ​ກໍ​ເປັນ​ແວ່ນ​ແຍງ​ໃຫ້​ແກ່​ການ​ໄປມາຫາສູ່​ກັນ​ລະຫວ່າງ​ປະ​ເທດ.
 

ນັບ​ແຕ່​ກອງ​ປະຊຸມ​ໃຫຍ່​ຂອງ​ພັກ​ກອມ​ມູນິດ​ຈີນ​ຄັ້ງທີ 18ເປັນ​ຕົ້ນ​ມາ, ຈີນ​ໄດ້​ຈັດ​ການ​ເຄື່ອນ​ໄຫວ​ດ້ານ​ການ​ຕ່າງ​ປະ​ເທດ​ທີ່​ສຳຄັນ​ຫຼາຍ​ຄັ້ງລຽນຕິດ, ຄື: ກອງ​ປະຊຸມ​ສຸດ​ຍອດ​ເອ​ເປັກ​ຢູ່​ນະຄອນ​ຫຼວງ​ປັກ​ກິ່ງ, ກອງ​ປະຊຸມ​ສຸດຍອດກຸ່ມ G20 ຢູ່​ນະຄອນ​​ຮາງ​ໂຈ່ວ, ກອງ​ປະຊຸມ​ອິນ​ເຕີ​ເນັດ​ໂລກ, ກອງ​ປະຊຸມ​ສຸດ​ຍອດ​ເວທີ​ປຶກສາ​ຫາລື​ ການ​ຮ່ວມ​ມື​ສາກົນ “ໜຶ່ງ​ແລວ​ໜຶ່ງ​ເສັ້ນທາງ”, ກອງ​ປະຊຸມ​ພົບ​ປະ​ຂອງ​ຜູ້ນຳ​ປະ​ເທດ​ບຣິກສຢູ່​ນະຄອນ​ເຊ້ຍ​ເມີນ, ກອງ​ປະຊຸມ​ເວທີ​ປຶກສາ​ຫາລື​ອາຊີ​ໂປ​ອາວ ​ແລະ​ກອງ​ປະຊຸມ​ສຸດ​ຍອດ​ອົງການ​ຮ່ວມ​ມື​ຊຽງ​ໄຮ້​ທີ່ຈັດ​ຂຶ້ນ​ຢູ່​ນະຄອນ​ຊິ່ງຕາວ​​​​ເມື່ອ​ເດືອນ​ມິຖຸນາ​ປີ 2018, ​ເຊິ່ງທັງ​ໝົດ​ເຫຼົ່ານີ້​ລ້ວນ​ແຕ່​​ຢັ້ງຢືນ​ໃຫ້​ເຫັນ​ວ່າ​ຈີນ​ເປີດ​ອົກ​ເປີດ​ໃຈ​ຜູກ​​ມິດ​ກັບ​ທົ່ວ​ໂລກ. ທ່ານ​ສີ​ຈິ້ນ​ຜິ​ງຊີ້​ອອກ​ວ່າ, “ອະລິຍະ​ທຳ​ມີ​ສີສັນ​ຢ່າງ​ຫຼາກ​ຫຼາຍ, ຍ້ອນອະລິຍະ​ທຳ​ຂອງ​ມະນຸດ​ມີ​ຄວາມ​ຫຼາກ​ຫຼາຍ​ຈຶ່ງ​ມີ​ຄຸນຄ່າ​ທີ່​ແລກປ່ຽນ ​ແລະ​​ຖອດ​ຖອນ​ບົດຮຽນ​ເຊິ່ງກັນ​ແລະ​ກັນ.”
 

图片默认标题_fororder_天下为公2 阿盟总部
 

​ທ່ານ​ສີ​ຈິ້ນ​ຜິ​ງໄດ້​ປະ​ກອບ​ຄຳ​ເຫັນ​ໃນ​ເວ​ລາ​ປາ​ຖະ​ກະ​ຖາ​ຢູ່​ສຳ​ນັກ​ງານ​ໃຫຍ່ສັນນິບາດ​ອາຣັບ​ເມື່ອວັນ​ທີ 21 ມັງກອນປີ 2016.
 

​ໃນ​ໂລກ​ປະຈຸ​ບັນ, ຈີນ​​ໄດ້​ລິ​​ເລີ່​ມ ​ແລະພວມ​ຊຸກຍູ້ການ​ຮ່ວມ​ກັນ​ສ້າງ “ໜຶ່ງ​ແລວ​ໜຶ່ງ​ເສັ້ນທາງ”, ສ່ອງ​ແສງ​ໃຫ້​ເຫັນ​ແຜນປະຕິບັດງານ​ທີ່​ຈີນ​ຮ່ວມ​ມື​ກັບປະ​ເທດ​ຕ່າງໆ​ໃນ​ໂລກ. ​ຄັນ​ຊັ້ນ ຈີນ​​ຄວນມີ​ແນວ​ຄວາ​ມຄິດ​ແນວ​ໃດ​ໃນ​ການ​ແລກປ່ຽນ​ກັບ​ໂລກ, ທ່ານ​ສີ​ຈິ້ນ​ຜິ​ງ​ໃຫ້​ທັດ​ສະ​ນະ​ວ່າ:​ເມີ້​ງຈືນັກ​ປັດ​ຊະ​ຍາຜູ້​ຍິ່ງ​ໃຫຍ່​ໃນ​ສະ​ໄໝ​ບູຮານ​ຈີນ​ກ່າວ​ວ່າ: “ລີ້​ທ່ຽນ​ເຊ້ຍຈື່  ​ເຈີ້​ງ​ເວີ້​ຍ, ຊິງ​ທ່ຽນ​ເຊ້ຍຈື່​ຕ້າ​ຕ້າວ” (ຄວນຢືນ​ຢູ່​ສະຖານ​ທີ່​ທີ່​ຖືກຕ້ອງ​ທີ່​ສຸດ​ໃນ​ໂລກ, ​ແລະ​ເດີນ​ຕາມ​ເສັ້ນທາງ​ທີ່​ກວ້າງ​ຂວາງ​ທີ່​ສຸດ​ໃນ​ໂລກ). ຊຸກຍູ້​ໃຫ້​ຄົນ​ທັງຫຼາຍ​ເຂົ້າ​ຮ່ວມວົງ​ການ​ເພື່ອນ​ມິດ “ໜຶ່ງ​ແລວ​ໜຶ່ງ​ເສັ້ນທາງ”; ບໍ່​ແມ່ນ​ການສະ​ແຫວ​ງຫາ​ການຕາບ​ຈູນ “ຊ່ອງ​ຫວ່າງ​ທາງ​ດ້ານ​ກຳ​ລັງ”, ​ແຕ່​​ແມ່ນ​ການ​ສ້າງ​ເຄືອ​ຂ່າຍ​ຄູ່​ຮ່ວມ​ມື​ແບບ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ.
 

ສຳ​ນວນ​ດັ່ງ​ກ່າວແມ່ນ​ຄວາມ​ເຫັນ​ຂອງ​ທ່ານ​ສີ​ຈິ້ນ​ຜິ​ງທີ່​​ທ່ານກ່າວ​ໃນ​ເວ​ລາ​ປາ​ຖະ​ກະ​ຖາ​ຢູ່​ສຳ​ນັກ​ງານ​ໃຫຍ່ສັນນິບາດ​ອາຣັບ​ເມື່ອວັນ​ທີ 21 ມັງກອນປີ 2016. ​ໃນ​ການ​ກ່າວປາຖະກະຖາ​ຄັ້ງ​ນັ້ນ, ທ່ານ​ສີ​ຈິ້ນ​ຜິ​ງ​ໄດ້​ຊີ້ແຈງເຖິງ​ຫຼັກ​ໝັ້ນ​ຂອງ​ຈີນ​ທີ່​ຍິນ​ດີ​ຮ່ວມ​ກັບປະ​ເທດ​ອາ​ຣັບ​ເພື່ອ​​ບຸກ​ເບີກ​ອະນາ​ຄົດ​ທີ່​ດີງາມ.

ຄຳ​ເຫັນ

0