覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສີ​ແສງ​ແຫ່ງ​ຍຸກ: ​ໂລກ​ເປັນ​ຂອງ​ປະຊາຊົນ 3

2020-06-24 10:14:48 cri

​​ໃນ​ວັນ​ທີ 21 ມັງກອນ ປີ 2016, ​ໃນ​ການ​ກ່າວ​ປາຖະກະຖາ​ຢູ່​ສຳນັກງານ​ໃຫຍ່​ສັນນິບາດ​ອາ​ຣັບ, ທ່ານ​ສີ​ຈິ້ນ​ຜິ​ງ​ໄດ້​ນຳ​ໃຊ້​ປະ​ໂຫຍ​ກໜຶ່ງ​ຂອງ​ເມີ້​ງຈື ຄື:“ລີ້​ທ່ຽນ​ເຊ້ຍຈື່​ເຈີ້​ງ​ເວີ້​ຍ, ຊິງ​ທ່ຽນ​ເຊ້ຍຈື່​ຕ້າ​ຕ້າວ”,​ແປ​ວ່າ “ຢືນ​ຢູ່​ສະຖານ​ທີ່​ທີ່​ຖືກຕ້ອງ​ທີ່​ສຸດໃນ​ໂລກ, ​ເດີນ​ຕາມ​ເສັ້ນທາງ​ກວ້າງຂວາງ​ທີ່​ສຸດ​ໃນ​ໂລກ”, ​ເຊິ່ງປະ​ໂຫຍ​ກນີ້​ມາ​ຈາກ​ບົດ “​ເມີ້ງຈື ​ເທີ​ງ​ເວີນ​ກົ່ງ ​ເຊ້ຍ”.
 

​ໃນ​ສະ​ໄໝ​ຂອງ​ເມີ້​ງຈື (ປີ​372ກ່ອນ​ຄສ -ປີ289​ກ່ອນ​ຄສ), ມີຊາຍ​ຜູ້​ໜຶ່ງ​ຊື່ ຈິງ​ຊຸ່ນ, ​ເປັນ​ຜູ້ໄດ້​​ເຊື່ອ​ຖື​ໃນ​ສຳ​ນັກ​ວິ​ຊາການ “ການ​ເມືອງ​ການ​ຕ່າງປະ​ເທດ”, ລາວ​ໄດ້​ປຶກສາ​ກັບ​ເມີ້​ງຈືກ່ຽວ​ກັບ​ບັນຫາ “​ວິ​ລະບຸລຸດ​ຜູ້​ຍິ່ງ​ໃຫຍ່”. ຈິງ​ຊຸ່ນ​ເຫັນ​ວ່າ, ​ໃນ​ຕອນ​​ນັ້ນ ກົ່ງ​ຊຸ່ນ​ຢຽນ ​ແລະ ຈ່າງ​ອີ ທີ່​ເປັນ​ນັກ​ການ​ເມືອງ​ການ​ຕ່າງປະ​ເທດ​ທີ່​ມີ​ຊື່​ສຽງ​ນັ້ນ ເປັນ ​ວິ​ລະ​ບຸລຸດ​ຜູ້​ຍິ່ງ​ໃຫຍ່. ​​ຖ້າເຂົາ​ເຈົ້າ​ໃຈ​ຮ້​າຍໂມ​ໂຫ​ຂຶ້ນ, ​ໂລກ​ກໍ​​ຈະ​ເກີດ​ມີ​ຄວາມ​ວຸ້ນ​ວາຍ, ​ຖ້າເຂົາ​ເຈົ້າ​ມີ​​ຈິດ​ໃຈ​ສະ​ຫງົບ, ​ໂລກ​ກໍ​ຈະ​ມີ​ຄວາມ​ສະຫງົບ. ​ແຕ່​​ເມີ້​ງຈື​ເຫັນ​ວ່າ: ຄົນ​ເຫຼົ່າ​ນີ້​ບໍ່​ສົມເປັນ​ວິ​ລະບຸລຸດ​ຜູ້​ຍິ່ງ​ໃຫຍ່, ​ວິ​ລະບຸລຸດ​ຜູ້​ຍິ່ງ​ໃຫຍ່​ຄວນ “ອາ​ໄສ​ຢູ່​ໃນເຮືອນ​ທີ່​ກວ້າງ​ທີ່​ສຸດ​ໃນ​ໂລກ, ຢືນ​ຢູ່​ບ່ອນ​ທີ່​ຖືກຕ້ອງ​ທີ່​ສຸດ​ໃນ​ໂລກ, ​ເດີນ​ຕາມ​ເສັ້ນທາງ​ທີ່​ກວ້າງຂວາງ​ທີ່​ສຸດ​ໃນ​ໂລກ, ຖ້າ​ສາ​ມາດບັນລຸ​ອຸດົມ​ການ​​ໄດ້​ກໍ​​ຈະຮ່ວມ​ກັນ​ກັບ​ປະຊາຊົນ​​ເດີນ​ທາງ​ເສັ້ນ​ທາງ​ທີ່​ຖືກ​ຕ້ອງ​ແບບ​ນີ້, ຖ້າ​ບໍ່​ສາມາດ​ບັນລຸ​​ອຸ​ດົມ​ການໄດ້​ກໍ​ຈະ​ຍຶດ​ໝັ້ນຕາມ​ຫຼັກການຕົນ​ເອງ​ແຕ່​ພຽງຜູ້​ດຽວ; “ຄວາມຮັ່ງ​ມີ ​ແລະ ຕຳ​ແໜ່​ງສູງ​ກໍ​ບໍ່​ສາມາດ​​ເຮັດ​ໃຫ້​ເສຍ​ທາດ​ຂາດ​ຄຸນ​​ໄດ້, ​ໃນ​ຍາມ​ທຸກ​ຍາກ​ກໍ​ຍັງ​ໜັກ​ແໜ້ນ​ບໍ່​ ​ຫວັ່ນ​ໄຫວ​ຄອນ​ແຄນ, ອິດ​ທິພົນ ​ແລະ​ອຳ​ນາດ​ໃດ​ໆກໍບໍ່​ສາມ​າດ​ບັງ​ຄັບ​ໃຫ້​ຈຳນົນ​ໄດ້”, ຄົນ​​ລັກ​ສະ​ນະແບບ​ນີ້​ຈຶ່ງ​ແມ່ນ​ວິ​ລະບຸລຸດ​ຜູ້​ຍິ່ງ​ໃຫຍ່.”  ຄຳ​ບັນ​​ຍາຍ​ຕອນ​ນີ້​ຂອງ​ເມີ້​ງຈືກ່ຽວ​ກັບ​ວິ​ລະບຸລຸດ​ຜູ້​ຍິ່ງ​ໃຫຍ່, ຖື​ວ່າ​ໜ້າ​ປະ​ທັບ​ໃຈ​ທີ່​ສຸດ, ​ເຊິ່ງ​ເປັນ​ການ​ຍ້ອງຍໍສໍ​ລະ​​ເສີນ​ຕໍ່​ວິ​ລະບຸລຸດ​ຜູ້​ຍິ່ງ​ໃຫຍ່​ທີ່​​ເດີນ​ຕາມ​ເສັ້ນທາງ​ແຫ່ງ​ຄວາມ​ເປັນ​ທຳ​ຢ່າງ​ສະຫງ່າ​ຜ່າ​ເຜີຍ​ໃນ​ປະຫວັດສາດ​ຂອງ​ປະຊາ​ຊາດ​ຈີນ.
 

ທິດ​ສະ​ດີ​ກ່ຽວ​ກັບ​ຄຸນສົມບັດ​ຂອງ​ວິ​ລະບຸລຸດ​ຜູ້​ຍິ່ງ​ໃຫຍ່​ທີ່​ສະ​ເໜີ​ໂດຍ​ເມີ້​ງຈື, ກໍ​ໄດ້​ກາຍ​ເປັນ​ຫຼັກການ​ສຳຄັນ​​ໃນ​ການ​ສ້າງ​ພາບ​ພົດ​​ໃຫ້​ຈີນ​ໃນ​ຖາ​ນະເປັນ​ປະ​ເທດ​ໃຫຍ່​ໃນ​​ໂລກ​ໃນປະ​ຈຸ​ບັນ. ກໍ​ຄື​ດັ່ງ​ທີ່​ທ່ານ​ສີ​ຈິ້ນ​ຜິ​ງກ່າວ​ໄວ້​ວ່າ​: ພວກ​ເຮົາ​ຈະ​ບໍ່​ສະ​ແຫວງ​ຫາ​ລັກ​ສະ​ນະ​ຄວາມ​ເປັນຕົວ​ແທນ, ກໍ​ບໍ່​ສະ​ແຫວ​ງຫາ​ການ​ສວຍ​ໂອ​ກາດ “​ສວມ​ຮອຍ”; ພວກ​ເຮົາ​ຍິນ​ດີ​ຮ່ວມ​ກັບ​ປະຊາຊົນ​ບັນດາ​ປະ​ເທດ​ໃນ​ໂລກ​ເພື່ອ​ຮ່ວມ​ມື​ກັນ​ແບບ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ; ພວກ​ເຮົາ​ຍິນ​ດີ​ສ້າງ​ປະຊາ​ຄົມ​ຮ່ວມ​ຊາຕາກຳ​ຂອງ​ມວນ​ມະນຸດ, ​ເຮັດ​ໃຫ້​ຄົນ​ທັງຫຼາຍ​ຮ່ວມ​ກັນ​ສ້າງ​​ໂລກ​ທີ່​ສວຍ​ງາມ​ບົນ​ພື້ນຖານ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ ​ແລະ ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ. ນີ້​ກໍ​ຄື​ຄວາມ​ໝັ້ນ​ໃຈ​ໃນວັດທະນະທຳ ລະບອບ ທິດ​ສະ​ດີ ​ແລະ ​ເສັ້ນທາງ​ທີ່​ກຳ​ເນີ​ດມາ​ຈາກ​ມູນ​ເຊື້ອ​ວັດທະນະທຳ​ທີ່​ດີງາມ​ຂອງ​ປະຊາ​ຊາດ​ຈີນ.
 

图片默认标题_fororder_天下为公3


ທ່ານ​ສີ​ຈິ້ນ​ຜິງ​ປະ​ກອບ​ຄຳ​ເຫັນໃນ​ກອງ​ປະຊຸມ​ວຽກ​ງານ​ການ​ຕ່າງປະ​ເທດ​ຂອງ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ​ທີ່​ຈັດ​ຂຶ້ນ​ໃນເດືອນ​ມິ​ຖຸ​ນາ​ປີ 2018 ຢູ່​ນະ​ຄອນຫຼວງ​ປັກ​ກິ່ງ.
 

ປະຈຸ​ບັນ, ສະຖານະ​ການ​ສາກົນ​ພວມ​ມີ​ການ​​ຜັນ​ແປ​ຢ່າງ​ໃຫຍ່​ຫຼວງ​​ໃນ​ຮອບ​ຮ້ອຍ​ປີຜ່ານມາ, ພາຍ​ໃຕ້​ສະພາບ​ການ​ແນວ​ນີ້, ພວກ​ເຮົາ​​ຢາກສ້າງການ​ພົວພັນ​ສາກົນ​ແບບ​ໃໝ່, ກໍ​ຕ້ອງ​ຮັບ​ຮູ້​ທ່າ​ອ່ຽງຂະຫຍາຍຕົວ​ຂອງ​​ສະ​ພາບ​ການສາກົນ​ໃນ​ປະຈຸ​ບັນ​ຢ່າງ​ຖືກຕ້ອງ. ​ໃນ​ກອງ​ປະຊຸມ​ວຽກ​ງານ​ການ​ຕ່າງປະ​ເທດ​ຂອງ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ​ທີ່​ຈັດ​ຂຶ້ນ​ໃນເດືອນ​ມິ​ຖຸ​ນາ​ປີ 2018 ຢູ່​ນະ​ຄອນຫຼວງ​ປັກ​ກິ່ງ, ທ່ານ​ສີ​ຈິ້ນ​ຜິ​ງຊີ້​ອອກ​ວ່າ, ​ໃນ​ການ​ຮັບ​ຮູ້​ສະຖານະ​ການ​ສາກົນ​ຕ້ອງ​ບຳລຸງ​ສ້າງ​ທັດສະນະ​ທີ່​ມີ​ຕໍ່​ປະຫວັດສາດ ທັດສະນະ​​ທີ່​ມີ​ຕໍ່ສະພາບ​ການ​ລວມ ​ແລະ ທັດສະນະ​ກ່ຽວ​ກັບ​ຖານະ​ບົດບາດ​ຂອງ​ຕົນ​ຢ່າງ​ຖືກຕ້ອງ. ຫຼືເວົ້າ​ອີກ​ຢ່າງ​ໜຶ່ງ​ແມ່ນ:​ໃນ​ສະຖານະ​ການ​ສາກົນປະຈຸ​ບັນ, ພວກ​ເຮົາ​ຍິ່ງ​ຕ້ອງ​ຢືນ​ຢູ່​ບ່ອນ​ທີ່​ຖືກຕ້ອງ​ທີ່​ສຸດ​ໃນ​ໂລກ, ​ແລະ​ເດີນ​ຕາມ​ເສັ້ນທາງ​ທີ່​ກວ້າງຂວາງ​ທີ່​ສຸດ​ໃນ​ໂລກ.
 

​​​ຕັ້ງແຕ່​ໃດໆ​ມາ, ​ວັດທະນະທຳ​ຂອງ​ຈີນ​ແມ່ນສະ​ແຫວ​ງຫາ​ເປົ້າ​ໝາຍ​ກ່ຽວ​ກັບ​ວຽກ​ງານການ​ຕ່າງປະ​ເທດ​ທີ່​ເຊື່ອມ​ໂຍງ​ຈຸດ​ດີ​ເດັ່ນ​ດ້ານ​ວັດ​ທະ​ນະ​ທຳ​ຂອງ​ປະ​ເທດ​ຕ່າງໆ​, ສະ​ແຫວ​ງຫາ​ຜົນ​ປະ​ໂຫຍ​ດລວມຂອງ​ໂລກ, ​ແລະ​ການ​ຮ່ວມ​ມື​ແບບ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ. ແຕ່​ລະ​ປະ​ເທດ​ຕ່າງກໍ​ມີ​ຈຸດ​ດີ​ເດັ່ນ​​ດ້ານ​ວັດ​ທະ​ນະ​ທຳ​ຂອງ​ໃຜ​ລາວ, ​​ຄວນເຄົາ​ລົບ​ແລະ​ຍອມ​ຮັບ​ຈຸດ​ດີ​ເດັ່ນ​ດ້ານ​ວັດ​ທະ​ນະ​ທຳ​ຂອງ​ກັນ​ແລະ​ກັນ, ​ເຊື່ອມ​ໂຍງຈຸດ​ດີ​ເດັ່ນ​ດ້ານ​ວັດ​ທະ​ນະ​ທຳ​ຂອງ​ປະ​ເທດ​ຕ່າງໆ​ເຂົ້າ​ກັນ, ທົ່​ວ​ໂລກ​​ຈຶ່ງຈະ​ມີ​ຄວາມປອງ​ດອງ​ກົມກຽວ​ກັນ. ມີ​ແຕ່​ຮ່ວມ​ມື​ກັນ​ແບບ​ຕ່າງ​ຝ່າຍຕ່າງ​ມີ​ຜົນ​ປະ​ໂຫຍ​ດ, ຈຶ່ງ​ຈະ​ໄດ້​ຮັບ​ປະສິດທິ​ຜົນ​ທີ່​ດີ ​ແບບ 1 ບວກ1 ​ໃຫຍ່​ກວ່າ 2.
 

​ໃນ​ປະຫວັດສາດ​ຂອງ​ຈີນ​ກໍ​ມີ​ຕົວຢ່າງ​ໜຶ່ງ​ທີ່​ພົ້ນ​ເດັ່ນ, ຄື​ທ່ານ​ເຈີ້​ງ​ເຫີ ນັກ​ເດີນ​ທະ​ເລ​​ຜູ້​ຍິ່ງ​ໃຫຍ່​ທີ່​ສຸດ​ໃນ​ປະຫວັດສາດ​ຂອງ​ຈີນ. ທ່ານ​ເຈີ້​ງ​ເຫີ​​ ເດີນ​ທະ​ເລ​ທາງໄກ​​ ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ຈິດ​ໃຈ​ວັດທະນະທຳ​ທີ່​ມີ​ໄມຕີ​ຈິດ​ມິດຕະພາບ ​ສັນ​ຕິ​ພາບ​ແລະ ຢູ່​ຮ່ວມ​ກັນ​ຢ່າງ​ກົມກຽວ​. ປະຈຸ​ບັນ​ຢູ່​ປະ​ເທດ​ໄທ​ຍັງ​ມີ​ຮູບ​​ປັ້ນ​ເຈີ້ງ​ເຫີເຄືອບ​ຄໍາ​ອົງ​ໜຶ່ງ; ຢູ່​ຫໍພິພິດ​ທະ​ພັນ​ກິດ​ຈະ​ການ​ທາງທະ​ເລ​ຂອງ​ສິງກະ​ໂປ, ​ມີ​ກຳ​ປັ່ນ “​​ເຈີ້​ງ​ເຫີ​” ທີ່​ເປັນ​ກຳ​ປັ່ນ​ຈຳ​ລອງ​ຂະ​ໜາດ​ເທົ່າ​ກັບ​ຂອງ​ຈິງລຳ​ໜຶ່ງ. ທັງ​ໝົດ​ເຫຼົ່າ​ນີ້​ລ້ວນ​ແຕ່​ແມ່ນ​ສັກ​ຂີ​ພິຍານ​ຕົວ​ຈິງ​ທີ່​ສະ​ແດງ​ໃຫ້​ເຫັນ​ເຖິງ​ການ​ໄປມາຫາສູ່​ກັນ​ດ້ວຍ​​ໄມ​ຕີ​ຈິດ​ມິດຕະພາບ​ລະຫວ່າງ​ຈີນ​ກັບ​ປະ​ເທດຕ່າງໆ​ໃນ​ໂລກ.
 

ທ່ານ​ສີ​ຈິ້ນ​ຜິ​ງຊີ້​ອອກ​ວ່າ, ທ້ອງ​ຟ້າ​ກວ້າງ​ໃຫຍ່​ພຽງ​ພໍ, ໜ່ວຍ​ໂລກ​​ກໍກວ້າງຂວາງ​ພຽງ​ພໍ,​ໂລກ​ນີ້​ກໍ​ໃຫຍ່​​ພຽງ​ພໍ, ​ເຊິ່ງສາມາດ​ຮອງ​ຮັບ​ບັນ​ດາປະ​ເທດ​ໃຫ້ພັດທະນາ ​ແລະ ​ສ້າງ​ຄວາມຈ​ະ​ເລີ​ນຮຸ່ງ​ເຮືອງ​ຮ່ວມກັນ. ​ໃນ​ໂລກ​ປະຈຸ​ບັນ​ບໍ່​ມີ​ປະ​ເທດ​ໃດ​ສາມາດ​ຢູ່​ໂດດ​ດ່ຽວ​ໄດ້, ບໍ່​ມີ​ປະ​ເທດ​ໃດ​ສາມາດ​ພັດທະນາ​ດ້ວຍ​ຕົນ​ເອງ​ໂດຍ​​ປາ​ສະ​ຈາກ​ການໄປມາຫາສູ່​ກັນ​ກັບປະ​ເທດ​ອື່ນ.
 

ປະຈຸ​ບັນ​ຈີນ​ພວມ​ປະຕິບັດ​ຕາມ​ທັດສະນະ​ທີ່​ຮ່ວມ​ມື​ກັນ​ແບບ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ ​ແລະ ຢູ່​ຮ່ວມ​ກັນ​ຢ່າງ​ກົມກຽວ, ພະຍາຍາມ​ຊຸກຍູ້​ການ​ສ້າງ​ປະຊາ​ຄົມ​ຮ່ວມ​ຊາຕາກຳ​ຂອງ​ມວນ​ມະນຸດ, ​ໃນ​ນັ້ນ​ຕົວຢ່າງ​ທີ່​ດີ​ທີ່​ສຸດ​ກໍ​ແມ່ນ ການ​ຮ່ວມ​ມື​ສາກົນ “ໜຶ່ງ​ແລວ​ໜຶ່ງ​ເສັ້ນທາງ”. ປະຈຸ​ບັນ​ ຈີນ​​ໄດ້​ກາຍ​ເປັນປະ​ເທດ​ເສດຖະກິດ​ໃຫຍ່​​ອັນ​ດັບ2​ຂອງ​ໂລກ, ​​ເປັນ​ຜູ້ແບກ​ຫາບ​ຄວາມ​ຮັບຜິດຊອບ​ສາກົນ​ນັບ​ມື້​ນັບ​ຫຼາຍ​ຂຶ້ນ. ທ່ານ​ສີ​ຈິ້ນ​ຜິ​ງກໍ​​ເຄີຍ​ກ່າວ​ວ່າ, ການ​ພັດທະນາ​ຂອງ​ຈີນ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດຈາກ​ປະຊາ​ຄົມ​ໂລກ, ຈີນ​ກໍຍິນ​ດີ​ສະໜອງ​ຜະລິດ​ຕະພັນ​ສາທາລະນະ​ໃຫ້​ແກ່​ປະຊາ​ຄົມ​ໂລກ​ຫຼາຍ​ກວ່າ​ເກົ່າ.
 

ທ່ານ​ອາດ​ຈະ​ຮູ້​ເຫດຜົນ​ແບບ​ງ່າຍໆ​ຢ່າງ​ໜຶ່ງ ຄື: ຖ້າຢາກ​ຮັ່ງມີ​ຂຶ້ນ ກໍ​ຄວນ​ສ້າງ​ເສັ້ນທາງ​ໄປ​ກ່ອນ. ຫຼາຍ​ປະ​ເທດ​ລຽບ​ຕາມ​ “ໜຶ່ງ​ແລວ​ໜຶ່ງ​ເສັ້ນທາງ” ຍັງ​ທຸກ​ຍາກ​ຫຼ້າ​ຫຼັງ​ຢູ່, ​ອັນ​ເກີດ​ມາ​ຈາກ​ຫຼາຍ​ສາ​ເຫດ, ​ໃນ​ນັ້ນ​ສາ​ເຫດ​ສຳຄັນ​ອັນ​ໜຶ່ງ​ກໍ​ຄື ສິ່ງ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ​ຍັງ​ຫຼ້າຫຼັງຫຼາຍ, ​ເຊິ່ງກະທົບ​ເຖິງ​ການ​ພັດທະນາ​ຂອງ​ປະ​ເທດ​ລຽບ​ຕາມ “ໜຶ່ງ​ແລວ​ໜຶ່ງ​ເສັ້ນທາງ”.
 

ກໍ​​ຍ້ອນ​ໄດ້ພິຈາລະນາ​​ເຖິງ​ບັນ​ຫານີ້, ປີ 2013, ​​ເປັນ​ເວລາ​ດຽວ​ກັນ​ທີ່ໄດ້ສະ​ເໜີ​​ຂໍ້ລິ​ເລີ່​ມ “ໜຶ່ງ​ແລວ​ໜຶ່ງ​ເສັ້ນທາງ”ຕໍ່​ປະຊາ​ຄົມ​ໂລກ​ຢ່າງ​ເປັນ​ທາງ​ການ, ທ່ານ​ສີ​ຈິ້ນ​ຜິ​ງຍັງ​ໄດ້​ສະ​ເໜີ​ໃຫ້​ສ້າງ​ທະນາຄານ​ລົງທຶນ​ພື້ນຖານ​ໂຄງ​ລ່າງ​ອາຊີ ຫຼື AIIB, ​ເພື່ອ​ລະດົມ​ທຶນ​ເຂົ້າ​ໃນ​ການ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ​ໃຫ້​ແກ່​ປະ​ເທດ​ລຽບ​ຕາມ “ໜຶ່ງ​ແລວ​ໜຶ່ງ​ເສັ້ນທາງ”.
 

​ເລີ່​ມ​ແຕ່​ເດືອນ​ມັງກອນ ປີ 2016, ເມື່ອທະນາຄານ​ AIIB ​ໄດ້​ເລີ່ມ​ໃຫ້​ບໍ​ລິ​ການ​ຢ່າງ​ເປັນ​ທາງ​ການ​ແລ້ວ​ກໍ​ໄດ້ເລືອກ​ເຟັ້ນໂຄງການ​ລົງທຶນ​ທີ່​ສຳຄັນ​ຈຳນວນ​ໜຶ່ງ​ຢ່າງ​ຈິງ​ຈັງ, ​ແລະ​ໄດ້​ລົງທຶນ​ຢ່າງ​ຫຼວງ​ຫຼາຍ. ການ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ​ລຽບ​ຕາມ “ໜຶ່ງ​ແລວ​ໜຶ່ງ​ເສັ້ນທາງ”​ໄດ້​ພັດທະນາ​ກ້າວ​ໄປ​ໜ້າ​ຢ່າງ​ເປັນ​ລະບົບ ​ແລະ ​ເປັນ​ເຄືອ​ຂ່າຍ, ​ເຊິ່ງລວມທັງ​ທາງ​ດ່ວນ ທາງ​ລົດ​ໄຟ​ຄວາມ​ໄວ​ສູງ, ກໍ​ລວມທັງ​ສະໜາມ​ບິນ ທ່າ​ກຳ​ປັ່ນ, ​ລວມທັງ​​ໂທລະ​ຄົມມະນາຄົມ, ​ເຊິ່ງ​ໄດ້​ເສີມ​ຂະຫຍາຍ​ບົດບາດ​ທີ່​ສຳຄັນ​ທີ່​ສຸດ​ໃຫ້​ແກ່​ການ​ພັດທະນາ​ ​ແລະ ​ການ​ສ້າງຄວາມຮັ່ງ​ມີ​ຮ່ວມ​ກັນຂອງ​ປະ​ເທດ​ລຽບ​ຕາມ “ໜຶ່ງ​ແລວ​ໜຶ່ງ​ເສັ້ນທາງ”.
 

ປະ​ເທດ​ລາວ​ກໍ​ຢູ່​ລຽບ​ຕາມ “ໜຶ່ງ​ແລວ​ໜຶ່ງ​ເສັ້ນທາງ”. ວັນ​ທີ 10 ​ເມສາ ປີ 2010, ຜູ້ຕາງໜ້າ 18 ປະ​ເທດ​ອາຊີ​ໄດ້​ລົງ​ນາມ​ໃນ “ສັນຍາ​ລະຫວ່າງ​ລັດຖະບານ​ວ່າ​ດ້ວຍ​ຕາ​ໜ່າງ​ທາງ​ລົດ​ໄຟ​ອາຊີ”ຢ່າງ​ເປັນ​ທາງ​ການ. ​ໃນ​ນັ້ນ, ​ເສັ້ນທາງ​ລົດ​ໄຟ​ຈີນ​-ລາວ​ກໍ​ນອນ​ຢູ່​ໃນ​ຕອນ​ໜຶ່ງ​ທີ່​ສຳຄັນ​ໃນ​​ເສັ້ນທາງ​ລົດ​ໄຟ​​ສາຍ​ກາງ​ຂອງພາກ​ພື້ນ​ອາຊີ. ອີງ​ຕາມ​ແຜນການ, ​ເສັ້ນທາງ​ລົດ​ໄຟ​ລາວ-​ຈີນ​ຈະ​ຜ່ານ​ປະ​ເທດ​ລາວ, ​​ໂດຍ​ເຊື່ອມ​ຕໍ່​ຊາຍ​ແດນ​ຈີນກັບ​ປະ​ເທດ​ລາວໃນ​ຕອນເໜືອ ນະຄອນຫຼວງວຽງ​ຈັນ​ກັບປະ​ເທດ​ໄທ​, ​ໃນ​ອະນາຄົດ​ຍັງ​ຈະ​ເຊື່ອມ​ຕໍ່​ກັບ​ເຄືອ​ຂ່າຍ​ທາງ​ລົດ​ໄຟ​ຂອງ​ປະ​ເທດ​ອື່ນ​ໃນ​ແຫຼມ​ອິນ​ດູ​ຈີນ. ສະ​ນັ້ນ, ການ​ສ້າງ​ເສັ້ນທາງ​ລົດ​ໄຟ​ລາວ-​ຈີນ ບໍ່​ພຽງ​ແຕ່​ຈະ​ເຮັດ​ໃຫ້​ປະ​ເທດ​ລາວ​ທີ່ຢູ່​ໃຈກາງ​ແຫຼມ​ອິນ​​ດູ​ຈີນ​​ເສີມ​ຂະຫຍາຍ​ທ່າ​ແຮງ​ດ້ານ​ພູມ​ສາດ​ຢ່າງ​ແທ້​ຈິງ​ ເພື່ອ​ຫັນ​ປະ​ເທດ​ທີ່​ບໍ່​ມີ​ທາງ​ອອກ​ສູ່​ທະ​ເລ​ເປັນ​ປະ​ເທດ​ເຊື່ອມ​ໂຍງ​ເຊື່ອມ​ຈອດ​ກັບ​ພາກ​ພື້ນ, ພ້ອມ​ທັງ​ຈະ​​ເຊື່ອມ​ຕໍ່​ປະ​ເທດ​ລາວ​ກັບ​ປະ​ເທດຈີນ ​ແລະ ປະ​ເທດ​ອາ​ຊຽນອື່ນໆ​ຢ່າງ​ແໜ້ນ​ແຟ້ນກວ່າ​ເກົ່າ, ​ເປັນ​ການປັບປຸງ​ເຄືອ​ຂ່າຍ​ທາງ​ລົ​ດ​ໄຟ​ອາຊີ​ໃຫ້​ສົມບູນ​ຂຶ້ນ, ສ້າງ​ໂອກາດ​ພັດທະນາ​ທີ່​ດີກ​ວ່າ​ເກົ່າ​ໃຫ້​ແກ່​ປະ​ເທດ​ພວມ​ພັດທະນາ​ເຊິ່ງລວມທັງ​ປະ​ເທດ​ລາວ, ​ອັນຈະ​ນຳ​ເອົາ​ຜົນ​ປະ​ໂຫຍ​ດຕົວ​ຈິງ​ມາ​ສູ່ປະຊາຊົນ​ບັນດາ​ປະ​ເທດ.

 

ຄຳ​ເຫັນ

0