何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

​ທ່ານ​ສີ​ຈິ້ນ​ຜິງ​ພ້ອມ​ກັບ​ນັກ​ຮົບ​ຕ້ານ​ຢາ​ເສບ​ຕິດໄດ້​ຍຶດ​ໝັ້ນ​ປະ​ຕິ​ບັດ​ໜ້າ​ທີ່ຢ່າງສະ ເໝີຕົ້ນສະເໝີປາຍເພື່ອ​ເອົາ​ຊະ​ນະ​ບັ້ນ​ຮົບ​ທົ່ວ​ປວງ​ຊົນຕ້ານຢາເສບຕິດ

2020-06-25 21:14:40 CRI

ທ່ານສີຈິ້ນຜິງໄດ້​ໃຫ້​ຄວາ​ມ​ສຳ​ຄັນ​ຢ່າງສູງຕໍ່ວຽກງານຕ້ານຢາເສບຕິດ. ​ພາຍ​ໃຕ້​ການຊີ້ນຳນຳ​ພາ​ຂອງ​ທ່ານມາ​ເປັນ​ເວ​ລາຫຼາຍ​ປີ, ຕຳຫຼວດປາບປາມຢາເສບຕິດ,ອາສາສະໝັກບຳບັດຜູ້ຕິດຢາເສບຕິດແລະຜູ້ອື່ນໆ​ໄດ້​ເຂົ້າຮ່ວມ​ບັ້ນ​ຮົບ​ທົ່ວ​ປວງ​ຊົນຕ້ານຢາເສບຕິດນັບ​ມື້​ນັບຫຼາຍ​ຂຶ້ນ​.

图片默认标题_fororder_微信图片_20200625204940

​​ ສ່ຽງ​ຊີ​ວິດ​ດ້ວຍ​ຄວາມ​ໄວ

ທ່ານສີຈິ້ນຜິງກ່າວວ່າ:"​ຫາກ​ບໍ່​ສາ​ມາດ​ປາບ​ປາມ​ຢາ​ເສບ​ຕິດ​ໄດ້​ ກໍ​ຈະ​ບໍ່​ລົດ​ລະການຕໍ່ສູ້ຕ້ານ​ກັບຢາເສບຕິດ​ແມ່ນ​ແຕ່​ມື້​ດຽວ."

ທ່ານຫວາງຢວີກ່າວວ່າ:"ຂ້າພະເຈົ້າມີຄວາມໃຝ່​ຝັນອັນ​ໜຶ່ງ​ຄື​ຫວັງ​ໃຫ້​ໂລກ​ນີ້​ປອດຢາເສບຕິດ." ເພື່ອໃຫ້ຄວາມ​ໃຝ່​ຝັນ​ນີ້ປາກົດຜົນເປັນຈິງ, ຫົວໜ້າ​ໜ່ວຍປາບປາມຢາເສບຕິດຂອງພະແນກປ້ອງກັນຄວາມສະຫງົບນະຄອນສາງ​ຈື້ແຂວງຊ່ານຊີ່​ທ່ານນີ້ໄດ້​ລອດ​ຕາຍຈາກ​ການ​ປະ​ຕິ​ບັດ​ໜ້າ​ທີ່​ປາບປາມ​ຢາ​ເສບ​ຕິດ​ມາຫຼາຍເທື່ອແລ້ວ.

​ໃນ​ການ​ເຄື່ອນ​ໄຫວ​ໄລ່​ຈັບ​ຄົນ​ຮ້າຍເທື່ອໜຶ່ງ, ຜູ້ຕ້ອງຫາ​ໄດ້ຂັບລົດຫຼົບໜີໄປຕາມ​ທາງ​ດ່ວນ​ຢ່າງ​ບໍ່​ມີທິດ​ທາງ, ທ່ານຫວາງຢວີແລະຕຳຫຼວດທ່ານອື່ນໆ​ໄດ້​​ຂັ​ບ​ລົດ​ດ້ວຍ​ຄວາມ​ໄວ​ສູງ​ເພື່ອໄລ່​ຈັບ​ຜູ້​ຕ້ອງ​ຫາ ​ຈົນ​ເຮັດ​ໃຫ້ລົດ​ເກືອບ​ເສຍ​ຫລັກ​ແລະ​ ເກືອບປີ້ນ​ຂວ້ຳ​ຢູ່​ທາງ​ໂຄ້ງຫຼາຍ​ເທື່ອ.  ໃນທີ່ສຸດທ່ານຫວາງຢວີກໍສາມາດລັດ​​ສະ​ກັດຜູ້ຕ້ອງຫາຢູ່ປ້ອມເກັບ​ຄ່າ​ທາງ​ດ່ວນແລະ​ສາ​ມາດຄົ້ນພົບຢາໄອສ 50 ​ກິ​ໂລ   ​ກ​ຣາມ​ທີ່ຊຸກເຊື່ອງໄວ້ໃນ​ປະ​ຕູ​ລົດ​ຂອງ​ຜູ້​ຕ້ອງ​ຫາ.

 

ບໍ່ໃຫ້ປ່ອຍປະຜູ້ຕິດຢາເສບຕິດຈັກຄົນ

ທ່ານສີຈິ້ນຜິງກ່າວວ່າ: "​ຢາກ​ເຮັດ​ວຽກ​ງານ​ຕ້ານ​ຢາ​ເສບ​ຕິດ​ໄດ້ດີ​ຕ້ອງມີ​ຈິດ​ໃຈ​ເຂັ້ມ​ແຂງ​ແລະ​ເດັດ​ດ່ຽວ​ໜຽວ​ແໜ້ນ​​, ຕັ້ງໃຈ​ເຮັດ​ວຽກ​​ແລະຕິດ​ແທດ​ຕົວ​ຈິງ.  ຕ້ອງ​ປະ​ຕິ​ບັດງານໂດຍ​ເລີ່ມ​ຈາກຊາວໜຸ່ມ,ເລີ່ມ​ຈາກ​ການສຶກສາອົບ​ຮົມແລະ​ ປ້ອງກັນ​​ປະ​ຊາ​ຊົນ​ອັນ​ໄພ​ສານ​ບໍ່​ໃຫ້​ໄປ​ຂ້ອງ​ກ່ຽວ​ກັບ​ຢາ​ເສບ​ຕິດ, ໃຫ້ປະຊາຊົນ​ທັງຫຼາຍຕັ້ງໜ້າສະແຫວງຫາ​ວິ​ທີການ​ດຳ​ລົງຊີວິດ​ທີ່​ສົດ​ຊື່ນ​ແລະສີວິໄລ."

 

图片默认标题_fororder_微信图片_20200625204932

ທ່ານຕ້ວນຮວາ​ເຊີ້ງ​ເຊື່ອ​ວ່າ: ​ເວົ້າໃນ​ດ້ານ​ທາດ​ແທ້ຂອງ​ເຂົາ​ເຈົ້າແລ້ວ,ຜູ້​ຕິດ​ຢາ​ເສບ​ຕິດ​ບໍ່​ແມ່ນ​ຄົນ​ຮ້າຍທີ່ແທ້ຈິງ, ຕ້ອງ​ມີ​ມື້​ໃດ​ມື້ໜຶ່ງ​ທີ່​ເຂົາເຈົ້າຈະ​ສາມາດສຳ​ນຶກ​ຕໍ່ຄວາມ​ຜິດ​ຂອງ​ຕົນ.

ທ່ານ​ຕ້ວນຮວາ​ເຊີ້ງ​ ອາຍຸ 79 ປີ ​ແມ່ນຜູ້​ປະຕິບັດ​ວຽກ​ງານ​ອາສາ​ສະໝັກກ່ອນໝູ່​ຢູ່​ນະຄອນ​ຜິ​ງຊ່ຽງ​ແຂວງ​ຈ່ຽງຊີ່. ທ່ານ​ມີທ່າ​ທີສະເໝີຕົ້ນສະເໝີປາຍວ່າ:ຈະບໍ່“​ປ່ອຍປະ” ຜູ້​​ຕິດຢາ​​ເສບ​ຕິດຈັກຄົນ. ນັບ​ແຕ່​ປີ 2014 ​ເປັນ​ຕົ້ນ​ມາ, ທ່ານ​ຕ້ວນຮວາ​ເຊີ້ງ​ໄດ້​ສ້າງ​ຕັ້ງ​ຫ້ອງການ​ບຳບັດ ແລະ​ຕ້ານຢາ​ເສບ​ຕິດ ​ແລະ ສະມາຄົມ​ອາສາ​ສະໝັກ​ຕ້ານ​ຢາ​ເສບ​ຕິດ. ນັບ​ມາ​ຮອດ​ປະຈຸ​ບັນ, ​ໄດ້​ດຳ​ເນີນ​ກິດຈະກຳ​ໂຄສະນາ​ຕ້ານ​ຢາ​ເສບ​ຕິດ 1.160 ກວ່າ​​ເທື່ອ ​ໂດຍມີຜູ້ເຂົ້າຮ່ວມຮັບຟັງ 9 ​ແສນ 8 ໝື່ນ​ກວ່າ​ເທື່ອ​ຄົນ. ​ເວລາ​ການໃຫ້​ບໍລິການ​ທີ່​ເປັນ​ອາສາ​ສະໝັກ​ຂອງ​ທ່ານ​ຕ້ວນຮວາ​ເຊີ້ງ​ມີ​ເຖິງ 5 ໝື່ນ​ກວ່າ​ຊົ່ວ​ໂມງ.

 

ການ​ຕ້ານ​ຢາ​ເສບ​ຕິດ​ໃນ​ສາກົນ ​ເພື່ອສ້າງ​ຜົນ​ປະ​ໂຫຍ​ດ​ໃຫ້​ແກ່​ປະຊາຊົນ​ບັນດາ​ປະ​ເທດ

 

ທ່ານ​ສີ​ຈິ້ນ​ຜິ​ງ​ໄດ້​ວາງ​ແຜນ​ຄື​ດັ່ງ​ນີ້: “ຢາ​ເສບ​ຕິດ​ແມ່ນ​ໄພ​ອັນ​ຕະ​ລາຍຮ່ວມ​ຂອງ​ສັງຄົມ​ມະນຸດ” “ຈີນ​ມີ​ຈຸດ​ຢືນ​ໃຫ້​ເສີມສ້າງອົງການ​ຕ້ານ​ລັດທິ​ກໍ່​ການ​ຮ້າຍ​ໃນ​​ພາກ​ພື້ນ, ​ປາບ​ປາມການ​ຜະລິດ ​ແລະ​ການ​​ຄ້າຂາຍ​ຢາ​ເສບ​ຕິດ​ຢ່າງ​​ເຂັ້ມ​ງວດ.”

图片默认标题_fororder_微信图片_20200625204926

ໜ່ວຍປາບ​ປາມ​ຢາ​ເສບ​ຕິດ​ຂອງ​ພະ​ແນກ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ນະຄອນ​ລິນ​ຊ່າງ​ແຂວງ​ຢຸນນານ​ໄດ້​ຈັດ​ຕັ້ງ​ປະຕິບັດ​ຄື​ແນວ​ນີ້: ​ເດືອນ​ພຶດສະພາ​ປີ 2018, ​ເຂົາ​ເຈົ້າ​ໄດ້​ຮ່ວມ​ມື​ກັບ​ຕຳຫຼວດ​ມຽນມາ​​ມ້າງທຳລາຍ​ໂຮງງານ​ຜະລິດ​ຢາ​ເສບ​ຕິດ​ແຫ່ງ​ໜຶ່ງ​ຢູ່​ຕ່າງປະ​ເທດ, ຍຶດ​ໄດ້​ວັດຖຸ​ດິບ​ທີ່​ໃຊ້​​ໃນ​ການ​ຜະລິດ​ຢາ​ເສບຕິດ​ປະ​ເພດ​ຕ່າງໆ 43,6 ​ໂຕນ, ອຸປະກອນ​ຈຳນວນ​ໜຶ່ງ, ຈັບ​ຜູ້ຕ້ອງ​ຫາໄດ້ 30 ຄົນ, ​ໂຮງງານດັ່ງກ່າວເປັນ​ໂຮງງານປຸງ​ແຕ່ງ​ວັດຖຸ​ດິບເພື່ອ​ຜະລິດ​ຢາ​ເສບ​ຕິດ​ແຫ່ງ​ທຳ​ອິດ​ທີ່​ຈີນໄດ້ເຂົ້າຮ່ວມ​​ມ້າງ​ທຳລາຍຢູ່​ຕ່າງປະ​ເທດ​ນັບ​ແຕ່​ສປຈີນ​ສະຖາປະນາ​ຂຶ້ນ​ເປັນ​ຕົ້ນ​ມາ.

ເນື່ອງ​ໃນ​ໂອກາດ “ວັນ​ຕ້ານ​ຢາ​ເສບ​ຕິດ​ສາກົນ” ​ໄດ້ໝູນວຽນ​ມາ​ເຖິງ, ຈີນ​ໄດ້​ຈັດພິທີ​ຍ້ອງຍໍລວມ​ໝູ່ ​ແລະ ບຸກຄົນ​ກ້າວໜ້າໃນ​ວຽກ​ງານ​ຕ້ານ​ຢາ​ເສບ​ຕິ​ດທົ່ວ​ປະ​ເທດ​ຈີນ.ໂດຍມີທ່ານຫວາງຢວີ ຫົວໜ້າໜ່ວຍ​ປາບປາມຢາເສບຕິດ​ຂັ້ນ​ຮາກ​ຖານ ຜູ້ມີຄວາມ​ໃຝ່ຝັນຢາກໃຫ້ທົ່ວໂລກປອດຢາເສບຕິດ,​ ທ່ານຕ້ວນຮວາເຊີ້ງເປັນອາສາສະໝັກຕ້ານຢາເສບຕິດຢູ່ທ້ອງຖິ່ນເຊິ່ງເປັນຜູ້ບຳບັດຜູ້ຕິດຢາເສບຕິດເພື່ອໃຫ້ເຂົາເຈົ້າມີຊີວິດໃໝ່, ໜ່ວຍປາບປາມຢາເສບຕິດເມືອງລິນຊ່າງແຂວງຢຸນນານທີ່ ສູ້​ຊົນພະຍາຍາມສະກັດກັ້ນບໍ່ໃຫ້​ຢາເສບ​ຕິດ​ກໍ​ຄືຜູ້​ຄ້າຂາຍຢາເສບຕິດເລັດລອດເຂົ້າສູ່ປະເທດຈີນແລະຜູ້​ອື່ນໆ ລ້ວນແຕ່ໄດ້ຮັບ​ການ​ຍ້ອງຍໍໃນ​ພິ​ທີ​ດັ່ງ​ກ່າວ.

​ໃນ​ຂະ​ນະ​ທີ່ກ່າວສະ​ແດງ​ຄວາມ​ຊົມ​ເຊີຍ​ຢ່າງ​ສຸດ​ໃຈ​ຕໍ່ລວມ​ໝູ່ ​ແລະບຸກຄົນ​ກ້າວໜ້າ​ທີ່​ໄດ້​ຮັບ​ການ​ຍ້ອງຍໍ, ທັງ​ສະ​ແດງຄວາມ​ຢື້​ຢາມ​ຖາມ​ຂ່າວ​ຢ່າງ​ຈິງ​ໃຈ​ເຖິງ​ບັນດາ​ສະຫາຍ​ທີ່​ສູ້​ຊົນ​​ຢູ່​ແນວ​​ຮົບຕ້ານ​ຢາ​ເສບ​ຕິດ​ຂອງ​ທົ່ວ​ປະ​ເທດ, ທ່ານສີຈິ້ນຜິງຍັງໃຫ້ທິດ​ຊີ້​ນຳວ່າ: ປະຈຸ​ບັນ, ບັນຫາ​ຢາ​ເສບ​ຕິດຢູ່​ທັງ​ພາຍ​ໃນ ​ແລະ​ຕ່າງປະ​ເທດ, ໄພ​ອັນ​ຕະ​ລາຍຈາກ​ຢາ​ເສບ​ຕິດ​ແບ​ບ​ເກົ່າ ​ແລະ ​ແບບ​ໃໝ່, ການ​ກະທຳ​ຜິດ​​ກ່ຽວ​ກັບ​ຢາ​ເສບ​ຕິດ​ທາງ​ອອນ​ລາຍ ​ແລະອອຟລາຍປົນ​ເປ​ກັນ, ​ໄດ້​ເປັນໄພ​ອັນ​ຕະ​ລາຍ​ຢ່າງ​ໜັກ​ໜ່ວງຕໍ່​ຄວາ​ມປອດ​ໄພ​ດ້ານ​ຊີວິດ ແລະ ສຸຂະພາບ​​ຮ່າງກາຍ​ຂອງ​ປະຊາຊົນ, ​ກໍຄື​ຄວາມ​ສະຫງົບ​ຂອງ​ສັງຄົມ, ​ສະ​ນັ້ນ,ຕ້ອງ​ລົງ​ເລິກ​ປະຕິບັດ​ວຽກ​ງານ​ຕ້ານ​ຢາ​ເສບ​ຕິດ​ຄື​ທີ່​ໄດ້​ເຮັດ​ຜ່ານ​ມາຢ່າງ​ເດັດດ່ຽວ ​ແລະ​ເຖິງ​ກົກ​ເຖິງ​ຮາກ.

 

ຄຳ​ເຫັນ

0