ວັນທີ 8 ມິຖຸນາ2020ນີ້ ທ່ານສີຈິ້ນຜິງໄດ້ໄປສຳຫຼວດກວດກາວຽກງານຢູ່ເຂດປົກຄອງຕົນເອງເຜົ່າຫຸຍນິງເຊ້ຍ. ຕອນບ່າຍມື້ດຽວກັນ, ທ່ານສີຈິ້ນຜິງໄດ້ໄປສຳຫຼວດກວດເບິ່ງບ້ານຫົງເຕີຕາແສງຫົງຊື້ປູນະຄອນອູຈົ່ງ, ແມ່ນ້ຳເຫຼືອງຕອນເທສະບານນະຄອນອູຈົ່ງ, ເຂດຊຸມຊົນຈິ່ນຮວ່າຢວນຕາແສງຈິ່ນຊິ່ງ, ໃນນັ້ນມີຮູບແຜ່ນໜຶ່ງເປັນຕາສະອອນຫຼາຍ ຈຶ່ງໄດ້ຖືກເຜີຍແຜ່ຢ່າງກວ້າງກວ້າງວ່ອງໄວໃນທາງອິນເຕີເນັດ.
ໃນຮູບແຜນນີ້, ງົວໂຕໜຶ່ງຫຼັບຕາ ຍື່ນຫົວເດ່ອອກໄປຫາທ່ານສີຈິ້ນຜິງ, ມັນມີທ່າທາງເປັນຕາໜ້າຮັກໜ້າແພງຫຼາຍ, ທ່ານສີຈິ້ນຜິງກໍໄດ້ເດ່ມືອອກໄປ ເພື່ອຈະລູບຫົວງົວໂຕນີ້. ເຊິ່ງພາບນີ້ເປັນຕາສະອອນຫຼາຍ, ຄົນທັງຫຼາຍກໍພາກັນຫົວຂຶ້ນດ້ວຍຄວາມປະທັບໃຈ.
ຕອນບ່າຍວັນທີ 8 ມິຖຸນານີ້, ທ່ານສີຈິ້ນຜິງໄດ້ໄປສຳຫຼວດກວດເບິ່ງວຽກງານລຶບລ້າງຄວາມທຸກຍາກຢູ່ບ້ານຫົງເຕີ.
ງົວແມ່ນສັດທີ່ມີຄ່າສຳລັບປະຊາຊົນຢູ່ແຫ່ງນີ້. ຕາມຂ່າວແຈ້ງວ່າ, ບ້ານຫົງເຕີທີ່ທ່ານສີຈິ້ນຜິງໄປສຳຫຼວດກວດເບິ່ງເທື່ອນີ້ແມ່ນບ້ານຈັດສັນຍົກຍ້າຍຖິ່ນຖານຍ້ອນສາເຫດສິ່ງແວດລ້ອມ. ໃນຊຸມປີມໍ່ໆມານີ້, ບ້ານຫົງເຕີໄດ້ພະຍາຍາມສົ່ງອອກແຮງງານ, ບຸກເບີກພັດທະນາການປູກຝັງ ແລະ ການລ້ຽງສັດ. ໃນທົ່ວບ້ານມີ 724 ຄອບຄົວໄດ້ລ້ຽງສັດ, ໂດຍມີງົວພັນຊິ້ນ 1481 ໂຕ, ແກະ 5989 ໂຕ, ມີລາຍຮັບຕໍ່ປີ 7ລ້ານ 4 ແສນກວ່າຢວນ. ປີ 2019, ບ້ານຫົງເຕີໄດ້ຫຼຸດພົ້ນອອກຈາກຄວາມທຸກຍາກ, ລາຍໄດ້ສະເລ່ຍທີ່ສາມາດຈັບຈ່າຍໄດ້ຈິງຕໍ່ຫົວຄົນຂອງຊາວກະສິກອນມີ ເຖິງ8435 ຢວນ.
ຕອນບ່າຍວັນທີ 8 ມິຖຸນານີ້, ທ່ານສີຈິ້ນຜິງໄດ້ໄປສຳຫຼວດກວດເບິ່ງໂຮງງານເພື່ອລຶບລ້າງຄວາມທຸກຍາກໃຫ້ບ້ານຫົງເຕີ
ບ້ານຫົງເຕີຕາແສງຫົງຊື້ປູນະຄອນອູຈົ່ງເຂດນິງເຊ້ຍແມ່ນບ້ານຈັດສັນຊາວຍົກຍ້າຍຖິ່ນຖານຍ້ອນສາເຫດສິ່ງແວດລ້ອມ, ມີຄອບຄົວທຸກຍາກທີ່ໄດ້ລົງທະບຽນ 1036 ຄອບຄົວ ມີທັງໝົດ 4497 ຄົນ, ປະຈຸບັນ ຍັງມີ 20 ຄອບຄົວ ລວມ 50 ຄົນຍັງບໍ່ທັນຫຼຸດພົ້ນອອກຈາກຄວາມທຸກຍາກ. ຕອນບ່າຍວັນທີ 8 ມິຖຸນານີ້, ທ່ານສີຈິ້ນຜິງໄດ້ໄປສຳຫຼວດກວດເບິ່ງວຽກງານລຶບລ້າງຄວາມທຸກຍາກຢູ່ບ້ານຫົງເຕີ. ໃນໂຮງງານເພື່ອລຶບລ້າງຄວາມທຸກຍາກໃຫ້ບ້ານຫົງເຕີ, ທ່ານສີຈິ້ນຜິງໄດ້ຮັບຟັງການລາຍງານກ່ຽວກັບວຽກງານການລຶບລ້າງຄວາມທຸກຍາກຂອງບ້ານຫົງເຕີ ແລະ ເຂດນິງເຊ້ຍ. ທ່ານໄດ້ຍ່າງເຂົ້າໄປໃນໂຮງງານ, ແລະ ພົບປະໂອ້ລົມຢ່າງສະໜິດສະໜົມກັບຊາວບ້ານທີ່ພວມຜະລິດແກັດເຈ້ຍ. ຊາວບ້ານບອກກັບທ່ານສີຈິ້ນຜິງວ່າ, ທາງບ້ານໄດ້ດຶງດູດວິສາຫະກິດໃຫ້ມາຕັ້ງໂຮງງານຫຸ້ມຫໍ່ແກັດເຈ້ຍຢູ່ບ້ານຂອງຕົນ, ວຽກງານນີ້ໄດ້ແກ້ໄຂບັນຫາປະກອບອາຊີບໃຫ້ຊາວບ້ານ 100 ກວ່າຄົນ. ທ່ານສີຈິ້ນຜິງໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ເລື່ອງນີ້, ແລະໄດ້ກ່າວວ່າ, ຈຸດປະສົງຂອງການສ້າງໂຮງງານນີ້ກໍແມ່ນເພື່ອລຶບລ້າງຄວາມທຸກຍາກ, ຕ້ອງຍຶດໝັ້ນທາດແທ້ຂອງມັນ, ຄວນໃຫ້ບູລິມະສິດແກ່ປະຊາຊົນຜູ້ທຸກຍາກ, ຮັບສະໝັກງານປະຊາຊົນຜູ້ທຸກຍາກໃຫ້ຫຼາຍກວ່າເກົ່າ. ຊາວບ້ານເຮັດວຽກຢູ່ໃກ້ເຮືອນຕົນເອງ, ເຖິງວ່າເງິນເດືອນບໍ່ສູງທໍ່ກັບການເຮັດວຽກຢູ່ໃນຕົວເມືອງກໍຕາມ, ແຕ່ກໍສາມາດປະຢັດຄ່າຢູ່ ຄ່າກິນ ຄ່າເດີນທາງ ແລະ ອື່ນໆ, ຍັງສາມາດເບິ່ງແຍງຄອບຄົວອີກດ້ວຍ. ວິສາຫະກິດມີສ່ວນຮ່ວມໃນການສ້າງໂຮງງານເພື່ອລຶບລ້າງຄວາມທຸກຍາກ, ນີ້ໄດ້ສະແດງໃຫ້ເຫັນວ່າຜູ້ທີ່ຮັ່ງມີຂຶ້ນກ່ອນໄດ້ຊ່ວຍເຫຼືອຜູ້ອື່ນໆໃຫ້ຮັ່ງມີຂຶ້ນຕາມຫຼັງ, ນີ້ມີຄວາມໝາຍສຳຄັນຫຼາຍ.
ທ່ານສີຈິ້ນຜິງໄດ້ຢ້ຽມຢາມ ລຸງລິວເຄີ້ຣຸ້ຍ ຊາວບ້ານຫົງເຕີໃນເຮືອນຂອງເພິ່ນ.
ຫຼັງຈາກນັ້ນ, ທ່ານສີຈິ້ນຜິງໄດ້ຍ່າງໄປສຳຫຼວດກວດເບິ່ງສະພາບການຂອງບ້ານຫົງເຕີ. ຢູ່ເຮືອນຂອງລຸງລິວເຄີ້ຣຸ້ຍ ເຊິ່ງແມ່ນຊາວບ້ານເຜົ່າຫຸຍ, ທ່ານໄດ້ເບິ່ງເດີ່ນບ້ານ ຫ້ອງຮັບແຂກ ຫ້ອງນອນ ແລະ ຄອກລ້ຽງງົວຢ່າງລະອຽດ, ຮັບຮູ້ສະພາບການເຮັດວຽກ ລາຍຮັບລາຍຈ່າຍ ການປິ່ນປົວສຸຂະພາບ ແລະ ການປະກັນສັງຄົມຂອງສະມາຊິກຄອບຄົວນີ້. ລຸງລິວເຄີ້ຣຸ້ຍບອກກັບທ່ານສີຈິ້ນຜິງວ່າ, ດິນປູກຝັງຂອງຄອບຄົວຕົນໄດ້ໂອນສິດນຳໃຊ້ໃຫ້ຜູ້ອື່ນເພື່ອເກັບຄ່າ, ຍັງໄດ້ລ້ຽງງົວພັນຊິ້ນ 3 ໂຕ, ລູກຊາຍ ແລະ ລູກໄພ້ເຮັດວຽກຢູ່ໃນໂຮງງານແຜ່ນແພໃກ້ຄຽງ, ປີ 2017 ຄອບຄົວຕົນໄດ້ຫຼຸດພົ້ນອອກຈາກຄວາມທຸກຍາກ, ຊີວິດການເປັນຢູ່ກໍນັບມື້ນັບດີຂຶ້ນ. ພວກຊາວບ້ານຮູ້ສຶກວ່ານະໂຍບາຍຂອງພັກນີ້ດີຫຼາຍ, ທັງສຜັດໄດ້ເຖິງຄວາມສະໜິດສະໜົມອັນແທ້ຈິງຂອງພັກກອມມູນິດຈີນ. ທ່ານສີຈິ້ນຜິງໄດ້ຖາມຜົວເມຍລຸງລິວເຄີ້ຣຸ້ຍວ່າຍັງມີຄວາມຫຍຸ້ງຍາກຫຍັງອີກບໍ, ມີແຜນການແນວໃດກັບຊີວິດການເປັນຢູ່ໃນຕໍ່ໜ້ານີ້, ພ້ອມທັງເນັ້ນວ່າ, ຫຼັງຈາກຊາວບ້ານໄດ້ຈັດສັນຍົກຍ້າຍແລ້ວ, ຊີວິດໃນອະນາຄົດຈະດີກວ່າເກົ່າ. ຫວັງວ່າພີ່ນ້ອງປະຊາຊົນຈະສືບຕໍ່ພະຍາຍາມບຸກບືນຕື່ມອີກ, ຈົ່ງເສີມຂະຫຍາຍຄວາມຫ້າວຫັນ ຄວາມເປັນເຈົ້າການ ແລະ ຫົວຄິດປະດິດສ້າງຂອງຕົນ, ໃຊ້ສອງຝາມືຂອງຕົນເພື່ອສ້າງຊີວິດທີ່ດີງາມກວ່າເກົ່າ.
ການລຶບລ້າງຄວາມທຸກຍາກດ້ວຍອຸດສາຫະກຳແມ່ນສິ່ງທີ່ທ່ານສີຈິ້ນຜິງເອົາໃຈໃສ່ຢູ່ສະເໝີ. ໃນການສຳຫຼວດກວດກາວຽກງານແຕ່ຕົ້ນປີມານີ້, ທ່ານໄດ້ໄປກວດເບິ່ງອຸດສາຫະກຳເພື່ອລຶບລ້າງຄວາມທຸກຍາກທີ່ມີເອກະລັກພິເສດມາຫຼາຍເທື່ອແລ້ວ.
ເດືອນພຶດສະພາປີ 2020, ໃນເວລາໄປສຳຫຼວດກວດກາວຽກງານຢູ່ແຂວງສ່ານຊີ່, ທ່ານສີຈິ້ນຜິງໄດ້ໄປຮອດເມືອງຢຸນໂຈ່ວນະຄອນຕ້າທົງ ເພື່ອສຳຫຼວດກວດເບິ່ງແຫຼ່ງປູກດອກເດລີລີປອດສານພິດ. ທ່ານສີຈິ້ນຜິງໄດ້ຍ່າງເຂົ້າສູ່ສວນກວ້າງເພື່ອກວດເບິ່ງສະພາບການເຕີບໃຫຍ່ຂອງດອກເດລີລີ, ທັງບອກຊາວບ້ານວ່າ: ໃຫ້ປົກປ້ອງ ພັດທະນາອຸດສາຫະກຳດອກເດລີລີໃຫ້ດີ, ໃຫ້ພັດທະນາເປັນອຸດສາຫະກຳຂະໜາດໃຫຍ່, ກາຍເປັນຍີ່ຫໍ້ຊື່ດັງໃນລະດັບປະເທດ, ເຮັດໃຫ້ດອກເດລີລີກາຍເປັນ “ດອກທີ່ສ້າງຄວາມຮັ່ງມີ” ໃຫ້ແກ່ຊາວບ້ານ.
ເດືອນເມສາປີ2020 ນີ້, ໃນເວລາໄປສຳຫຼວດວຽກງານຢູ່ແຂວງສ້ານຊີ່, ທ່ານສີຈິ້ນຜິງໄດ້ໄປສຳຫຼວດກວດເບິ່ງສະພາບການລຶບລ້າງຄວາມທຸກຍາກຢູ່ບ້ານຈິ່ນມີຕາແສງສ້ຽວລິງເມືອງຈາສຸຍ. ທ່ານສີຈິ້ນຜິງໄດ້ຍ່າງໄປກວດເບິ່ງໂສມໜ້າຂອງບ້ານ,ຍ່າງເຂົ້າສູນຝຶກອົບຮົມຂອງບ້ານ, ໂຮງຢາງປູກເຫັດຫູໜູ, ຊອກຮູ້ແນວພັນເເຫັດຫູໜູ ແລະ ຂັ້ນຕອນປູກເຫັດຫູໜູ, ຖາມລາຄາ ຊ່ອງທາງການຈຳໜ່າຍເຫັດຫູໜູ ແລະລາຍຮັບຂອງຊາວບ້ານ, ທັງຍ້ອງຍໍວ່າເຂົາເຈົ້າໄດ້ພັດທະນາເຫັດຫູໜູນ້ອຍໆໃຫ້ກາຍເປັນອຸດສາຫະກຳໃຫຍ່.
ຫຼັງຈາກທີ່ທ່ານສີຈິ້ນຜິງໄປສຳຫຼວດກວດກາວຽກງານນີ້ແລ້ວ, ເຫັດຫູໜູເມືອງຈາສຸຍ, ດອກເດລີລີເມືອງຢຸນໂຈ່ວໄດ້ຮັບການເຜີຍແຜ່ຢ່າງກວ້າງຂວາງໃນສື່ສັງຄົມອອນລາຍ ແລະ ເວທີຖ່າຍທອດສົດການຈຳໜ່າຍທາງອອນລາຍ. ຜະລິດຕະພັນເຫຼົ່ານີ້ມີຊື່ສຽງດັງຂຶ້ນ, ແນວຄວາມຄິດລຶບລ້າງຄວາມທຸກຍາກ ວິທີສ້າງຄວາມຮັ່ງມີກໍໄດ້ຖືກເຜີຍແຜ່ຢ່າງກວ້າງຂວາງ. ທ່ານສີຈິ້ນຜິງເຄີຍກ່າວວ່າ, ຫຼັງຈາກພີ່ນ້ອງປະຊາຊົນຫຼຸດພົ້ນອອກຈາຄວາມທຸກຍາກແລ້ວ, ສິ່ງທີ່ຂ້າພະເຈົ້າເອົາໃຈໃສ່ທີ່ສຸດຄື: ຈະເຮັດແນວໃດເພື່ອໃຫ້ສາມາດສືບຕໍ່ເສີມຂະຫຍາຍໝາກຜົນຂອງການລຶບລ້າງຄວາມທຸກຍາກ ແລະ ປ້ອງກັນບໍ່ໃຫ້ກັບຄືນໄປສູ່ຄວາມທຸກຍາກຄືເກົ່າອີກ, ຮັບປະກັນໃຫ້ພີ່ນ້ອງປະຊາຊົນມີລາຍຮັບເພີ່ມຂຶ້ນຢ່າງຕໍ່ເນື່ອງ ແລະ ຮັ່ງມີຂຶ້ນ. ການພັດທະນາອຸດສາຫະກຳເພື່ອລຶບລ້າງຄວາມທຸກຍາກ, ສິ່ງສຳຄັນຂຶ້ນຢູ່ກັບການສ້າງຜົນປະໂຫຍດໃຫ້ແກ່ປະຊາຊົນ, ຂອດຫຍຸ້ງຍາກຂຶ້ນຢູ່ກັບການນຮັກສາຄວາມໜັກແໜ້ນ. ທ່ານກ່າວເນັ້ນວ່າ, ຕ້ອງຂະຫຍາຍຕ່ອງໂສ້ອຸດສາຫະກຳ, ຍົກສູງຄວາມສາມາດປ້ອງກັນຄວາມສ່ຽງ, ສ້າງກົນໄກເຊື່ອມຕໍ່ຜົນປະໂຫຍດໃຫ້ໜັກແໜ້ນກວ່າເກົ່າ, ຮັບປະກັນໃຫ້ປະຊາຊົນຜູ້ທຸກຍາກມີລາຍຮັບເພີ່ມຂຶ້ນຢ່າງໝັ້ນທ່ຽງ.
ການຫຼຸດພົ້ນອອກຈາກຄວາມທຸກຍາກບໍ່ແມ່ນຈຸດສິ້ນສຸດ, ແຕ່ແມ່ນຈຸດເລີ່ມຕົ້ນຂອງຊີວິດໃໝ່ ແລະ ການບຸກບືນສູ້ຊົນຄັ້ງໃໝ່. ທ່ານສີຈິ້ນຜິງກ່າວວ່າ, ຕໍ່ໄປຈະພັດທະນາຊົນນະບົດໃຫ້ຈະເລີນຮຸ່ງເຮືອງ, ຊຸກຍູ້ອຸດສາຫະກຳ ຊັບພະຍາກອນມະນຸດ ວັດທະນະທຳ ລະບົບນິເວດ ແລະ ການຈັດຕັ້ງພັກຂອງຊົນນະບົດໃຫ້ພັດທະນາຂຶ້ນຢ່າງຮອບດ້ານ.
ຄຳເຫັນ
0