ດາວໂຫຼດ App CRI-FM93 ລະບົບ IOS
ດາວໂຫຼດ App CRI-FM93 ລະບົບ Android
“ວັດທະນະທຳຄືມິ່ງຂວັນຂອງຊົນຊາດໜຶ່ງ.” ນັບແຕ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຂອງພັກກອມມູນິດຈີນຄັ້ງທີ 18ເປັນຕົ້ນມາ, ສູນກາງພັກກອມມູນິດຈີນໄດ້ໃຫ້ຄວາມສຳຄັນຢ່າງສູງຕໍ່ການສືບທອດແລະເສີມຂະຫຍາຍວັດທະນະທຳທີ່ເປັນມູນເຊື້ອທີ່ດີງາມຂອງຈີນ, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນໄດ້ໃຫ້ທັດສະນະຫລາຍເທື່ອໃນໂອກາດສຳຄັນກ່ຽວກັບການເສີມຂະຫຍາຍວັດທະນະທຳຈີນແລະໃຫ້ສືບຕໍ່ມີຄວາມໝັ້ນໃຈຕໍ່ວັດທະນະທຳຢ່າງເດັດດ່ຽວໜຽວແໜ້ນ. ວັນທີ25ມິຖຸນາກົງກັບມື້ຂຶ້ນ 5 ຄ່ຳ ເດືອນ 5 ຕາມຈັນທະຄະຕິຈີນ, ເປັນມື້ບຸນຕ່ວນອູທີ່ມີເອກະລັກພິເສດດ້ານວັດທະນະທຳທີ່ເປັນມູນເຊື້ອຂອງຈີນ, ພວກເຮົາມາຕິດຕາມການເຄື່ອນໄຫວເຮັດວຽກຂອງທ່ານສີຈິ້ນຜິງເພື່ອສຳຜັດກັບວັດທະນະທຳຈີນທີ່ມີປະຫວັດສາດຍາວນານແຕ່ຍັງມີຄຸນຄ່າສູງຈົນມາເຖິງທຸກມື້ນີ້,ແລະຮັບຮູ້ທັດສະນະຂອງທ່ານສີຈິ້ນຜິງກ່ຽວກັບຄວາມໝັ້ນໃຈຕໍ່ວັດທະນະທຳຈີນ.
ພໍແຕ່ຮອດມື້ບຸນຕ່ວນອູຂອງແຕ່ລະປີ, ປະຊາຊົນຈີນກໍຈະຈັດກິດຈະກຳຫຼາຍຮູບຫຼາຍສີເພື່ອທົບທວນຄືນຄວາມມີສະເໜ່ຂອງວັດທະນະທຳທີ່ເປັນມູນເຊື້ອອັນດີງາມເຊັ່ນ: ຫ້ອຍຖົງຢາຫອມ, ກິນເຂົ້າຕົ້ມ, ຊ່ວງເຮືອແລະອື່ນໆ. ການຫ້ອຍຖົງຢາຫອມແມ່ນຮີດຄອງປະເພນີທີ່ໄດ້ສືບທອດກັນມາເປັນເວລາພັນປີແລ້ວ ເຊິ່ງກໍເພື່ອສະແດງຄວາມຫວັງດີເພື່ອໃຫ້ມີຄວາມປອດໄພ,ປາສະຈາກໂລກໄພໄຂ້ເຈັບ. ຢູ່ບ້ານມ໋າຈ່ວງນະຄອນສວີໂຈ່ວແຂວງຈ່ຽງຊູ່, ແມ່ເຖົ້າຫວາງຊິ້ວຢິ່ງທີ່ມີອາຍຸຫຼາຍກວ່າ80ປີເປັນຜູ້ສືບທອດສືມືເຮັດຖົງຢາຫອມ ຢາພື້ນເມືອງຈີນເຊິ່ງເປັນມໍລະດົກວັດທະນະທຳນາມມະທຳ.ສ່ວນສີມືການເຮັດຖົງຢາຫອມຢາພື້ນເມືອງຈີນດ້ວຍມືໄດ້ກາຍເປັນຂະແໜງການທີ່ມີສີສັນພິເສດແບບໜຶ່ງຢູ່ທ້ອງຖິ່ນແຫ່ງນີ້.
ເດືອນທັນວາປີ2017, ທ່ານສີຈິ້ນຜິງໄດ້ໂອ້ລົມກັບຊາວບ້ານໃນຫ້ອງເຮັດເຄື່ອງຫັດຖະກຳຖົງຢາຫອມບ້ານມ໋າຈ່ວງ
ເດືອນທັນວາປີ2017, ທ່ານສີຈິ້ນຜິງໄດ້ໄປສຳຫຼວດກວດເບິ່ງບ້ານມ໋າຈ່ວງເຊິ່ງເປັນເທື່ອທຳອິດທີ່ທ່ານເດີນທາງໄປສຳຫຼວດກວດກາວຽກງານຢູ່ທ້ອງຖິ່ນພາຍຫຼັງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຂອງພັກກອມມູນິດຈີນຄັ້ງທີ 19. ຢູ່ຫ້ອງເຮັດເຄື່ອງຫັດຖະກຳຖົງຢາຫອມ, ເມື່ອໄດ້ເຫັນຖົງຢາຫອມຊະນິດຕ່າງໆທີ່ຊາວບ້ານເຮັດດ້ວຍມືນັ້ນ, ທ່ານສີຈິ້ນຜິງໄດ້ຍ້ອງຍໍຊົມເຊີຍຢ່າງບໍ່ຂາດປາກແລະຍັງໄດ້ຊື້ຖົງຢາຫອມອັນໜຶ່ງທີ່ແມ່ເຖົ້າຫວາງຊິ້ວຢິ່ງເຮັດ. ທ່ານສີຈິ້ນຜິງເວົ້າວ່າ:“ອັນນີ້ແມ່ນຫຍັງ? ລາຄາເທົ່າໃດ? ຂ້າພະເຈົ້າຢາກຊື້ອັນໜຶ່ງເພື່ອເປັນການອຸດໜູນ. ງົດງາມປານີດອີ່ຫຼີ, ຄິດວ່າຈະຂາຍດີໄດ໋, ນີ້ກໍເປັນການເສີມຂະຫຍາຍວັດທະນະທຳຈີນພວກເຮົາ.
ທ່ານສີຈິ້ນຜິງສົ່ງເສີມໃຫ້ແມ່ເຖົ້າຫວາງຊິ້ວຢິ່ງຖ່າຍທອດສີມືເຮັດຖົງຢາຫອມຢາພື້ນເມືອງຈີນທີ່ເປັນມໍລະດົກວັດທະນະທຳນາມມະທຳໃຫ້ກັບຄົນລຸ້ນຫຼັງ, ສິ່ງນີ້ໄດ້ເຮັດໃຫ້ແມ່ເຖົ້າຫວາງຊິ້ວຢິ່ງຮູ້ສຶກມີກຳລັງໃຈຫຼາຍຂຶ້ນ. ເພິ່ນໄດ້ເປີດຫ້ອງຮຽນເຮັດຖົງຢາຫອມ,ຖ່າຍທອດສີມືໃຫ້ແກ່ຄົນນັບມື້ນັບຫຼາຍຂຶ້ນ, ເພື່ອເຜີຍແຜ່ວັດທະນະທຳພື້ນເມືອງ. ເພິ່ນບອກວ່າ:“ທ່ານປະທານບອກຂ້ອຍວ່າ: ເຈົ້າເຮັດໄດ້ປານີດງົດງາມຫລາຍ ເຮັດໄດ້ດີຫລາຍ, ຕ້ອງຍຶດໝັ້ນເຮັດຕໍ່ໄປເດີ.”
ປະຈຸບັນ, ຖົງຢາຫອມຢາພື້ນເມືອງຈີນຂອງບ້ານງມ໋າຈ່ວງບໍ່ພຽງແຕ່ໄດ້ຮັບຄວາມນິຍົມຊົມຊອບຢູ່ແຫ່ງຕ່າງໆພາຍໃນປະເທດຈີນເທົ່ານັ້ນ, ຍັງໄດ້ສົ່ງໄປຈຳໜ່າຍຢູ່ຫຼາຍສິບປະເທດ ແລະ ເຂດແຄວ້ນ ເຊັ່ນ:ອັງກິດ,ຍີ່ປຸ່ນ ແລະ ປະເທດອື່ນໆ, ເຊິ່ງເຮັດໃຫ້ວັດທະນະທຳຈີນມີຊື່ສຽງຢູ່ຕ່າງປະເທດນັບມື້ນັບຫລາຍ.
ຢູ່ພາກຕາເວັນຕົກສຽງເໜືອຂອງແຂວງກ່ານຊູ້, ຖໍ້າໂມ້ກ່າວເມືອງຕຸ່ນຫວງທີ່ຖືກຂະໜານນາມວ່າ: “ຫໍວິຈິດຕະສິນໃນທະເລຊາຍ” ໄດ້ດຶງດູດຄວາມສົນໃຈຂອງຊາວໂລກ. ຢູ່ແຫ່ງນີ້ມີຖໍ້າ 735 ຖໍ້າ, ພະພຸດທະຮູບ 2000 ກວ່າອົງ, ຮູບແຕ້ມຝາຜະໜັງລວມກັນທັງໝົດມີເນື້ອທີ່ 45 .000 ຕາແມັດ, ເຊິ່ງໄດ້ລວມສູນສິລະປະດ້ານສະຖາປັດຕະຍະກຳ, ຮູບປັ້ນສີ, ຮູບແຕ້ມຝາຝັງຜະໜັງ ແລະວັດທະນະທຳພຸດທະສາສະໜາ, ສະຖານທີ່ແຫ່ງນີ້ແມ່ນວັດຖໍ້າຫີນທາງສາສະໜາພຸດທີ່ມີຂະໜາດໃຫຍ່ທີ່ສຸດຂອງຈີນທີ່ຍັງສາມາດຮັກສາໄວ້ໄດ້ຈົນເຖິງປະຈຸບັນນີ້.
ເດືອນສິງຫາປີ2019, ທ່ານສີຈິ້ຜິງໄດ້ໄປສຳຫຼວດກວດເບິ່ງຖ້ຳໂມ້ກ່າວຢູ່ເມືອງຕຸ່ນຫວງ
ເດືອນສິງຫາປີ2019ຜ່ານມາ, ທ່ານສີຈິ້ຜິງໄດ້ໄປສຳຫຼວດກວດກາວຽກງານຢູ່ເມືອງຕຸ່ນຫວງ, ເພື່ອຮັບຮູ້ສະພາບການອະນຸລັກ ແລະ ການຄົ້ນຄວ້າກ່ຽວກັບຖໍ້າໂມ້ກ່າວ. ທ່ານກ່າວວ່າ, ການອະນຸລັກຖໍ້າໂມ້ກ່າວໃຫ້ດີ, ສືບທອດວັດທະນະທຳຕຸ່ນຫວງໃຫ້ດີ, ແມ່ນຄວາມຮັບຜິດຂອງປະຊາຊາດຈີນທີ່ມີຕໍ່ຄວາມກ້າວໜ້າແຫ່ງອະລິຍະທຳຂອງໂລກ. ທ່ານກ່າວວ່າ:
“ວັດທະນະທຳຕຸ່ນຫວງໄດ້ສືບທອດກັນມາເກືອບ 2000 ປີ, ແມ່ນສາງທາງດ້ານສິລະປະທີ່ມີຂະໜາດໃຫຍ່ທີ່ສຸດ, ໄດ້ສືບທອດກັນມາເປັນເວລາຍາວນານທີ່ສຸດ ແລະ ມີເນື້ອໃນອຸດົມສົມບູນທີ່ສຸດ ທີ່ຍັງສາມາດຮັກສາໄວ້ໄດ້ຢ່າງຄົບຖ້ວນທີ່ສຸດຢູ່ໃນໂລກປະຈຸບັນ, ປຽບເໝືອນໄຂ່ມຸກທີ່ຫຍິບຍັບໃນແມ່ນໍ້າແຫ່ງອະລິຍະທຳຂອງໂລກ, ທັງແມ່ນຂໍ້ມູນປະຫວັດສາດທີ່ລໍ້າຄ່າໃນການຄົ້ນຄວ້າປະຫວັດສາດຂອງຈີນ.”
ເດືອນສິງຫາປີ2019, ທ່ານສີຈິ້ຜິງໄດ້ໄປສຳຫຼວດກວດເບິ່ງຖ້ຳໂມ້ກ່າວຢູ່ເມືອງຕຸ່ນຫວງ,ທ່ານໄດ້ຈັບມືທັກທ້າຍກັບນັກທ່ອງທ່ຽວຢ່າງສະໜິດສະໜົມ
ຕຸ່ນຫວງ, ແມ່ນສະຖານທີ່ເຊື່ອມໂຍງອະລິຍະທຳບູຮານຈີນກັບແນວຄິດ,ສາສະໜາ, ສິລະປະແລະວັດທະນະທຳຈາກປະເທດແລະ ເຂດແຄວ້ນຕ່າງໆໃນໂລກ, ເຊັ່ນ: ອິນເດຍບູຮານ ເກຼັກບູຮານ, ເປີເຊຍບູຮານ ແລະອື່ນໆ. ໃນເວລາສຳມະນາຮ່ວມກັບຜູ້ຊ່ຽວຊານຂອງສະຖາບັນຄົ້ນຄວ້າຕຸ່ນຫວງ, ທ່ານສີຈິ້ນຜິງກ່າວວ່າ: ວັດທະນະທຳຕຸ່ນຫວງໄດ້ສະແດງໃຫ້ເຫັນເຖິງຄວາມໝັ້ນໃຈຂອງປະຊາຊາດຈີນທີ່ມີຕໍ່ວັດທະນະທຳ.
“ມີພຽງແຕ່ປະຊາຊາດຈີນທີ່ມີຈິດໃຈເປີດກວ້າງແລະກວມລວມເທົ່ານັ້ນຈິ່ງຈະຍອມຮັບໃຫ້ອະລິຍະທຳຕ່າງໆໃນໂລກເຊື່ອມໂຍງເຂົ້າກັນຢູ່ແຫ່ງນີ້. ມີພຽງແຕ່ອະລິຍະທຳທີ່ເຕັມໄປດ້ວຍຄວາມໝັ້ນໃຈເທົ່ານັ້ນຈິ່ງຈະສາມາດຍອມຮັບ,ຖອດຖອນແລະຮັບເອົາອະລິຍະທຳຕ່າງໆໃນຂະນະທີ່ຍັງຮັກສາເອກະລັກພິເສດຂອງຊົນຊາດຕົນໄວ້ໄດ້.”
ຢົງຊິ້ງຝ້າງເປັນເທດສະບານເກົ່າແກ່ແຫ່ງໜຶ່ງທີ່ມີປະຫວັດສາດຮ້ອຍປີຂອງນະຄອນກວາງໂຈ່ວ,ສິລະປະງີ້ວກວາງຕຸ້ງ,ການແກະສະຫຼັກກາປະທັບ,ສີມືຕີທອງ,ສີມືການແສ່ວກວາງຕຸ້ງແລະວັດທະນະທຳທີ່ມີມູນເຊື້ອແລະສີມືຫັດຖະກຳພື້ນເມືອງອື່ນໆເຄີຍເຕົ້າໂຮມພັດທະນາຢູ່ແຫ່ງນີ້. ຜ່ານຈາກການສ້ອມແປງໃຫ້ເໝືອນເດີມ, ຢົງຊິ້ງຝ້າງໃນຂະນະທີ່ຮັກສາໂສມໜ້າຂອງປະຫວັດສາດອັນເກົ່າແກ່ນັ້ນຍັງໄດ້ດຶງດູດເອົາຮູບການອຸດສາຫະກຳແບບໃໝ່ມາພັດທະນາຢູ່ແຫ່ງນີ້ຈົນຂະຫຍາຍຕົວກາຍເປັນເຂດຄຸ້ມຖະໜົນວັດທະນະທຳປະຫວັດສາດທີ່ເປັນສັນຍະລັກຂອງນະຄອນກວາງໂຈ່ວ.
ເດືອນຕຸລາປີ2018, ທ່ານສີຈິ້ນຜິງໄດ້ໄປສຳຫຼວດກວດເບິ່ງຢົງຊິ້ງຝ້າງນະຄອນກວາງໂຈ່ວ.
ເດືອນຕຸລາປີ2018, ໃນເວລາທີ່ທ່ານສີຈິ້ນຜິງສຳຫຼວດກວດກາວຽກງານຢູ່ແຂວງກວາງຕຸ້ງ, ທ່ານໄດ້ເດີນທາງໄປສຳຫລວດກວດເບິ່ງຢົງຊິ້ງຝ້າງເປັນການສະເພາະ ໂດຍໄດ້ຍ່າງເລາະໄປຕາມຖະໜົນເພື່ອສຳຫຼວດກວດເບິ່ງສະພາບການບູລະນະເມືອງເກົ່າ,ການອະນຸລັກສ້ອມແປງສະຖາປັດຕະຍະກຳວັດທະນະທຳປະຫວັດສາດ. ທ່ານກ່າວວ່າ: ໃນການວາງຜັງເມືອງແລະການກໍ່ສ້າງຕົວເມືອງຕ້ອງໃຫ້ຄວາມສຳຄັນຢ່າງສູງຕໍ່ການອະນຸລັກຮັກສາວັດທະນະທຳປະຫວັດສາດ,ເອົາໃຈໃສ່ການສືບທອດອະລິຍະທຳແລະວັດທະນະທຳ, ສ້າງຄວາມຊົງຈຳໃຫ້ກັບຕົວເມືອງແລະໃຫ້ປະຊາຊົນຈື່ຈຳບ້ານເກີດເມືອງນອນຂອງຕົນ.
ເດືອນຕຸລາປີ2018, ທ່ານສີຈິ້ນຜິງໄດ້ໄປສຳຫຼວດກວດເບິ່ງຢົງຊິ້ງຝ້າງນະຄອນກວາງໂຈ່ວ.
“ການສືບທອດອະລິຍະທຳແລະມູນເຊື້ອວັດທະນະທຳ,ຕ້ອງໃຫ້ປັດໄຈວັດທະນະທຳອັນເກົ່າແກ່ແລະການຫັນເປັນທັນສະໄໝເຊື້ອມໂຍງເຂົ້າກັນ, ເມື່ອໃດທີ່ເວົ້າເຖິງຕົວເມືອງແຫ່ງນີ້,ຄົນທັງຫຼາຍກໍຈະມີຄວາມຊົງຈຳແລະຄວາມອາໄລອາວອນເຖິງບ້ານເກີດເມືອງນອນຂອງຕົນແບບນີ້.”
ຫໍພິພິທະພັນສິລະປະງີ້ວກວາງຕຸ້ງເປັນສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງແຫ່ງໜຶ່ງຂອງຢົງຊິ້ງຝ້າງ ເຊິ່ງຫໍພິພິທະພັນແຫ່ງນີ້ເປັນສະຖາປັດຕະຍະກຳໃນລັກສະນະແບບສວນອຸທິຍານທີ່ມີເອກະລັກຂອງພາກໃຕ້ຈີນ, ໃນຫໍພິພິທະພັນແຫ່ງນີ້, ທ່ານຈະສາມາດຮັບຮູ້ກ່ຽວກັບປະຫວັດສາດເປັນເວລາ 300 ປີ ຂອງ ງີ້ວກວາງຕຸ້ງ ເພື່ອສຳຜັດກັບມົນສະເໜ່ຂອງສິລະປະງີ້ວກວາງຕຸ້ງ. ທ່ານສີຈິ້ນຜິງໄດ້ຍ່າງເຂົ້າຫໍພິພິທະພັນແລະໄດ້ໂອ້ລົມກັບຜູ້ມັກຜູ້ນິຍົມງີ້ວກວາງຕຸ້ງຢ່າງສະໜິດສະໜົມ:“ພວກທ່ານແມ່ນຜູ້ມັກຜູ້ນິຍົມງີ້ວກວາງຕຸ້ງທັງໝົດບໍ? ບົດລະຄອນມີຫຼາຍເທົ່າໃດ? ພວກທ່ານໄດ້ພາກັນເສີມຂະຫຍາຍວັດທະນະທຳອັນເປັນມູນເຊື້ອຂອງພວກເຮົາ, ເສີມຂະຫຍາຍງີ້ວກວາງຕຸ້ງຢູ່ແຫ່ງນີ້, ຕ້ອງໃຫ້ສືບທອດໄປເຖິງແຕ່ລະເຊັ່ນຄົນເດີ!”
ປີ 2019 ແມ່ນປີທີ່ມາກາວກັບຄືນສູ່ປະເທດຊາດຄົບຮອບ 20 ປີ, ທ່ານສີຈິ້ນຜິງໄດ້ເດີນທາງໄປມາກາວເພື່ອເຂົ້າຮ່ວມກິດຈະກຳສະເຫຼີມສະຫຼອງ, ເຊິ່ງເປັນເທື່ອທີ5ທີ່ທ່ານໄປຮອດຕົວເມືອງແຫ່ງນີ້ ຫຼັງຈາກມາກາວກັບຄືນສູ່ປະເທດຊາດ.
ປີ 2019 ,ທ່ານສີຈິ້ນຜິງໄດ້ໄປຢ້ຽມຢາມຄູສອນແລະນັກຮຽນຢູ່ໂຮງຮຽນມັດທະຍົມຫາວຈ່ຽງມາກາວທັງໄດ້ໂອ້ລົມສົນທະນາຢ່າງໃກ້ຊິດກັບຄົນທັງຫຼາຍ
ໃນການຢ້ຽມຢາມຄັ້ງນັ້ນ, ທ່ານສີຈິ້ນຜິງໄດ້ໄປຢ້ຽມຢາມຄູສອນແລະນັກຮຽນຢູ່ໂຮງຮຽນມັດທະຍົມຫາວຈ່ຽງມາກາວທັງໄດ້ໂອ້ລົມສົນທະນາຢ່າງໃກ້ຊິດກັບຄົນທັງຫຼາຍ. ທ່ານເວົ້ານຳພວກນັກຮຽນວ່າ:“ໃນຖານະເປັນຄົນຈີນຜູ້ໜຶ່ງ, ເປັນສະມາຊິກໃນວົງຄະນາຍາດປະຊາຊາດຈີນກໍຕ້ອງເຂົ້າໃຈປະຫວັດສາດ, ວັດທະນະທຳແລະຈິດໃຈຂອງຊາດຈີນ.ເມື່ອໄດ້ຮັບຮູ້ແລະເຂົ້າໃຈອະລິຍະທຳຈີນທີ່ມີຄວາມເປັນມາເຖິງ5000ປີແລ້ວ, ພວກເຮົາກໍຈະມີຄວາມພາກພູມໃຈຕໍ່ປະເທດຊາດ, ກໍຈະມີສະຕິຄວາມເປັນຊາດ. ນີ້ກໍຄືດັ່ງຄຳກອນບູຮານທີ່ວ່າ“ຄວາມຮອບຮູ້ນຳມາເຊິ່ງຄວາມສະຫງ່າລາສີແກ່ຕົນ, ພື້ນຖານແລະຄວາມໝັ້ນໃຈທີ່ມີຕໍ່ວັດທະນະທຳກໍແມ່ນສ້າງຂຶ້ນຈາກລັກສະນະແບບນີ້ລະ.”
ໃນການຢ້ຽມຢາມມາກາວໃນປີ2014, ທ່ານສີຈິ້ນຜິງກໍໄດ້ກ່າວເຖິງວັດທະນະທຳຈີນແລະຄວາມໝັ້ນໃຈທີ່ມີຕໍ່ວັດທະນະທຳໃນໂອກາດໂອ້ລົມສົນທະນາກັບຄູສອນແລະນັກສຶກສາຂອງມະຫາວິທະຍາໄລມາກາວເຂດເຫີງສິນໂດຍໄດ້ສົ່ງເສີມໃຫ້ຄົນທັງຫຼາຍຮ່ຳຮຽນແລະເຂົ້າໃຈປະຫວັດສາດຂອງປະຊາຊາດຕົນ, ຮັບເອົາກຳລັງແຮງໃຈຈາກຈິດໃຈຊາດຈີນ, ເພີ່ມຄວາມພາກພູມໃຈຕໍ່ປະຊາຊາດຕົນ, ເພີ່ມຄວາມໝັ້ນໃຈທີ່ມີຕໍ່ວັດທະນະທຳ, ເພີ່ມທະວີຈິດໃຈທີ່ເຂັ້ມແຂງແລະທາດແທ້ຄວາມເປັນຊາດຈີນໃນຖານະເປັນຄົນຈີນ!
ຄຳເຫັນ
0