尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈັດ​ງານ​ຕະ​ຫຼາດ​ນັດສິນ​ຄ້າ​ຂາ​ເຂົ້າ​ຂາ​ອອກກ​ວາງ​ໂຈ່ວທາງ​ອິນ​ເຕີ​ເນັດ

2020-06-26 16:23:39 cri

图片默认标题_fororder_webwxgetmsgimg (1)

ຍ້ອນ​ໄດ້​ຮັບ​ຜົນ​ກະ​ທົບ​ຈາກ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19, ງານ​ຕະ​ຫຼາດ​ນັດ​ສິນ​ຄ້າ​ນຳ​ເຂົ້າ​ແລະ​ສົ່ງ​ອອກ​ຈີນ​ຄັ້​ງ​ທີ 127 ໄດ້​ຈັດ​ຂຶ້ນ​ຜ່ານ​ທາງ​ອິນ​ເຕີ​ເນັດ. ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ຄັ້ງ​ນີ້,ໄດ້​ເປັນ​ສິ່ງ​ທີ່​ບັງ​ຄັບ​ໃຫ້​ງານ​ຕະ​ຫຼາດ​ນັດ​ມີ​ການ​ປ່ຽນ​ແປງ​ໃໝ່​ທາງ​ອອນ​ລາຍ, ໂດຍ​ຜ່ານເຕັກ​ນິກ 5G, ຄ​ລາວ​ຄອມ​ພິວ​ຕິງ, ​ຖານຂໍ້​ມູນ​ໃຫຍ່, ປັນ​ຍາ​ປະ​ດິດ​ແລະ​ເຕັກ​ນິກວິ​ທະ​ຍາ​ສາດ​ທີ່​ກ້າວ​ໜ້າ​ອື່ນໆ​ເພື່ອ​ເປັນ​ການ​ສະ​ໜັບ​ສະ​ໜູນ​ການ​ເປີດ​ປະ​ຕູ​ທີ່​ມີ​ລະ​ດັບ​ສູງກວ່າ​ເກົ່າ. ໃນ​ເວ​ທີ​ທາງ​ອິນ​ເຕີ​ເນັດ​ຂອງງານ​ຕະ​ຫຼາດ​ນັດ​ກວາງ​ໂຈ່ວ​ຄັ້ງ​ນີ້,ໄດ້​ວາງ​ສະ​ແດງ​​ສິນ​ຄ້າ​ຜ່ານ​ຮູບ​ພາບ​ແລະ​ຕົວ​ໜັງ​ສື, ວິ​ດີ​ໂອ, 3D, VR ແລະ​​ຮູບ​ແບບ​ອື່ນໆ​ໂດຍ​ສະ​ເພາະ​ແມ່ນ​ໂຄ​ສົກ​ຖ່າຍ​ທອດ​ສົດ​ສິນ​ຄ້າ​ປະ​ເພດ​ຕ່າງໆ​ເພື່ອ​ຮັບ​ໃຊ້​ການ​ຄ້າ​ຕ່າງ​ປະ​ເທດ​ໄດ້​ຮັບ​ຄວາມ​ນິ​ຍົມ​ຊົມ​ຊອບ​ຢ່າງກວ້າງ​ຂວາງ.
 

​ງານຕະ​ຫຼາດ​ນັດ​ກວາງ​ໂຈ່ວ​ຄັ້ງ​ນີ້​​ໄດ້ດຳ​ເນີນ​ເປັນ​ເວ​ລາ 10 ວັນ​ໂດຍ​ໄດ້​ສິ້ນ​ສຸດ​ລົງ​ໃນ​ວັນ​ທີ 24 ມິ​ຖຸ​ນາ​ນີ້, ​ງານ​ຄັ້ງ​ນີ້ໄດ້​ດຶງ​ດູດ​ວິ​ສາ​ຫະ​ກິດ​ຂອງຈີນ​ແລະ​ຕ່າງ​ປະ​ເທດ​ເກືອບ 26 ພັນ​ແຫ່ງ​ເຂົ້າ​ຮ່ວມ. ໄດ້​ວາງ​ຂາຍສິນ​ຄ້າ 1,8 ລ້ານ​ອັນ, ​ມີຮ້ານຖ່າຍ​ທອດ​ສົດ​ຫຼາຍ​ໝື່ນ​ຮ້ານ. ແຫຼ່ງ​ທີ່​ມາ​ຂອງວິ​ສາ​ຫະ​ກິດ​ຈັດ​ຊື້​ໃນ​ງານ​ຕະ​ຫຼາດ​ນັດ​ຄັ້ງ​ນີ້​ໄດ້​ສ້າງ​ສະ​ຖິ​ຕິໃໝ່​ເປັນ​ປະ​ຫວັດ​ສາດ,​ເປັນ​ການ​ປົກ​ປ້ອງ​ລະ​ບົບ​ຫຼາຍ​ຝ່າຍ​ແລະ​ໂລ​ກາ​ພິ​ວັດ, ໄດ້​ປະ​ສົບ​​ຜົນ​ສຳ​ເລັດ​ຕາມ​ລະ​ດັບ​ຄາດ​ໝາຍ.
 

ໂດຍ​ປະ​ເຊີນ​​ໜ້າກັບ​ຄວາມ​ກົດ​ດັນ​ຈາກສອງ​ດ້ານ​ຄື: ລັດ​ທິ​ປົກ​ປ້ອງ​ການ​ຄ້າ​ແລະ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19, ການ​ປ່ຽນ​ແປງ​ໃໝ່​ຂອງ​ງານ​ຕະ​ຫຼາດ​ນັດ​ກວາ​ງ​ໂຈ່ວ​ໄດ້​ສະ​ແດງ​ໃຫ້​ເຫັນ​​ເຖິງວິ​ໄສ​ທັດ​ທາງ​ເສດ​ຖະ​ກິດ​ຂອງ​ຈີນ​ທີ່​ສ້າງ​ໂອ​ກາດ​ໃໝ່​​ທ່າມ​ກາງວິ​ກິດ​ການ,​ສ້າງ​ການ​ປ່ຽນ​ແປງ​ໃນ​ສະ​ພາບ​ການ​ໃໝ່, ໄດ້​​ສົ່ງ​ສັນ​ຍານທີ່​ຕັ້ງ​ໜ້າ​ທີ່​ຈີນ​ເດັດ​ດ່ຽວ​ເປີດກວ້າງ​ການເປີດ​ປະ​ຕູ່​ສູ່​ພາຍນອກ,ເປັນ​ການ​ສະ​ແດງ​ໃຫ້​ເຫັນ​ເຖິງຄວາມ​ພະ​ຍາ​ຍາມ​ແລະ​ໜ້າ​ທີ່​ຮັບ​ຜິດ​ຊອບ​ຂອງ​ຈີນ​ໃນ​ການ​ປົກປ້ອງ​ຄວາມ​ໝັ້ນ​ຄົງ​ດ້ານຕ່ອງ​ໂສ້​ການ​ສະ​ໜອງ​ແລະ​ຕ່ອງ​ໂສ້​ອຸດ​ສາ​ຫະ​ກຳ​ຂອງ​ໂລກ,​ໄດ້ເພີ່ມ​ຄວາມ​ມີ​ຊີ​ວິດ​ຊີ​ວາ​ໃຫ້​ແກ່​ເສດ​ຖະ​ກິດ​ການ​ຄ້າ​ໂລກ​ທີ່​​ຢູ່​ໃນ​ໄລ​ຍະ​ຕົກ​ຕ່ຳ.

ຄຳ​ເຫັນ

0