尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ກົດ​ໝາຍຂອງ​ອາ​ເມ​ຣິ​ກາ​ທີ່​ກ່ຽວ​ຂ້ອງ​ກັບ​ຮົງ​ກົງ​ໄດ້​ເຜີຍ​ແບ​ເຈດ​ຕະ​ນາ​​ຕໍ່​ຕ້ານ​ຈີນ​ແລະ​ກໍ່​ຄວາມ​ວຸ້ນ​ວາຍ​ຢູ່​ຮົງ​ກົງ​ຕື່ມ​ອີກ

2020-06-28 16:02:29 cri

图片默认标题_fororder_webwxgetmsgimg (1)

ຫວ່າງ​ມໍ່ໆ​ມາ​ນີ້, ສະ​ພາ​ສູງ​ອາ​ເມ​ຣິ​ກາ​ໄດ້​ຜ່ານ​ການ​ຮັບ​ຮອງ “ກົດ​ໝາຍ​ວ່າ​ດ້ວຍ​ການ​ປົກ​ຄອງຕົນ​ເອງ​ຂອງ​ຮົງ​ກົງ” ໂດຍ​ໄດ້​ນາບ​ຂູ່​ວ່າ​ຈະ​ຂວ້ຳ​ບາດ​ບຸກ​ຄົນ,​ສະ​ຖາ​ບັນ​ການ​​ເງິນ​ແລະ​ອົງ​ກອນ​ອື່ນໆ​ທີ່​ໄດ້​ທຳ​ລາຍ​ການ​ປົກ​ຄອງຕົນ​ເອງ​​ຂອງຮົງ​ກົງ. ການ​ກະ​ທຳ​ທີ່​ໃຊ້​ອຳ​ນາດ​​ບີບບັງ​ຄັບຜູ້​ອື່ນ​ແບບ​ນີ້, ເປັນ​ການ​ແຊກ​ແຊງວຽກ​ງານ​ພາຍ​ໃນ​ຂອງ​ຈີນ​ຢ່າງ​ເປີດ​ແປນ, ເປັນ​ການ​ຝ່າ​ຝືນຫຼັກ​ການ​ພື້ນ​ຖານ​ຂອງ​ກົດ​ໝາຍ​ສາ​ກົນ​ແລະ​ຫຼັກ​ການ​ພື້ນ​ຖານ​ຂອງ​ການ​ພົວ​ພັນ​ສາ​ກົນ​ໃນ​ປັດ​ຈຸ​ບັນຢ່າງ​ຮ້າຍ​ແຮງ, ໄດ້​ເຜີຍ​ແບ​​ເຈດ​ຕະ​ນາ​ທີ່​ຮ້າຍ​ແຮງ​ຂອງ​ນັກ​ການ​ເມືອງ​ອາ​ເມ​ຣິ​ກາ​ຈຳ​ນວນ​ໜຶ່ງ​ທີ່​ຕໍ່​ຕ້ານ​ຈີນ​ແລະ​ກໍ່​ຄວາມ​ວຸ້ນ​ວາຍ​ຢູ່​ຮົງ​ກົງ​ຕື່ມ​ອີກ, ເຊິ່ງ​ໄດ້​ຖືກກ່າວ​ປະ​ນາມ​ແລະ​ຕຳ​ໜິ​ໂດຍ​ທົ່​ວ​ໄປ​ຈາກ​ປະ​ຊາ​ຄົມ​ໂລກ.
 

ໃນ​ຖາ​ນະ​ເປັນ​​ສູນກາງ​ທາງ​ດ້ານ​ການ​ເງິນ​ຂອງ​ໂລກ, ເມື່ອຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ແລະ​ສະ​ຖຽນ​ລະ​ພາບ​ຢູ່​ຮົງ​ກົງ​​ຖືກ​ທຳ​ລາຍ, ຜົນ​ປະ​ໂຫຍດ​ຂອງ​ວິ​ສາ​ຫະ​ກິດ​ອາ​ເມ​ຣິ​ກາ​ຢູ່​ຮົງ​ກົງ​ກໍ່​ຈະ​ໄດ້​ຮັບ​ຜົນ​ເສຍ​ຫາຍ​ຢ່າງ​ແນ່ນອນ, ການ​ຄ້າ​ຂາ​ເຂົ້າ​ຂາ​ອອກ​ຂອງ​ອາ​ເມ​ຣິ​ກາ​ທີ່​ຖື​ຮົງ​ກົງ​ເປັນ​ຈຸດ​ຜ່ານ​ກໍ​ຈະ​ໄດ້​ຮັບ​ຜົນ​ກະ​ທົບ​ທີ່​ໃຫຍ່​ຫຼວງ​ເຊັ່ນ​ກັນ. ແຕ່​ວ່າ, ນັກ​ການ​ເມືອງ​ທີ່​ບໍ່​ຮູ້​ສະ​ຖາ​ນະ​ການ​​ທາງ​ດ້ານການ​ເມືອງ, ​ຂາດ​ຄວາມ​ຮັບ​ຮູ້​ທາງ​ປະ​ຫວັດ​ສາດ​ແລະ​​ຂາດ​ຄວາມ​ຮອບ​ຮູ້​ພື້ນ​ຖານເສດ​ຖະ​ກິດ​ເຫຼົ່າ​ນັ້ນ​ຈະ​ບໍ່​ມີ​ວັນເຂົ້າ​ໃຈ​ແລະ​ກໍ​ຈະ​ບໍ່​ມັກ​ພິ​ຈາ​ລະ​​ນາ​ເຖິງ​ປັດ​ໄຈ​ພື້ນ​ຖານ​ເຫຼົ່​າ​ນີ້. ນັບ​ແຕ່ກອງ​ທຶນ​ແຫ່ງ​ຊາດ​ອາ​ເມ​ຣິ​ກາ​ເພື່ອ​ປະ​ຊາ​ທິ​ປະ​ໄຕ​ໄດ້​ໃຫ້​ທຶນ​ສະ​ໜັບ​ສະ​ໜູນ​ແກ່​ຝ່າຍ​ຕໍ່​ຕ້ານ​ຈີນ​ຢູ່​ຮົງ​ກົງ​​ໃນ​ຮູບ​ແບບເປີດ​ເຜີຍ​ແລະ​​ປິດລັບ ຫາ​ການ​ທີ່​ເຈົ້າ​ໜ້າ​ທີ່​ລະ​ດັບ​ສູງ​ຂອງ​ອາ​ເມ​ຣິ​ກາ​ໄດ້ພົບ​ປະ​ກັບ​ຜູ້​ຕໍ່​ຕ້ານ​ຈີນ​ແລະ​ກໍ່​ຄວາມ​ວຸ້ນ​ວາຍ​ຢູ່​ຮົງ​ກົງ​ເລື້ອຍໆ, ​​ລວມ​ເຖິງລັດ​ຖະ​ສະ​ພາ​ອາ​ເມ​ຣິ​ກາ​​ໄດ້​ອອກ “ກົດ​ໝາຍວ່າ​ດ້ວຍ​ປະ​ຊາ​ທິ​ປະ​ໄຕ​ແລະ​ສິດ​ທິ​ມະ​ນຸດ​ຮົງ​ກົງ​ປີ 2019” ແລະ “​ກົດ​ໝາຍ​ວ່າ​ດ້ວຍ​ການ​ປົກ​ຄອງ​ຕົນ​ເອງ​​ຢູ່ຮົງ​ກົງ”, ທັງ​ໝົດ​ເຫຼົ່າ​ນີ້​ພຽງ​ແຕ່ມີ​ຈຸດ​ປະ​ສົງ​ເພື່ອ​ໃຫ້​ຮົງ​ກົງ​ຕົກ​ຢູ່​ໃນ​ສະ​ພາບ​ຄວາມ​ວຸ້ນ​ວາຍ,ແລ້ວ​ຈຶ່ງ​ຈະ​ສາ​ມາດ​ສະ​ກັດ​ກັ້ນ​ການ​ພັດ​ທະ​ນາ​ຂອງ​ຈີນ.


图片默认标题_fororder_webwxgetmsgimg (2)

ຫວ່າງ​ມໍ່ໆ​ມາ​ນີ້, ທ່ານ ມາ​ຕິນ ຈັກ​ຄຸຍ​ສ໌ ຜູ້​ຊ່ຽວ​ຊານ​ທີ່​ມີ​ຊື່​ສຽງ​ຂອງ​ອັງ​ກິດ, ນັກ​ຄົ້ນ​ຄວ້າ​​ຂັ້ນ​ສູງ​ຂອງ​ມະ​ຫາ​ວິ​ທະ​ຍາ​ໄລ​ແຄມ​ບີ​ຣ​ສ(University of Cambridge)​ຂອງ​ອັງ​ກິດ​ໄດ້​ກ່າວ​ໃນ​ເວ​ລາ​ໃຫ້​ສຳ​ພາດ​ຕໍ່​ນັກ​ຂ່າວ CMG ວ່າ:  “ປະ​ເທດ​ດຽວ​ສອງ​ລະ​ບອບ” ແມ່ນ​ວິ​ທີ​ທີ່​ດີ​ທີ່​ສຸດ​ໃນ​ການ​ແກ້​ໄຂ​ບັນ​ຫາ​ຮົງ​ກົງ, ກົດ​ໝາຍ​ວ່າ​ດ້ວຍ​ການ​ຮັກ​ສາ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ​ຢູ່​ຮົງ​ກົງ​ເປັນ​ການ​ຄ້ຳ​ປະ​ກັນສະ​ຖຽນ​ລະ​ພາບແລະ​​ຄວາມ​ໝັ້ນ​ໃຈ​ທີ່​ມີ​ຕໍ່​ຄວາມ​ໝັ້ນ​ຄົງ​ຢູ່​ຮົງ​ກົງ. ເລື່ອງ​ຈິງ​ນັບ​ມື້​ນັບ​ຫຼາຍ​ໄດ້​ສະ​ທ້ອນໃຫ້​ເຫັນ​ວ່າ: ຄຳ​ວ່າ​ປະ​ຊາ​ທິ​ປະ​ໄຕແລະ​ເສ​ລີ​ພາບ​ທີ່​ນັກ​ການ​ເມືອງ​ອາ​ເມ​ຣິ​ກາບາງ​ຄົນ​ເວົ້າ​ມາ​ໂດຍ​ຕະ​ຫຼອດ​ນັ້ນ​ພຽງ​ແຕ່​ເປັນ​ຂໍ້​ອ້າງ​ທີ່​ເຂົາ​ເຈົ້າ​ນຳ​ໃຊ້​ເພື່ອ​ແຊກ​ແຊງວຽກ​ງານ​ພາຍ​ໃນ​ຂອງ​ປະ​ເທດ​ອື່ນເທົ່າ​ນັ້ນ.
 

​ອະ​ນາ​ຄົດ​ແລະ​ຊາ​ຕາ​ກຳ​ຂອງ​ຮົງ​ກົງ​​ແມ່ນ​ຢູ່​ໃນ​ກຳ​ມື​ຂອງ​ປະ​ຊາ​ຊົນ​ຈີນ​ ຈຳ​ນວນ 1,4 ຕື້​ຄົນ​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ເຊິ່ງ​ລວມ​ທັງ​ພີ່​ນ້ອງ​ຮ່ວມ​ຊາດ​ຮົງ​ກົງ. ຈີນ​ເຕືອນ​ໃຫ້​ພວກ​ນັກ​ການ​ເມືອງ​ອາ​ເມ​ຣິ​ກາ​ຈົ່ງ​ຢຸດ​ຕິ​ການ​ແຊກ​ແຊງວຽກ​ງານ​ພາຍ​ໃນ​ຂອງ​ຈີນ​ໃນ​ທັນ​ທີ, ​ຈົ່ງ​ກ້າວ​ເດີນ​ໄປ​ຕາມ​ເສັ້ນ​ທາງ​ທີ່​ຖືກ​ຕ້ອງ, ຢ່າ​ຊູ່​ມີ​ການ​ກະ​ທຳ​ທີ່​ເສຍ​ແຮງ​ລ້າໆ​ໂດຍ​ນຳ​ໃຊ້​ກົນ​ອຸ​ບາຍ​ທີ່​ບີບ​ບັງ​ຄັບ​ຜູ້​ອື່ນ​ອີກ​ເລີຍ.

ຄຳ​ເຫັນ

0