尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ເປັນຫຍັງເສດຖະກິດຈີນຈຶ່ງສາມາດຟື້ນຟູຄືນໃໝ່ໄດ້ຢ່າງວ່ອງໄວແລະເຂັ້ມແຂງ?

2020-06-29 17:50:20 cri

图片默认标题_fororder_微信图片_20200629174656

ກະຊວງທ່ອງທ່ຽວແລະວັດທະນະທໍາຈີນໄດ້ເປີດເຜີຍຕົວເລກຂໍ້ມູນໃນວັນທີ 27 ມິຖຸນານີ້ໂດຍສະແດງໃຫ້ເຫັນວ່າ: ໃນວັນພັກ 3 ວັນຂອງບຸນຕ່ວນອູທີ່ຫາກໍ່ໄດ້ຜ່ານພົ້ນໄປ, ທົ່ວປະເທດຈີນໄດ້ຕ້ອນຮັບນັກທ່ອງທ່ຽວພາຍໃນ 48,809 ລ້ານເທື່ອຄົນ, ສາມາດຟື້ນຟູການທ່ອງທ່ຽວໄດ້ເຖິງ 50,9% ເມື່ອທຽບໃສ່ໄລຍະພັກ​ບຸນ​ຕ່ວນ​ອູ​ຂອງປີກາຍ; ສ້າງລາຍຮັບຈາກການທ່ອງທ່ຽວ​ໄດ້ເຖິງ12,28 ຕື້ຢວນ, ເທົ່າກັບ 31,2% ເມື່ອທຽບໃສ່ໄລຍະພັກ​ບຸນ​ຕ່ວນ​ອູຂອງປີກາຍ, ນີ້ແມ່ນພາກສ່ວນໜຶ່ງທີ່ສະທ້ອນໃຫ້ເຫັນວ່າເສດຖະກິດຈີນສາມາດຟື້ນຟູຄືນໃໝ່ໄດ້ຢ່າງວ່ອງໄວ.
 

    ຂະນະດຽວກັນ, ການບໍລິໂພກຂອງຈີນຍັງມີທ່ວງທ່າທີ່ສາມາດສືບຕໍ່ຍົກລະດັບໄດ້ຢ່າງຕໍ່ເນື່ອງ ການຊື້ສິນຄ້າ, ການກິນດື່ມ ແລະ ການບໍລິໂພກທີ່ເປັນມູນເຊື້ອອື່ນໆກໍໄດ້ຮັບການຍົກສູງຂື້ນໃນດ້ານຄຸນນະພາບ, ການບໍລິໂພກດ້ານການທ່ອງທ່ຽວ, ວັດທະນະທຳ ແລະອື່ນໆ ທີ່​ເປັນການບໍລິໂພກທີ່ຈະເລີນໃໝ່ກໍພົ້ນເດັ່ນຂື້ນຢ່າງບໍ່ຢຸດຢັ້ງ. ໃນ 5 ເດືອນຕົ້ນປີນີ້, ມູນຄ່າການຂາຍຍ່ອຍສິນຄ້າປະ​ເພດ​ຈັບ​ຕ້ອງ​ໄດ້​ຜ່ານທາງອິນເຕີເນັດໃນທົ່ວປະເທດໄດ້ເພີ່ມຂຶ້ນ 11,5% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານ​ມາ; ຍອດຜົນກຳໄລຂອງວິສາຫະກິດອຸດສາຫະກຳຂະໜາດໃຫຍ່ໃນທົ່ວປະເທດສຳລັບເດືອນພຶດສະພາປີ​ນີ້ໄດ້ບັນລຸເຖິງ 582,34 ຕື້ຢວນ, ເພີ່ມຂື້ນ 6,0% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນຂອງ​ປີຜ່ານມາ, ​ແຕ່​ເມື່ອເດືອນເມສາປີນີ້ຍັງ​ແມ່ນຫຼຸດລົງ 4,3% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານ​ມາ; ການລົງທຶນດ້ານຊັບສິນຄົງທີ່ໃນທົ່ວສັງຄົມໃນເດືອນພຶດສະພາຜ່ານມາໄດ້ຍົກສູງຂື້ນ 5,87% ເມື່ອທຽບໃສ່ເດືອນ​ເມສາທີ່ຜ່ານມາ. ສ່ວນຕົວເລກດັດຊະນີຜູ້ຈັດການຝ່າຍຊື້ດ້ານອຸດສາຫະກຳການຜະລິດຂອງຈີນແມ່ນ 50,6%, ໄດ້ຮັກສາຕົວເລກໃຫ້ຢູ່ໃນລະດັບຫຼາຍກວ່າ 50% ເປັນ 3 ເດືອນຕິດຕໍ່ກັນ ​ເຊິ່ງ​ເປັນ​ການ​ບົ່ງ​ບອກ​ວ່າ ພາວະ​ເສດຖະກິດ​ຈີນ​ພວມ​ຂະຫຍາຍຕົວ​ຢ່າງ​ເຂັ້ມ​ແຂງ.


图片默认标题_fororder_微信图片_20200629174705

    ຕົວເລກດັດຊະນີຕ່າງໆທາງດ້ານເສດຖະກິດໄດ້ສະແດງໃຫ້ເຫັນເຖິງຄວາມສາມາດຕ້ານທານ, ຄວາມສາມາດບົ່ມຊ້ອນ ແລະ ອະນາຄົດທີ່ສົດໃສຂອງເສດຖະກິດຈີນ, ທັງໄດ້ເພີ່ມຄວາມໝັ້ນໃຈໃຫ້ກັບຕະຫຼາດສາກົນຢ່າງແຂງແຮງ. ອີງຕາມການຄາດຄະເນຈາກອົງການກອງທຶນເງິນຕາສາກົນຫຼື IMF, ຈີນແມ່ນປະເທດໃນກຸ່ມເສດຖະກິດທີ່ສຳຄັນທີ່ສາມາດຮັກສາການເຕີບໂຕໄດ້ພຽງປະເທດດຽວໃນປີ 2020.​ ໃນງານຕະຫຼາດນັດສິນຄ້າຂາເຂົ້າຂາອອກກວາງໂຈ່ວຄັ້ງທີ 127 ທີ່ຫາກໍອັດລົງຫວ່າງກ່ອນນີ້ບໍ່ດົນ, ວິສາຫະກິດຈັດຊື້ຕ່າງປະເທດຈາກ 217 ປະເທດແລະເຂດແຄວ້ນໄດ້ຈົດທະບຽນແລະດຳເນີນການເຈລະຈາກັນກັບຈີນ, ແຫຼ່ງທີ່ມາຂອງວິສາຫະກິດຈັດຊື້ໄດ້ສ້າງສະຖິຕິໃໝ່ເປັນປະຫວັດສາດ, ເປັນການຮັກສາລັດທິຫຼາຍຝ່າຍແລະໂລກາພິວັດ.

   ເປັນຫຍັງເສດຖະກິດຈີນຈຶ່ງສາມາດຟື້ນຟູຄືນໃໝ່ໄດ້ຢ່າງວ່ອງໄວແບບນີ້? ກໍຄືດັ່ງທີ່ນັກວິເຄາະຈຳນວນບໍ່ໜ້ອຍຊີ້ໃຫ້ເຫັນວ່າ: ໂດຍປະເຊີນກັບການແຜ່ລະບາດຂອງພະຍາດໂຄວິດ-19 ທີ່ບໍ່ເຄີຍພົບມາກ່ອນໃນຮອບ 100 ປີຜ່ານມາ, ພັກກຳອຳນາດແລະລັດຖະບານຈີນໄດ້ຖືຄວາມປອດໄພດ້ານຊີວິດແລະສຸຂະພາບຮ່າງກາຍຂອງປະຊາຊົນ​ເປັນ​ສິ່ງສຳຄັນກວ່າໝູ່ຢ່າງສະເໝີຕົ້ນສະເໝີປາຍ, ການປະສົມປະສານລະຫວ່າງການປ້ອງກັນແລະຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19 ແລະ ການຟື້ນຟູການຜະລິດແລະການເຮັດວຽກຄືນໃໝ່ຕາມຫລັກວິທະຍາສາດໄດ້ຮັບປະສິດທິຜົນທີ່ສຳຄັນແລະໃຫຍ່ຫຼວງໃນໄລຍະນີ້, ເຊິ່ງໄດ້ສ້າງເງື່ອນໄຂ​ເອື້ອ​ອຳນວຍໃຫ້ແກ່ເສດຖະກິດຈີນໃຫ້ສາມາດເລັ່ງການຟື້ນຟູສູ່ສະພາບປົກກະຕິໄດ້ຢ່າງວ່ອງໄວ.


图片默认标题_fororder_微信图片_20200629174713

    ພ້ອມດຽວກັນນີ້, ເສດຖະກິດຈີນກໍມີ​ພື້ນຖານ​ທີ່ພັດທະນາໄປໃນທິດທາງທີ່ດີເປັນໄລຍະຍາວໂດຍບໍ່ມີການປ່ຽນແປງ. ຕະຫຼາດໃຫຍ່ທີ່ມີປະຊາກອນ 1,4 ຕື້ຄົນ ແລະ ຄວາມຕ້ອງການດ້ານການບໍລິໂພກທີ່ຍົກລະດັບສູງ​ຂຶ້ນຢ່າງຕໍ່ເນື່ອງ ​ໄດ້ເປັນການຄ້ຳປະກັນທີ່ເຂັ້ມແຂງຕໍ່ເສດຖະກິດຈີນ. ສ່ວນຕ່ອງໂສ້ອຸດສາຫະກຳທີ່ສົມບູນແບບ, ກຳລັງຕົວຈິງທາງດ້ານເຕັກໂນໂລຊີທີ່ເຂັ້ມແຂງ ​ແລະ ບຸກຄະລາກອນທີ່ພຽງພໍ ໄດ້ເຮັດໃຫ້ເສດຖະກິດຈີນເຕັມໄປດ້ວຍກຳລັງແຂ່ງຂັນຢ່າງສະເໝີຕົ້ນສະເໝີປາຍ, ທັງໄດ້ເຮັດໃຫ້ “ຖ້ອຍຄວາມທີ່ວ່າວິສາຫະກິດຕ່າງປະເທດຈະຖອນຕົວອອກຈາກຈີນ” ນັ້ນ ກາຍເປັນຖ້ອຍ​ຄວາມ​​ແບບຕະຫຼົກ. ຈີນບໍ່ໄດ້ຢຸດນິ້ງຈັກເທື່ອ​ໃນ​ການຂະຫຍາຍ​ການເປີດປະຕູສູ່ພາຍນອກ​. ມາດຕະການເຫຼົ່ານີ້ບໍ່ພຽງແຕ່ໄດ້ສ້າງໂອກາດດ້ານການພັດທະນາອັນໃໝ່ໃຫ້ແກ່ໂລກເທົ່ານັ້ນ, ຫາກຍັງໄດ້ສ້າງ​ພື້ນ​ທີ່ການພັດທະນາທີ່ໃຫຍ່ຫຼວງກວ່າເກົ່າໃຫ້ແກ່ປະເທດຈີນອີກດ້ວຍ, ໄດ້ຊຸກຍູ້ການພັດທະນາເສດຖະກິດທີ່ມີຄຸນນະພາບສູງດ້ວຍການເປີດປະຕູທີ່ມີລະດັບສູງ.

ຄຳ​ເຫັນ

0