覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

​ເນື່ອງ​ໃນ​ໂອ​ກາດ​ວັນສ້າງຕັ້ງພັກກອມມູນິດຈີນຄົບຮອບ99ປີ,​ມາຟັງ​ຄຳ​ເຫັນ​ບາງ​ຕອນ​ຂອງທ່ານສີຈິ້ນຜິງ​ທີ່​ເຄີຍ​ໄດ້​ກ່າວ​ເຖິງຈິດ​ໃຈແລະຄວາມຮັບຜິດຊອບຂອງ​ຊາວພັກກອມມູນິດຈີນ

2020-07-01 10:08:07 cri


 

 

ວັນທີ1ກໍລະກົດປີ2020ນີ້ ແມ່ນວັນສ້າງຕັ້ງພັກກອມມູນິດຈີນຄົບຮອບ99ປີ. ໃນ​ໄລ​ຍະ​ເບື້ອງຕົ້ນ​ທີ່​ຫາ​ກໍ່​ສ້າງ​ຕັ້ງ​ພັກຂຶ້ນ​ມາໃໝ່ມີ​ສະ​ມາ​ຊິກພຽງ50ກວ່າຄົນ, ຈົນຮອດ​ທຸກ​ມື້​ນີ້ທີ່​ໄດ້ກາຍເປັນພັກການເມືອງໃຫຍ່ທີ່ສຸດໃນໂລກ. ເຮັດ​ແນວ​ໃດພັກກອມມູນິດຈີນ​ຈິ່ງ​ສາ​ມາດ​ລຸກ​ຂຶ້ນ​ຈາກ​ຄວາມ​ຫຍຸ້ງ​ຍາກ​ລຳ​ບາກໃນ​ແຕ່ລະຄັ້ງເພື່ອສືບຕໍ່ບຸກ​ບືນ​ກ້າວເດີນ​ໄປ​ໜ້າ​. ເມື່ອ​ເວ​ລາ​ຜ່ານ​ໄປ​ເກືອບ​ຮ້ອຍ​ປີ, ພັກ​ກອມ​ມູ​ນິດ​ຈີນ​ຍັງ​ສາ​ມາດ​ຍືນ​ຍົງ​ຄົງ​ຕົວ​ແລະ​ຮັກ​ສາ​ຄວາມມີຊີ​ວິດ​ຊີວາໄດ້ແມ່​ນ​ຍ້ອນ​ຫຍັງ? ມາ​ຟັງ​ທ່ານ​ສີ​ຈິ້ນ​ຜິງຜູ້​ນຳ​ພັກ​ກອມ​ມູ​ນິດ​ຈີນ​ເລົ່າ​ກ່ຽວ​ກັບ​ອຸ​ດົມ​ການ​ແຕ່​ຫົວ​ທີ​ແລະ​ພາ​ລະກຳ​,ຈິດ​ໃຈແລະຄວາມຮັບຜິດຊອບຂອງ​ຊາວພັກກອມມູນິດຈີນ.

 

ການ​ອອກ​ເດີນ​ທາງ​ຄັ້ງ​ພິ​ເສດຫຼັງ​ກອງ​ປະ​ຊຸມ​ໃຫຍ່​ຂອງ​ພັກ​ກອມ​ມູ​ນິດ​ຈີນ​ຄັ້ງ​ທີ 19
 

图片默认标题_fororder___172.100.100.3_temp_9500032_1_9500032_1_1_f55e5c09-8483-4df7-a446-9c5d85dd6bd6

ວັນທີ31ຕຸລາປີ2017, ທ່ານສີຈິ້ນຜິງໄດ້ນຳພາຄະນະ​ປະ​ຈຳ​ກົມການເມືອງສູນກາງພັກກອມມູນິດຈີນເດີນທາງໄປຮອດນະຄອນຊຽງໄຮແລະທົບທວນຄືນຄຳ​ປະ​ຕິ​ຍານຕົນ​ເຂົ້າເປັນ​ສະ​ມາ​ຊິກພັກກອມມູນິດຈີນ
 

“ນີ້ແມ່ນສະ​ຖານ​ທີ່ເລີ່ມຕົ້ນຄວາມໃຝ່ຝັນ​ຂອງພັກ​ເຮົາ. ພັກ​ເຮົາ​ກຳ​ເນີດ​ຈາກ​ທີ່ນີ້, ​ແລະ​ອອກເດີນທາງຈາກ​ທີ່ນີ້​ກ້າວ​ໄປ​ສູ່​ການເປັນພັກ​ກຳ​ອຳ​ນາດ​ຂອງ​ປະ​ເທດຊາດ. ສະນັ້ນ ສະຖານທີ່ແຫ່ງນີ້ຈຶ່ງເປັນ​ຮາກ​ເຫງົ້າຂອງພັກ​ເຮົາ.”
 

ວັນທີ31ຕຸລາປີ2017, ທ່ານສີຈິ້ນຜິງໄດ້ນຳພາຄະນະ​ປະ​ຈຳ​ກົມການເມືອງສູນກາງພັກກອມມູນິດຈີນເດີນທາງໄປຮອດນະຄອນຊຽງໄຮແລະນະ​ຄອນເຈ່ຍຊີ່ງແຂວງເຈີ້ຈ່ຽງ, ​ເພື່ອ​ຢ້ຽມ​ຊົມ​ສະ​ຖານ​ທີ່ຈັດກອງປະຊຸມໃຫຍ່ຜູ້ແທນ​ທົ່ວ​ປະ​ເທດຂອງພັກກອມມູນິດຈີນ​ຄັ້ງ​ທີ 1ແລະເຮືອແດງເຈ່ຍຊີ່ງ, ນີ້ເປັນການທົບທວນຄືນປະຫວັດສາດການສ້າງ​ຕັ້ງພັກກອມມູນິດຈີນແລະຄຳ​ປະ​ຕິ​ຍານຕົນ​ເຂົ້າເປັນ​ສະ​ມາ​ຊິກພັກກອມມູນິດຈີນ, ​ເປັນການຢືນຢັນເຖິງອຸ​ດົມ​ຄະ​ຕິ​ທາງການເມືອງ​ອັນ​ເດັດ​ດ່ຽວຂອງ​ຄະ​ນະນຳສູນກາງພັກກອມມູນິດຈີນ​ຊຸດ  ໃໝ່.
 

图片默认标题_fororder___172.100.100.3_temp_9500032_1_9500032_1_1_79dd731c-6d2a-4be0-ac0d-fdb8dc8aa58b
 

ວັນທີ31ຕຸລາປີ2017, ທ່ານ​ສີ​ຈິ້ນ​ຜິງ​ຢ້ຽມ​ຊົມ​ຫໍ​ລະ​ນຶກ​ສະ​ຖານ​ທີ່​ຈັດ​ກອງ​ປະ​ຊຸມ​ໃຫຍ່​ພັກ​ກອມ​ມູ​ນິດ​ຈີນ​ຄັ້ງ​ທີ1

 

ຄະນະ​ປະ​ຈຳກົມການເມືອງສູນກາງພັກ​ເດີນທາງອອກ​ຈາກນະຄອນຫຼວງປັກກິ່ງນຳກັນ​ໃນຄັ້ງ​ນີ້​ເປັນ​ສິ່ງ​ທີ່ພົບ​ເຫັນ​ໜ້ອຍເຊິ່ງ​ຫ່າງ​ຈາກວັນ​ປິດກອງປະຊຸມຜູ້ແທນທົ່ວປະເທດຂອງພັກກອມມູນິດຈີນຄັ້ງທີ19 ​ພຽງ1ອາທິດ. ກອງປະຊຸມດັ່ງກ່າວໄດ້​ວາງ​ແຜນ​ພັດ​ທະ​ນາ​ອະນາຄົດຂອງຈີນ​​ຄື: ສ້າງປະເທດສັງຄົມນິຍົມ​ທີ່ທັນສະໄໝເຂັ້ມແຂງແ​ລະ​ບັນ​ລຸ​ເປົ້າ​ໝາຍ​ແຫ່ງ​ການຟື້ນຟູຄວາມຈະເລີນ​ຮຸ່ງເຮືອງ​ທີ່​ຍິ່ງ​ໃຫຍ່ຂອງປະຊາຊາດຈີນຄືນໃໝ່, “ການເປີດຍຸກໃໝ່ຂອງຈີນ” ​ໄດ້​ເປັນ​ທີ່​ປະ​ຈັກ​ຕາ​ຕໍ່ຊາວໂລກ.
 

图片默认标题_fororder___172.100.100.3_temp_9500032_1_9500032_1_1_60730b71-1362-4661-90b1-41a9c3eabdef

ກອງປະຊຸມໃຫຍ່​ຂອງ​ພັກ​ກອມ​ມູ​ນິດ​ຈີນຄັ້ງທີ19 
 

​ການຍຶດ​ໝັ້ນ​ແລະຮັກສາຄວາມໃຝ່ຝັນ, ບໍ່ວ່າ​ຈະໄປ​ໄກ​ປານ​ໃດກໍຈະບໍ່ຫລົງລືມອຸດົມການແຕ່ຫົວທີ. ຢູ່ນະຄອນຊຽງໄຮແລະ​ນະ​ຄອນ​ເຈ່ຍຊີ່ງ, ທ່ານສີຈິ້ນຜິງໄດ້ເວົ້າເຖິງ“ອຸດົມການແຕ່ຫົວທີ” ຫຼາຍເທື່ອ, ​ຄື​ດັ່ງ​ທີ່ທ່ານ​ໄດ້​ກ່າວ​ເນັ້ນໃນບົດລາຍງານ​ຂອງກອງປະຊຸມໃຫຍ່​ຂອງ​ພັກ​ກອມ​ມູ​ນິດ​ຈີນຄັ້ງທີ19 ວ່າ:“ບໍ່​ລືມ​ອຸດົມ​ການ​ແຕ່​ຫົວທີ, ຈຶ່ງ​ຈະ​ໄດ້​ຮັບ​ຜົນສຳ​ເລັດ​ໃນ​ທີ່​ສຸດ.” ອຸດົມ​ການ​ແຕ່​ຫົວທີ ​ແລະພາລະ​ກຳ​ຂອງ​ຊາວ​ພັກ​ກອມ​ມູນິດ​ຈີນ, ກໍ​ແມ່ນ​ການ​ສະ​ແຫວ​ງຫາ​ຄວາມສຸກ​ໃຫ້​ແກ່​ປະຊາຊົນ​ຈີນ, ສະ​ແຫວ​ງຫາ​ການ​ຟື້ນ​ຟູ​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ​ໃຫ້​ແກ່​ປະຊາ​ຊາດ​ຈີນ. ​ເຊິ່ງ​ແມ່ນ​ແຮງ​ຂັບ​ເຄື່ອນ​ພື້ນຖານ​ທີ່​ກະຕຸກ​ຊຸກຍູ້​ໃຫ້ຊາວ​ພັກ​ກອມ​ມູນິດ​ຈີນ​ບຸກບືນ​ກ້າວ​ໄປ​ໜ້າ​ຢ່າງ​ບໍ່​ຢຸດ​ຢັ້ງ.
 

图片默认标题_fororder___172.100.100.3_temp_9500032_1_9500032_1_1_7a754ab4-33fb-4fa4-a010-8c5e247ea213

ທ່ານ​ສີ​ຈິ້ນ​ຜິງ​ຢ້ຽມ​ຢາມ​ປະ​ຊາ​ຊົນ​ຜູ້​ທຸກ​ຍາກ

 

ນະ​ໂຍບາຍຂອງ​ສູນ​ກາງ​ພັກ​ຈະ​ດີ​ຫຼື​ບໍ່ ຕ້ອງ​ເບິ່ງວ່າ​ພີ່ນ້ອງ​ປະຊາຊົນຍິ້ມ​ຫຼື​ໄຫ້.
 

“ນະ​ໂຍບາຍຂອງ​ສູນ​ກາງ​ພັກ​ຈະ​ດີ​ຫຼື​ບໍ່ ຕ້ອງ​ເບິ່ງວ່າ​ພີ່ນ້ອງ​ປະຊາຊົນຈະ​ຍິ້ມ​ຫຼື​ໄຫ້”. ປີ 2015, ທ່ານ​ສີ​ຈິ້ນ​ຜິ​ງ​ໄດ້​ໃຫ້​ທັດສະນະ​ດັ່ງ​ກ່າວ​ໃນ​ເວລາ​ໄປ​ສຳ​ຫຼວດກວດກາ​ວຽກ​ງານ​ການລຶບລ້າງ​ຄວາມທຸກ​ຍາກ​ຢູ່​ບ້ານ​ຮວ່າ​ມ້າວ​ແຂວງ​ກຸ້ຍ​ໂຈ່​ວ.
 

ນັບ​ແຕ່​ກອງ​ປະຊຸມ​ໃຫຍ່ ຂອງ​ພັກ​ກອມ​ມູນິດ​ຈີນ​ຄັ້ງ​ທີ 18​ເປັນ​ຕົ້ນ​ມາ, ທ່ານ​ສີ​ຈິ້ນ​ຜິ​ງ​ໄດ້​ສຳ​ຫຼວດກວດກາ​ວຽກ​ງານ​ຢູ່​ຮາກ​ຖານ​ໃນ​ທົ່ວ​ປະ​ເທດ. ທ່ານ​ໄດ້​ເດີນທາງ​ໄປ​ເຖິງ​ເຂດ​ທຸກ​ຍາກ​ພິ​ເສດ​ທຸກ​ບ່ອນ, ຈັດ​ກອງ​ປະຊຸມ​ສຳ​ມະ​ນາ​ກ່ຽວ​ກັບການ​ລຶບລ້າງ​ຄວາມທຸກ​ຍາກ​ 6 ປີ​ລຽນຕິດ, ​ແລະ​ໄດ້ກ່າວເນັ້ນ​ໜັກ​ເຖິງ​ການ​ລຶບລ້າງ​ຄວາ​ມທຸກ​ຍາກ​ໃນ​ຄຳ​ອວຍພອນ​ປີ​ໃໝ່ ​ 6 ປີ​ລຽນຕິດ, ​ໄດ້​ປຶກສາ​ຫາລື​ຮ່ວມ​ກັນ​ກັບ​ສະມາຊິກສອງ​ສະພາ​ກ່ຽວ​ກັບການ​ລຶບລ້າງ​ຄວາມທຸກ​ຍາກໃນ​ກອງ​ປະຊຸມ​ສອງ​ສະພາ​ທົ່ວ​ປະ​ເທດ​ຈີນ​ 8 ປີ​ລຽນຕິດ, ​ແລະ​ໄດ້​ສະ​ເໜີ​ແຜນ​ຍຸດ​ທະ​ສາດ​ສຳຄັນ​ຕ່າງໆ, ​ເຊັ່ນ: “ຊ່ວຍ​ເຫຼືອ​ຜູ້ທຸກ​ຍາກ​ໃຫ້​ຖືກຕ້ອງ​ກັບ​ເປົ້າ​ໝາຍ​ທີ່​ແນ່ນອນ”, “ລຶບລ້າງ​ຄວາມທຸກ​ຍາກ​ໃຫ້​ຖືກຕ້ອງ​ກັບ​ເປົ້າ​ໝາຍ​ທີ່​ແນ່ນອນ”, “2 ບໍ່​​ກັງ​ວົນ 3 ຮັບປະກັນ” ​ແລະ​ອື່ນໆ.
 

​​ເມື່ອ​ຮອດປີ 2020, ປະຊາກອນຜູ້​ທຸກ​ຍາກໃນ​ຊົນນ​ະບົດ​​ຕາມມາດຖານປະຈຸບັນຈະ​ຕ້ອງຫຼຸດ​ພົ້ນ​ອອກ​ຈາກ​ຄວາມທຸກ​ຍາກທັງໝົດ​. ນີ້​ແມ່ນ​ຄຳ​ໝັ້ນ​ສັນຍາ​ທີ່​ເຄັ່ງຂຶມ​ຂອງ​ພັກ​ກອມ​ມູນິດ​ຈີນທີ່ໃຫ້ໄວ້​ກັບປະຊາຊົນ​ທົ່ວ​ປະ​ເທດ. ​ເຖິງ​ວ່າ​ໄດ້​ປະສົບກັບ​ຜົນ​ກະທົບຈາກການ​ແຜ່​ລະບາດ​ຂອງ​ພະຍາດ​ໂຄ​ວິດ-19​ຢ່າງ​ໜັກໜ່ວງທີ່ມີຕໍ່​ເສດຖະກິດ​ ກໍ​ຕາມ, ​ແຕ່​ທ່ານ​ສີ​ຈິ້ນ​ຜິ​ງ​ໄດ້​ກ່າວ​ເນັ້ນ​ມາໂດຍຕະຫຼອ​ດ​ວ່າ: ​ເປົ້າ​ໝາຍ​ນີ້ “ຕ້ອງ​ບັນລຸ​ຜົນ​ເປັນ​ຈິງ​ຕາມ​ເວລາ​ກຳນົດ, ຈະ​ບໍ່​ມີ​ການ​ຖອຍຫຼັງ​ແລະ​ບໍ່​ມີ​ການ​ໂຍະ​ຍານແຕ່​ຢ່າງ​ໃດ​ເລີຍ.”ຄົນລຸ້ນພວກເຮົານີ້ກໍມີຄວາມປາຖະໜາທີ່ຢາກຊ່ວຍເຫຼືອປະຊາຊົນໂດຍສະເພາະແມ່ນຊ່ວຍຊາວກະສິກອນຂອງພວກເຮົາໃຫ້ມີ​ການ​ພັດ​ທະ​ນາ. ຢູ່​ບົນເສັ້ນທາງສ້າງສັງຄົມນິຍົມຈະບໍ່ປະຖີ້ມຜູ້ໃດຜູ້ໜຶ່ງໄວ້ຢູ່​ເບື້ອງຫຼັງ, ຕ້ອງສ້າງຄວາມຮັ່ງມີຮ່ວມກັນ.”

 

ສື່​ມວນ​ຊົນ​ເຄີຍ​ພັນ​ລະນາ​ວ່າ: ປະຊາຊົນ​ຜູ້​ທຸກຍາກ​ນັບ​ເປັນຮ້ອຍ​ລ້ານ​ຄົນ, ບໍ່​ວ່າ​ຢູ່​ເທິງ​ພູ​ໜ່ວຍ​ໃດຫຼື​ຮ່ອມ​ພູ​ແຫ່ງ​ໃດ​​ໃນ​ດິນ​ແດນຈີນ 9,6 ລ້ານ​ກິ​ໂລ​ຕາ​ແມັດ, ພະນັກງານຜູ້ເຮັດວຽກເພື່ອ​ລຶບລ້າງ​ຄວາ​ມທຸກ​ຍາກ​ຂອງ​ພັກ​ກອມ​ມູນິດ​ຈີນ​ກໍ​ຈະ​ຂຶ້ນ​ພູ​ລົງ​ຫ້ວຍ​ເພື່ອ​ໄປຊ່ວຍໃຫ້ໄດ້, ຊ່ວຍລົງທະບຽນ​, ຊ່ວຍ​ເຫຼືອ​ເພື່ອໃຫ້ຫຼຸດ​ພົ້ນ​ອອກ​ຈາກ​ຄວາມທຸກ​ຍາກ​. ການ​ລຶບລ້າງ​ຄວາມທຸກ​ຍາກທີ່​ດຳ​ເນີນ​ໄປ​ດ້ວຍການ​ເຕົ້າ​ໂຮມ​ກຳ​ລັງ​ແຮງທົ່ວ​ປະ​ເທດກໍ​ແມ່ນ​ເພື່ອ​ຮັບປະກັນ​ໃຫ້​ທຸກ​ຄົນ​ສາມາດ​ຊົມ​ໃຊ້​ສິດ​ໃນການ​ພັດທະນາ​.

 

ປີ2020, ​ບັ້ນ​ຮົບ​ຕ້ານ​ກັບ​ພະ​ຍາດ​ໂຄວິດ-19ຂອງ​ຈີນ​ໄດ້​ກາຍ​ເປັນ​ເລື່ອງ​ລາວ​ທີ່​ອົບ​ອຸ່ນ​ແລະ​ມີ​ຊີ​ວິດ​ຊີ​ວາ​ທີ່ໄດ້​ສ່ອງ​ແສງ​ໃຫ້ເຫັນເຖິງ​ແນວ​ຄິດ “ປະ​ຊາ​ຊົນ​​ຢູ່​ເໜືອກວ່າ​ທຸກ​ສິ່ງ​ຢ່າງ”. ເມື່ອ​ຜະ​ເຊີນ​ໜ້າ​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19,ພັກ​ກອມ​ມູ​ນິດ​ຈີນ​ໄດ້​ກຳ​ນົດ​ຢ່າງ​ຈະ​ແຈ້ງ​ມາ​ຕັ້ງ​ແຕ່​ຫົວ​ທີ​ວ່າ: ຖື​ເອົາຄວາມ​ປອດ​ໄພ​ດ້ານ​ຊີ​ວິດ​ແລະ​ສຸ​ຂະ​ພາບ​ຮ່າງ​ກາຍ​ຂອງ​ປະ​ຊາ​ຊົນ​ສຳ​ຄັນ​ກວ່າ​ໝູ່. ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ວ່າ:“ປະ​ຊາ​ຊົນ​ຢູ່​ເໜືອກວ່າ​ທຸກ​ສິ່ງ​ຢ່າງ, ຊີ​ວິດ​ຢູ່​ເໜືອກວ່າ​ທຸກ​ສິ່ງ​ຢ່າງ, ເພື່ອ​ປົກ​ປ້ອງ​ຄວາມ​ປອດ​ໄພ​ດ້ານ​ຊີ​ວິດ​ແລະ​ສຸ​ຂະ​ພາບ​ຮ່າງ​ກາຍ​ຂອງ​ປະ​ຊາ​ຊົນແມ່ນ​ສາ​ມາດ​ເສຍ​ຄ່າ​ຕອບ​ແທນ​ໄດ້​ທຸກ​ຢ່າງ.”

 

ຈີນ​ໄດ້​ຈັດ​ສັນ​ກຳ​ລັງ​ແພດ​ໝໍ​ທີ່​ດີ​ເດັ່ນ​ທີ່​ສຸດ​ແລະ​ ​ອຸ​ປະ​ກອນ​ການ​ແພດ​ທີ່​ກ້າວ​ໜ້າ​ທັນ​ສະ​ໄໝ​ທີ່​ສຸດ ທັງ​ເຕົ້າ​ໂຮມ​ກຳ​ລັງ​ແຮງ​ສັງ​ລວມ​ທົ່ວ​ປະ​ເທດ​ເພື່ອ​ປົກ​ປ້ອງ​ສິດໃນ​ການ​ມີ​ຊີ​ວິດ​ຂອງ​ປະ​ຊ​າ​ຊົນ​ປະ​ເທດ​ຕົນ, ເພື່ອເອົາ​ຊະ​ນະ​ບັ້ນ​ຮົບ​ປ້ອງ​ກັນ,ຄວບ​ຄຸມ​ແລະ​ສະ​ກັດ​ກັ້​ນ​ພະ​ຍາດ​ຄັ້ງ​ນີ້. ມີ​ບົດ​ວິ​ເຄາະ​ຊີ້​ໃຫ້​ເຫັນ​ວ່າ: ​ເບິ່ງຈາກ​​ແງ່​ມູມດ້ານສິດ​ໃນ​ການ​ມີຊີ​ວິດ​ແລະ​ສິດ​ໃນ​ການ​ພັດ​ທະ​ນາ​ແລ້ວ​ສາ​ມາດ​ເຂົ້າ​ໃຈ​ໄດ້​ວ່າ: ແນວ​ຄິດ​ການ​ກຳ​ອຳ​ນາດ​ແລະ​ສະ​ຕິ​ປັນ​ຍາ​ດ້ານ​ການ​ບໍ​ລິ​ຫານ​ປະ​ເທດ​ຂອງ​ພັກ​ກອມ​ມູ​ນິດ​ຈີນ​ແມ່ນ​ມີ​ຄຸນ​ປະ​ໂຫຍກ​ຕໍ່​ທົ່ວ​ໂລກ.
 

ຍ້ອນ​ຫຍັງ​ພັກ​ກອມ​ມູ​ນິດ​ຈີນ​ຈິ່ງ​ສາ​ມາດ​ປ້ອງ​ກັນ​ສຸ​ຂະ​ພາບ​ຂອງ​ປ​ະ​ຊາ​ຊົນ​ແລະ​ນຳ​ພາ​ປະ​ຊາ​ຊົນຫຼຸ​ດ​ພົ້ນ​ອອກ​ຈ​າກ​ຄວາມ​ທຸກ​ຍາກ​ໄດ້ໂດຍ​ບໍ່​ເສຍ​ດາຍ​ຄ່າ​ຕອບ​ແທນ​ໃດໆ ?ຄື​ດັ່ງ​ທີ່​ທ່ານ​ສີ​ຈິ້ນ​ຜິງ​ໄດ້​ກ່າວ​ວ່າ: “ພັກ​ເຮົາ​ບໍ່​ມີ​ຜົນ​ປະ​ໂຫຍດ​ພິ​ເສດ​ຂອງ​ຕົນ, ເວ​ລາ​ໃດ​ພັກ​ກໍ​ໄດ້​ຖື​ເອົາຜົນ​ປະ​ໂຫຍດ​ຂອງ​ປະ​ຊາ​ຊົນ​ສຳ​ຄັນ​ກວ່າ​ໝູ່.” ທ່​ານ​ກ່າວ​ວ່າ:
 

  “ພື້​ນ​ຖານ​ຂອງ​ພັກ​ກອມ​ມູ​ນິດ​ຈີນ​ຢູ່​ນຳ​ປະ​ຊາ​ຊົນ, ​​ສາຍ​ເລືອດແມ່ນ​ຢູ່​ນຳ​ປະ​ຊາ​ຊົນ. ຕ້ອງ​ຍຶດ​ໝັ້ນ​ໃນ​ແນວ​ຄິດ​ການ​ພັດ​ທະ​ນາ​ທີ່​ຖື​ປ​ະ​ຊາ​ຊົນ​ເປັນ​ໃຈ​ກາງ, ບໍ່​ວ່າ​ຈະ​ຜະ​ເຊີນ​ກັບ​ສິ່ງ​ທ້າ​ທາຍ​ແລະ​ແຮງ​ກົດ​ດັນຫຼາຍ​ສ່ຳ​ໃດ,ບໍ່​ວ່າ​ຈະ​ຕ້ອງ​ເສຍ​ສະຫຼະ​ແລະ​ເສຍ​ຄ່າ​ຕອບ​ແທນ​ຫຼາຍ​ເທົ່າ​ໃດ​, ກໍ​ຕ້ອງ​ຍຶດ​ໝັ້ນ​ແນວ​ຄິດ​ດັ່ງ​ກ່າວ​ຢ່າງ​ໝັ້ນ​  ໜຽວ​ບໍ່​ປ່ຽນ​ແປງ​ແລະ​ບໍ່​ຫວັ່ນ​ໄຫວ​ຄອນ​ແຄນ​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ.”
 

图片默认标题_fororder___172.100.100.3_temp_9500032_1_9500032_1_1_7e360fcc-07ee-4efe-87a7-61ee216df16b

ທ່ານ​ສີ​ຈິ້ນ​ຜິງ​ຢ້ຽມ​ຢາມ​ປະ​ຊາ​ຊົນ​ຜູ້​ທຸກ​ຍາກ

 

ຍື່ນ​ຄຳ​ຕອບ​ຂອງ​ບົດ​ສອບ​ເສັງທີ່ດີງາມກວ່າເກົ່າໃຫ້ແກ່ປະຫວັດສາດແລະປະຊາຊົນ
 

ການ​ຄຸ້ມ​ຄອງ​ລັດ​ຕ້ອງ​ຄຸ້ມ​ຄອງ​ພັກ​ສາ​ກ່ອນ, ການ​ຄຸ້ມ​ຄອງ​ພັກ​ຕ້ອງ​ຄຸ້ມ​ຄອງ​ຢ່າງ​ເຂັ້ມ​ງວດ. ນັບ​ຕັ້ງ​ແຕ່ກອງ​ປ​ະ​ຊຸມ​ໃຫຍ່​ຂອງ​ພັກ​ກອມ​ມູ​ນິດ​ຈີນ​ຄັ້ງ​ທີ 18 ເປັນ​ຕົ້ນ​ມາ, ທ່ານ​ສີ​ຈິ້ນ​ຜິງ​ໄດ້​ສ້າງ​ພາບ​ປະ​ທັບ​ໃຈ​ອັນ​ເລິກ​ເຊິ່ງ​ໃຫ້​ແກ່​ພາຍນອກ​ໃນ​ການ​ຄຸ້ມ​ຄອງ​ພັກ​ຢ່າງ​ເຂັ້ມ​ງວດ​ຮອບ​ດ້ານ ໂດຍ​ມີຄວາມເດັດຂາດໃນການຕັດ​ສິນ​ໃຈ​ແລະ​ ມີຄວາມ​ໝັ້ນ​ໃຈ​ໃນ​ການ​ຕ້ານ​ການ​ສໍ້​ລາດ​ບັງຫຼວງ​ຢ່າງ​ເຂັ້ມ​ແຂງ. ໃນ​ຊຸມ​ປີ​ຜ່ານ​ມາ, ລະ​ດັບ​​ຕຳ​ແໜ່ງແລະຈຳ​ນວນ​​ຂອງພະນັກງານການ​ນຳ​ທີ່​ຖືກ​ລົງ​ໂທດ ກໍ​ຄື​ຄວາມ​ຖີ່​ໃນ​ການ​ລົງ​ໂທດ​ພະນັກງານການ​ນຳ​ຜູ້​ສໍ້​ລາດ​ບັງຫຼວງ​ນັ້ນ​ແມ່ນ​ສູງກວ່າ​ທຸກ​ປີ​ຜ່ານ​ມາ. ໃນ​ຂະ​ນະ​ດຽວ​ກັນ​, ການ​ສ້າງລະ​ບຽບ​ການ​ຕ່າງໆ​ກໍ​ໄດ້​ດຳ​ເນີນ​ໄປຢ່າງ​ຕໍ່​ເນື່ອງ​, ຕົວ​ຢ່າງ​ເຊັ່ນ:ການ​ປະ​ຕິ​ບັດ “ກົດ​ເຫຼັກ 8 ຂໍ້” ​ຂະ​ບວນ​ການ“ຕ້ານແບບ​ແຜນ​ຫຍໍ້​ທໍ້ 4 ຢ່າງ​” ການ​ກວດ​ກາ​ວິ​ໄນ​ຂອງ​ຂັ້ນ​ສູນ​ກາງແບບສັນຈອນ​ທີ່​ໄດ້​ຫັນ​ເປັນ​ລະ​ບຽບ​ການ​ນັ້ນ​ໄດ້​ກາຍ​ເປັນ​ການ​ເຄື່ອນ​ໄຫວ​ປົກ​ກະ​ຕິ. ທ່ານ​ສີ​ຈິ້ນ​ຜິງ​ໄດ້​ກ່າວ​ເຕືອນ​ໃຫ້​ພະ​ນັກ​ງານ​-ສະ​ມາ​ຊິກ​ພັກ​ທຸກ​ຖ້ວນ​ໜ້​າ​ວ່າ: “ເງິນຫຼວງ​ເປັນ​ຂອງ​ລັດ, ຫ້າມ​ບໍ່​ໃຫ້​ໃຊ້​ຈ່າຍ​ຟຸມ​ເຟືອຍ​ແມ່ນ​ແຕ່​ອັດ​ດຽວ, ສິດ​ອຳ​ນາດ​ສ່ວນ​ລວມ​ເປັນ​ຂອງ​ປະ​ຊາ​ຊົນ, ​ຫ້າມ​ບໍ່​ໃຫ້​ສວຍ​ໃຊ້​ເພື່ອ​ສະ​ແຫວງ​ຫາ​ຜົນ​ປະ​ໂຫຍດ​ສ່ວນ​ຕົວ​ແມ່ນ​ແຕ່​ໜ້ອຍ​ດຽວ.”ທ່ານ​ກ່າວ​ວ່າ:
 

“ປະຊາຊົນຄຽດຊັງປະກົດການ​ສໍ້​ລາດ​ບັງຫຼວງທີ່ສຸດ, ປະກົດການ​ສໍ້​ລາດ​ບັງຫຼວງເປັນສິ່ງທ້າທາຍໃຫຍ່ທີ່ສຸດທີ່ພັກເຮົາ​ກຳ​ລັງ​ຜະ​ເຊີນ​ຢູ່​. ມີ​ພຽງແຕ່ຍຶດໝັ້ນ​ໃນ​ການຕ້ານ​ການ​ສໍ້​ລາດ​ບັງຫຼວງຢ່າງຕໍ່ເນື່ອງແລະເດັດຂາດ, ລົງເລິກ​ປາບ​ປາມ​ໃຫ້​ເຖິງ​ຖອງ, ຮັບປະກັນໃຫ້ພະນັກງານການນຳມີຄວາມບໍ​ລິ​ສຸດ​ຍຸ​ຕິ​ທຳ, ລັດ​ມີ​ຄວາມ​ປອດ​ໃສ​ຂາວ​ສະ​ອາດແລະການເມືອງມີຄວາມໂປ່ງ​ໃສ​, ຈິ່ງຈະສາມາດ​ພົ້ນອອກຈາກ​ວັດ​ທະ​ຈັກປະຫວັດສາດ, ຮັບປະກັນໃຫ້ພັກແລະ​ປະ​ເທດ​ຊາດມີ​​ຄວາມ​ໝັ້ນ​ຄົງ​ຖາ​ວອນ.”
 

图片默认标题_fororder___172.100.100.3_temp_9500032_1_9500032_1_1_ea3a1cbc-a8b4-474a-9dbc-a8052717f947
 

ທ່ານ​ສີ​ຈິ້ນ​ຜິງ​ຢ້ຽມ​ຢາມ​ປະ​ຊາ​ຊົນ​ຜູ້​ທຸກ​ຍາກ

 

ການເຕີບໃຫຍ່ຂອງພັກການເມືອງກັບການຟື້ນຟູຄວາມຈະເລີນຮຸ່ງເຮືອງຂອງປະເທດຊາດມີສາຍພົວພັນກັນຢ່າງໃກ້ຊິດ. ຈາກຄວາມໜຸ່ມນ້ອຍທີ່ຍັງບໍ່ທັນເຂັ້ມແຂງໃນໄລຍະຫາກໍ່ສ້າງ​ຕັ້ງຂຶ້ນ​ໃນເບື້ອງຕົ້ນຈົນຮອດມີຄວາມເຂັ້ມແຂງຄືໃນ​ທຸກມື້ນີ້, ໃນຖານະເປັນພັກກຳອຳນາດຂອງປະເທດໃຫຍ່ທີ່ມີປະຊາກອນ1,4ຕື້ຄົນ, ພັກກອມມູນິດຈີນໄດ້ເຕີບໃຫຍ່ແລະຟື້ນ​ຄືນຊີບ​ອີກໃໝ່ໃນການທົດສອບອີກແລ້ວອີກຕື່ມ.
 

ມຸ້ງ​ໜ້າ​ສູ່ອະນາຄົດ, ທ່ານສີຈິ້ນຜິງກ່າວເນັ້ນວ່າ: ສະມາຊິກພັກກອມມູນິດຈີນທຸກຖ້ວນໜ້າກໍຕ້ອງພະຍາຍາມ​ຍື່ນ​ຄຳ​ຕອບ​ຂອງ​ບົດ​ສອບ​ເສັງອັນໃໝ່ແລະດີງາມກວ່າເກົ່າ ໃຫ້ແກ່ປະຫວັດສາດແລະປະຊາຊົນ.”
 

ທ່ານກ່າວວ່າ: “ຕອນ​ເຊົ້າວັນທີ23 ມີນາປີ 1949, ເມື່ອສູນກາງພັກໄດ້ເດີນທາງອອກຈາກເຂດຊີ່ປາຍພົ່ວໄປປັກກິ່ງ, ທ່ານໝາວເຈີຕຸ່ງໄດ້ກ່າວວ່າ: “ມື້ນີ້ແມ່ນມື້ທີ່ພັກເຮົາເດີນທາງໄປສອບເສັງຢູ່ປັກກິ່ງ”. ພັກເຮົາສາມັກຄີແລະນຳພາປະຊາຊົນເຮັດວຽກງານທຸກປະການໃນທຸກມື້ນີ້ ກໍແມ່ນເພື່ອສືບ​ຕໍ່ການສອບເສັງຄັ້ງນັ້ນ. ບັນດາສະຫາຍໃນທົ່ວພັກເດັດຂາດຢ່າຫລົງລືມອຸດົມການແຕ່ຫົວທີ, ຕ້ອງສືບຕໍ່ກ້າວເດີນໄປໜ້າ, ຮັກສາແບບແຜນທີ່ຖ່ອມຕົວ, ສຸຂຸມຮອບຄອບ, ບໍ່ອວດອົ່ງທະນົງຕົວ, ບໍ່ຟ້າວຟັ່ງຮ້ອນຮົນຕະຫຼອດໄປແລະຮັກສາແບບແຜນທີ່ບຸກບືນສູ້ຊົນດ້ວຍຄວາມທໍລະຫົດອົດທົນຕະຫຼອດໄປ, ກ້າດຳເນີນການປະຕິຮູບ, ກ້າປະດິດສ້າງໃໝ່, ບໍ່​ຕາຍຕົວແລະບໍ່ຢຸດ​ຈຶ້ງຢູ່ບ່ອນເກົ່າຕະຫຼອດໄປເພື່ອສືບຕໍ່ຜ່ານຜ່າບັ້ນທົດສອບໃນການສອບເສັງຄັ້ງປະຫວັດສາດໃນຄັ້ງນັ້ນ, ພະຍາຍາມຍື່ນ​ຄຳ​ຕອບ​ຂອງບົດ​ສອບ​ເສັງອັນໃໝ່ແລະດີງາມກວ່າເກົ່າໃຫ້ແກ່ປະຫວັດສາດແລະປະຊາຊົນ.”

ຄຳ​ເຫັນ

0