黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ປະ​ຊາ​ຊົນ​ຢູ່​ເໜືອ​ກວ່າທຸກ​ສິ່ງທຸກ​ຢ່າງ ແລະ ການສ້າງ​ຜົນ​ປະ​ໂຫຍດ​ໃຫ້​ແກ່​ທົ່ວ​ໂລກ

2020-07-01 20:21:25 cri

ປີ 1921, ພັກ​ກອມ​ມູ​ນິດ​ຈີນ​ໄດ້​ກຳ​ເນີດ​ເກີດ​ຂຶ້ນ​ຢູ່​ເທິງ​ເຮືອສີ​ແດງ​ໜອງ​ໜານ​ຫູ ​ເມືອງ​ເຈ່ຍ​ຊິງ​ ແຂວງ​ເຈີ້​ຈ່ຽງ​ຈີນ. ຕະຫຼອດ​ໄລ​ຍະ 99 ປີ​ມາ​ນີ້, ພັກ​ກອມ​ມູ​ນິດ​ຈີນ​ໄດ້​ຍຶດໝັ້ນໃນ​ທັດ​ສະ​ນະ​​ຄຸນຄ່າທີ່ຖື​ປະ​ຊາ​ຊົນ​ຢູ່​ເໜືອ​ກວ່າທຸກ​ສິ່ງ​​ທຸກຢ່າງ ແລະ ສະ​ແດງ​ໃຫ້​ເຫັນ​ເຖິງແນວ​ຄວາມ​ຄິດ​ສາ​ກົນກຳມະຊີບທີ່​ສ້າງ​ຜົນ​ປະ​ໂຫຍດ​ໃຫ້​ແກ່​ທົ່ວ​ໂລກ.

ປີ​ນີ້​ເປັນ​ປີ​ລະ​ນຶກ​ການ​ສ້າງ​ຕັ້ງ​ພັກ​ກອມ​ມູ​ນິດ​ຈີນ​ຄົບ​ຮອບ 99 ປີ ທັງແມ່ນປີ​ສຸດ​ທ້າຍໃນ​ການ​ສ້າງ​ສັງ​ຄົມທີ່​ອີ່​ມ​ໜຳ​ສຳ​ລານ​ໃຫ້​ສຳ​ເລັດ​ຢ່າງ​ຮອບ​ດ້ານ ແລະ ແມ່ນປີ​ສຸດ​ທ້າຍ​ໃນການປະຕິບັດ​ “ແຜນ​ການ 5 ປີ​ຄັ້​ງ​ທີ 13” ຂອງ​ຈີນ. ແຕ່​ວ່າ, ພະ​ຍາດ​ໂຄວິດ-19 ໄດ້ເກີດມີການແຜ່​ລະ​ບາດ​ຢ່າງ​ກະ​ທັນ​ຫັນ ເຊິ່ງໄດ້​ນຳ​ເອົ​າ​ສິ່ງ​ທ້າ​ທາຍ​ອັນ​ຂ້ຽວ​ຂາດ​ມາ​ສູ່​ຈີນ. ຊາວ​ໂລກ​ສັງ​ເກດ​ເຫັນ​ວ່າ: ພັກ​ກອມ​ມູ​ນິດ​ຈີນ​ໄດ້​ນຳ​ພາ​ປະ​ຊາ​ຊົນ​ຈີນ​ສ້າງ​ກຳ​ແພງ​ເຫຼັກ​ໃນ​ການ​ປ້ອ​ງ​ກັນ​ແລະ​ຄວບ​ຄຸມ​ພະ​ຍາດ, ໄດ້​ໜ້າປະຫວັດສາດ​ແຫ່ງການຕ້ານກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດທີ່​ຖື​ເອົາ​ປະ​ຊາ​ຊົນ​ຢູ່​ເໜືອ​ກວ່າທຸກ​ສິ່ງ​ທຸກຢ່າງ ແລະ ອີງ​ອາ​ໄສ​ປະ​ຊາ​ຊົນ​ຢ່າງ​ແໜ້ນ​ແຟ້ນ.

ເປັນ​ຫຍັງ​ພັກ​ກອມ​ມູ​ນິດ​ຈີນ​ຈິ່ງ​ເຮັດ​ໄດ້​ດີຄື​ແນວ​ນີ້? ທ່ານ​ກິ່ງ​ເພັດ ມຸ​ງ​ຄຸນ​ວິ​ໄລ ຮອງ​ຫົວ​ໜ້າ​ຫ້ອງວ່າ​ການ​ສູນ​ກາງ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ​ກ່າວ​ວ່າ: “ພັກ​ກອມ​ມູ​ນິດ​ຈີນມ​າ​ຈາກ​ປະ​ຊາ​ຊົນ ແລະ ຮ່ວມ​ສາຍເລືອດດຽວກັນກັບ​ປະ​ຊາ​ຊົນ, ໂດຍ​ຜ່ານຈາກ​ການຫຼໍ່ຫຼອມ​ໃນບັ້ນຕ້ານກັບການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19, ຍິ່ງເປັນການ​​ສ່ອງ​ແສງ​ໃຫ້​ເຫັນ​ເຖິງ​ທາດ​ແທ້​ຂອງ​ພັກ​ກອມ​ມູ​ນິດ​ຈີນທີ່​ຖື​ເອົາ​ປະ​ຊາ​ຊົນ​ຢູ່​ເໜືອກວ່າ​ທຸກ​ສິ່ງ​ທຸກຢ່າງ​ຕື່ມ​ອີກ.”

ການ​ຕໍ້​ສູ້​ຕ້ານ​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ໃນ​ຄັ້ງ​ນີ້ ​ເປັນ​ພຶດ​ຕິ​ກຳ​ຕົວ​ຈິງ​ທີ່​ມີ​ຊີ​ວິດ​ຊີ​ວາ​ຂອງ​ພັກ​ກອ​ມ​ມູ​ນິດ​ຈີນແລະລັດ​ຖະ​ບານ​ຈີນ ໃນ​ການ​ຊຸກ​ຍູ້​ການ​​ສ້າງ​ຄວາມ​ສາ​ມາ​ດ​ດ້ານ​ການ​ບໍ​ລິ​ຫານ. ການ​ເຄື່ອນ​ໄຫວ​ຂອງ​ຈີນໄດ້ປະ​ຈັກ​ຕາຕໍ່​ຊາວ​ໂລກ.

ທ່ານ​ອັບ​ບາ​ສ ຈາ​ກີ ກຳ​ມະ​ການ​ສູນ​ກາງຂອງ​ຂະ​ບວນການ​ປົດ​ປ່ອຍ​ຊາດ​ປາ​ແລັສຕິນ ຫຼື ອົງ​ການອານ​ຟາ​ຕາ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ພົວ​ພັນ​ອາ​ຣັບແລະ​ວຽກງານ​ຈີນ​ຂອງ​ປາ​ແລັ​ສ​ຕິນ​​ກ່າວ​ວ່າ: ເຖິງວ່າ​​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ໄດ້​ສ້າງ​ສິ່ງ​ທ້າ​ທາຍ​ໃໝ່​ໃຫ້​ແກ່​ການ​ບັນລຸເປົ້າ​ໝາຍ​ລຶບ​ລ້າງ​ຄວາມ​ທຸກ​ຍາກ​ຢ່າງ​ຮອບ​ດ້ານ​ຂອງ​ຈີນ​ກໍ​ຕາມ, ແຕ່​ຈີນ​ຍັງ​ໄດ້​ຍຶດ​ໝັ້ນ​ເປົ້າ​ໝາຍ​ດັ່ງ​ກ່າວ. ຖ້າ​ເຮັດສຳ​ເລັດ​ໜ້າ​ທີ່​ລຶບລ້າງ​ຄວາມ​ທຸກ​ຍາກ​ຕາມ​ເວ​ລາ​ກຳ​ນົດ, ຈີນ​ຈະເຮັດ​ສຳ​ເລັດ​ເປົ້າ​ໝາຍຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ​ຕາມວາ​ລະ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ປີ 2030 ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ກ່ອນ​ເວ​ລາ​ກຳ​ນົດ. ໃນ​ໂລກ​ນີ້, ​ບໍ່​ມີ​ປະ​ເທດ​ອື່ນ​ໃດ​ສາ​ມາດ​ຊ່ວຍ​ເຫຼືອ​ປະ​ຊາ​ຊົນໃຫ້ຫຼຸດ​ພົ້ນ​ອອກ​ຈາກ​ຄວາມ​ທຸກ​ຍາກໄດ້ຫລາຍປານນີ້ ແລະ ໃຊ້​ເວ​ລາ​ສັ້ນ​ຄືແນວນີ້, ນີ້​ມີ​ຄວາມໝາຍ​ສຳ​ຄັນຫຼາຍ​ຕໍ່​ຈີນກໍ​ຄື​ຕໍ່​ໂລກ.

ໃນຫຼາຍ​ປີ​ມາ​ນີ້, ອັດ​ຕາ​ການປະ​ກອບ​ສ່ວນ​ຂອງ​ຈີນ​ຕໍ່​ການ​ເຕີບ​ໂຕ​ດ້ານ​ເສດ​ຖະ​ກິດ​ໂລກ​ມີຫຼາຍກວ່າ 30%, ໃນ​ຂະ​ນະ​ທີ່​ພະ​ຍາດ​ໂຄວິດ-19 ໄດ້​ແຜ່​ລະ​ບາດ​ໃນ​ຂອບ​ເຂດ​ທົ່ວ​ໂລກ​ຢ່າງ​ຮ້າຍ​ແຮງ, ຈີນ​ເປັນ​ປະ​ເທດ​ທີ່ສາມາດ​ຄວບ​ຄຸມ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໄດ້​ກ່ອນ​ໝູ່ ແລະ ສາມາດຟື້ນ​ຟູ​ການ​ຜະ​ລິດ​ແລະ​ເຮັດ​ວຽກ​ກ່ອນ​ໝູ່. ນອກ​ນີ້, ຈີນຍັງ​ອາດ​ຈະ​ເປັນ​ພຽງ​ປະ​ເທດ​ດຽວ ທີ່​ສາ​ມາດ​ຮັກ​ສາ​ການ​ເຕີບ​ໂຕ​ຂອງ​ເສດ​ຖະ​ກິດ​ທີ່​ເປັນ​ເລກບວກ​ໃນ​ປີ​ນີ້.

ໂດຍ​ຜະ​ເຊີນ​ໜ້າ​ກັບ​ວິ​ກິດ​ການ​ສາ​ທາ​ລະ​ນະ​ສຸກ​ທົ່ວ​ໂລກ ແລະ ເສດ​ຖະ​ກິດໂລກ​ຊຸດ​ໂຊມ​ລົງ​ຢ່າງ​ໜັກ​ໜ່ວງ, ພັກ​ກອມ​ມູ​ນິດ​ຈີນ​ໄດ້​ຍຶດ​ໝັ້ນໃນ​ທັດ​ສະ​ນະ​ການສ້າງປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ຂອງມວນ​ມະ​ນຸດ, ຊຸກ​ຍູ້​ໃຫ້​ປະ​ຊາ​ຄົມ​ໂລກ​ຮ່ວມ​ກັນ​ຕ້ານ​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19, ຊຸກ​ຍູ້​ໃຫ້​ເສດ​ຖະ​ກິດ​ໂລກ​ພັດ​ທະ​ນາ​ຢ່າງ​ໝັ້ນ​ທ່ຽງ, ຊຸກ​ຍູ້​ການ​ບໍ​ລິ​ຫານ​ທົ່ວ​ໂລກ, ນີ້ໄດ້ສ່ອງ​ແສງ​ໃຫ້​ເຫັນ​ເຖິງ​ນ້ຳ​ໃຈ​ຮັບ​ຜິດ​ຊອບ​ໃນຖານະທີ່ເປັນ​ປະ​ເທດ​ໃຫຍ່​ຂອງ​ໂລກ ເຊິ່ງ​ໄດ້​ນຳ​ເອົາ​ຄວາມ​ໝັ້ນ​ໃຈ ແລະ ພະ​ລັງ​ມາ​ໃຫ້​ທົ່ວ​ໂລກ.

ຄຳ​ເຫັນ

0