尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

“ກົດໝາຍວ່າດ້ວຍການຮັກສາຄວາມໝັ້ນຄົງແຫ່ງຊາດຢູ່ຮົງກົງ” ຈະປ້ອງກັນຂະບວນການການພັດທະນາໃໝ່ຢູ່ຮົງກົງ

2020-07-01 16:33:52 cri

图片默认标题_fororder_微信图片_20200701163105

ວັນທີ 30 ມິຖຸນາຜ່ານມາ, ກອງປະຊຸມຄັ້ງທີ 20 ຂອງຄະນະປະຈຳສະພາປະຊາຊົນ​ແຫ່ງ​ຊາດ​ຈີນຄັ້ງທີ 13 ໄດ້ລົງຄະແນນສຽງຜ່ານການຮັບຮອງ “ກົດໝາຍວ່າດ້ວຍການຮັກສາຄວາມໝັ້ນຄົງແຫ່ງຊາດຢູ່ເຂດບໍລິຫານພິເສດຮົງກົງຂອງສາທາລະນະລັດປະຊາຊົນຈີນ”, ແລະໄດ້ຈັດເຂົ້າໃນກົດໝາຍ​ພື້ນຖານ​ຮົງ​ກົງສະບັບ​ເພີ່ມ​ເຕີມທີ 3. ຈາກນີ້ໄປ, ເຂດບໍລິຫານພິເສດຮົງກົງຈະປະຕິບັດການຮັກສາຄວາມໝັ້ນຄົງແຫ່ງຊາດ​ໂດຍ​ມີກົດໝາຍ​ເປັນຫຼັກອ້າງ​ອີງເປັນຄັ້ງປະຫວັດສາດ.
 

ເນື່ອງໃນໂອກາດເຂດບໍລິຫານພິເສດຮົງກົງກັບຄືນສູ່ປະເທດຊາດຄົບຮອບ 23​ ປີ, ການອອກກົດ ໝາຍວ່າດ້ວຍການຮັກສາຄວາມໝັ້ນຄົງແຫ່ງຊາດຢູ່ຮົງກົງແມ່ນຂີດໝາຍທາງປະຫວັດສາດທີ່ສຳຄັນອີກອັນໜຶ່ງໃນການຈັດຕັ້ງປະຕິບັດແນວທາງ “ປະເທດດຽວສອງລະບອບ” ຢູ່ຮົງກົງ, ແມ່ນຈຸດເລີ່ມຕົ້ນ​ໃໝ່ທາງປະຫວັດສາດໃນຂະບວນການພັດທະນາໃໝ່ຢູ່ຮົງກົງ. ປະຊາຊົນຈີນໄດ້ສະແດງຄວາມປິຕິຊົມຊື່ນຕໍ່ເລື່ອງນີ້!
 

ໃນໄລຍະຜ່ານມາ, ກົດໝາຍວ່າດ້ວຍການຮັກສາຄວາມໝັ້ນຄົງແຫ່ງຊາດຢູ່ຮົງກົງໄດ້ຮັບການຊຸກຍູ້ຕາມ​ກົດໝາຍຢ່າງເປັນລະບຽບຮຽບຮ້ອຍ, ວົງການຕ່າງໆທາງສັງຄົມຢູ່ຮົງກົງກໍນັບມື້ນັບມີຄວາມໝັ້ນໃຈເພີ່ມຂຶ້ນ. ປະຊາຊົນ​ໃຫ້ການ​ສະໜັບສະໜູນ​ເປັນ​ກະ​ແສ, ທັງ​ມີ​ຄວາມໝັ້ນໃຈຢ່າງ​ເຕັມ​ປ່ຽມ! ເຊິ່ງ​ແຕ່ວັນທີ 22​ ຫາວັນທີ 29 ພຶດສະພາປີນີ້, ໃນເວລາສັ້ນໆພຽງ 8 ວັນ, ການ​ລ່າ​ລາຍ​ເຊັນຢູ່ຕາມຖະໜົນ ແລະ ທາງອິນເຕີເນັດຂອງຜູ້ທີ່ “ສະໜັບສະໜູນກົດໝາຍວ່າດ້ວຍການຮັກສາຄວາມໝັ້ນຄົງແຫ່ງຊາດ” ຢູ່ຮົງກົງ ໄດ້ບັນລຸເຖິງ 2,92 ລ້ານເທື່ອຄົນ; ຜູ້ແທນສະພາປະຊາຊົນ​ແຫ່ງ​ຊາດຈີນ​ເຂດຮົງກົງ 36 ທ່ານ ແລະກຳມະການສະພາປຶກສາການເມືອງປະຊາຊົນ​ແຫ່ງ​ຊາດຈີນ​ເຂດ​ຮົງ​ກົງ 190 ທ່ານໄດ້ຍື່ນໃບສະແດງຄວາມຄິດເຫັນ 226 ສະບັບຢ່າງຕັ້ງໜ້າ ແລະອື່ນໆ, ບຸກຄົນໃນວົງການຕ່າງໆຢູ່ຮົງກົງຕ່າງກໍໄດ້ສະແດງການສະໜັບສະໜູນຕໍ່ກົດໝາຍວ່າດ້ວຍການຮັກສາຄວາມໝັ້ນຄົງແຫ່ງຊາດຢູ່ຮົງກົງ. ຄຽງຄູ່ກັບການອອກກົດໝາຍດັ່ງກ່າວຢ່າງ​ສຳ​ເລັດ, ສັງຄົມຮົງກົງພວມຂັບໄລ່ເງົາມືດອອກໄປເພື່ອຕ້ອນຮັບອະນາຄົດທີ່ມີແສງສະຫວ່າງສະໄຫວອັນໃໝ່!
 

ເສັ້ນເພດານຕ່ຳສຸດກ່ຽວກັບຄວາມໝັ້ນຄົງແຫ່ງຊາດແຮ່ງມີຄວາມໝັ້ນແກ່ນ, ແນວທາງ “ປະເທດດຽວສອງລະບອບ” ກໍຈະມີພື້ນ​ທີ່​ກວ້າງຂວາງກວ່າເວລາໃດໝົດ. ເມື່ອມີສະພາບແວດລ້ອມທີ່ໝັ້ນທ່ຽງ, ກໍຈະມີຄວາມຫວັງໃນການແກ້ໄຂຄວາມຂັດແຍ້ງທີ່ສັບສົນໃນສັງຄົມຮົງກົງ; ຈະເປັນການສິ້ນສຸດຄວາມປັ່ນປ່ວນວຸ້ນວາຍທາງສັງຄົມ, ເປັນການສ້າງຄວາມໝັ້ນໃຈໃຫ້ກັບຕະຫຼາດເພີ່ມຂຶ້ນ, ທັງແມ່ນຄວາມຫວັງເພື່ອໃຫ້ທຸກຂະແໜງການໄດ້ຮັບການພັດທະນາທີ່ດີກວ່າເກົ່າ; ເມື່ອມີການຟື້ນຟູການປົກຄອງຕາມກົດ  ໝາຍ ແລະ ມີສະພາບແວດລ້ອມການດຳເນີນທຸລະກິດທີ່ດີ, ກໍເປັນການຮັບປະກັນຄວາມໝັ້ນໃຈໃຫ້ນັກລົງທຶນ, ທັງເປັນການປັບປຸງແລະຍົກສູງຖານະບົດບາດທີ່ເປັນສູນກາງທາງດ້ານການເງິນສາກົນຂອງຮົງກົງໃຫ້ສູງຂຶ້ນຕື່ມອີກ.​ ຕົວຢ່າງທີ່ດີທີ່ສຸດອັນໜຶ່ງກໍ່ແມ່ນ: ໃນເວລາທີ່ນັກການເມືອງອາເມຣິກາໃຊ້ກົນອຸບາຍຕໍ່ຮົງກົງດ້ວຍການຍົກເລີກການໃຫ້ສິດທິພິເສດທາງດ້ານການຄ້າສຳລັບຮົງກົງ, ແຕ່ຕົວເລກດັດຊະນີີຊີ້ບອກລາຄາຕະຫຼາດຫຸ້ນຮົງກົງຫຼື HIS ພັດໄດ້ຖີບ​ໂຕສູງຂຶ້ນຢ່າງຫຼວງຫຼາຍ.
 

ຄຽງຄູ່ກັບການອອກ “ກົດໝາຍວ່າດ້ວຍການຮັກສາຄວາມໝັ້ນຄົງແຫ່ງຊາດຢູ່ຮົງກົງ”, ພວກຕໍ່ຕ້ານຈີນແລະກໍ່ຄວາມວຸ້ນວາຍຢູ່ຮົງກົງທີ່ມີເຈດຕະນາເພື່ອສວຍໃຊ້ຊ່ອງ​ຫວ່າງທາງກົດໝາຍ ແລະ ຫວັງ​ງົມ​ປາ​ນ້ຳ​ຂຸ່ນນັ້ນ ຈະບໍ່ມີໂອກາດອີກເລີຍ. ຮົງກົງຈະສາມາດ​ຟື້ນ​ຟູຄວາມຈະເລີນຮຸ່ງເຮືອງ ແລະ ມີສະຖຽນລະພາບອີກ​ໃນ​ອີກ​ບໍ່​ດົນ​ຂ້າງ​ໜ້າ! ຖ້າພວກກໍ່ຄວາມວຸ້ນວາຍຢູ່ຮົງກົງສືບຕໍ່ຄາດການຢ່າງຜິດພາດ, ມີເຈດຕະນາຫຼິ້ນລູກ​ໄມ້​ລູກມືເພື່ອທຳລາຍສະຖຽນລະພາບຢູ່ຮົງກົງ, ຈະຕ້ອງຖືກລົງໂທດຕາມກົດໝາຍຢ່າງເຄັ່ງຄັດແລະເຂັ້ມງວດແນ່ນອນ!


图片默认标题_fororder_微信图片_20200701163116

23 ປີກ່ອນ, ຮົງກົງໄດ້ກັບຄືນສູ່ປະເທດຊາດ, ເປັນການຂຽນໜ້າໃໝ່ປະຫວັດສາດ. ຫຼັງ 23​ ປີ, ການອອກກົດໝາຍວ່າດ້ວຍການຮັກສາຄວາມໝັ້ນຄົງແຫ່ງຊາດຢູ່ຮົງກົງ, ໄດ້ສ້າງພື້ນຖານການປົກຄອງຕາມກົດໝາຍທີ່ໝັ້ນແກ່ນໃຫ້ແກ່ແນວທາງ “ປະເທດດຽວສອງລະບອບ” ເພື່ອຈະສາມາດພັດທະນາໄປໜ້າຢ່າງໝັ້ນທ່ຽງ. ເມື່ອໄດ້ຮັບການສະໜັບສະໜູນຢ່າງເດັດຂາດຈາກສູນກາງ ແລະ ໄດ້ຮັບການສະໜັບສະໜູນທີ່ເດັດດ່ຽວໜຽວແໜ້ນຈາກພີ່ນ້ອງຮ່ວມຊາດຈຳນວນ 1,4 ຕື້ຄົນ, ການປ້ອງກັນທີ່ເຂັ້ມແຂງຈາກກົດໝາຍວ່າດ້ວຍການຮັກສາຄວາມໝັ້ນຄົງແຫ່ງຊາດ, ຄວາມພະຍາຍາມຢ່າງສຸດຂີດຈາກອຳນາດການປົກຄອງເຂດບໍລິຫານພິເສດຮົງກົງ ​ແລະ ມີການປະສານສົມທົບກັນຢ່າງແໜ້ນແຟ້ນຈາກປະຊາຊົນຮົງກົງ, ປະຊາຊົນທົ່ວ​ປະ​ເທດເຊື່ອໝັ້ນຢ່າງ​ໜັກ​ແໜ້ນວ່າ: ຮົງກົງຈະສາມາດສ້າງຄວາມເປັນລະບຽບຮຽບຮ້ອຍແລະ ສ້າງຄວາມໝັ້ນໃຈກັບຄືນມາໃໝ່ໃນຂະບວນການໃໝ່ຢ່າງແນ່ນອນ ແລະ ຈະກ້າວໄປໜ້າຢ່າງບໍ່ຢຸດຢັ້ງ.

ຄຳ​ເຫັນ

0