黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ການ​ຫລີ້ນເກມການ​ເມືອງ​ບໍ່​ສາ​ມາດ​ປິດ​ບັງ​ຄວາມ​ຈິງ​ທີ່ຕົນເຮັດບໍ່ໄດ້ດີໃນການປ້ອງ​ກັນ​ແລະ​ຄວບ​ຄຸມ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19

2020-07-02 14:10:02 cri

ໂດຍ​ຜະ​ເຊີນ​ກັບ​ພະ​ຍາດ​ໂຄວິດ-19 ເຊິ່ງ​ເປັນ​ສັດ​ຕູ​ຮ່ວມ​​ຂອງມວນ​ມະ​ນຸດ, ທ່​ານ ​ໄມ ພົມ​ເພວ ລັດ​ຖະ​ມົນ​ຕີ​ກະ​ຊວງ​ກາ​ນ​ຕ່າງ​ປະ​ເທດອາ​ເມ​ຣິ​ກາ​ບໍ່ໄດ້ເອົາໃຈໃສ່ເຖິງຄວາມ​ເປັນຈິງ​ ພັດມັກ​ເວົ້າ​ຖ້ອຍຄວາມຫຼອກ​ລວງຢູ່​ຕະ​ຫຼອດ​, ສວຍ​ໃຊ້​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ເພື່ອໃສ່​ຮ້າຍ​ປ້າຍ​ສີ​​ແລະ​ທຳລາຍບົດບາດ​ຊື່​ສຽງ​ຂອງຈີນ​​ເລື້ອຍໆ. ໃນ​ຂະນະທີ່ກ່າວຖ້ອຍຄວາມ​ຫຼອກ​ລວງ​ຕ່າງໆຢູ່ນັ້ນ, ຜູ້​ຖືກ​ບົ່ງ​ມະ​ຕິ​ເປັນ​ພະ​ຍາດ​ໂຄວິດ-19 ຢູ່ອາ​ເມ​ຣິ​ກາ​ໄດ້​ມີຫຼາຍກວ່າ 2.77 ລ້ານ​ກໍ​ລະ​ນີ, ມີຜູ້​ເສຍ​ຊີ​ວິດແລ້ວ​ຫຼາຍກວ່າ 1.3 ແສນ​ຄົນ. ທາດ​ແທ້​ຂອງ​ເລື່ອງ​ເຫຼົ່​ານີ້ ກໍ​ຄື​ມີ​ບາງຄົນ​ໄດ້ຖື​ເອົາຜົນ​ປະ​ໂຫຍດ​ທາງການ​ເມືອງ​ຂອງ​ຕົນ​ຢູ່​ເໜືອ​ກວ່າສຸ​ຂະ​ພາບ​ແລະ​ຄວາມ​ປອດ​ໄພ​ດ້ານ​ຊີ​ວິດ​ຂອງ​ປະ​ຊາ​ຊົນ​ອາ​ເມ​ຣິ​ກາຕະ​ຫຼອດ​ມາ.

ໃນ​ການ​ຕ້ານ​ກັບການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19, ພັກ​ແລະ​ລັດ​ຖະ​ບານ​ຈີນໄດ້ຖືເອົາ​ປະ​ຊາ​ຊົນ​ແລະ​ຊີ​ວິດ​ຂອງ​ປະ​ຊາ​ຊົນ​ຢູ່​ເໜືອ​ກວ່າທຸກ​ສິ່ງ​ທຸກ​ຢ່າງ​ຕະ​ຫຼອດ​ມາ, ​ໄດ້​ຍຶດ​ໝັ້ນໃນການ​ແຈ້ງ​ຂໍ້​ມູນ​ກ່ຽວ​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ຕໍ່​ປະ​ຊາ​ຄົມ​ໂລກ​ຢ່າງ​ທັນ​ເວ​ລາ​ດ້ວຍ​ທ່າ​ທີ​ເປີດ​ເຜີຍ, ໂປ່ງ​ໃສ​ ແລະ​ ມີ​ຄວາມ​ຮັບ​ຜິດ​ຊອບ, ຫາງ​ສຽງທີ່​ເປັນ​ທຳ​ໃນ​ສາ​ກົນ​ລ້ວນ​ແຕ່​ໄດ້ຍອມຮູ້ທົ່ວ​ໄປວ່າ: ການ​ເຄື່ອນ​ໄຫວ​ຕ້ານກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດໂຄວິດ-19 ຢູ່ຈີນ​ຊ່ຳກັບວ່າ “ຖ່າຍ​ທອດ​ສົດເຫດການທີ່ເກີດຂື້ນ​ຕໍ່ທົ່ວ​ໂລກ” ​ເຊິ່ງບໍ່​ໄດ້​ປິດ​ບັງ​ຫຍັງ​ເລີຍ.

ຕາມ​​ຕົວ​ເລກ​ສະ​ຖິຕິ​ທີ່​ກ່ຽວ​ຂ້ອງ​ຂອງ​ສື່ມວນ​ຊົນ​ອາ​ເມ​ຣິ​ກາ​ໃນ​ເດືອນ​ພຶດ​ສະ​ພາ​ປີ​ນີ້, ຜູ້​ເສຍ​ຊີ​ວິດ​ຍ້ອນ​ເປັນ​ພະ​ຍາດ​ໂຄວິດ-19 ໃນ 31 ລັດ​ຂອງ​ອາ​ເມ​ຣິ​ກາ​ມີຈຳນວນເຖິງ 1 ສ່ວນ 3 ແມ່ນມາ​ຈາກ​ເຮືອນ​ພັກຄົນ​ຊະລາ. ພາຍ​ໃຕ້​ສະ​ພາບ​ການ​ທີ່​ພະ​ຍາດ​ໂຄວິດ-19 ແຜ່​ລະ​ບາດ​ຢູ່​ອາ​ເມ​ຣິ​ກາ​ຢ່າງ​ໜັກ​ໜ່ວງ​ທີ່​ສຸດ, ນັກ​ການ​ເມືອງ​ອາ​ເມ​ຣິ​ກາ​ຈຳ​ນວນ​ໜຶ່ງ​ທີ່​ມັກ​ອ້າງເຖິງ​ປະ​ຊາ​ທິ​ປະ​ໄຕ​ແລະ​ສິດ​ທິ​ມະ​ນຸດ​ນັ້ນ, ໄດ້​ຕັ້ງ​ໃຈ​ແຕ່ງສັດ​ຕູ​ຂອງ​ຕົນອື່ນ​ອີກ​ນອກຈາກ​ເຊື້ອ​ພະ​ຍາດ​ໂຄວິດ-19, ໂດຍບໍ່​ສົນ​ໃຈ​ຕໍ່ໜ້າທີ່​ຄວາມ​ຮັບ​ຜິດ​ຊອບ​ເພື່ອສະ​ກັດ​ກັ້ນ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ ແລະ ​ປົກ​ປັກ​ຮັກ​ສາ​ຊີ​ວິດ​ຂອງ​ປະ​ຊາ​ຊົນ​ອາ​ເມ​ຣິ​ກາ.

ກ່ຽວກັບຖ້ອຍຄວາມ​ຫຼອກ​ລວງ​ຕ່າງໆ​ຂອງ​ທ່ານ​ໄມ ພົມ​ເພວ​ ​ໄດ້ຖືກ​ເລື່ອງຄວາມ​ເປັນຈິງ​ເປີດ​ເຜີຍອີກແລ້ວອີກຕື່ມ. ລາວ​ເວົ້າ​ວ່າ: ແມ່ນ​ປະ​ເທດ​ຈີນເອງທີ່ “ເຮັດ​ໃຫ້​ເຊື້ອ​ພະ​ຍາດ​ໂຄວິດ-19 ແຜ່​ລະ​ບາດ​ໄປທົ່ວ​ໂລກ”, ແຕ່​ຜົນ​ການ​ຄົ້ນຄວ້າຫາ​ແຫຼ່ງ​ກຳ​ເນີດ​ຂອງເຊື້ອ​ພະ​ຍາດ​ທີ່​ກາ​ນາ​ດາ, ຝ​ຣັ່ງ, ຣັດ​ເຊຍ, ອົ​ສ​ຕຼາ​ລີ, ສິງ​ກະ​ໂປ, ຍີ່​ປຸ່ນ ​ແລະ​ປະ​ເທດ​ອື່ນ​ເຮັດຂື້ນນັ້ນ ລ້ວນ​ແຕ່​ຊີ້​ໃຫ້​ເຫັນ​ວ່າ: ຜູ້​ເປັນ​ພະ​ຍາດ​ໂຄວິດ-19 ຢູ່​ປະ​ເທດ​ເຫຼົ່​າ​ນີ້​ບໍ່ມີ​ແຫລ່ງກຳເນີດຂອງເຊື້ອພະຍາດມາ​ຈາກ​ປະ​ເທດ​ຈີນ. “ການຖິ້ມໂທດ” ຕ່າງໆໃສ່ຈີນ​ທີ່​ທ່ານ​ໄມ ພົມ​ເພວ​ສ້າງເລື້ອງຂື້ນນັ້ນ ໄດ້​ສະທ້ອນໃຫ້​ເຫັນ​ເຖິງຄວາມ​ເຫັນ​ແກ່​ຕົວ, ຂາດວິໄສທັດ ແລະ ບໍ່ມີຄວາມ​ຮັບ​ຜິດ​ຊອບ​ຂອງ​ນັກ​ການ​ເມືອງ​ອາ​ເມ​ຣິ​ກາ​ຈຳ​ນວນ​ໜຶ່ງ​ໃນ​ດ້ານ​ການ​ຮັບ​ມື​ກັບການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19. ວາ​ລະ​ສານ The Economist ຂອງ​ອັງ​ກິດ​ໄດ້ວິເຄາະ​ວ່າ: ທ່ານ​ ໄມ ພົມ​ເພວ ທີ່ມັກກ່າວຄຳເວົ້າຫລອກລວງແມ່ນ​ມີ​ປະ​ຫວັດ​ມາແຕ່​ດົນນານແລ້ວ, ຖ້ອຍ​ຄວາມ​ຂອງ​ທ່ານ​ ໄມ ພົມ​ເພວ​ທີ່​ແນ​ໃສ່​ປະ​ເທດ​ຈີນ “ແມ່ນ​ເພື່ອ​ຫັນເຫ​ຄວາມ​ສົນ​ໃຈ​ກ່ຽວ​ກັບ​ສະ​ພາບ​ການ​ຕ້ານກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ຢູ່​ອາ​ເມ​ຣິ​ກາທີ່ຕົນເອງເຮັດບໍ່ໄດ້ດີ.”

ການ​ຄວບ​ຄຸມ​ທາງການ​ເມືອງ​ບໍ່​ສາ​ມາດກອບ​ກູ້​ຊີ​ວິດ​ຂອງ​ປະ​ຊາ​ຊົນ​ອາ​ເມ​ຣິ​ກາໄດ້. ໃນ​ຖາ ນ​ະ​ເປັນ​ປະ​ເທດ​ທີ່​ມີ​ເຕັກ​ນິກ​ວິທະຍາສາດດ້ານ​ການປິ່ນ​ປົວ​ພະ​ຍາດ​ທີ່ທັນ​ສະ​ໄໝ​ທີ່​ສຸດ​ແລະ​ດີ​ເດັ່ນ​ທີ່​ສຸດ​ໃນ​ໂລກ, ຈົນ​ມາ​ຮອດ​ປັດ​ຈຸ​ບັນ, ​ສະ​ພາບ​ການ​ຕ້ານກັບການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ຢູ່ອາ​ເມ​ຣິ​ກາພັດ​ບໍ່​ມີທ່າອຽງວ່າຈະດີ​ຂຶ້ນ, ນີ້ແມ່ນ​ເລື່ອງ​ທີ່​ເຮັດ​ໃຫ້​ຄົນ​ຮູ້​ສຶກ​ເຈັບ​ປວດໃຈ​ ແລະ​ ບໍ່​ເຂົ້າ​ໃຈ, ແມ່ນ​ເລື່ອງ​ທີ່ນັກ​ການ​ເມືອງ​ອາ​ເມ​ຣິ​ກາ​ບາງ​ຄົນ​ຄວນສຳນຶກຄືນ​ໂດຍ​ດີ. ​ນັກ​ການ​ເມືອງ​ອາ​ເມ​ຣິ​ກາ​ຈຳ​ນວນ​ໜຶ່ງ ຄວນຢຸດ​ຕິ​ການ​ໃສ່​ຮ້າຍ​ປ້າຍ​ສີ​ປະ​ເທດ​ອື່ນ​ໄດ້ແລ້ວ, ຄວນ​ຖື​ເອົາການ​ຕ້ານ​ກັບການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ຢູ່ພາຍ​ໃນ​ປະ​ເທດ​ອາ​ເມ​ຣິ​ກາ​ ແລະ ການ​ກອບ​ກູ້​ຊີ​ວິດ​ຂອງ​ປະ​ຊາ​ຊົນ​ອາ​ເມ​ຣິ​ກາ​ຢູ່​ເໜືອ​ກວ່າທຸກ​ສິ່ງ​ທຸກ​ຢ່າງໂດຍໄວ ຈະດີກວ່າ.

ຄຳ​ເຫັນ

0