尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຕ້ອງບັນລຸເປົ້າໝາຍລຶບລ້າງຄວາມທຸກຍາກໃຫ້ທຸກຄອບຄົວ

2020-07-02 16:49:17 cri

ບ້ານອ່າປູ້ໂລ້ຮ່າ ເມືອງປູ້ໂທ່ ກິ່ງແຂວງປົກຄອງຕົນເອງເຜົ່າຢີລຽງຊ່ານແຂວງເສສວນຈີນ ໄດ້ຕ້ອນຮັບລົດໂດຍສານທີ່ແລ່ນເຂົ້າເຖິງບ້ານເປັນເທື່ອທຳອິດ ເຊິ່ງເປັນບ້ານໃນບັນຊີທີ່ທາງຫຼວງເຂົ້າເຖິງບ້ານເປັນບ້ານສຸດທ້າຍຂອງຈີນ. ການສ້າງທາງຫຼວງເຂົ້າສູ່ບ້ານທີ່ມີຄວາມຍາວພຽງແຕ່ 3,8 ກິໂລແມັດເທົ່ານັ້ນ ແຕ່ມີຂອດຫຍຸ້ງຍາກສັບສົນທີ່ສຸດ, ແຕ່ກໍໄດ້ສະແດງໃຫ້ເຫັນເຖິງຄວາມຕັດສິນໃຈຂອງພັກແລະລັດຖະບານຈີນໃນການເອົາຊະນະໃນບັ້ນຕໍ່ສູ້ເພື່ອລຶບລ້າງຄວາມທຸກຍາກຢ່າງຖືກຕ້ອງຕາມ​ເປົ້າ​ໝາຍ, ແມ່ນການປະຕິບັດຕາມຄຳໝັ້ນສັນຍາທີ່ໃຫ້ທຸກຄອບຄົວຫຼຸດພົ້ນອອກຈາກຄວາມທຸກຍາກ.
 

ຢູ່ທັງສາມດ້ານຂອງບ້ານອ່າປູ້ໂລ້ຮ່າຖືກອ້ອມຮອບໄປດ້ວຍສາຍພູ, ແຕ່ອີກດ້ານໜຶ່ງພັດແມ່ນເຫວເລິກ ສະນັ້ນ, ການສ້າງທາງຫຼວງເຂົ້າຫາບ້ານຕ້ອງສ້າງໄປຕາມສັນພູທີ່ສູງຊັນ ແລະ ເຫວເລິກ, ເຊິ່ງເປັນບ່ອນທີ່ມີເງື່ອນໄຂດ້ານທໍລະນີສາດ ແລະ ພູມສັນຖານທີ່ສະຫຼັບສັບຊ້ອນ. ການກໍ່ສ້າງຈຶ່ງຈຳເປັນຕ້ອງໄດ້ໃຊ້ຍົນເຮລີກົບແຕເພື່ອຢ່ອນອຸປະກອນກໍ່ສ້າງລົງຕາມບໍລິເວນຈຸດກໍ່ສ້າງ, ແຕ່ງຕັ້ງພະນັກງານສະເພາະກິດໄປຕິດຕາມຊີ້ນຳເປັນປະຈຳ, ສົ່ງຜູ້ຊ່ຽວຊານໄປສຳຫຼວດພູມ​ສັນຖານ​ຂອງບ້ານ, ໄດ້ຮ່ວມແຮງຮ່ວມໃຈກັນສ້າງທາງຫຼວງຕອນສຸດທ້າຍທີ່ມີຄວາມຍາວ 1 ກິໂລແມັດ​ໃຫ້ສຳເລັດ ເຊິ່ງມີ “ອຸມົງສອງແຫ່ງ ແລະ ຂົວ 1 ແຫ່ງ” ແລະອື່ນໆ. ເພື່ອອຳນວຍຄວາມສະດວກໃຫ້ແກ່ຊາວບ້ານ 65 ຄອບຄົວຈຳນວນ 253 ຄົນ​ໃນ​ການ​ເດີນທາງ​ເຂົ້າ​ອອກ​ບ້ານ, ທາງຫຼວງເຂົ້າຫາບ້ານເສັ້ນດັ່ງກ່າວໄດ້ໃຊ້ເວລາກໍ່ສ້າງ 1 ປີ, ນັບລວມແລ້ວໃນການກໍ່ສ້າງໄດ້ເຈາະອຸໂມງ 3 ແຫ່ງແລະຂົວ 1 ແຫ່ງ, ເຊິ່ງໄດ້ສະແດງໃຫ້ເຫັນເຖິງການຕໍ່ສູ້ໃນບັ້ນລຶບລ້າງຄວາມທຸກຍາກຢູ່ເມືອງລຽງຊ່ານຢ່າງເລິກເຊິ່ງ ທັງໄດ້ພິສູດໃຫ້ເຫັນຢ່າງເຕັມສ່ວນວ່າ: “ການສ້າງສັງຄົມທີ່ອີ່ມໜຳສຳລານຮອບດ້ານໃຫ້ທຸກຊົນເຜົ່າ, ທຸກຄອບຄົວ ແລະ ທຸກຄົນ” ຈົນສຳເລັດຜົນນັ້ນບໍ່ແມ່ນຄຳເວົ້າລົມໆແລ້ງໆຢ່າງເດັດຂາດ.
 

ຢາກບັນລຸການຫຼຸດພົ້ນອອກຈາກຄວາມທຸກຍາກຢ່າງຖືກຕ້ອງຕາມ​ເປົ້າ​ໝາຍ ກ່ອນອື່ນຕ້ອງສ້າງເສັ້ນທາງສາກ່ອນ. ປັດຈຸບັນ, ຄຽງຄູ່ກັບການເປີດນຳໃຊ້ທາງຫຼວງເຂົ້າສູ່ບ້ານຢ່າງສະດວກ, ບ້ານອ່າປູ້ໂລ້ຮ່າທີ່ມີຊື່ສຽງໂດ່ງດັງທາງອິນເຕີເນັດຍ້ອນວ່າໄດ້ໃຊ້ຍົນເຮລີກົບແຕສ້າງທາງຫຼວງ​ແຫ່ງ​ນີ້ ມີຫວັງວ່າຈະກາຍເປັນຈຸດໝາຍປາຍທາງທີ່ສຳຄັນຂອງການທ່ອງທ່ຽວອ້ອມແອ້ມ​ແມ່ນ້ຳຈິ່ນຊ່າ. ໃນຂອບເຂດທົ່ວປະເທດ, ຕາໜ່າງທາງຫຼວງທີ່ເໝືອນດັ່ງເສັ້ນເລືອດທີ່ໄດ້ຢັ່ງຢາຍໄປທົ່ວທຸກບ້ານ, ພວມອ້າແຂນຕ້ອນຮັບຄວາມໃຝ່ຝັນໃນການສ້າງສັງຄົມທີ່ອີ່ມໜຳສຳລານໃຫ້ປະຊາຊົນຈຳນວນຫຼວງຫຼາຍ, ໄດ້ຊຸກຍູ້ການແລກປ່ຽນແລະການເຊື່ອມໂຍງດ້ານທຶນຮອນ, ເຕັກໂນໂລຊີ, ຜະລິດຕະພັນ, ການທ່ອງທ່ຽວວັດທະນະທຳ ແລະ ຊັບພະຍາກອນອື່ນໆລະຫວ່າງຕົວເມືອງກັບຊົນນະບົດຢ່າງແຂງແຮງ.
 

ໃນໄລຍະສຸດທ້າຍຂອງການຕໍ່ສູ້ໃນບັ້ນລຶບລ້າງຄວາມທຸກຍາກໃນປັດຈຸບັນ, ຕ້ອງສຸມໃສ່ບັນຫາຈຸດສຸມ, ຕ້ອງມີຄວາມຕັດສິນໃຈທີ່ໃຫຍ່ຫຼວງກວ່າເກົ່າ, ຕ້ອງມີ​ແນວ​ຄວາມ​ຄິດທີ່ຖືກຕ້ອງຈະແຈ້ງກວ່າເກົ່າ, ມີມາດຕະການທີ່ຖືກຕ້ອງແລະແມ່ນຢຳກວ່າເກົ່າ ແລະ ຕ້ອງເພີ່ມພະລັງແຮງທີ່ມີຂະໜາດໃຫຍ່ກວ່າປົກກະຕິ, ເພື່ອເຮັດໃຫ້ຊັບພະຍາກອນປະເພດຕ່າງໆສາມາດເຕົ້າໂຮມເຂົ້າກັນເປັນກຳລັງແຮງສັງລວມ ​ແລະ ຍາດເອົາໄຊຊະນະຢ່າງຮອບດ້ານໃນທີ່ສຸດ.

ຄຳ​ເຫັນ

0