尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ພັກກອມມູນິດຈີນຈະກ້າວ​ເດີນ​ໄປ​ໜ້າ​ອີກຄັ້ງ​ໃໝ່​ໃນຍຸກໃໝ່

2020-07-03 19:26:05 cri

ໂດຍປະເຊີນກັບການແຜ່ລະບາດຂອງພະຍາດໂຄວິດ-19 ທີ່ບໍ່ເຄີຍມີມາກ່ອນ, ຢູ່​ຈີນ​ທີ່​ເປັນປະເທດໃຫຍ່ທີ່ມີປະຊາກອນຈຳນວນ 1,4 ຕື້ຄົນ, ນ້ຳປະປາບໍ່​​ເຄີຍງົດ, ໄຟຟ້າບໍ່​​ເຄີຍ​ມອດ, ໂທລະຄົມບໍ່ເຄີຍຢຸດບໍລິການ, ລວມທັງການສະໜອງວັດຖຸກໍມີຢ່າງພຽງພໍ, ສັງຄົມມີຄວາມເປັນລະບຽບຮຽບຮ້ອຍແລະ ມີຄວາມສະຫງົບສຸກ. ມີຄົນເວົ້າວ່າ: ມີແຕ່ຈີນເທົ່ານັ້ນ, ທີ່ຢູ່ພາຍໃຕ້ການນຳພາຂອງພັກກອມມູນິດຈີນ, ຈຶ່ງສາມາດ​ເຮັດ​ໄດ້​ແບບ​ນີ້.
 

ໃນຖານະເປັນກຳລັງແກນກາງຂອງການ​ນຳພາ​ການ​ສ້າງພາລະກິດອັນຍິ່ງໃຫຍ່ຂອງສັງຄົມນິຍົມທີ່ມີສີສັນພິເສດຂອງຈີນ, ຈີນໄດ້ປະສົບຜົນສຳເລັດທາງຍຸດທະສາດທີ່ຍິ່ງໃຫຍ່ໃນການຕ້ານກັບການແຜ່ລະບາດຂອງພະຍາດໂຄວິດ-19, ນີ້ເປັນພຽງແຕ່ພາກສ່ວນໜຶ່ງທີ່ສະທ້ອນໃຫ້ເຫັນຄວາມສາມາດໃນການກຳອຳນາດແລະລະດັບການນຳພາຂອງພັກກອມມູນິດຈີນ. ເມື່ອທົບທວນຄືນໄລຍະເວລາໃນເດືອນພະຈິກປີ 2012. ດ້ວຍ​ການ​ຄົ້ນ​ຄິດ​ຕໍ່ກົດ​ເກນການກຳອຳນາດຂອງພັກກອມມູນິດຈີນ, ກົດ​ເກນການສ້າງສາສັງຄົມນິຍົມ ​ແລະ ກົດເກນຂອງການພັດທະນາສັງຄົມມະນຸດ, ສູນກາງພັກທີ່ມີສະຫາຍ ສີຈິ້ນຜິງ ເປັນແກນນຳໄດ້ຮັບ​ເອົາໄມ້ຕໍ່ທາງປະຫວັດສາດ, ແບກຫາບໜ້າທີ່ອັນ​ໜັກ​ໜາເພື່ອບັນລຸຄວາມປາຖະໜາຂອງປະຊາຊົນຈີນທີ່ຫວັງມີຊີວິດການເປັນຢູ່ທີ່ດີງາມ ແລະ ເພື່ອບັນລຸການຟື້ນຟູຄວາມຈະເລີນຮຸ່ງເຮືອງອັນຍິ່ງໃຫຍ່ຂອງຊົນຊາດຈີນ, ນຳພາປະເທດຈີນກ້າວເດີນໄປສູ່ຍຸກໃໝ່ດ້ວຍ​ບາດກ້າວ​ໃຫຍ່.
 

ຈາກການຮັ່ງມີ​ຂຶ້ນຕະຫຼອດຮອດເຂັ້ມແຂງຂຶ້ນ​ທີ່ເປັນບາດກ້າວກະໂດດທີ່ມີລັກສະນະປະຫວັດສາດ, ບໍ່ພຽງແຕ່ແມ່ນຂະບວນການຂອງການຍົກລະດັບຊີວິດການເປັນຢູ່ໃຫ້ສູງຂຶ້ນ ຫຼື ເພີ່ມປະລິມານເສດຖະກິດໃຫ້​ເຕີບ​​ໃຫຍ່ຂຶ້ນເທົ່ານັ້ນ, ​​ແຕ່ແຮ່ງ​ເປັນຂະບວນການການພັດທະນາ ແລະ ການປະສົມປະສານລະຫວ່າງເສດຖະກິດ, ການເມືອງ, ວັດທະນະທຳ, ສັງຄົມ ແລະ ຄວາມ​ສີວິ​ໄລ​ທາງ​ລະບົບ​ນິ​ເວດ ​ແລະ ເປັນຂະບວນວິວັດແຫ່ງການປ່ຽນ​ແປງ​ໃໝ່ທີ່ເລິກເຊິິ່ງຂອງລະບົບການປົກຄອງປະເທດ. ນັບແຕ່ກອງປະຊຸມ​ໃຫຍ່ຜູ້ແທນທົ່ວປະເທດຂອງພັກກອມມູນິດຈີນຄັ້ງທີ 18 ເປັນຕົ້ນມາ, ສູນກາງພັກທີ່ມີສະຫາຍສີຈິ້ນຜິງເປັນແກນນຳໄດ້ຍຶດໝັ້ນໃນການຊຸກຍູ້​ແຜນການລວມການສ້າງສາເສດຖະກິດ, ການເມືອງ, ວັດທະນະທຳ, ສັງຄົມ ແລະ ຄວາມ​ສີວິ​ໄລ​ທາງ​ລະບົບ​ນິ​ເວດ​ໂດຍ​ລວມ, ປະສາ​ນງານ​ແລະຊຸກຍູ້ການວາງແຜນຍຸດທະສາດກ່ຽວກັບການສ້າງສັງຄົມທີ່ອີ່ມໜຳສຳລານໃຫ້ສຳເລັດຢ່າງຮອບດ້ານ, ການລົງເລິກການປະຕິຮູບຢ່າງຮອບດ້ານ, ການປົກຄອງປະເທດດ້ວຍກົດໝາຍ່າງຮອບດ້ານ ແລະ ການກໍ່ສ້າງພັກຢ່າງ​ເຄັ່ງ​ຄັດຮອບດ້ານ ຊຸກຍູ້ການປັບປຸງລະບອບສັງຄົມນິຍົມທີ່ມີສີສັນພິເສດຂອງຈີນໃຫ້ມີຄວາມສົມບູນຂຶ້ນກວ່າເກົ່າ, ລະບົບການປົກຄອງປະເທດ ແລະຄວາມສາມາດດ້ານການປົກຄອງໄດ້ຮັບການຍົກລະດັບໃຫ້ທັນສະໄໝຂື້ນຕື່ມຢ່າງຈະແຈ້ງ.
 

ເປັນຫຍັງແນວຄິດທິດສະດີລັດທິມາກມີຄວາມເປັນໄປໄດ້, ເປັນຫຍັງພັກກອມມູນິດຈີນມີຄວາມສາມາດ​​ແລະເຮັດ​ໄດ້ ​ແລະ ເປັນຫຍັງສັງຄົມນິຍົມທີ່ມີສີສັນພິເສດຂອງຈີນຈຶ່ງດີງາມແບບນີ້? ກໍ່ແມ່ນຍ້ອນມີການຊີ້ນຳຈາກແນວຄິດສີຈິ້ນຜິງກ່ຽວກັບສັງຄົມນິຍົມທີ່ມີສີສັນພິເສດຂອງຈີນໃນຍຸກໃໝ່, ມີການນຳພາຈາກສູນກາງພັກທີ່ມີສະຫາຍສີຈິ້ນຜິງເປັນແກນນຳ, ປະຊາຊົນແລະພະນັກງານຈຳນວນຫຼວງຫຼາຍໄດ້ຮ່ວມແຮງຮ່ວມໃຈກັນ, ພະຍາຍາມສູ້ຊົນກ້າວເດີນໄປໜ້າ, ຈະບໍ່ມີຄວາມຫຍຸ້ງຍາກແລະສິ່ງທ້າທາຍໃດໆ ສາມາດກີດຂວາງຄວາມຄືບໜ້າຂອງຈີນໄດ້.
 

ພຶດຕິກຳດ້ານການຕໍ່ສູ້ໃນບັ້ນປ້ອງກັນແລະຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19 ແຕ່ຕົ້ນປີນີ້ເປັນຕົ້ນມາເປັນການຢັ້ງຢືນອີກເທື່ອໜຶ່ງວ່າ: ການນຳພາຂອງພັກກອມມູນິດຈີນແລະລະບອບສັງຄົມນິຍົມທີ່ມີສີສັນພິເສດຂອງຈີນ ກໍຄືລະບົບການປົກຄອງປະເທດຂອງຈີນ ​ແມ່ນມີພະລັງຊີວິດທີ່ເຂັ້ມແຂງ ແລະມີຄວາມ​ດີ​ເລີດ​ທີ່​ພົ້ນ​ເດັ່ນ.
 

ພັກກອມມູນິດຈີນໄດ້ສ້າງຕັ້ງຂຶ້ນຄົບຮອບ 99 ປີແລ້ວ,  ພັກການ​ເມືອງທີ່ຍິ່ງໃຫຍ່ ທີ່ບໍ່ປ່ຽນແປງອຸດົມ​ການ​ແຕ່​ຫົວທີ ແລະ ມີຈິດໃຈໝົ້ນ​ຄົງ​ຖາວອນ​ພັກ​ນີ້ໃກ້ຈະຮອດ 100 ປີແລ້ວ, ພັກກອມມູນິດແລະປະຊາຊົນຈີນທີ່ໄດ້ສ້າງສິ່ງມະຫັດສະຈັນທາງປະຫວັດສາດ ຈະສາມາດສ້າງສິ່ງມະຫັດສະຈັນອັນໃໝ່ທີ່ຍິ່ງໃຫຍ່ກວ່າເກົ່າ​ແລະປະຈັກຕາຕໍ່ຊາວໂລກ​ໄດ້ຢ່າງແນ່ນອນ ໃນຂະບວນການອັນຍິ່ງໃຫຍ່ຂອງການສ້າງສາປະເທດສັງຄົມນິຍົມທີ່ເຂັ້ມແຂງແລະທັນສະໄໝຢ່າງຮອບດ້ານ.

ຄຳ​ເຫັນ

0