黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ກ່ອນ​ຈະ​ຖິ້ມ​ໂທດໃສ່ຄົນອື່ນ​ຈົ່ງ​ສຳ​ຫຼວດ​ຕົນ​ເອງສາ​ກ່ອນ

2020-07-03 15:40:14 cri

ໃນ​ງານ​ຟັງ​ຄຳ​ໃຫ້​ການ​ກ່ຽວ​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ທີ່​ລັດ​ຖະ​ສະ​ພາ​ອາ​ເມ​ຣິ​ກາ​ຈັດ​ຂຶ້ນ​ໃນວັນ​ທີ 30 ມິ​ຖຸ​ນາ​ແລ້ວ​ນີ້, ​ທ່ານ​ອັນ​ໂທ​ນີ ຟາວຊີ ນັກ​ວິ​ທະ​ຍາ​ສາດ​ພະ​ຍາດ​ຕິດ​ແປດ​ທີ່​ມີ​ຊື່​ສຽງ​ຂອງ​ອາ​ເມ​ຣິ​ກາກ່າວ​ວ່າ: ຖ້າ​ວ່າ​ອາ​ເມ​ຣິ​ກາ​ມີຜູ້​ຖືກ​ບົ່ງ​ມະ​ຕິ​ເປັນ​ພະ​ຍາດ​ໂຄວິດ-19 ເພີ່ມໃໝ່​ຫຼາຍກວ່າ 1 ແສນ​ກໍ​ລະ​ນີ​ຕໍ່​ມື້, ຕົນ​ເອງ​ຈະ​ບໍ່​ຮູ້​ສຶກ​ແປກ​ໃຈ​ຈັກ​ໜ້ອຍ. ທ່ານ​ກ່າວ​ວ່າ: “ຕົວ​ເລກ​ສະ​ຖິ​ຕິຂອງຜູ້​ຖືກ​ບົ່ງ​ມະ​ຕິຕິດແປດໃໝ່​ຊີ້​ໃຫ້​ເຫັນ​ວ່າ​: ທິດ​ທາງຂອງພວກເຮົາໃນການ​ຮັບ​ມື​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ແມ່ນ​ຜິດ​ພາດ. ນີ້​ເປັນ​ເລື່ອງ​ທີ່​ຈະ​ແຈ້ງແລ້ວວ່າ: ພວກ​ເຮົາ​ບໍ່​ສາ​ມາດ​ຄວບ​ຄຸມ​ສະ​ພາບ​ການຂອງການແຜ່ລະບາດໄດ້​ຢ່າງ​ຮອບ​ດ້ານ.”

ຕົວ​ເລກ​ສະ​ຖິ​ຕິ​ຫຼ້າ​ສຸດ​ທີ່ມະ​ຫາ​ວິ​ທະ​ຍ​າ​ໄລ​ຈອນ ຮັອບ​ຄິນ​ສ໌​ເປີດ​ເຜີຍ​ສະ​ແດງ​ໃຫ້​ເຫັນ​ວ່າ: ນັບມາ​ຮອດ​ເວ​ລາ 5 ໂມງຂອງວັນ​ທີ 3 ກໍ​ລະ​ກົດ​ນີ້​ຕາມ​ເວ​ລາວຽງ​ຈັນ, ຜູ້​ຖືກ​ບົ່ງ​ມະ​ຕິ​ເປັນ​ພະ​ຍາດ​ໂຄວິດ-19 ຢູ່ອາ​ເມ​ຣິ​ກາ​ມີ​ເຖິງ 2.732.639 ​ກໍ​ລະ​ນີ, ມີ​ຜູ້​ເສຍ​ຊີ​ວິດ​ແລ້ວ 128.651 ຄົນ. ໃນນັ້ນ​ ໃນ​ມື້​ດຽວທີ່ມີຜູ້​ຖືກ​ບົ່ງ​ມະ​ຕິ​ເປັນ​ພະ​ຍາດ​ໂຄວິດ-19 ເພີ່ມ​ໃໝ່ເຖິງ 54.771 ກໍ​ລະ​ນີ​.

ສະ​ພາບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ​ຢູ່​ອາ​ເມ​ຣິ​ກາມີຄວາມ​ຮ້າຍແຮງກວ່າ​ເກົ່າ, ບັນ​ຫາທີ່ວ່າຈະ​ໃສ່​ຜ້າ​ປິດ​ປາກ​ຫຼື​ບໍ່ນັ້ນ ​ໄດ້​ກາຍ​ເປັນ​ຈຸດ​ພົ້ນເດັ່ນ​ຂອງ​ປະ​ຊາ​ຊົນ​ອາ​ເມ​ຣິ​ກາ​ທີ່ນຳມາຖົກຖຽງກັນອີກ​ຄັ້ງ​ໜຶ່ງ. ວັນ​ທີ 29 ມິ​ຖຸ​ນາ​ແລ້ວ​ນີ້, ໃນ​ເວ​ລາ​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ​ກ່ຽວ​ກັບ​ທ່ານ​ໂດ​ໂນ ທຣຳ​ຈະ​ໃສ່​ຜ້າ​ປິດ​ປາກ​ໃນ​ກອງ​ປະ​ຊຸມ​ຄົບ​ຄະ​ນະ​​ທົ່ວປະເທດຂອງພັກຣີພັບ​ບຣີກັນ​ອາ​ເມ​ຣິ​ກາ​ທີ່​ຈະ​ຈັດ​ຂຶ້ນ​ໃນ​ເດືອນ​ສິງ​ຫາ​ໜ້າ​ນີ້ຫຼື​ບໍ່, ທ່ານ​ນາງ​ເຄ​ລີ ແມັກ​ນະ​ນີ ໂຄ​ສົກ​ທຳ​ນຽບ​ຂາວ​ບໍ່​ໄດ້​ໃຫ້​ຄຳ​ຕອບ​ຢ່າງ​ຈະ​ແຈ້ງ, ນາງ​ກ່າວ​ວ່າ: “ນີ້​ແມ່ນ​ຄວາມຕັດສິນໃຈ​ສ່ວນ​ຕົວ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ​ເອງ, ທ່ານ​ເຫັນ​ວ່າ, ການ​ທີ່​ຈະໃສ່​ຜ້າ​ປິດ​ປາກ​ຫຼື​ບໍ່ນັ້ນ ​ຄວນ​ໃຫ້​ທຸກ​ຄົນ​ຕັດ​ສິນ​ດ້ວຍ​ຕົນ​ເອງ.” ໃນ​ເມື່ອ​ບໍ່​ດົນ​ມາ​ນີ້, ທ່ານໄມ ເພັ​ນ​ສ໌ ຮອງ​ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ຣິ​ກາ​ໄດ້​ກ່າວ​ປາ​ໄສ​ໃນ​ສຸ​ເຫຼົ່າ​ໃຫຍ່​ແຫ່ງ​ໜຶ່ງ​ຢູ່ນະ​ຄອນ​ດາ​ລັ​ສ, ຢູ່​ສຸ​ເຫຼົ່າ​ດັ່ງ​ກ່າວ​ມີ​ຜູ້​ເຂົ້າ​ຮ່ວມ​ປະ​ຊຸມ 2.000 ກວ່າ​ຄົນ​ ໃນນັ້ນ​ມີຄະນະ​ຮ້ອງ​ເພງ​ໃນ​ໂບດ 100 ຄົນ, ​ເຂົາ​ເຈົ້າ​ຢືນ​ຢູ່​ໃກ້​ກັນຫຼາຍ ​ແລະ​ບໍ່​ໄດ້​ໃສ່​ຜ້າ​ປິດ​ປາກ​ໃນ​ເວ​ລາ​ຮ້ອງ​ເພງ. ຜົນ​ການ​ຄາດ​ຄະ​ເນ​ຂອງ​​ຫ້ອງ​ການ​ປະ​ເມີນ​ແລະ​ດັດ​ຊະ​ນີ​ສຸ​ຂ​ະ​ພາບ​ຂອງສະ​ຖາ​ບັນ​ການ​ແພດ​ຂອງ​ມະ​ຫາ​ວິ​ທະ​ຍາ​ໄລ​ວໍ​ຊິງ​ຕັນກ່າວວ່າ: ຖ້າ​ວ່າຍັງສືບຕໍ່​ບໍ່​ໃສ່​ຜ້າ​ປິດ​ປາກ, ເມື່ອຮອດ​ວັນ​ທີ 1 ຕຸ​ລາ​ປີ​ນີ້, ອາ​ເມ​ຣິ​ກາອາດ​ຈະ​ມີ​ປະ​ຊາ​ຊົນ 1.75 ແສນ​ຄົນ​ເສຍ​ຊີ​ວິດ​ຍ້ອນ​ເປັນ​ພະ​ຍາດ​ໂຄວິດ-19.

图片默认标题_fororder_5ef94ecce4b00abaf3eec1f8

​ໃນ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ປະ​ຈຳ​ວັນ​ທີ່​ອົງ​ການ​ອະ​ນາ​ໄມ​ໂລກ​ຫຼື WHO ຈັດ​ຂຶ້ນ​ໃນ​ວັນ​ທີ 1 ກໍ​ລະ​ກົດ​ນີ້, ຜູ້​ອຳ​ນວຍ​ການ​ໃຫຍ່​ WHO ກ່າວ​ວ່າ: ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ບໍ່​ພຽງ​ແຕ່​ແມ່ນ​ບັນ​ຫາ​ຫຍຸ້ງ​ຍາກ​ດ້ານ​ວິ​ທະ​ຍາ​ສາດ​ເທົ່າ​ນັ້ນ, ທັງ​ເປັນ​ການ​ທົດ​ສອບ​ຕໍ່ລັກ​ສະ​ນະ​ຕື່ນຕົວຂອງ​ມະ​ນຸດ, ​ສິ່ງ​ທີ່​ເຮັດ​ໃຫ້​ຄົນ​ທັງ​ຫຼາຍ​ກັງ​ວົນ​ນັ້ນ​ກໍ​ຄືມີ​ບາງ​ປະ​ເທດ​ທີ່​ມີ​ຄວາມ​ສາ​ມາດ​ໃນການປ້ອງ​ກັນ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ຢ່າງ​ຮອບ​ດ້ານ​, ແຕ່ພັດບໍ່​ໄດ້​ນຳ​ໃຊ້​ເຄື່ອງ​ມື​ທັງ​ໝົດ​ທີ່​ເຂົາ​ເຈົ້າ​ມີ​ຢູ່​.

ເລີ່ມ​ແຕ່​ປີ​ນີ້​ເປັນ​ຕົ້ນ​ມາ, ໂດຍ​ຜະ​ເຊີນ​ໜ້າກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ເຊິ່ງ​ເປັນ​ສັດ​ຕູ​ຮ່ວມ​ຂອງ​ມະ​ນຸດ, ທ່ານ​ໄມ ພົວ​ແພວ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ອາ​ເມ​ຣິ​ກາ​ບໍ່ໄດ້ເອົາໃຈໃສ່ເຖິງ​ເລື່ອງຄວາມ​ເປັນຈິງ​ ພັດມັກ​ເວົ້າ​ຖ້ອຍຄວາມຫຼອກ​ລວງຢູ່​ຕະ​ຫຼອດ​, ສວຍ​ໃຊ້​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ເພື່ອໃສ່​ຮ້າຍ​ປ້າຍ​ສີ​​ແລະ​ທຳລາຍບົດບາດ​ຊື່​ສຽງ​ຂອງຈີນ​​​ເລື້ອຍໆ. ​ນັກ​ການ​ເມືອງ​ອາ​ເມ​ຣິ​ກາ​ຈຳ​ນວນ​ໜຶ່ງຄວນຢຸດ​ຕິ​ການ​ໃສ່​ຮ້າຍ​ປ້າຍ​ສີ​ປະ​ເທດ​ອື່ນ​ໄດ້ແລ້ວ, ຄວນ​ຖື​ເອົາການ​ຕ້ານ​ກັບການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ຢູ່ພາຍ​ໃນ​ປະ​ເທດ​ອາ​ເມ​ຣິ​ກາ​ແລະ ການ​ກອບ​ກູ້​ຊີ​ວິດ​ຂອງ​ປະ​ຊາ​ຊົນ​ອາ​ເມ​ຣິ​ກາ​ຢູ່​ເໜືອ​ກວ່າທຸກ​ສິ່ງ​ທຸກ​ຢ່າງໂດຍໄວ ຈະດີກວ່າ.ຈົ່ງ​ເຄົາ​ລົບ​ນັບ​ຖື​​ເລື່ອງຄວາມ​​ເປັນຈິງ​ແລະ​ວິ​ທະ​ຍາ​ສາດ, ຢ່າ​ເວົ້າ​ຄຳ​ຫຼອກ​ລວງ​ອີກ.

ຄຳ​ເຫັນ

0