刘华丽

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານສີຈິ້ນຜິງຊຸກຍູ້ການໄປມາຫາສູ່ກັນລະຫວ່າງພັກດ້ວຍ​ການ​ຢ້ຽມ​ຢາມ​ຕ່າງ​ປະ​ເທ​ດ​ໃນຖານະ​ເປັນເລຂາທິການໃຫຍ່ສູນກາງພັກກອມມູນິດຈີນ​ແລະປະທານປະເທດຈີນ

2020-07-06 18:44:40 cri

图片默认标题_fororder_9.pic

ຈີນ, ຫວຽດນາມ, ລາວແລະສປປ.ເກົາຫຼີ​ລ້ວນ​ແຕ່ເປັນປະເທດສັງຄົມນິຍົມ, ການໄປມາສາສູ່ກັນລະຫວ່າງພັກແມ່ນ​ສ່ວນປະກອບທີ່ສຳຄັນຂອງການພົວພັນສອງຝ່າຍ. ນັບແຕ່ປີ2013ເປັນຕົ້ນມາ, ທ່ານສີຈິ້ນຜິງໄດ້ຢ້ຽມຢາມຕ່າງປະເທດ40ກວ່າເທື່ອ, ໃນນັ້ນ​ທ່ານໄດ້ໄປຢ້ຽມຢາມ​ຕ່າງ​ປະ​ເທດຫຼາຍ​ເທື່ອ​ໃນ​ຖາ​ນະ​ເປັນເລຂາທິການໃຫຍ່​ຄະ​ນະ​ກຳ​ມະ​ການສູນກາງພັກກອມມູນິດຈີນ​ແລະປະທານປະເທດຈີນ​ເຊັ່ນ: ທ່ານ​ໄດ້​ຢ້ຽມ​ຢາມຫວຽດນາມໃນເດືອນພະຈິກປີ2015, ຢ້ຽມຢາມຫວຽດນາມແລະລາວໃນເດືອນພະຈິກປີ2017ແລະຢ້ຽມຢາມສປປ.ເກົາຫຼີໃນເດືອນມິຖຸນາປີ2019.

ການ​ຢ້ຽມ​ຢາມ​ລາ​ວ​ໃນ​ປີ 2017 ຂອງ​ທ່ານ​ສີ​ຈິ້ນ​ຜິງ​ຖື​ວ່າເປັນການ​ຢ້ຽມ​ຢາມ​ອີກ​ຄັ້ງ​ໃໝ່ຂອງຜູ້ນຳສູງສຸດຈີນໃນຮອບ11ປີຜ່ານມາ. ໃນ​ໂອ​ກາດ​ພົບ​ປະປຶກສາຫາລືກັບທ່ານ​ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ຄະນະ​ບໍ​ລິ​ຫານ​ງານ​ສູນ​ກາງພັກປະຊາຊົນປະຕິວັດລາວ, ປະທານປະເທດລາວ,​ທ່ານ​ສີ​ຈິ້ນ​ຜິງໄດ້ກ່າວເນັ້ນວ່າ: ຈີນທະນຸຖະໜອມມິດຕະພາບ​ທີ່​ເປັນມູນເຊື້ອລະຫວ່າງຈີນ-ລາວ​ຢ່າງ​ສະ​ເໝີ​ຕົ້ນ​ສະ  ​ເໝີ​ປາຍ,​ຈີນໃຫ້​ຄວາມ​ສຳ​ຄັນ​ຢ່າງ​ສູງ​ຕໍ່​ສາຍພົວພັນກັບລາວແລະຍິນດີຮ່ວມມືກັບຝ່າຍລາວສຸມ​ທຸກ​ຄວາມ​ພະ​ຍາ​ຍາມ​ເຂົ້າ​ໃນ​ການ​ເພີ່ມ​ເນື້ອ​ໃນ​ແລະ​ເສີມ​ຂະ​ຫຍາຍສາຍພົວພັນຄູ່ຮ່ວມ​ມືຍຸດທະສາດຮອບດ້ານລະຫວ່າງຈີນ-ລາວທີ່ໄວ້ເນື້ອເຊື່ອໃຈກັນ, ຊ່ວຍເຫຼືອເຊິ່ງກັນແລະກັນແລະຕ່າງຝ່າຍຕ່າງມີຜົນປະໂຫຍດຢ່າງບໍ່ຢຸດຢັ້ງ, ​ໃຫ້​ສອງ​ປະ​ເທດ​ເປັນ“ເພື່ອນ​ບ້ານ​ທີ່​ດີ, ໝູ່​ເພື່ອນ​ທີ່​ດີ, ສະ​ຫ​າຍ​ທີ່​ດີ​ແລະ​ຄູ່​ຮ່ວມ​ມື​ທີ່​ດີຕະຫຼອດ​ໄປ”.

图片默认标题_fororder_10.pic

ສາຍພົວພັນ“4ດີ” ດັ່ງກ່າວ​ ເດັດ​ຂາດ​ຈະບໍ່ແມ່ນຄຳ​ພັນ​ລະ​ນາ​ແບບງ່າຍດາຍ​ເທົ່າ​ນັ້ນ. ຈີນ-ລາວ​ເປັນປະເທດ​ເພື່ອນ​ບ້ານໃກ້ຄຽງເຊິ່ງບໍ່​ເຄີຍ​ມີຄວາມ​ອາ​ຄາດ​ບາດ​  ໝາງກັນ​ໃນ​ປະ​ຫວັດ​ສາດ​ແລະ​ກໍ​ບໍ່​ມີຂໍ້ຂັດແຍ້ງໃນປັດຈຸບັນ, ສອງປະເທດມີໄມຕີຈິດມິດຕະພາບທີ່ດີໃນໄລຍະຫຼາຍສິບປີຜ່ານມາ, ປະຊາຊົນສອງຊາດເຂົ້າໃຈກັນ, ສະໜັບສະໜູນແລະຊ່ວຍເຫຼືອເຊິ່ງກັນແລະກັນ​ມາ​ໂດຍ​ຕະ​ຫຼອດເຊິ່ງ​ເປັນ​ແບບຢ່າງທີ່ດີໃນການພົວພັນລະຫວ່າງ​ຊາດ.

ທ່ານ ​ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ຄະນະ​ບໍ​ລິ​ຫານ​ງານ​ສູນ​ກາ​ງພັກປະຊາຊົນປະຕິວັດລາວ​ໄດ້​ເອົາ​ໃຈໃສ່ບົດຮຽນໃນ​ດ້ານການ​ລຶບ​ລ້າງ​ຄວາມທຸກຍາກຂອງຈີນ​ມາ​ໂດຍ​ຕະຫຼອດ. ຢູ່​​ທຳ​ນຽບ​ປະ​ທານ​ປະ​ເທດ ​ທີ່ນະຄອນຫຼວງວຽງຈັນ, ທ່ານ ​ບຸນຍັ​ງ ​ວໍ​ລະ​ຈິດ ໄດ້ຈັດງານ​ລ້ຽງອາຫານຄ່ຳ​ເພື່ອ​ເປັນ​ກຽດຕ້ອນຮັບທ່ານສີຈິ້ນຜິງ, ​ໃນໂອ​ກາດ​ດັ່ງ​ກ່າວ, ທ່ານໄດ້ເວົ້າເຖິງບັນຫາການຫຼຸດຜ່ອນຄວາມທຸກຍາກກັບທ່ານສີຈິ້ນຜິງ. ທ່ານສີຈິ້ນຜິງຕອບວ່າ: ຈີນບໍ່ພຽງແຕ່ສາມາດຊ່ວຍເຫຼືອລາວເສີມຂະຫຍາຍທ່າແຮງ​ທາງ​ດ້ານທຳມະຊາດເທົ່ານັ້ນ, ຍັງສາມາດຊ່ວຍເຫຼືອປະຊາຊົນລາວໃຫ້ຫຼຸດພົ້ນອອກຈາກຄວາມທຸກຍາກ​ໃຫ້ຫຼາຍກວ່າ​ເກົ່າ​ອີກ​ດ້ວຍ.

​ໃນ​ໂອ​ກາດ​ພົບ​ປະ​ກັນ, ທ່ານສີຈິ້ນຜິງແລະ ທ່ານ ບຸນຍັງ ວໍລະຈິດ ​ຍັງໄດ້​ເປັນເອກະພາບກັນເຫັນ​ວ່າ: ຈີນ-ລາວ​ລ້ວນ​ແຕ່ເປັນປະເທດສັງຄົມນິຍົມທີ່ນຳພາໂດຍພັກກອມມູນິດ. ສອງຝ່າຍຮ່ວມ​ກັນສ້າງຄູ່​ຮ່ວມຊາຕາກຳຈີນ-ລາວທີ່​ມີ​ຄວາມ​ໝາຍ​ຍຸດ​ທະ​ສາດບົນພື້ນຖານ​ທີ່ໄວ້ເນື້ອເຊື່ອໃຈກັນ, ເຊິ່ງບໍ່ພຽງແຕ່ສອດຄ່ອງກັບຜົນປະໂຫຍດ​ພື້ນ​ຖານແລະຄວາມມຸ້ງຫວັງຮ່ວມກັນຂອງສອງພັກສອງລັດແລະປະຊາຊົນສອງຊາດເທົ່ານັ້ນ, ​ຍັງ​ມີຜົນ​ດີ​ຕໍ່​ພາ​ລະ​ກິດ​ອັນ​ສູງ​ສົ່ງ​ໃນ​ການປົກປັກຮັກສາສັນຕິພາບແລະການພັດທະນາຂອງມວນມະນຸດອີກດ້ວຍ.

ສຳລັບ“​ຄູ່ຮ່ວມຊາຕາກຳ​ທີ່​ມີ​ຄວາມໝາຍ​ຍຸດທະສາດ” ທີ່​ຜູ້​ນຳ​ສອງ​ປະ​ເທດ​ໄດ້ກ່າວ​ເນັ້ນ​ໃນ​ໂອ​ກາດ​ດັ່ງ​ກ່າວ ຍິ່ງ​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງນະໂຍບາຍການຕ່າງປະເທດ​ສັນຕິ​ພາບ,ເອກະລາດແລະ​ເປັນ​ເຈົ້າ​ຕົນ​ເອງຂອງຈີນ. ຈີນແລະລາວມີຄວາມແຕກ​ໂຕນກັນຫຼາຍ​ໃນດ້ານຄວາມກວ້າງໃຫຍ່ຂອງເນື້ອທີ່ດິນ​, ​ປະ​ຊາ​ກອນແລະເສດຖະກິດ, ແຕ່​ວ່າ​ ບໍ່​ວ່າ​ຈະ​ແມ່ນ​ປະ​ເທດ​ ໃຫຍ່ຫຼືນ້ອຍ, ຮັ່ງມີຫຼືທຸກຍາກ​ກໍ​ລ້ວນ​ແຕ່ມີການພົວພັນ​ທີ່ສະເໝີພາບ​ກັນ. ຈີນບໍ່ເຄີຍ​ຖື​ເບົາຕໍ່ຖານະ​ບົດ​ບາດຂອງລາວ, ໄດ້ໃຫ້ການສະໜັບສະໜູນລາວ​ໃນດ້ານສິດທິຂອງ​ຕົນ​ໃນ​ປະ​ຊາ​ຄົມ​ໂລກແລະ​ຍິ່ງຫວັງວ່າລາວ​ຈະ​ໄດ້​ຮັບ​ການ​ພັດ​ທະ​ນາ​ຮ່ວມ​ກັນ​ໃນຂອບ“ໜຶ່ງແລວໜຶ່ງເສັ້ນທາງ”.

图片默认标题_fororder_11.pic

ແນວທາງຕັດສິນເສັ້ນທາງແລະເສັ້ນທາງຕັດສິນຊາຕາກຳ. ໃນບັນຫາສຳ​ຄັນ​ກ່ຽວ​ກັບ​ການຍຶດໝັ້ນ​ແລະ​ເສີມ​ຂະ​ຫຍາຍເສັ້ນທາງການພັດທະນາ​ທີ່ປະຊາຊົນປະເທດຕົນ​ເລືອກເອງນັ້ນ, ຈີນ-ລາວໄດ້ສະໜັບສະໜູນເຊິ່ງກັນແລະກັນ​ແລະ​ເກາະ​ແຂນ​ກັນກ້າວ​ເດີນ​ໄປ​ໜ້າຢ່າງສະເໝີຕົ້ນສະເໝີປາຍ.

ຄຳ​ເຫັນ

0