ວັນທີ 19 ມີນາປີ2013, ທ່ານສີຈິ້ນຜິງປະທານປະເທດຈີນໄດ້ໃຫ້ສຳພາດຕໍ່ນັກຂ່າວປະເທດບຣິກສຢູ່ຫໍສະພາປະຊາຊົນທີ່ນະຄອນຫຼວງປັກກິ່ງ.
ເມື່ອນັກຂ່າວຖາມເຖິງສະພາບການເຮັດວຽກແລະການດຳລົງຊີວິດໃນແຕ່ລະມື້, ທ່ານສີຈິ້ນຜິງຕອບວ່າ: “ເຄື່ອງນຸ່ງຂອງຖື, ອາຫານການກິນ, ທີ່ຢູ່ອາໄສແລະການເດີນທາງຂອງພໍ່ແມ່ປະຊາຊົນທຸກຢ່າງ, ການເຄື່ອນໄຫວຂອງສັງຄັມ, ການປະຕິບັດງານຂອງລັດຖະບານກໍຄືການສ້າງສາແລະຄຸ້ມຄອງພັກ, ລ້ວນແຕ່ມີວຽກຫຼາຍຕ້ອງເຮັດ. ເວົ້າສຳລັບຂ້າພະເຈົ້າແລ້ວ, ປະຊາຊົນໃຫ້ຂ້າພະເຈົ້າຂຶ້ນຮັບໜ້າທີ່ຕຳແໜ່ງນີ້, ຂ້າພະເຈົ້າກໍຕ້ອງຖືປະຊາຊົນສຳຄັນກວ່າໝູ່, ຈື່ຈຳໜ້າທີທີ່ປະຊາຊົນມອບໝາຍໃຫ້, ຈື່ຈຳໜ້າທີ່ນີ້ຄືໜ້າທີ່ທີ່ໜັກໜ່ວງກວ່າພູຜາ.”
ເຈົ້າໜ້າທີ່ຫ້ອງວ່າການສູນກາງພັກກອມມູນິດຈີນແຈ້ງໃຫ້ຊາບວ່າ: ໜັງສືຄຳຮ້ອງອັນໃດກໍຕາມທີ່ຍື່ນເຖິງທ່ານປະທານສີຈິ້ນຜິງ, ບໍ່ວ່າຈະເດິກດື່ນຊໍ່າໃດ, ເຖິງວ່າຈະສົ່ງມາຮອດໃນເວລາ 12 ໂມງກາງຄືນກໍຕາມ, ຕອນເຊົ້າມື້ຖັດໄປພະນັກງານຈະໄດ້ຮັບຄຳຊີ້ແຈງຈາກທ່ານແນ່ນອນ.
ເຄີຍມີສື່ມວນຊົນເຄີຍລາຍງານວ່າ: ວະລະການໄປຢ້ຽມຢາມຕ່າງປະເທດຂອງທ່ານປະທານສີຈິ້ນຜິງຕ້ອງມີການຈັດສັນຈົນຮອດວິນາທີຢ່າງລະອຽດ, ການເດີນທາງລຽນຕິດໂດຍບໍ່ມີການພັກຜ່ອນເປັນເລື່ອງທີ່ເກີດຂຶ້ນເລື້ອຍໆ.
“ວຽກງານຂອງຂ້າພະເຈົ້າແມ່ນຮັບໃຊ້ປະຊາຊົນ, ເມື່ອຍຫຼາຍ, ແຕ່ກໍມີຄວາມສຸກຫລາຍ.” ທ່ານສີຈິ້ນຜິງເຄີຍຂຽນແນວນີ້ໃນເວລາຕອບຈົດໝາຍໃຫ້ກັບຄົນອື່ນ.ປະໂຫຍກສັ້ນໆ, ແຕ່ໄດ້ສ່ອງແສງໃຫ້ເຫັນເຖິງຄວາມຮັກແພງທີ່ຈິງໃຈຂອງທ່ານທີ່ມີຕໍ່ປະຊາຊົນ.
ຄຳເຫັນ
0