何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

​ປະ​ເທດແບບ​ຢ່າງ​ຂອງ​ໂລກ​ທີ່​ຕົກ​ເຂົ້າ​​ສູ່​ສະ​ພາບ​ຫຍຸ້ງ​ຍາກ​ລຳ​ບາກ

2020-07-06 17:46:23 CRI

ວັນ​ທີ 4 ກໍ​ລະ​ກົດ​ນີ້ຕາມ​ເວ​ລາ​ທ້ອງ​ຖິ່ນ​ເປັນ​ວັນ​ຊາດ​ຂອງອາ​ເມ​ຣິ​ກາ​ເປັນ​ເອ​ກະ​ລາດ​ຄົບ​ຮອບ 244 ປີ​ໄດ້​ໝູນ​ວຽນ​ມາ​ເຖິງ. ເວົ້າ​ສຳ​ລັບ​ສະ​ຫະ​ລັດ​ອາ​ເມ​ຣິ​ກາ​ແລ້ວ, ວັນ​ດັ່ງ​ກ່າວ​ຄວນ​ເປັນ​ວັນ​ບຸນ​ທີ່​ຄຶກ​ຄື້ນ, ແຕ່​ວ່າ​ໃນ​ໄລ​ຍະ​ພິ​ເສດ​ນີ້, ຄວາມ​ອ່ອນ​ແອ ແລະ ຄວາມ​ແຕກ​ແຍກ​​ໃນ​ສັງ​ຄົມອາ​ເມ​ຣິ​ກາ​ພັດ​ໄດ້​ພົ້ນ​ເດັ່ນ​ຂຶ້ນ.

ວັນ​ດັ່ງ​ກ່າວ, ຂະ​ບວນ​ການ​ຕ້ານ​ການ​ຈຳ​ແນກ​ເຊື້ອ​ຊາດ​ແລະ​ຜິວ​ພັນ​ຂອງ​ອາ​ເມ​ຣິ​ກາ​ໄດ້​ດຸ​ເດືອດ​ຂຶ້ນ, ຄຳ​ຂວັນ “ຊີ​ວິດ​ຂອງ​ຄົນ​ຜິວ​ດຳ​ກໍ​ມີ​ຄວາມ​ສຳ​ຄັນ” ໄດ້​ດັງ​ກ້ອງ​ກັງວານ​ເຖິງ​ທຳ​ນຽບ​ຂາວ​ອີກ​ຄັ້ງ​ໜຶ່ງ. ຕົວ​ເລກ​ຂໍ້​ມູນ​ທີ່​ເປີດ​ເຜີຍ​ໃນ​ມື້​ດຽວ​ກັນ​ສະ​ແດງ​ໃຫ້​ເຫັນ​ວ່າ, ຈຳ​ນວນ​ຜູ້​ຖືກ​ບົ່ງ​ມະ​ຕິ​ເປັນ​ພະ​ຍາດ​ໂຄວິດ-19 ທີ່​ເພີ່ມ​ໃໝ່ຕະຫຼອດ 24 ຊົ່ວ​ໂມງ​ຜ່ານ​ມາ​ໄດ້​ສ້າງ​ສະ​ຖິ​ຕິ​ໃໝ່, ຄື​ມີ​ເຖິງ 57.497 ກໍ​ລະ​ນີ ເຊິ່ງ​ໄດ້​ບັງ​ຄັບ​ໃຫ້​ອາ​ເມ​ຣິ​ກາ​ຈຳ​ເປັນ​ຕ້ອງ​ຍົກ​ເລີກ​ກິດ​ຈະ​ກຳ​ລະ​ນຶກວັນ​​ຊາດ. ແຕ່​ວ່າ​ໃນ​ມື້​ດຽວ​ກັນ, ທ່ານ​ໂດ​ໂນ ທ​ຣຳ ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ຣິ​ກາ​ພັດ​ກ່າວ​ວ່າ: ເຊື້ອ​ພະ​ຍາດ​ໂຄວິດ-19 ​ຢູ່ອາ​ເມ​ຣິ​ກາ​ 99% ຂຶ້ນ​ໄປ​ແມ່ນ “ບໍ່​ມີ​ຜົນ​ຮ້າຍ​ຫຍັງ”, ອາ​ເມ​ຣິ​ກາ​ພວມ​ເດີນ​ໄປ​ຕາມ​ເສັ້ນ​ທາງ​​ສູ່ໄຊ​ນະ​ນະ.

ໃນ​ຂະ​ນະ​ດຽວ​ກັນ, ເພື່ອ​ໂຄ​ສະ​ນາ​ຫາງ​ສຽງ, ທ່ານ​ໂດ​ໂນ ທ​ຣຳ​ເກືອບເໝົາ​ຊື້​ເອົາ​ຍອດ​ການ​ຜະ​ລິດ​ຢາ​ Remdesivir ທີ່​ຖືກ​ຖື​ວ່າ​ເປັນ​ຢາ​ທີ່​ສາ​ມາ​ປິ່ນ​ປົວ​ພະ​ຍາດ​ໂຄວິດ-19 ​ໄດ້​ດີ ເຊິ່ງ​ບໍ່​ໄດ້​ເອົາ​ຫົວ​ຊາ​ຕໍ່​ຜົນ​ປະ​ໂຫຍດ​ຮ່ວມ​ຂອງມວນ​ມະ​ນຸດ, ນີ້​ເປັນ​ການ​ປະ​ຕິ​ບັດ​ນະ​ໂຍ​ບາຍ “ອາ​ເມ​ຣິ​ກາ​ຕ້ອງ​​ມາກ່ອນ” ຢ່າງ​ສຸດ​ຂີດ.

ຕົວ​ເລກ​ຢັ່ງ​​ຄວາມ​ຄິດ​ເຫັນຂອງ​ບໍ​ລິ​ສັດ YouGov ແລະ ຂ່າວ Yahoo ຮ່ວມ​ກັນ​ເຮັດ​ຂຶ້ນສະ​ແດງ​ໃຫ້​ເຫັນ​ວ່າ: ​ຊາວ​ອາ​ເມ​ຣິ​ກາມີ​ພຽງ 17% ເຫັນ​ວ່າ​ອາ​ເມ​ຣິ​ກາ​ເປັນ​ແບບ​ຢ່າງ​ໃຫ້​ກັບ​ໂລກ, ມີ​ພົນ​ລະ​ເມືອງ​ອາ​ເມ​ຣິ​ກາ 62% ເຫັນ​ວ່າ ອາ​ເມ​ຣິ​ກາ​ຈະ​ບໍ່​ສົມ​ກັບ​ຊື່​ດັ່ງ​ກ່າວ ແລະ ມີ 40% ເຫັນ​ວ່າ, ຈີນ​ເຮັດ​ໄດ້​ດີກວ່າ​ອາ​ເມ​ຣິ​ກາ​ໃນ​ການ​ປ້ອງ​ກັນ ແລະ ຄວບ​ຄຸມ​ພະ​ຍາດ.

ໂດຍ​ໄດ້​ຮັບ​ຜົນ​ກະ​ທົບ​ຈາກ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19, ການ​ຊຸດ​ໂຊມ​ລົງຂອງ​ເສດ​ຖະ​ກິດ ແລະ ການ​ຈຳ​ແນກ​ເຊື້ອ​ຊາດ​ຜິວ​ພັນ, ອາ​ເມ​ຣິ​ກາ​ເຕັມ​ໄປ​ດ້ວຍ​ຫາງ​ສຽງ​ກັງ​ວົນ. “ໜັງ​ສື​ພິມ​ວໍ​ຊິງ​ຕັນ​ໂພ​ສ” ຊີ້​ອອກວ່າ: ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ໄດ້​​ສະ​ທ້ອນ​ໃຫ້​ເຫັນ​ຄວາມ​ອ່ອນ​ແອ ແລະ ຄວາມ​ແຕກ​ແຍກ​ຂອງ​ອາ​ເມ​ຣິ​ກາ.

ສິ່ງ​ທີ່​ປະ​ຕິ​ເສດ​ບໍ່​ໄດ້​ນັ້ນ​ກໍ​ຄື, ໃນ​ໄລ​ຍະ​ຂ້າງ​ໜ້າ​ທີ່​ຍາວ​ສົມ​ຄວນ, ອາ​ເມ​ຣິ​ກາ​ຍັງ​ຄົງ​ແມ່ນ​ມະ​ຫາ​ອຳ​ນາດ​ພຽງ​ໜຶ່ງ​ດຽວ​ຂອງ​ໂລກ, ແຕ່​ຖ້າ​ຫາກ​ວ່າ​ລັດ​ຖະ​ບານ​ອາ​ເມ​ຣິ​ກາ​ຫຼອກ​ລວງ​ປະ​ຊາ​ຊົນ​ເພື່ອ​ໂຄ​ສະ​ນາ​ຫາງ​ສຽງ, ບໍ່​ເອົາ​ຫົວ​ຊາ​ຕໍ່​ການ​ຈຳ​ແນກ​ເຊື້ອ​ຊາດຜິວ​ພັນ. ໃນ​ຂະ​ນະ​ດຽວ​ກັນ, ຍັງ “ຖິ້ມ​ໂທດ” ໃສ່​ປະ​ເທດ​ອື່ນ ເພື່ອຫັນ​ເຫ​ຄວາມ​ຂັດ​ແຍ້ງ​ພາຍ​ໃນ​ປະ​ເທດ, ອາ​ເມ​ຣິ​ກາ​ຈະ​ເສຍ​ຖາ​ນະ​ທີ່​ເປັນ​ແບບ​ຢ່າງ​ຂອງ​ໂລກ​ໃນ​ທີ່​ສຸດ.

ຄຳ​ເຫັນ

0