尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ເປັນຫຍັງລັດຖະບານອັງກິດຈຶ່ງສວຍໃຊ້ບັນຫາຮົງກົງ?

2020-07-07 22:07:41 cri

图片默认标题_fororder_微信图片_20200707220600

 ເວັບໄຊວາລະສານ Spiegel ລາຍສັບປະດາຂອງເຢຍລະມັນໄດ້ພິມບົດຄວາມໃນວັນທີ 3 ກໍລະກົດທີ່ພາດຫົວຂໍ້ວ່າ “ເປັນຫຍັງທ່ານ ໂບຣິສ ຈອນສັນຈຶ່ງມີຄວາມຂັດແຍ້ງກັບຈີນ?” ເນື້ອໃນຂອງບົດຄວາມຂຽນວ່າ: ອັງກິດໄດ້ສວຍໃຊ້ບັນຫາຮົງກົງດ້ວຍການເວົ້ານີ້ເວົ້ານັ້ນ, ພຽງເພື່ອຢາກຫັນເຫຄວາມສົນໃຈຂອງປະຊາຊົນຈາກວິກິດການດ້ານການປະກອບອາຊີບ.


图片默认标题_fororder_微信图片_20200707220612

ສະຖານະການທີ່ກືນບໍ່ເຂົ້າຄາຍບໍ່ອອກຂອງອັງກິດໃນການຖອນອອກຈາກສະຫະພາບເອີຣົບໄດ້ເຮັດໃຫ້ແຮງງານຕ່າງປະເທດໄຫຼອອກຈາກອັງກິດຍ້ອນໄດ້ພິຈາລະນາເຖິງປັດໄຈທີ່ບໍ່ໝັ້ນທ່ຽງໃນອະນາຄົດບໍ່ເທົ່າໃດປີຕໍ່ໜ້າ, ຄວາມຂາດແຄນແຮງງານຫຼັງກຸ່ມຄົນດັ່ງກ່າວລັ່ງອອກຈາກອັງກິດຈະສ້າງຜົນຮ້າຍຕາມມາທີ່ຮ້າຍແຮງໃຫ້ແກ່ອັງກິດໃນຂົງເຂດເສດຖະກິດແລະວຽກງານສາທາລະນະ. ໃນເວລາທີ່ເກີດຄວາມຂັດແຍ້ງກັນຢູ່ຮົງກົງ, ອັງກິດຫວັງ​ຈະນຳເຂົ້າຄົນຮົງກົງກໍຄືຄອບຄົວເຂົາເຈົ້າຈຳນວນຫຼາຍກວ່າ 3 ລ້ານຄົນໂດຍຜ່ານວິທີການໃຫ້ສິດທິພິເສດທີ່ເບິ່ງແລ້ວຄືບໍ່ເຫັນແກ່ຕົວ, ແລະໄດ້ໃຫ້ໃບອະນຸຍາດເຮັດວຽກແກ່ເຂົາເຈົ້າ, ຖ້າປະສົບຜົນສຳເລັດ, ຈະສາມາດຕອບສະໜອງຕຳແໜ່ງງານທີ່ຫວ່າງຢູ່ຫຼາຍຕຳແໜ່ງໄດ້, ພ້ອມທັງເປັນການຫຼຸດຜ່ອນຜົນເສຍຫາຍຍ້ອນການຖອນອອກຈາກສະຫະພາບເອີຣົບໂດຍບໍ່ມີສັນຍາ​ໃນ​ລະດັບໃດໜຶ່ງ.  ເວົ້າສໍາລັບລັດຖະບານ ໂບຣິສ ຈອນສັນທີ່ພວມແກ້ໄຂຄວາມຜິດພາດ​ຂອງ​ຕົນ​ໃນ​ການ​ແກ້​ໄຂວິກິດການພະຍາດໂຄວິດ-19 ແລ້ວ, ການແຊກແຊງເຂົ້າໃນບັນຫາຮົງກົງກໍຄິດວ່າຈະສາມາດຫັນເຫຄວາມສົນໃຈຂອງປະຊາຊົນອອກຈາກວິກິດການດ້ານການປະກອບອາຊີບໄດ້.
 

ລັດຖະບານຈີນກ່າວວ່າ: ລອນດອນໄດ້ໃຫ້ຄຳໝັ້ນສັນຍາວ່າຈະບໍ່ໃຫ້ສິດພັກອາໄສແກ່ປະຊາຊົນຜູ້ຖືໜັງສືຜ່ານແດນພົນລະ​ເມືອງອັງກິດສຳລັບຊາວຕ່າງປະເທດ ຫຼື BNO ກ່ອນຮົງກົງຈະກັບຄືນສູ່ປະເທດຈີນ, ແຕ່ລັດຖະບານ ໂບຣິສ ຈອນສັນ ໄດ້ຝ່າຝືນຄຳໝັ້ນສັນຍາຂອງຕົນຢ່າງໜັກໜ່ວງເພື່ອຜົນປະໂຫຍດສ່ວນຕົວ ​ເຊິ່ງຈະເຮັດໃຫ້ການພົວພັນລະຫວ່າງຈີນ-ອັງກິດມີຄວາມຮ້າຍແຮງຂຶ້ນ​ເທົ່າ​ນັ້ນ.

ຄຳ​ເຫັນ

0