尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

​ເງິນ​ສຳຮອງ​ສະກຸນເງິນຕາຕ່າງປະເທດຂອງຈີນທີ່ເພີ່ມຂຶ້ນສະແດງໃຫ້ເຫັນເຖິງປະສິດທິຜົນໃນການຕ້ານກັບການແຜ່ລະບາດຂອງພະຍາດໂຄວິດ-19

2020-07-08 16:45:30 cri

ອົງການເງິນຕາຕ່າງປະເທດແຫ່ງຊາດຈີນໄດ້ເປີດເຜີຍຕົວເລກຂໍ້ມູນໃນວັນທີ 7 ກໍລະກົດນີ້ ໂດຍສະແດງໃຫ້ເຫັນວ່າ: ມາຮອດທ້າຍເດືອນມິຖຸນາປີນີ້, ​ເງິນ​ສຳຮອງ​ສະກຸນເງິນຕາຕ່າງປະເທດຂອງຈີນໄດ້ເພີ່ມຂຶ້ນ 10,6 ຕື້ໂດລາສະຫະລັດ ຫຼື 0,3% ເມື່ອທຽບໃສ່ທ້າຍເດືອນພຶດສະພາປີນີ້. ຕົວເລກ​ເງິນ​ສຳຮອງ​ສະກຸນເງິນຕາຕ່າງປະເທດຫຼ້າສຸດໄດ້ສະແດງໃຫ້ເຫັນເຖິງປະສິດທິຜົນໃນການຟື້ນຟູການຜະລິດ, ການເຮັດວຽກ ແລະ ການຟື້ນຟູເສດຖະກິດຄືນໃໝ່ຂອງ​ຈີນ.
 

​ເງິນ​ສຳຮອງ​ສະກຸນເງິນຕາຕ່າງປະເທດໃນເດືອນມິຖຸນາປີນີ້ມີຄວາມໃກ້ຄຽງກັບການຄາດຄະເນໄວ້ໂດຍພື້ນຖານ, ​ເຊິ່ງໄດ້ສະແດງໃຫ້ເຫັນທ່າແຮງຂອງຈີນໃນການຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19, ການຟື້ນຟູການຜະລິດ, ການເຮັດວຽກ ແລະ ການຟື້ນຟູເສດຖະກິດຄືນໃໝ່ຢ່າງສຳເລັດຜົນ ເຊິ່ງໄວກວ່າປະເທດອື່ນໆໃນໂລກ. ພາຍໃຕ້ສະພາບທີ່ພະຍາດໂຄວິດ-19 ແຜ່ລະບາດໃນທົ່ວໂລກ ແລະ ເສດຖະກິດຂອງປະເທດທີ່ສຳຄັນໂດຍທົ່ວໄປໄດ້ຕົກຕ່ຳລົງ, ​ເງິນ​ສຳຮອງ​ສະກຸນເງິນຕາຕ່າງປະເທດຂອງຈີນສາມາດຮັກສາປະລິມານໃຫ້ຢູ່ໃນລະດັບທີ່ໝັ້ນທ່ຽງ ເຊິ່ງສະແດງໃຫ້ເຫັນວ່າ ຈີນໄດ້ຮັບຜົນສຳເລັດທີ່ສຳຄັນແລະຍິ່ງໃຫຍ່ເປັນກ້າວໆໃນດ້ານການປ້ອງກັນ​ແລະຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19, ການຟື້ນຟູການຜະລິດ ແລະ ການເຮັດວຽກຄືນໃໝ່, ຕົວເລກດັດຊະນີທາງເສດຖະກິດທຸກປະການໄດ້ດີຂຶ້ນ ​ແລະ ສະພາບເສດຖະກິດພວມພັດທະນາໄປໃນທິດທາງທີ່ດີເປັນກ້າວໆ.
 

ປະສົບການຂອງຈີນໄດ້ພິສູດໃຫ້ເຫັນວ່າ: ຂໍແຕ່ມີພຶດຕິກຳໃນການຕ້ານ ພະຍາດໂຄວິດ-19 ທີ່ຕັ້ງໜ້າ, ຈະສາມາດຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ຢ່າງສໍາເລັດຜົນ, ການປ້ອງກັນແລະຄວບຄຸມການແຜ່ລະບາດຂອງ​ພະຍາດໂດຍວິທີການທາງວິທະຍາສາດປະເພດຕ່າງໆຢ່າງວ່ອງໄວເທົ່າທີ່ຈະໄວໄດ້, ຈຶ່ງຈະສາມາດເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນ ແລະ ສະພາບແວດລ້ອມດ້ານການແລກປ່ຽນກັບພາຍນອກມີຄວາມໝັ້ນທ່ຽງ, ຈຶ່ງຈະສາມາດຟື້ນຟູການຜະລິດ ແລະ ການເຮັດວຽກຄືນໃໝ່ໄດ້ໄວກວ່າ​ເກົ່າ, ທັງສາມາດຟື້ນຟູເສດຖະກິດຄືນໃໝ່. ໃນເວລາທີ່ມີສະພາບແວດລ້ອມດ້ານການຜະລິດແລະຊີວິດການເປັນຢູ່ທີ່ີໝັ້ນທ່ຽງ ກໍ່ຈະສາມາດເຮັດໃຫ້ເສດຖະກິດເຕີບໂຕແລະເພີ່ມການສົ່ງອອກ, ເຊິ່ງຈະກາຍເປັນການໝູນວຽນທີ່ດີ.

ຄຳ​ເຫັນ

0