吴佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຖືເອົາຄວາມປອດໄພຂອງປະຊາຊົນເປັນສິ່ງສຳຄັນທີ່ສຸດໃນໄລຍະນ້ຳຂຶ້ນ

2020-07-09 19:08:54 CRI

ນັບແຕ່ເດືອນມິຖຸນາປີນີ້ເປັນຕົ້ນມາ, ບາງເຂດທາງພາກໃຕ້ ແລະພາກຕາເວັນອອກຂອງຈີນມີຝົນຕົກໜັກຢ່າງຕໍ່ເນື່ອງ, ເຮັດໃຫ້ລະດັບນ້ຳເພີ່ມຂຶ້ນຢ່າງວ່ອງໄວ, ລັດຖະບານຈີນໄດ້ວາງແຜນຮັບມືກັບນ້ຳຖ້ວມ ແລະກູ້ໄພ.

 

ເມື່ອມໍ່ໆມານີ້, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນໄດ້ໃຫ້ທິດຊີ້ນຳອັນສຳຄັນຕໍ່ວຽກງານຕ້ານໄພ ແລະກູ້ໄພໂດຍຮຽກຮ້ອງໃຫ້ຕ້ອງປະຕິບັດງານປ້ອງກັນນ້ຳຖ້ວມ, ຮັບມື ແລະກູ້ໄພສຸກເສີນ, ຍຶດໝັ້ນໃນການໂດຍຖືເອົາຊີວິດສຳຄັນກວ່າໝູ່,  ແລະຖືເອົາປະຊາຊົນສຳຄັນກວ່າໝູ່, ຮັບປະກັນການຖືເອົາຄວາມປອດໄພດ້ານຊີວິດຂອງປະຊາຊົນສຳຄັນກວ່າໝູ່ຢ່າງແທ້ຈິງ.

 

ເມື່ອຜະເຊີນກັບສະພາບໄພນ້ຳຖ້ວມອັນຂ້ຽວຂາດ. ເຂດຕ່າງໆໄດ້ຕັ້ງໜ້າປະຕິບັດງານຢ່າງທັນທີໂດຍຍົກສູງລະດັບຮັບມືສຸກເສີນ, ກວດກາຄວາມສ່ຽງທີ່ອາດຈະເກີດຂຶ້ນ, ກູ້ໄພ ແລະຈັດສັນຍົກຍ້າຍປະຊາຊົນໄປສະຖານທີ່ປອດໄພຢ່າງທັນເວລາ, ໃຊ້ທຸກວິທີທາງເພື່ອຮັບປະກັນຄວາມປອດໄພດ້ານຊີວິດຂອງປະຊາຊົນ. ຕາມຂໍ້ມູນສະຖິຕິຂອງກະຊວງຄຸ້ມຄອງການສຸກເສີນຈີນໃຫ້ຮູ້ວ່າ: ນັບມາຮອດວັນທີ 6 ກໍລະກົດນີ້, ໜ່ວຍກູ້ໄພຈີນໄດ້ເຄື່ອນໄຫວຕ້ານນ້ຳຖ້ວມປະເພດຕ່າງໆ 3274 ເທື່ອ, ຈັດສັນສົ່ງລົດກູ້ໄພ 5155 ຄັນ, ເຈົ້າໜ້າທີ່ກູ້ໄພຫຼາຍກວ່າ 33000 ຄົນ, ປັດຈຸບັນນີ້ໄດ້ຈັດສັນຍົກຍ້າຍຜູ້ປະສົບໄພຫຼາຍກວ່າ 31000 ຄົນ.

 

ບໍ່ວ່າພະຍາດໂຄວິດ-19 ຫຼືໄພນ້ຳຖ້ວມ, ບໍ່ວ່າໄພພິບັດທຳມະຊາດ ຫຼືອຸບັດເຫດໃດໆກໍຕ້ອງຖືເອົາປະຊາຊົນສຳຄັນກວ່າໝູ່ ແລະຖືເອົາຊີວິດສຳຄັນກວ່າໝູ່.

 

图片默认标题_fororder_WechatIMG38

ຄຳ​ເຫັນ

0