黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສິ່ງ​ທີ່​ເຮັດ​ໃຫ້​ໂຄ​ສົກ CNN ຮູ້​ສຶກ “ແປກ​ໃຈ” ນັ້ນ ​ທີ່​ຈິງ​ແລ້ວ​ເປັນ​ເລື່ອງ​ປົກ​ກະ​ຕິສຳລັບຄົນຈີນ

2020-07-13 15:04:04 cri

 

ຫວ່າງ​ມໍ່ໆ​ມາ​ນີ້, ຊ່ອງໂທລະພາບ CNN ຂອງ​ອາ​ເມ​ຣິ​ກາ​ໄດ້​ລາຍງານກ່ຽວ​ກັບ​ການ​ຕ້ານ​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ຢູ່​ຈີນ, ນັກ​ຂ່າວ​ໄດ້​ລາຍງານ​ເຖິງສະ​ພາບ​ການ​ທີ່​ຕົນ​ເອງ​ໄດ້ເຫັນ​ກັບ​ຕາ​ຢູ່​ນະ​ຄອນ​ຫຼວງ​ປັກ​ກິ່ງ ສ​ປ ຈີນ​ກ່ຽວ​ກັບ​ສັງ​ຄົມ ​ແລະ ​ປະ​ຊາ​ຊົນ​ຈີນ​ທ່ີ່ໄດ້ພ້ອມກັນປະ​ຕິ​ບັດ​ຂໍ້​ກຳ​ນົດກ່ຽວກັບການ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດຢ່າງ​ເປັນ​ເຈົ້າ​ການ, ໂດຍ​ສະ​ເພາະ​ໃນ​ເວ​ລາ​ທີ່ເວົ້າ​ເຖິງລາຍ​ລະ​ອຽດ​ທີ່​ບາງ​ຄົນ​ລືມ​ໃສ່​ຜ້າ​ປິດ​ປາ​ກ​ຍ້ອນ​ເຫດການສຸກເສີນຟ້າວຟັ່ງ​ຈຶ່ງເອົາເສື້ອ​ມາປິດ​ປາກແທນ ​ຫຼື​  ຕື່ນຕົວຮັກສາໄລຍະຫ່າງກັບຄົນອື່ນ, ໂຄ​ສົກ​ອາ​ເມ​ຣິ​ກາ​ໄດ້​ສະ​ແດງ​ຄວາມ​ແປກ​ໃຈ​ຫຼາຍ​ທີ່​ສຸດກ່ຽວກັບເລື້ອງນີ້.

ທີ່​ຈິງ​ແລ້ວ, ສິ່ງ​ທີ່​ເຮັດ​ໃຫ້​ໂຄ​ສົກໂທລະພາບ​ອາ​ເມ​ຣິ​ກາ​ຮູ້​ສຶກ “ແປກ​ໃຈ” ນັ້ນມັນບໍ່​ແມ່ນເລື້ອງແປກສຳລັບຄົນຈີນ. ໃນ​ຖາ​ນະ​ເປັນ​ປະ​ເທດ​ໃຫຍ່​ທີ່​ມີ​ປະ​ຊາ​ກອນ 1.4 ຕື້​ຄົນ, ຈີນໄດ້ປະສົບກັບຄວາມສຳເລັດ​ສຳ​ຄັນໃນ​ການຕ້ານ​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ໃນ​​ຫຼາຍ​ເດືອນຜ່ານມາ, ນອກ​ຈາກ​ຄວາມ​ສາ​ມາດການ​ຈັດ​ຕັ້ງນຳພາທີ່​ເຂັ້ມ​ແຂງ​ຂອງ​​ພັກ​ແລະລັດ​ຖະ​ບານ​ຈີນແລ້ວ, ການ​ອຸ​ທິ​ດຕົນ​ທີ່​ບໍ່​ເຫັນ​ແກ່​ຕົວ​ຂອງ​ພະນັກງານການແພດ​ແລະ​ພະຍາບານ ​ແລະ ​ພະ​ນັກ​ງານປະຈຳ​ເຂດ​ຊຸມ​ຊົນ​ຈີນ​ແລ້ວ, ປະ​ຊາ​ຊົນ​ຈີນ​ທັງ​ຫຼາຍໄດ້​ໃຫ້ຄວາມສຳຄັນຕໍ່ກັບສະ​ພາບ​ການ​ລວມ, ຮັບ​ຟັງ​ການ​ຊີ້​ນຳ​ຈາກ​ພ​າກ​ສ່ວນ​ປ້ອງ​ກັນ​ພະ​ຍາດຢ່າງ​ເປັນ​ເຈົ້າ​ການ, ປະ​ຕິ​ບັດ​ມາດ​ຕະ​ການ​ຕ່າງໆ​ເພື່ອປ້ອງ​ກັນ​ຕົວເອງ​ແລະ​ປົກ​ປັກ​ຮັກ​ສາ​ຜູ້​ອື່ນດ້ວຍຄວາມຮັບຜິດຊອບສູງ​, ນີ້​ແມ່ນ​ຂໍ​ກະ​ແຈ​ທີ່​ຈີນ​ໄດ້​ຮັບ​ຜົນ​ສຳ​ເລັດ​ໃນ​ດ້ານ​ການ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19.

​ເຂັ້ມ​ງວດ​ຕໍ່​ຕົນ​ເອງ​ຫຼາຍ​ເທົ່າ​ໃດ, ຕົນ​ເອງ​ກໍ​ມີ​​ເສ​ລີ​ພາບ​ຫຼາຍ​ເທົ່າ​ນັ້ນ. ໃນ​ຂະ​ບວນ​ການ​ຕ້ານ​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ຄັ້ງ​ນີ້, ປະ​ຊາ​ຊົນ​ຈີນ​ທັງ​ຫຼາຍໄດ້​​ເຂັ້ມ​ງວດຕໍ່​ຕົນ​ເອງຢ່າງ​ເປັນ​ເຈົ້າ​ການຈຶ່ງ​ເຮັດ​ໃຫ້​ຄົນ​ທົ່ວ​ໂລກເຫັນແລ້ວ​ຮູ້​ສຶກ​ປະ​ທັບ​ໃຈ, ແລະ​ໄດ້​ຮັບການ​ຕີ​ລາຄາ​ຢ່າງສູງ​​ໂດຍ​ທົ່ວ​ໄປ. ທ່ານ​ກູ​ເຕີເຣສ ເລ​ຂາ​ທິ​ການ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດໄດ້ກ່າວ​ຍ້ອງ​ຍໍ​ຕໍ່ການ​ເສຍ​ສະ​ຫຼະ​ຂອງ​ປະ​ຊາ​ຊົນ​ຈີນ​ໃນ​ຂະ​ບວນ​ການ​ຕ້ານ​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ວ່າ: “ນີ້ແມ່ນການປະ​ກອບ​ສ່ວນ​ໃຫ້​ແກ່​ມ່ວນ​ມະ​ນຸດ​ທົ່ວ​ໂລກ”. ທ່ານ ແຟຣງ ຊີເຣິນ ຜູ້​ຊ່ຽວ​ຊານ​​ເຢຍ​ລະ​ມັນ​ກ່ຽວກັບຈີນມີຄວາມເຫັນ​ວ່າ: ຈີນ​ສາ​ມາດ​ຟື້ນ​ຟູຈາກ​ຜົນ​ກະທົບ​ຂອງ​ເຊື້ອ​ພະ​ຍາດ​ໂຄວິດ-19 ໄດ້ຢ່າງ​ວ່ອງ​ໄວ​ກໍ​ຍ້ອນ​ວ່າ “ປະ​ຊາ​ຊົນ​ຈີນ​ສາ​ມາດ​​ເຂັ້ມ​ງວດຕໍ່​ຕົນ​ເອງ​ໃນ​ລະ​ດັບ​ສູງ”.

ປະ​ເທດ​ໜຶ່ງ​ທີ່​ໄດ້​ຮັບ​ຄວາມ​ເຄົາ​ລົບ​ນັບ​ຖື​ຈາກ​ຊົນ​ຊາດ​ອື່ນ​ໄດ້​ຫຼື​ບໍ່, ແມ່ນ​ຕ້ອງອາ​ໄສ​ຄວາມ​ສີ​ວິ​ໄລ​ດ້ານ​ຈິດ​ໃຈ​ຂອງ​ສັງ​ຄົມ​ປະ​ເທດ​ດັ່ງ​ກ່າວ, ນີ້​ແມ່ນ “ກຳ​ລັງ​ແຮງ​ທາງ​ຈິດ​ໃຈ” ທີ່​ສາມາດ​ໂນ້ມນ້າວ​ທົ່ວໂລກ. ໂດຍ​ຜະ​ເຊີນ​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19, ລັດ​ຖະ​ບານ​ຈີນ​ໄດ້ອອກ​ແຮງ​ຢ່າງ​ສຸດ​ຂີດ​ເພື່ອ​ປົກ​ປ້ອງ​ຊີ​ວິດ​ແລະ​ສຸ​ຂະ​ພາບ​ຂອງ​ປະ​ຊາ​ຊົນ​ໂດຍ​ບໍ່​ເສຍດາຍ​ຄ່າ​ຕອບ​ແທນ​ໃດໆ, ໄດ້ຍຶດໝັ້ນໃນການ​ປະ​ຕິ​ບັດຕາມ​ທັດ​ສະ​ນະທີ່​ຊີ​ວິດ​ຂອງ​ປະ​ຊາ​ຊົນ​ຢູ່​ເໜືອ​ກວ່າທຸກ​ສິ່ງ​ທຸກ​ຢ່າງ; ປະ​ຊາ​ຊົນ​ຈີນ​ເອງກໍ​ຖື​ສະ​ພາບ​ການ​ລວມ​ເປັນ​ເລື່ອງ​ສຳ​ຄັນ, ເຄັ່ງຄັດຕໍ່ຕົນ​ເອງ​ແລະ​ຊ່ວຍ​ເຫຼືອ​ເຊິ່ງ​ກັນ​ແລະ​ກັນ, ນີ້ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງສະຕິທີ່ມີຄວາມ​ຮັບ​ຜິດ​ຊອບ​ຕໍ່​ສັງ​ຄົມ​ໃນ​ລະ​ດັບ​ສູງ. ປະ​ຊາ​ຊົນ​ທົ່​ວ​ປະ​ເທດ​ຈີນເປັນ​ຈິດ​ໜຶ່ງ​ໃຈ​ດຽວກັນ, ຮ່ວມ​ກັນ​ຜ່າ​ນ​ຜ່າ​ຄວາມ​ທຸກ​ຍາກ ຈົນກາຍ​ເປັນ​ເລື້ອງທີ່ກະຕຸກຊຸກຍູ້ກຳ​ລັງ​ໃຈ​ຕໍ່​ທົ່ວ​ໂລກ.

ຄຳ​ເຫັນ

0