ໂດຍແນໃສ່ເຫດການທີ່ສະຖານທູດອາເມຣິກາປະຈຳຈີນໃສ່ຮ້າຍປ້າຍສີຈີນໃນສື່ສັງຄົມອອນລາຍດ້ວຍຮູບພາບປອມທີ່ນຳໃຊ້ຊອຟແວ Photoshop ເຮັດຂື້ນມາ, ໂຄສົກກະຊວງການຕ່າງປະເທດຈີນກ່າວວ່າ: ຮູບພາບແຫ່ງການຫຼອກລວງທີ່ຂີ້ຮ້າຍແບບນີ້, ເຂົາເຈົ້າກໍຍັງສາມາດນຳເອົາມາໃສ່ຮ້າຍປ້າຍສີຈີນຢ່າງເປີດແປນ, ນີ້ແມ່ນສິ່ງທີ່ບໍ່ຮູ້ສຶກອັບອາຍຈັກໜ້ອຍບໍ!
ນີ້ເປັນເລື່ອງເໜືອຄວາມຄາດຄິດທີ່ວ່າ ສະຖານທູດທີ່ຕາງໜ້າໃຫ້ປະເທດອາເມຣິການັ້ນສາມາດເຮັດເລື່ອງທີ່ຂີ້ຮ້າຍເຖິງຂະໜາດນີ້ໄດ້, ນີ້ແມ່ນຄຸນຄ່າໃນທັດສະນະແບບໃດ? ນີ້ແມ່ນແນວຄວາມຄິດແບບໃດ? ການກະທຳທີ່ຂີ້ຮ້າຍດັ່ງກ່າວທັງເປັນຕາໃຫ້ຄຽດແຄ້ນທັງເປັນເລື້ອງທີ່ຢາກຫົວເຍາະເຍີ້ຍ, ເລື້ອງແບບນີ້ເຮັດໃຫ້ຄົນທັງຫຼາຍມີຄວາມຮັບຮູ້ໃໝ່ກ່ຽວກັບຄຸນນະທຳແບບອາເມຣິກາ.
ລະບົບຂ້າທາດແມ່ນໄລຍະໂຫດຮ້າຍທີ່ສຸດໃນປະຫວັດສາດຂອງອາເມຣິກາ, ນັບມາຮອດປັດຈຸບັນ, ລະບົບຂ້າທາດຍັງເສດເຫລືອໄວ້ຈຳນວນໜຶ່ງທີ່ຍັງສົ່ງຜົນກະທົບຕໍ່ອາເມຣິກາຢ່າງເລິກເຊິ່ງ. ໃນໄລຍະມໍ່ໆມານີ້, ມີຄວາມວຸ້ນວາຍທີ່ເກີດຂຶ້ນຢູ່ອາເມຣິກາຍ້ອນການຈຳແນກເຊື້ອຊາດຜິວພັນຢ່າງໜັກໜ່ວງ, ບໍ່ວ່າຕີນັກການເມືອງອາເມຣິກາຈະບໍ່ຮູ້ເຫັນເລື້ອງນີ້? ເມື່ອຢືນຢູ່ຕໍ່ໜ້າປະຫວັດສາດແລະຄວາມຈິງ, ອຳນາດການປົກຄອງລັດຖະບານອາເມຣິກາບໍ່ສຳຫຼວດຕົນເອງ ແລ້ວຍັງບໍ່ພໍ, ຫາກຍັງໄດ້ໃສ່ຮ້າຍປ້າຍສີວ່າ: ຜະລິດຕະພັນຫຼາຍຢ່າງທີ່ຈີນຜະລິດນັ້ນແມ່ນນຳໃຊ້ແຮງງານຂ້າທາດ, ການຫຼອກລວງທີ່ໂງ່ທີ່ສຸດແບບນີ້ມີຫຼັກຖານຫຍັງບໍ? ສະຖານທູດປະຈຳຕ່າງປະເທດແຫ່ງໜຶ່ງເປີດເຜີຍພາບປອມທີ່ຂີ້ຮ້າຍແບບນີ້, ມີເຈດຕະນາຫຍັງກັນແທ້? ຄວາມໜ້າເຊື່ອຖືຂອງເຂົາເຈົ້າຢູ່ໃສ?
ນັກການເມືອງອາເມຣິກາມັກໃສ່ຮ້າຍປ້າຍສີຈີນຕະຫຼອດມາ, ຫວ່າງມໍ່ໆມານີ້ແຮ່ງໄດ້ໃຊ້ເຄື່ອງມືແບບໂງ່ໆທີ່ເຮັດພາບປອມຂື້ນມາເພື່ອທຳລາຍບົດບາດຊື່ສຽງຂອງຈີນ, ເລື່ອງນີ້ສະທ້ອນໃຫ້ເຫັນວ່ານັກການເມືອງບາງຄົນຂອງອາເມຣິກາບໍ່ມີຄວາມອັບອາຍຈັກໜ້ອຍເລີຍ.
ໂລກນີ້ລ້ວນແຕ່ຍຶດໝັ້ນຄວາມເປັນທຳ. ນັກການເມືອງແລະອົງການຈັດຕັ້ງອາເມຣິກາຈຳນວນໜຶ່ງມັກສ້າງສະຖານະການ ແລະ ມັກປ່າວຂ່າວປອມ, ການກະທຳໃນລັກສະນະນີ້ພຽງແຕ່ຈະເຮັດໃຫ້ອາເມຣິກາອັບອາຍຂາຍໜ້າເທົ່ານັ້ນ. ການໃສ່ຮ້າຍປ້າຍສີຕາມລຳພັງໃຈ, ເປັນສິ່ງຢືນຢັນວ່າພວກເຂົາມັກເວົ້າຫຼອກລວງແລະເຮັດເລື້ອງເສຍໜ້າຊ້ຳແລ້ວຊ້ຳອີກ. ຄວາມໜ້າເຊື່ອຖືຂອງອາເມຣິກາຢູ່ໃສ? ກຽດສັກສີຂອງອາເມຣິກາຢູ່ໃສ? ອາເມຣິກາຄວນສຳຫຼວດຕົນເອງໃຫ້ຫຼາຍກວ່ານີ້ຈະເປັນການດີ.
ຄຳເຫັນ
0