覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສີ​ແສງ​ແຫ່ງ​ຍຸກ:​ແມ່​ນໍ້າ​ສາຍ​ນີ້ ທ່ານ​ສີ​ຈິ້ນ​ຜິ​ງ​ໄດ້​ໄປ​ສຳ​ຫຼວດກວດ​ເບິ່ງ 4 ​ເທື່ອ​ພາຍ​ໃນ​ເວລາ 1 ປີ

2020-07-14 18:26:33 cri

ຕອນ​ບ່າຍ​ວັນ​ທີ 8 ມິ​ຖຸ​ນາ​ນີ້, ທ່ານ​ສີ​ຈິ້ນ​ຜິງ​ທີ່​ພວມ​ສຳຫຼວດກວດ​ກາ​ວຽກ​ງານ​ຢູ່​ເຂດ​ປົກ​ຄອງ​ຕົນ​ເອງ​ເຜົ່າ​ຫຸຍ​ນິງ​ເຊ້ຍ​ໄດ້​ໄປສຳຫຼວດ​ກວດ​ເບິ່ງ​ແມ່​ນ້ຳ​ເຫຼືອງ​ຕອນ​ເທ​ສະ​ບານ​ນະ​ຄອນ​ອູ​ຈົ່ງ, ​ເພື່ອ​ຮັບ​ຮູ້ສະ​ພາບ​ການ​ອະ​ນຸ​ລັກ​ລະ​ບົບ​ນິ​ເວດ​ຂອງ​ເຂດ​ລ້ອງ​ແມ່​ນ້ຳ​ເຫຼືອງ.

 

图片默认标题_fororder_黄河治理
 

ຕອນ​ບ່າຍ​ວັນ​ທີ 8 ມິ​ຖຸ​ນາ​ນີ້, ທ່ານ​ສີ​ຈິ້ນ​ຜິງ​ທີ່​ພວມ​ສຳຫຼວດກວດ​ກາ​ວຽກ​ງານ​ຢູ່​ເຂດ​ປົກ​ຄອງ​ຕົນ​ເອງ​ເຜົ່າ​ຫຸຍ​ນິງ​ເຊ້ຍ​ໄດ້​ໄປສຳຫຼວດ​ກວດ​ເບິ່ງ​ແມ່​ນ້ຳ​ເຫຼືອງ​ຕອນ​ເທ​ສະ​ບານ​ນະ​ຄອນ​ອູ​ຈົ່ງ
 

ນີ້​ແມ່ນ​​ການ​ເຄື່ອນ​ໄຫວ​ຂອງທ່ານ​ສີ​ຈິ້ນ​ຜິງ​ທີ່​ໄປ​ສຳຫຼວດ​ກວດ​ເບິ່ງ​ແມ່​ນ້ຳ​ເຫຼືອງ​ຄັ້ງ​ທີ 4 ພາຍ​ໃນປີ​ດຽວ.
 

ແມ່​ນ້ຳ​ເຫຼືອງ​ໄຫຼ​ຜ່ານ9 ແຂວງ​ ແລະເຂດ​ປົກ​ຄອງ​ຕົນ​ເອງ​ຂອງ​ຈີນ. ​ໃນ​ນັ້ນ​ມີ​ພຽງເຂດ​ນິງ​ເຊ້ຍ​ເຂດດຽວ​ທີ່ມີ​ເນື້ອ​ທີ່​ທັງ​ໝົດ​ນອນ​ຢູ່​ໃນ​ເຂດ​ລ້ອງ​ແມ່​ນ້ຳ​ເຫຼືອງ​. ໃນ​ປີ 2019 ຜ່ານ​ມາ, ທ່ານ​ສີ​ຈິ້ນ​ຜິງ​ໄດ້​ໄປ​ສຳຫຼວດ 6 ​ເຂດແຂວງ​​ລຽບ​ຕາມ​ເຂດ​ລ້ອ​ງ​ແມ່​ນ້ຳ​ເຫຼືອງ. ເຊິ່ງ​ສະ​ແດງ​ໃຫ້​ເຫັນ​ວ່າ:​ທ່ານ​ສີ​ຈິ້ນ​ຜິງ​ໄດ້​ໃຫ້​ຄວາມ​ສຳ​ຄັນ​ຢ່າງ​ສູງ​ຕໍ່​ແມ່​ນ້ຳ​ເຫຼືອງ.
 

ແມ່​ນ້ຳ​ເຫຼືອງ​ແມ່ນ​ແມ່​ນ້ຳແຫ່ງ​ມານ​ດາ​ຂອງ​ປະ​ຊາ​ຊາດ​ຈີນ, ​ມີ​ຈຸດກຳ​ເນີດ​ຈາກ​ພູ​ພຽງ​ຊິ່ງ​ໄຫ​ຕິ​ເບດ, ​ມີ​​ຄວາມຍາວ​ທັງ​ໝົດ 5464 ກິ​ໂລ​ແມັດ, ເຂດ​ລ້ອງ​ແມ່​ນ້ຳ​ມີ​​ເນື້ອ​ທີ່ເຖິງ 795000 ກິ​ໂລ​ຕາ​ແມັດ, ແມ່ນ​ແມ່​ນ້ຳ​ຍາວ​ອັນ​ດັບ​ສອງ​ຂອງ​ຈີນ ​ຖັດ​ຈາກ​ແມ່​ນ້ຳ​ຢາງ​ເຊ. ຢູ່​ເຂດ​ລ້ອງ​ແມ່​ນ້ຳ​ເຫຼືອງ​ມີ​ເຂດ​ນິ​ເວດ​ລະ​ດັບ​ຊາດ​ທີ່​ສຳ​ຄັນຫຼາຍ​ແຫ່ງ, ປະ​ລິ​ມານ​ສະ​ສົມ​ຖ່ານ​ຫີນກວມ​ຫຼາຍກວ່າ​ເຄິ່ງ​ໜຶ່ງ​ຂອງ​ທົ່ວ​ປະ​ເທດ, ມີ​​ບົດ​ບາດ​ສຳ​ຄັນ​ທີ່​ສຸດ​ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ ແລະ ຄວາມ​ປອດ​ໄພ​ດ້ານ​ນິ​ເວດ​ຂອງ​ຈີນ.
 

ຍ້ອນ​ວ່າ​ຢູ່​ເຂດ​ລ້ອງ​ແມ່ນໍ້າ​ເຫຼື​ອງມັກ​ເກີດມີ​ໄພ​ທຳ​ມະ​ຊາດ​ເລື້ອຍໆ, ​ໄດ້​ສ້າງ​ຜົນ​ກະທົບ​ຢ່າງຮ້າຍ​ແຮງ​ຕໍ່​ປະຊາຊົນ​ທີ່​ອາ​ໄສ​ຢູ່​ແຄມ​ຝັ່ງ.ຈາກ​ສະ​ໄໝ​ກ່ອນ​ລາດ​ຊະ​ວົງ​ຊິນ​ຈົນ​ຮອດ​ປີ 1949, ​ຢູ່​ລຽບ​ຕາມແມ່​ນໍ້າ​ເຫຼື​ອງ​​ໄດ້​ເກີດ​​ເຫດຝາຍ​ແຕກ1590​ເທື່ອ, ​ໄດ້​ປ່ຽນ​ແລວ​ນໍ້າ​ໄຫຼ 26 ​ເທື່ອ. ​ແມ່​ນໍ້າ​ເຫຼືອງ​ກໍ​ເຄີຍ​ມີ​ໄລຍະ​ທີ່​ມີ​ຄວາມ​ໝັ້ນ​ທ່ຽງ​ໂດຍ​ທຽບ​ຖານ, ​ແຕ່​ບໍ່​ສາມາດ​ຫຼຸ​ດພົ້ນ​ອອກ​ຈາກວັດທະ​ຈັກ​ທີ່ “ປ້ານ​ຝາຍ-ດິນ​ໄຫຼ​ມາ​ທັບ​ຖົມ​ກັນ-​ຝາຍ​ແຕກ-​ປ່ຽນ​ແລວ​ນໍ້າ​ໄຫຼ”.
 

ເດືອນ​ສິງ​ຫາ​ປີ 2019, ຢູ່​ນະ​ຄອນ​ລານ​ໂຈ່ ຍ່ານ​ເໜືອ​​ຂອງແມ່​ນ້ຳ​ເຫຼືອງ, ທ່ານ​ສີ​ຈິ້ນ​ຜິງ​ໄດ້​ກ່າວວ່າ: “ຂ້າ​ພະ​ເຈົ້າ​ເຄີຍ​ເວົ້​າ​ວ່າ ແມ່​ນ້ຳ​ຢາງ​ເຊ​ເຈັບ​ປ່ວຍ​ແລ້ວ, ທັງ​ເຈັບໜັກ. ມື້​ນີ້​ຂ້າ​ພະ​ເຈົ້າ​ຢາກ​ເວົ້າ​ວ່າ, ແຕ່​ໃດໆ​ມາ ແມ່​ນ້ຳ​ເຫຼືອງ​ກໍ​ມີ​ຄວາມ​ອ່ອນ​ແອ ແລະ ​ມັກ​ເຈັບ​ເປັນເລື້ອຍໆ, ເກີດ​ໄພ​ນ້ຳ​ຖ້ວມ​ເລື້ອຍໆ.”
 

图片默认标题_fororder_黄河生态保护高质量发展座谈会
 

ຕອນ​ບ່າຍ​ວັນ​ທີ 8 ມິ​ຖຸ​ນາ​ນີ້, ທ່ານ​ສີ​ຈິ້ນ​ຜິງ​ທີ່​ພວມ​ສຳຫຼວດກວດ​ກາ​ວຽກ​ງານ​ຢູ່​ເຂດ​ປົກ​ຄອງ​ຕົນ​ເອງ​ເຜົ່າ​ຫຸຍ​ນິງ​ເຊ້ຍ​ໄດ້​ໄປສຳຫຼວດ​ກວດ​ເບິ່ງ​ແມ່​ນ້ຳ​ເຫຼືອງ​ຕອນ​ເທ​ສະ​ບານ​ນະ​ຄອນ​ອູ​ຈົ່ງ

 

ເດືອນ​ກັນ​ຍາ​ປີ​ດຽວ​ກັນ, ທ່ານ​ສີ​ຈິ້ນ​ຜິງ​ໄດ້​ເປັນ​ປະ​ທານ​ຈັດ​ກອງ​ປະ​ຊຸມ​ສຳ​ມະ​ນາ​ກ່ຽວ​ກັບ​ການ​ອະ​ນຸ​ລັກ​ລະ​ບົບ​ນິ​ເວດ ແລະ ພັດ​ທະ​ນາ​ເຂດ​ລ້ອ​ງ​ແມ່​ນ້ຳ​ເຫຼືອງ​ດ້ວຍ​ຄຸນ​ນະ​ພາບ​ສູງ.
 

ກອງ​ປະ​ຊຸມ​ຄັ້ງ​ນີ້​ແມ່ນກອງ​ປະ​ຊຸມ​ລະ​ດັບ​ສູງ, ຜູ້​ຮັບ​ຜິ​ດ​ຊອບ​ຂອງ 9 ເຂດແຂວງ​​ໃນ​ເຂດ​ລ້ອງ​ແມ່​ນ້ຳ​ເຫຼືອງ ຜູ້​ຮັບ​ຜິ​ດ​ຊອບ​ຂອງ​ພາກ​ສ່ວນ​ທີ່​ກ່ຽວ​ຂ້ອງ​ຂັ້ນ​ສູ​ນ​ກາງ​ໄດ້​ເຂົ້າ​ຮ່ວມ. ທ່ານ​ສີ​ຈິ້ນ​ຜິງ​ໄດ້​ປະ​ກອບ​ຄຳ​ເຫັນ​ທີ່​ສຳ​ຄັນ ໂດຍ​ໄດ້​ມີ​ຂໍ້​ສະ​ເໜີ​ຢ່າງ​ຈະ​ແຈ້ງວ່າ: “ກາ​ນອ​ະ​ນຸ​ລັກ​ແມ່​ນ້ຳ​ເຫຼືອງ​ແມ່ນ​ແຜນ​ການ​​ສຳ​ຄັນຍາວ​ນານ​ທີ່​​ພົວ​ພັນ​ເຖິງ​ການ​ຟື້ນ​ຟູ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ອັນ​ຍິ່ງ​ໃຫຍ່ ແລະ ການ​ພັ​ດ​ທະ​ນາ​ແບບ​ຍືນ​ຍົງ​ຂອງ​ປະ​ຊາ​ຊາດ​ຈີນ.”

ຕັ້ງ​ແຕ່​ນັ້ນ​ມາ, ການ​ອະນຸລັກ ​ແລະ​ພັດທະນາ​ລະບົບ​ນິ​ເວດ​ໃນ​ເຂດ​ລ້ອງ​ແມ່​ນໍ້າ​ເຫຼື​ອງດ້ວຍ​ຄຸນ​ນະພາ​ບສູງ ກໍ​​ໄດ້​ກຳນົດ​ໃຫ້​ເປັນ​ຍຸດ​ທະ​ສາດ​ລະດັບ​ຊາດ​ທີ່​ສຳຄັນ​ໂດຍ​​ເທົ່າ​ທຽມ​ກັນ​ກັບ​ການ​ພັດທະນາທີ່​ມີ​ການ​ປະສານ​ສົມທົບ​ກັນ​ລະຫວ່າງ​ປັກ​ກິ່ງ ທຽນ​ສິນ ​ເຫີ​ເປີ​ຍ, ການ​ພັດທະນາ​ແລວ​ເສດຖະກິດ​ແມ່​ນໍ້າ​ຢາງ​ເຊ, ການ​ສ້າງ​ເຂດ​ອ່າວ​ໃຫຍ່​ກວາງ​ຕຸ້ງ-ຮົງ​ກົງ-​ມາ​ກາວ, ​ແລະການ​ພັດທະນາ​ເຂດ​ສາມ​ຫຼ່ຽມປາກ​ແມ່​ນໍ້າ​ຢາງ​ເຊ​​ໃຫ້​ເປັນອັນ​ໜຶ່ງ​ອັນ​ດຽວ​ກັນ.
 

 “ຈຸດ​ສຳຄັນ​ຢູ່​ກັບ​ການ​ອະ​ນຸລັກ, ຂໍ​ກຸນ​ແຈ​ຂຶ້ນ​ຢູ່​ກັບ​ການ​ປົວ​ແປງ”. ນີ້​ແມ່ນ​ຫຼັກການ​ສຳຄັນ​ທີ່​ທ່ານ​ສີ​ຈິ້ນ​ຜິ​ງກຳນົດ​ໄວ້​ເພື່ອ​ອະນຸລັກ ​ແລະ ພັດທະນາ​ເຂດ​ລ້ອງ​ແມ່​ນໍ້າ​​ເຫຼື​ອງດ້ວຍ​ຄຸນ​ນະພາ​ບສູງ. ​ໃນ​ຍຸດ​ທະ​ສາດ​ແຫ່ງ​ຊາດ​ດັ່ງກ່າວ, “ການ​ອະນຸລັກ​ລະບົບ​ນິ​ເວດ” ມີ​ຖານະ​ສູງ​ກວ່າ​ການ​ພັດທະນາ, ນີ້​ແມ່ນ​ປະຖົມ​ປັດ​ໄຈຂັ້ນ​ພື້ນຖານ, ທັງ​ແມ່ນ​ສິ່ງຮັບປະກັນ​ທີ່​ສຳຄັນ. ນີ້​ໄດ້​ສະ​ແດງ​ໃຫ້​ເຫັນ​ແນວ​ຄິດ​ຊີ້​ນຳ​ທີ່​ໃຫ້​ບຸລິມະ​ສຸດ​ແກ່​ການ​ອະນຸລັກ​ລະ​ບົບນິ​ເວດ ​ແລະ ການ​ພັດທະນາ​ແບບ​ສີຂຽວ​ທີ່ ທ່ານ​ສີ​ຈິ້ນ​ຜິ​ງກ່າວ​ເນັ້ນ​ມາ​ຫຼາຍ​ເທື່ອ, ທັງ​ສ່ອງ​ແສງ​ເຖິງ​ແນວ​ຄວາ​ມຄິດ​ທີ່​ວ່າພູ​ຂຽວ​ນໍ້າ​ໃສ​ກໍ​ແມ່ນ​ພູ​ເງິນ​ພູ​ຄຳ.
 

ທ່ານ​ສີ​ຈິ້ນ​ຜິ​ງ​ເຫັນ​ວ່າ, ລະບົບ​ນິ​ເວດ​ແມ່​ນໍ້າ​ເຫຼືອງ​ແມ່ນ​ໂຄງ​ປະກອບ​ແບບ​ກາຍ​ອິນ​ຊີ​, ການ​ປົວ​ແປງ​ແມ່​ນໍ້າ​ເຫຼືອງ​ແມ່ນ​ໂຄງການ​ທີ່​ເປັນ​ລະບົບ,  “ຕ້ອງ​ພິຈາລະນາ​ເຖິງຄວາມ​ແຕກ​ຕ່າງ​ລະຫວ່າງ​ຍ່ານ​ເໜືອ ຍ່ານ​ກາງ ​ແລະ ຍ່ານ​ໃຕ້​ຢ່າງ​ເຕັມ​ສ່ວນ” “ວາງ​ແຜນ​ພັດທະນາຍ່ານ​ເໜືອ​ຍ່ານ​ໃຕ້ຂອງ​ແມ່​ນໍ້າ ສາຍ​ຫຼັກ​​ແລະ​ສາຂາ, ທັງຝັ່ງ​ຊ້າຍ​ຝ່າຍ​ຂວາ​ໃຫ້​ເປັນ​ເອກະ​ພາບກັນ”.
 

ສຳລັບ​​ແຂວງ​ກ່ານ​ຊູ້, ທ່ານ​ສີ​ຈິ້ນ​ຜິ​ງກ່າວ​ເນັ້ນ​ວ່າ ກ່ານ​ຊູ້​ແມ່ນ​ເຂ​ດບຳລຸງ​ແຫຼ່ງນໍ້າ ​ແລະ ​ເຂດ​ຮັກສາ​ແຫຼ່ງນໍ້າ​ທີ່​ສຳຄັນ​ລຽບ​ຕາມ​ເຂດ​ລ້ອງ​ແມ່​ນໍ້າ​ເຫຼືອງ, ຕ້ອງ​ແບກ​ຫາບ​ໜ້າ​ທີ່​ສຳຄັນ​ກ່ອນ​ໝູ່​ໃນ​ການ​ປົວ​​ແປງ​ແລະ​ຟື້ນ​ຟູ​ລະບົບ​ນິ​ເວດ​ໃນ​ຍ່ານ​ເໜືອ​ແມ່​ນໍ້າ​ເຫຼືອງ ຮັກສາ​ດິນ​ແລະ​ນໍ້າ, ​ປ້ອງ​ກັນ​ແລະປັບປຸງມົນ​ລະ​ພິດ​;
 

ສຳລັບ​ແຂວງ​ເຫີ​ນານ, ທ່ານ​ສີ​ຈິ້ນ​ຜິ​ງ​ໄດ້ຮຽກຮ້ອງ​ໃຫ້​ອະນຸລັກ​ລະບົບ​ນິ​ເວດ​ລຽບ​ຕາມ​ແມ່​ນໍ້າ​ເຫຼືອງ, ຍົກ​ສູ​ງຄຸນ​ນະພາ​ບ ​ແລະ ຄວາມຍືນ​ຍົງຂອງ​ລະບົບ​ນິ​ເວດ​ທຳ​ມະ​ຊາດ.
 

ສຳລັບ​ແຂວງ​ສ້າ​ນຊີ່, ທ່ານ​ຮຽກຮ້ອງ​​ໃຫ້​ຊຸກຍູ້​ການ​ຫັນປ່ຽນ​ການບຸກ​ເບີກຫຼາຍ​ເກີນ​​ໄປ ການ​ນຳ​ໃຊ້ຫຼາຍ​ເກີນ​​ໄປ ​ເປັນ​ການ​ປົວ​ແປງ​ ​ແລະ ການ​ຟື້ນ​ຟູ​ແບບ​ທຳ​ມະ​ຊາດ, ປັບປຸງ​ຄຸນ​ນະພາ​ບຂອງ​ສິ່ງ​ແວດ​ລ້ອມ​ນິ​ເວດ​ໃນ​ເຂດ​ລ້ອງ​ແມ່​ນໍ້າ.
 

ຢູ່​ແຂວງ​ສ່າ​ນຊີ່, ທ່ານ​ສີ​ຈິ້ນ​ຜິ​ງ​ໄດ້​ໄປ​ສຳ​ຫຼວດກວດ​ເບິ່ງ​ສະພາບ​ການ​ອະນຸລັກ ​ແລະ ​ປົວ​ແປງ​ແມ່ນໍ້າ​ເຟີ​ນ​ເຫີ, ​ໂດຍ​ເນັ້ນ​ວ່າ “​ໃຫ້​ແມ່ນໍ້າ​ໃສ​ສະອາດໄຫຼ​ເຂົ້າ​ສູ່​ແມ່​ນໍ້າ​ເຫຼືອງ”; ຊຸກຍູ້​ໃຫ້​ເຂດ​​ແຄມ​ຝັ່ງ​ແມ່​ນໍ້າ​ເຫຼືອງ​ຂອງ​ແຂວງ​ສ່າ​ນຊີ່​ພັດທະນາ​ໃນ​ການ​ອະນຸລັກ, ​​ແລະ​ອະນຸລັກ​ໃນ​ການ​ພັດທະນາ.
 

ທ່ານ​ສີ​ຈິ້ນ​ຜິ​ງ​ໄປ​ສຳ​ຫຼວດກວດ​ເບິ່ງ​ແມ່​ນໍ້າ​ເຫຼື​ອງຕອນ​ນິງ​ເຊ້ຍ, ​ເປັນ​ການ​ເນັ້ນ​ໜັກ​ເຖິງ​ການ​ອະນຸລັກ​ລະບົບ​ນິ​ເວດ​ເຂດ​ລ້ອງ​ແມ່​ນໍ້າ​ເຫຼືອງ​ອີກ​ເທື່ອ​ໜຶ່ງ, ກໍ​ເປັນ​ການ​ຕິດຕາມ​ກວດກາ​ສະພາບ​ການຈັດ​ຕັ້ງ​ປະ​ບັດ​ຄວາມ​ຮຽກຮ້ອງ​ຕ່າງໆ​ໃນ​ໄລຍະ​ຜ່ານ​ມາ.
 

ການ​ກ່າວ​ເນັ້ນ​ເຖິງ​ການ​ອະນຸລັກ​ສິ່ງ​ແວດ​ລ້ອມ​ນິ​ເວດ, ບໍ່​ໝາຍ​ຄວາມ​ວ່າ​ບໍ່​ໃຫ້​ພັດທະນາ. ​ເຂດ​ລ້ອງ​ແມ່​ນໍ້າ​ເຫຼືອງ​ແມ່ນ​ກຳ​ແພງ​ນິ​ເວດ​ທີ່​ສຳຄັນ​ຂອງ​ຈີນ, ທັງ​ເປັນ​ເຂດ​ເສດຖະກິດ​ທີ່​ສຳຄັນ, ​ແມ່ນ​ພາກ​ພື້ນ​ສຳຄັນ​ທີ່​ເອົາ​ຊະນະ​ໃນ​ບັ້ນ​ລຶບລ້າງ​ຄວາມທຸກ​ຍາກ.
 

ຂໍ້​ມູນ​ສະ​ແດງ​ໃຫ້​ເຫັນ​ວ່າ, ​ໃນ​ທ້າຍ​ປີ 2018​ເຂດ​ແຂວງ​ໃນ​ເຂດ​ລ້ອງ​ແມ່​ນໍ້າ​ເຫຼືອງ​ມີ​ປະຊາກອນ 420 ລ້ານ​ຄົນ, ກວມ​ເອົາ 30,3%ຂອງ​ປະຊາກອນ​ທົ່ວ​ປະ​ເທດ; GDP ຂອງ​ພາກ​ພື້ນ​ນີ້​ມີ 23900 ຕື້ຢວນ, ກວ​ມ​ເອົາ 26,5%. ປະຈຸ​ບັນ, ລະດັບ​ການ​ພັດທະນາ​ເສດຖະກິດ​ຂອງ​ຫຼາຍ​ທ້ອງ​ຖິ່ນ​ລຽບ​ຕາມ​ແມ່​ນໍ້າ​ເຫຼືອງຍັງ​ຫຼ້າ​ຫຼັງ​ຢູ່.
 

“ຕ້ອງ​ພິຈາລະນາ​ຈາກ​ສະພາບ​ຄວາມ​ເປັນ​ຈິງ, ຢູ່​ບ່ອນ​ທີ່​ມີ​ທ່າ​ແຮງ​ທາງ​ນໍ້າ​ກໍ​ພັດທະນາ​ຕາມ​ນໍ້າ, ມີ​ທ່າ​ແຮງ​ທາງ​ພູດ​ອຍກໍ​ພັດທະນາ​ຕາມ​ພູດ​ອຍ, ມີ​ທ່າ​ແຮງ​ດ້ານ​ການ​ຜະລິດ​ທັນ​ຍາ​ຫັນ ກໍ​ພັດທະນາຂະ​ແໜງ​ການ​ທັນ​ຍາ​ຫັນ, ​ເໝາະ​ສົມ​ແກ່​ການ​ພັດທະນາ​ກະສິກຳ ກໍ​ພັດທະນາ​ກະສິກຳ,ເໝາະ​ສົມ​ແກ່​ການ​ພັດທະນາ​ອຸດສາຫະກຳ ກໍ​ພັດທະນາອຸດສາຫະກຳ, ເໝາະ​ສົມ​ແກ່​ການ​ພັດທະນາ​ການ​ຄ້າກໍ​ພັດທະນາ​ການ​ຄ້າ, ຕັ້ງໜ້າ​ຊອກ​ຫາ​ເສັ້ນທາງ​ໃໝ່​ແຫ່ງ​ການພັດທະ​ນາ​ທີ່​ມີ​ຄຸນ​ນະພາ​ບສູງ ​ແລະ ມີ​ເອກະລັກ​ພິ​ເສດ​ຂອງ​ທ້ອງ​ຖິ່ນ.” ​ໃນ​ກອງ​ປະຊຸມ​ສຳ​ມາະນາ​ກ່ຽວ​ກັບ​ການ​ອະນຸລັກ​ລະບົບ​ນິ​ເວດ ​ແລະ ພັດທະນາ​​ເຂດ​ລ້ອງ​ແມ່​ນໍ້າ​ເຫຼືອງ​ດ້ວບຄຸນ​ນະພາ​ບສູງ, ທ່ານ​ສີ​ຈິ້ນ​ຜິ​ງ​ໄດ້​ຊີ້​ແຈງ​ທິດ​ທາງ​ພັດທະນາ​ຂອງ​ເຂດ​ລ້ອງ​ແມ່​ນໍ້າ​​ເຫຼືອງ.
 

ນີ້​ກໍ​ໝາຍ​ຄວາມ​ວ່າ, ​ໃນ​​ແຜນ​​ແມ່​ບົດທີ່​ພັດທະນາ​ເຂດ​ລ້ອງ​ແມ່​ນໍ້າ​ເຫຼືອງ​ດ້ວຍ​ຄຸນ​ນະພາ​ບສູງ​ນັ້ນ, ​ເຂດ​ຕ່າງໆຕ້ອງ​ມີ​ຈຸດ​ສຸມ​ທີ່​ແຕກ​ຕ່າງ​ກັນ​ໃນ​ການ​ພັດທະນາ. ​​ເຂດ​ສະ​ຫງວນທຳ​ມະ​ຊາດ ​ແລະ ສິ່ງ​ແວດ​ລ້ອມ ກໍ​ຄວນ​ປະດິດ​ສ້າງ​ຜະລິດ​ຕະພັນ​ນິ​ເວດ​ໃຫ້​ຫຼາຍ​ກວ່າ​ເກົ່າ, ​ເຂດ​​ແຫຼ່ງຜະລິດ​ທັນ​ຍາ​ຫານ​ກໍຕ້ອງ​ຍົກ​ສູງ​ຄຸນ​ນະພາ​ບຂອງ​ຜະລິດ​ຕະພັນ​ກະສິກຳ, ​ເຂດ​ທຸກ​ຍາກ​ກໍ​ຕ້ອງ​ສຸມທຸກ​ຄວາມ​ພະຍາຍາມ​ເພື່ອ​ຮັບປະກັນ​ ​ແລະ​ປັບປຸງ​ຊີວິດ​ການ​ເປັນ​ຢູ່ຂອງ​ປະຊາຊົນ​ໃຫ້​ດີ​ຂຶ້ນ.
 

ກ່ຽວ​ກັບ​ການ​ອະນຸລັກ​ລະບົບນິ​ເວດ ​ແລະ ພັດທະນາ​ແມ່​ນໍ້າ​ເຫຼືອງ​ດ້ວຍ​ຄຸນ​ນະພາ​ບສູງ, ທ່ານ​ສີ​ຈິ້ນ​ຜິງ​ຍັງ​ໄດ້​ຍົກ​ເອົາ​ຄວາມ​ເວົ້າ​ບູ​ຮານ​ປະ​ໂຫຍກ​ໜຶ່ງ​ຂອງ​ຈີນ ຄື “​ທ່ານອີ​ສາ​ມາດ​ແກ້​ໄຂ​ບັນ​ຫາ​ນ້ຳ​ຖ້ວມ​ໄດ້, ຍ້ອນ​ເພິ່ນ​ໄດ້​ເຄົາ​ລົບ​ກົດ​ເກນ​ທຳ​ມະ​ຊາດ​ຂອງ​ນ້ຳ”, ໂດ​ຍ​ຊີ້​ອອກວ່າ, ຕ້ອງ​ເຄົາ​ລົບ​ກົດ​ເກນ, ປະ​​ຖິ້ມ​ແນວ​ຄິດ​​ຮ້ອນ​ຮົນ​ຟ້າວ​ຟັ່ງທີ່​ຕ້ອງ​ເອົາ​ຊະ​ນະ​ນ້ຳແລະ ເອົາ​ຊະ​ນະ​ທຳ​ມະ​ຊາດ.
 

ຈາກ​​ສັນ​ຊາດ​ຕະ​ຍານ​ທີ່​ຮ້ອນ​ຮົນ​ຟ້າວ​ຟັ່ງ​ທີ່ຢາກ​ເອົາ​ຊະ​ນະ​ນ້ຳ ແລະ ທຳ​ມະ​ຊາດ, ຫັນ​ມາ​ສູ່​ແນວ​ຄວາມ​ຄິດ​ທີ່​ເຄົາ​ລົ​ບ​ກົດ​ເກນ ແລະ ອະ​ນຸ​ລັກ​ທຳ​ມະ​ຊາດ, ຢູ່​ເບື້ອງຫຼັງ​​ຂອງ​ພຶດ​ຕິ​ກຳ​​ປົວ​ແປງ​ແມ່​ນ້ຳ​ເຫຼືອງ, ໄດ້​ສ່ອງ​ແສງ​​ໃຫ້​ເຫັນ​ເຖິງ​ຄວາມ​ປ່ຽນ​ແປງ​ຂອງ​​ການ​ຮັບ​ຮູ້​ຕໍ່​ທຳ​ມະ​ຊາດ​ຂອງ​ຊາວ​ຈີນ​ໃນ​ຫຼາຍ​ພັນ​ປີ​ມາ​ນີ້. ກໍ​ຍ້ອນ​ເປັນ​ແນວ​ນີ້, ທ່ານ​ສີ​ຈິ້​ນ​ຜິງ​ໄດ້​ກ່າວ​ວ່າ: “ເວົ້າ​ໃນ​ຄວາມ​ໝາຍ​ດ້ານ​ໃດ​ໜຶ່ງ​ແລ້ວ, ປະ​ຫວັດ​ສາດ​ທີ່​​ປົວ​ແປງ​ແມ່​ນ້ຳ​ເຫຼືອງ​ຂອງ​ປະ​ຊາ​ຊາດ​ຈີນ​ກໍ​ແມ່ນ​ປະ​ຫວັດ​ສາດ​ບໍ​ລິ​ຫານປະ​ເທດ.”

ຄຳ​ເຫັນ

0