ດາວໂຫຼດ App CRI-FM93 ລະບົບ IOS
ດາວໂຫຼດ App CRI-FM93 ລະບົບ Android
ທີ່ນີ້ວິທະຍຸສາກົນແຫ່ງປະເທດຈີນ! ສະບາຍດີທ່ານຜູ້ຟັງທີ່ຮັກແພງ! ຍິນດີຕ້ອນຮັບທ່ານເຂົ້າສູ່ລາຍການ “ເປີດປະຕູສູ່ເມືອງຈີນ”. ມື້ນີ້, ຜູ້ດຳເນີນລາຍການຈະເລົ່າເລື່ອງກ່ຽວກັບຊາວໜຸ່ມທີ່ສູ້ຊົນເຮັດວຽກຢູ່ແນວໜ້າເພື່ອລຶບລ້າງຄວາມທຸກຍາກໃຫ້ທ່ານໄດ້ຮູ້. ຕໍ່ໄປພວກເຮົາມາຟັງເພງກັນກ່ອນ.
ເມືອງສີເຕີແມ່ນໜຶ່ງໃນ 7 ເມືອງສຸດທ້າຍຂອງກິ່ງແຂວງປົກຄອງຕົນເອງເຜົ່າຢີລຽງຊ່ານແຂວງເສສວນທີ່ຍັງບໍ່ທັນໄດ້ຫຼຸດພົ້ນອອກຈາກຄວາມທຸກຍາກ. ຢູ່ທົ່ວເມືອງໄດ້ມີບ້ານທຸກຍາກທີ່ບໍ່ທັນໄດ້ຫຼຸດພົ້ນອອກຈາກຄວາມທຸກຍາກ 28 ບ້ານ, ໃນນີ້, ບ້ານຈົ່ງປ້າຕາແສງຫຼູຈີ່ແມ່ນບ້ານດຽວທີ່ມີປະຊາກອນທີ່ຍັງບໍ່ທັນໄດ້ຫຼຸດພົ້ນອອກຈາກຄວາມທຸກຍາກຫຼາຍກວ່າ 1 ພັນຄົນ. ເມືອງສີເຕີເປັນເມືອງລຶບລ້າງຄວາມທຸກຍາກຕາມເຂດກຳນົດສະເພາະທີ່ຢູ່ໃນຄວາມຮັບຜິດຊອບຂອງສະຖານີວິທະຍຸໂທລະພາບສູນກາງຈີນຫຼື CMG. ໃນເດືອນມີນາປີ 2020, ນາງຫຼີວຊ່າວນັກຂ່າວ CCTV ຂອງ CMG ໄດ້ຮັບການແຕ່ງຕັ້ງໃຫ້ໄປປະຈຳແລະຮັບໜ້າທີ່ຕຳແໜ່ງເປັນເລຂາພັກຜູ້ທີໜຶ່ງຂອງບ້ານຈົ່ງປ້າເມືອງສີເຕີ,ມີໄລຍະເວລາໃນຕຳແໜ່ງ 2 ປີ.
ຫວ່າງມໍ່ໆມານີ້, ໂດຍຜ່ານຈາກການສ້າງໝູ່ບ້ານໃໝ່ເຜົ່າຢີ, ການຍົກຍ້າຍຖິ່ນຖານໄປຢູ່ແຫ່ງໃໝ່ແລະວິທີອື່ນໆ, ບັນຫາເຮືອນຢູ່ທີ່ປອດໄພຖາວອນຂອງຄອບຄົວຜູ້ທຸກຍາກທີ່ໄດ້ລົງທະບຽນ 410 ຄອບຄົວຢູ່ບ້ານຈົ່ງປ້າໄດ້ຮັບການແກ້ໄຂຕາມລຳດັບ. ວັນທີ 15 ມິຖຸນານີ້, ຄອບຄົວທຸກຍາກສຸດທ້າຍ 14 ຄອບຄົວຂອງບ້ານຈົ່ງປ້າໄດ້ຍົກຍ້າຍເຂົ້າໄປຢູ່ເຮືອນໃໝ່ທີ່ທາງການຈັດສັນໃຫ້. ມື້ດັ່ງກ່າວ, ນາງຫຼີວຊ່າວແລະພະນັກງານຂອງບ້ານຄົນອື່ນໆໄດ້ຮ່ວມກັບທີມງານອາສາສະໝັກໃຫ້ບໍລິການດ້ວຍລົດແບບສະໝັກໃຈ,ເພື່ອຊ່ວຍເຫຼືອຄອບຄົວທຸກຍາກສຸດທ້າຍ 14 ຄອບຄົວຍ້າຍເຂົ້າໄປຢູ່ເຮືອນໃໝ່.
ນາງຫຼີວຊ່າວແນະນຳໃຫ້ຮູ້ວ່າ: ເພື່ອຍົກລະດັບຊີວິດການເປັນຢູ່ຂອງຄອບຄົວຜູ້ທຸກຍາກໃຫ້ສູງຂຶ້ນແລະປັບປຸງສິ່ງແວດລ້ອມເຮືອນຢູ່ໃຫ້ດີຂຶ້ນ, ເຂດຊຸມຊົນທີ່ທາງການຈັດສັນໃຫ້ຈະສ້າງໃຫ້ມີໂຮງໝໍຂະໜາດກາງ, ໂຮງຮຽນປະຖົມທີ່ສາມາດບັນຈຸນັກຮຽນໄດ້ 800 ຄົນແລະໂຮງຮຽນອະນຸບານທີ່ສາມາດບັນຈຸເດັກນ້ອຍໄດ້ 300 ຄົນ. ໃນເມື່ອກ່ອນ, ຢູ່ບ້ານຈົ່ງປ້າບໍ່ມີໂຮງຮຽນຂອງລັດ, ໃນອະນາຄົດ, ຢູ່ບ້ານແຫ່ງນີ້ຈະສ້າງຕັ້ງໂຮງຮຽນປະຖົມຂອງລັດ, ລະດັບການສອນຂອງຄູລ້ວນແຕ່ຈະໄດ້ຮັບການຍົກສູງຂຶ້ນຢ່າງຫຼວງຫຼາຍ.
ນັບແຕ່ເດືອນມີນາຫາເດືອນມິຖຸນາຂອງປີນີ້, ນາງຫຼີວຊ່າວໄດ້ເຮັດວຽກຢູ່ບ້ານຈົ່ງປ້າເປັນເວລາ 2 ເດືອນປາຍແລ້ວ. ຈາກນັກຂ່າວ CMG ກາຍເປັນເລຂາພັກປະຈຳບ້ານ, ຍ້ອນມາເຮັດວຽກຢູ່ທີ່ນີ້, ນາງມີຊື່ພາສາເຜົ່າຢີວ່າ: “ຢີ່ໂຫ້ໂກ໋ໂກ໋”, ພວກຊາວບ້ານເອີ້ນນາງຢ່າງເປັນກັນເອງວ່າ: “ເລຂາໂກ໋ໂກ໋”.
ເມື່ອເວົ້າເຖິງປະສົບການຂອງຕົນທີ່ປະຈຳການຢູ່ບ້ານດັ່ງກ່າວ, ນາງຫຼີວຊ່າວເວົ້າວ່າ: “ເມື່ອຍແຕ່ກໍ່ມ່ວນ, ເຖິງຈະລຳບາກແຕ່ກໍ່ແມ່ນໜ້າທີ່ຮັບຜິດຊອບຕ້ອງເຮັດ”. ມີຄົນຖາມຂ້ອຍວ່າການດຳລົງຊີວິດຢູ່ແຫ່ງນີ້ສະດວກບໍ່, ຂ້ອຍກໍ່ຕອບວ່າບໍ່ວ່າຈະຢູ່ໃນສະພາບການໃດກໍຕາມກໍຕ້ອງຄ່ອຍໆປັບໂຕເພື່ອໃຫ້ຊິນເຄີຍກັບຊີວິດການເປັນຢູູ່ຢູ່ໃນບ້ານນັ້ນ.ຄວາມບໍ່ສະດວກຂອງຂ້ອຍກໍເປັນຄວາມບໍ່ສະດວກຂອງຊາວບ້ານທັງຫຼາຍ. ຂ້ອຍພະຍາຍາມຊຸກຍູ້ໃຫ້ຊາວບ້ານຈຳນວນ 4.245 ຄົນໃນທົ່ວບ້ານສາມາດກ້າວໄປສູ່ຄວາມຈະເລີນຮຸ່ງເຮືອງຂອງບ້ານທີ່ແທ້ຈິງໂດຍບໍ່ກົດໜ່ວງຖ່ວງດຶງການລຶບລ້າງຄວາມທຸກຍາກຂອງລັດ.
ວັນທີ 4 ມິຖຸນານີ້, ມີຝົນຕົກໜັກຢ່າງກະທັນຫັນຢູ່ບ້ານຈົ່ງປ້າ,ແລະໄດ້ເກີດມີໄພດິນພູເຈື່ອນຂະໜາດໃຫຍ່. ໃນຂະນະທີ່ອັນຕະລາຍ, ນາງຫຼີວຊ່າວກັບບັນດາພະນັກງານຂອງບ້ານໄດ້ພາກັນຍົກຍ້າຍຊາວບ້ານຢ່າງຮີບດ່ວນ, ປະຊາຊົນ 256 ຄົນໃນ 60 ຄອບຄົວໄດ້ຖືກຍົກຍ້າຍໄປບ່ອນປອດໄພຢ່າງສຳເລັດຜົນ,ບໍ່ມີຜູ້ໃດເສຍຊີວິດຫຼືບາດເຈັບ. ເມື່ອນ້ຳພູໄຫຼຊຸທັ່ງແລະດິນເຈື່ອນ, ນາງ ຫຼີວຊ່າວແລະພະນັກງານຂອງບ້ານໄດ້ໄປແຈ້ງໃຫ້ທຸກຄອບຄົວ. ພວກເຮົາທຸກຄົນຈັບມືກັນແໜ້ນໆ, ຜູ້ໃຫຍ່ພາເດັກນ້ອຍຍ້າຍອອກໄປ,ໄວໜຸ່ມຊ່ວຍຜູ້ເຖົ້າ, ຊາວບ້ານໄດ້ຍ້າຍໄປບ່ອນປອດໄພທັງໝົດ.
ນາງ ຫຼີວຊ່າວ ໄດ້ປະສົບກັບໄພນ້ຳຊຸທັ່ງດິນພູເຈື່ອນຄັ້ງທຳອິດ, ເມື່ອຫວນຄືນຄວາມຫຼັງໃນມື້ນັ້ນນາງຍັງຮູ້ສຶກຕົກໃຈຢູ່ເລີຍ,ນາງເວົ້າວ່າ: “ເມື່ອຂ້ອຍຢັ່ງຕີນລົງນ້ຳປົນຕົມ,ຂ້ອຍຈຶ່ງຮູ້ວ່າ:ໄພນ້ຳພູຊຸທັ່ງແລະດິນພູເຈື່ອນເປັນຄືແນວໃດ. ຢູ່ໃນກະແສນ້ຳປົນຕົມມີກ້ອນຫີນໃຫຍ່ຫຼາຍກ້ອນ,ມັນໄຫຼພັດມາໃສ່ຂາຂອງຂ້ອຍຈົນເຈັບ. ຖ້າຢືນບໍ່ໄຫວ,ກໍຈະຖືກນ້ຳແກມຕົມພັດເອົາໄປ.”ໄພເທື່ອນີ້ໄດ້ເຮັດໃຫ້ເຮືອນຢູ່,ໄຮ່ນາ,ຂົວຂອງບ້ານຈົ່ງປ້າຖືກທຳລາຍໃນລະດັບທີ່ແຕກຕ່າງກັນ,ແຕ່ໂຊກດີບໍ່ມີຜູ້ໃດເສຍຊີວິດຫຼືບາດເຈັບ. ຫຼັງໄພພິບັດ,ນາງຫຼີວຊ່າວແລະພວກຊາວບ້ານໄດ້ພາກັນຟື້ນຟູສະພາບຂອງບ້ານ,ເພື່ອຫຼຸດຜົນກະທົບຈາກໄພຄັ້ງນີ້ໃຫ້ໜ້ອຍລົງຈົນເທົ່າທີ່ຈະໜ້ອຍລົງໄດ້ແລະສາມາດຟື້ນຟູຊີວິດການເປັນຢູ່ແລະການຜະລິດໃຫ້ຄືນສູ່ຄວາມເປັນປົກກະຕິ.
ເມື່ອເວົ້າເຖິງຄວາມມຸ່ງຫວັງຂອງຕົນ, ນາງຫຼີວຊ່າວເວົ້າຢ່າງກົງໄປກົງມາວ່າ: “ຫວັງວ່າຫຼັງຈາກ 2 ປີຜ່ານພົ້ນໄປແລ້ວ, ຂ້ອຍຈະສາມາດເວົ້າດ້ວຍຄວາມພາກພູມໃຈທີ່ສຸດວ່າ: ຂ້ອຍໄດ້ຍ່າງເທິງສັນພູແຕ່ລະໜ່ວຍຢູ່ທີ່ນີ້, ໄດ້ຍ່າງຜ່ານທຸກເຂດ, ຂ້ອຍຮູ້ຈັກກັບທຸກຄົນຢູ່ທີ່ນີ້,ທຸກຄອບຄົວລ້ວນແຕ່ໄດ້ມີຊີວິດການເປັນຢູ່ທີ່ດີຍ້ອນຄວາມພະຍາຍາມຂອງພວກເຮົາແລະຄວາມດຸໝັ່ນຂະຫຍັນພຽນຂອງເຂົາເຈົ້າເອງ.”
ທ່ານຜູ້ຟັງ,ທີ່ທ່ານພວມຮັບຟັງຢູ່ນີ້ແມ່ນລາຍການເປີດປະຕູສູ່ເມືອງຈີນຈາກວິທະຍຸສາກົນແຫ່ງປະເທດຈີນ CRI-FM93Mhz.
ຕໍ່ໄປຜູ້ດຳເນີນລາຍການຈະມາເວົ້າເຖິງເລື່ອງນາງສາວອີກຜູ້ໜຶ່ງທີ່ເຮັດວຽກເພື່ອລຶບລ້າງຄວາມທຸກຍາກ. ນາງຜູ້ນີ້ບໍ່ແມ່ນສະມາຊິກພັກ,ແຕ່ນາງມີຈິດໃຈທີ່ຫ້າວຫັນຄືກັນກັບສະມາຊິກພັກ,ມີຈິດໃຈກ້າແບກຫາບໜ້າທີ່ແລະຈິດໃຈອຸທິດຕົນ. ນາງແມ່ນລູກສາວດຽວແລະເປັນລູກສາວຫົວແກ້ວຫົວແຫວນຂອງພໍ່ແມ່,ແຕ່ກໍ່ແມ່ນນ້ອງສາວທີ່ພວກຊາວບ້ານໃນບ້ານຢາງກ່ວນຮັກແພງທີ່ສຸດ. ນາງບໍ່ແມ່ນຜູ້ຊາຍ,ແຕ່ພັດເປັນຜູ້ເບິ່ງແຍງຄອບຄົວພຽງຜູ້ດຽວ. ນາງຊື່ວ່າ ຫຼີວເຈີ່ນ, ແມ່ນຊາວໜຸ່ມທີ່ເຮັດວຽກຢູ່ຂະແໜງພາສີອາກອນຂອງເມືອງເວີ້ງອ່ານຍັງບໍ່ທັນຄົບ 4 ປີ. ໃນສາຍຕາຂອງເພື່ອນຮ່ວມງານ, ນາງເປັນຄົນມີນິດໄສໃຈກວ້າງມັກມ່ວນ,ມັກຊ່ວຍເຫຼືອຜູ້ອື່ນ; ໃນສາຍຕາຂອງຊາວບ້ານ, ນາງເປັນຫຼານສາວຂອງອາວແລະລຸງໃນບ້ານ, ເປັນ “ລູກຫຼານ” ທີ່ປູ່ຍ່າໃນບ້ານຮັກແພງທີ່ສຸດ,ເມື່ອໃດມີວຽກກໍໄປຫາໄດ້.
ໃນເດືອນມັງກອນປີ 2018,ນາງຫຼີວເຈີ່ນກັບເພື່ອນຮ່ວມງານພາກັນເດີນທາງໄປເຖິງບ້ານຢາງກ່ວນຕາແສງຈູ່ຈ້າງທີ່ເປັນແນວໜ້າຂອງບັ້ນລຶບລ້າງຄວາມທຸກຍາກໃນຖານະເປັນພະນັກງານປະຈຳການຢູ່ບ້ານຊຸດທີ 3 ຂອງເມືອງເວີ້ງອ່ານແຂວງກຸ້ຍໂຈ່ວ ໂດຍຮັບຜິດຊອບ 40 ຄອບຄົວ, ນາງໄດ້ເອົາໃຈໃສ່ເຮັດວຽກລຶບລ້າງຄວາມທຸກຍາກ. ພໍ່ຂອງນາງຫຼີວເຈີ່ນບໍ່ສາມາດເບິ່ງແຍງໂຕເອງໄດ້ຍ້ອນເກີດອຸບັດເຫດທາງລົດແລະສຸຂະພາບຂອງແມ່ກໍ່ບໍ່ດີປານໃດໃນຫຼາຍປີຜ່ານມາ,ນີ້ເຮັດໃຫ້ນາງມີຄວາມລຳບາກໃຈຫຼາຍມາໂດຍຕະຫຼອດ, ເຖິງວ່າຄອບຄົວຕົນມີຄວາມຫຍຸ້ງຍາກຕ່າງໆກໍ່ຕາມ, ແຕ່ນາງກໍ່ໄດ້ຕັດສິນໃຈມາຊ່ວຍປະຊາຊົນລຶບລ້າງຄວາມທຸກຍາກແລະຕະຫຼອດໄລຍະເກືອບ 2 ປີຜ່ານມາ, ນາງບໍ່ເຄີຍໄດ້ລາພັກຈັກເທື່ອ.
ນາງຫຼີວເຈີ່ນເວົ້າວ່າ: ນັບແຕ່ໄດ້ເຮັດວຽກຢູ່ໃນບ້ານເປັນຕົ້ນມາ, ໃນແຕ່ລະເທື່ອທີ່ສາມາດແກ້ໄຂບັນຫາຄວາມຫຍຸ້ງຍາກໃຫ້ຄອບຄົວຊາວບ້ານໄດ້, ຈະມີຄວາມຮູ້ສຶກວ່າຕົນເອງປະສົບຜົນສຳເລັດຫຼາຍ, ຄວາມພະຍາຍາມຂອງຕົນບໍ່ໄດ້ເສຍໄປລ້າໆ. ວຽກງານຊ່ວຍຊາວບ້ານເພື່ອລຶບລ້າງຄວາມທຸກຍາກແລະວຽກງານພົບປະຢ້ຽມຢາມກໍ່ແມ່ນຕ້ອງເອົາຄວາມຈິງໃຈຂອງຕົນເຂົ້າຫາຜູ້ອື່ນ, ບໍ່ພຽງແຕ່ຕ້ອງເກັບກຳຂໍ້ມູນແລະປັບປຸງເອກະສານຂອງຊາວບ້ານໃຫ້ສົມບູນຂຶ້ນເທົ່ານັ້ນ, ສິ່ງທີ່ສຳຄັນທີ່ສຸດແມ່ນຕ້ອງສ້າງການພົວພັນທີ່ດີກັບປະຊາຊົນ,ລົມເລື່ອງຊີວິດປະຈຳວັນກັບເຂົາເຈົ້າ,ຈຶ່ງຈະສາມາດເຂົ້າໃຈຄວາມຕ້ອງການຂອງເຂົາເຈົ້າວ່າຕ້ອງການໃຫ້ຊ່ວຍຫຍັງແດ່,ຂະນະດຽວກັນກໍ່ສາມາດເຮັດໃຫ້ວຽກງານດຳເນີນໄປໄດ້ຢ່າງສະດວກ.
ນາງຫຼີວເຈີ່ນເວົ້າວ່າ: ແຕ່ລະເທື່ອທີ່ໄປຢາມແຕ່ລະຄອບຄົວ, ກໍ່ຄືກັນກັບໄປຢາມພີ່ນ້ອງຕົນເອງ. ຍັງຈື່ໄດ້ວ່າ ໃນເວລາທີ່ຫາກໍມາເຖິງບ້ານຢາງກ່ວນໃໝ່ໆໃນສອງປີກ່ອນ, ເພາະຕົນເອງເປັນພະນັກງານມາປະຈຳບ້ານຊຸດທີ 3,ຍັງບໍ່ສາມາດເຂົ້າໃຈນະໂຍບາຍລົບລ້າງຄວາມທຸກຍາກໄດ້ຢ່າງລະອຽດ,ຈຶ່ງຕ້ອງພະຍາຍາມຮຽນຮູ້, ຖ້າບໍ່ດັ່ງນັ້ນກໍ່ຈະບໍ່ສາມາດໂຄສະນາແນວທາງນະໂຍບາຍຕໍ່ປະຊາຊົນໄດ້, ບໍ່ເຂົ້າໃຈນະໂຍບາຍກໍບໍ່ສາມາດໃຊ້ມາດຕະການທີ່ຖືກຕ້ອງແລະແມ່ນຢຳເພື່ອໃຫ້ສອດຄ່ອງກັບຄວາມຕ້ອງການຂອງປະຊາຊົນຜູ້ທຸກຍາກໄດ້. ພາຍໃຕ້ການຊ່ວຍເຫຼືອຈາກຫົວໜ້າທີມງານປະຈຳບ້ານແລະບັນດາພະນັກງານ, ນາງຫຼີວເຈີ່ນໄດ້ສຸມຄວາມພະຍາຍາມຮ່ຳຮຽນໃຫ້ໄວຂຶ້ນ,ເຂົ້າໃຈຕໍ່ເນື້ອໃນທຸກດ້ານຂອງນະໂຍບາຍໄດ້ຢ່າງເຖິງຖອງ.
ຈາກການເລີ່ມຕົ້ນ ມື້ໜຶ່ງໄປຢາມ 3 ຄອບຄົວຫາມື້ໜຶ່ງໄປຢາມ 4 ຄອບຄົວແລະ 5 ຄອບຄົວເປັນຕົ້ນ, ນາງຫຼີວເຈີ່ນໄດ້ເອົາບັນຫາຄວາມຫຍຸ້ງຍາກດ້ານຊີວິດການເປັນຢູ່ຂອງບັນດາຊາວບ້ານເປັນຈຸດເລີ່ມຕົ້ນຂອງວຽກງານ, ໄດ້ໄປຢາມຄອບຄົວຂອງຊາວບ້ານທັງໝົດ 40 ຄອບຄົວທີ່ຢູ່ໃນຄວາມຮັບຜິດຊອບຂອງທີມງານຕົນ, ອີກແລ້ວອີກຕື່ມ,ເຮັດວຽກນີ້ໄປຕະຫຼອດເພື່ອຊອກຮູ້ສະພາບການໃໝ່ໃນທຸກເວລາ. ຄອບຄົວໃດມີຄວາມຕ້ອງການຫຍັງແລະຕ້ອງການຊ່ວຍເຫຼືອດ້ານໃດ, ນາງກໍຮູ້ຈິດໃຈຂອງເຂົາເຈົ້າເປັນຢ່າງດີ.
ຢູ່ໃນບ້ານ, ມີຜູ້ເຖົ້າທີ່ມີອາຍຸ 70 ກວ່າປີຜູ້ໜຶ່ງຊື່ວ່າຢຽນໂກ໋ເຟີ້ງ, ລູກແລະລູກໃພ້ຂອງເພິ່ນເຮັດວຽກຢູ່ຕ່າງແຂວງຕະຫຼອດປີ,ແຕ່ລະເທື່ອທີ່ໄປຢາມເພິ່ນ, ເພິ່ນກໍ່ຢູ່ເຮືອນຄົນດຽວ, ນາງຫຼີວເຈີ່ນລົມກັບເພິ່ນເລື້ອຍໆ , ຍ້ອນອາຍຸແກ່ແລ້ວເມື່ອເພິ່ນເວົ້າເລື່ອງຫຍັງເພິ່ນກໍເວົ້າບໍ່ຄ່ອຍແຈ້ງແລະຟັງກໍບໍ່ຄ່ອຍໄດ້ຍິນຄັກ,ແຕ່ລະເທື່ອນາງຫຼີວເຈີ່ນກໍຈະຕັ້ງໃຈຟັງຢ່າງລະອຽດ,ບັນທຶກສະພາບຂອງຜູ້ເຖົ້າໃຫ້ຄົບຖ້ວນ,ເພື່ອແກ້ໄຂຄວາມຕ້ອງການຂອງເພິ່ນຕາມບັນທຶກທີ່ຈົດໄວ້.
ແມ່ເຖົ້າຢຽນໂກ໋ເຟີ້ງໄດ້ຖືນາງສາວຫຼີວເຈີ່ນເປັນຫຼານຂອງຕົນ, ເມື່ອເຫັນນາງໄປຢາມບ້ານ,ເພິ່ນກໍຈະພາລາວໄປນັ່ງລົມກັນຢູ່ໃນເຮືອນຕົນ,ມີຄວາມສະໜິດສະໜົມກັນຫຼາຍ. “ຍັງຈື່ໄດ້ວ່າໃນໄລຍະຂອງການແຜ່ລະບາດຂອງພະຍາດໂຄວິດ-19, ນາງຫຼີວເຈີ່ນກັບທີມງານຂອງຕົນໄດ້ພາກັນໄປໂຄສະນາຄວາມຮູ້ກ່ຽວກັບການປ້ອງກັນແລະຄວບຄຸມພະຍາດໂຄວິດ-19 ຢູ່ໃນບ້ານ,ເນື່ອງຈາກສະພາບພະຍາດໂຄວິດ-19, ແມ່ເຖົ້າຢຽນໂກ໋ເຟີ້ງບໍ່ໄດ້ພົບເຫັນນາງສາວຫຼີວເຈີ່ນມາໄດ້ຫຼາຍອາທິດແລ້ວ, ເມື່ອພໍ້ກັນກໍຂ້ຽວມາຈັບມືຂອງລາວທັງທັກທາຍສະບາຍດີກັນ,ເມື່ອສັງເກດເຫັນວ່າມືຂອງນາງເຢັນກໍເອົາມືອຸ່ນຂອງຕົນຈັບມືລາວໄວ້ໃຫ້ອຸ່ນ.”ທ້າວໂຈ່ວໂຢງເຫີງຫົວໜ້າທີມງານປະຈຳບ້ານຢາງກ່ວນຂອງຕາແສງຈູ່ຈ້າງເວົ້າດ້ວຍຄວາມພາກພູມໃຈວ່າ: “ຊາວບ້ານເອົາໃຈໃສ່ເຈົ້າແນວນີ້ກໍສະແດງວ່າເຈົ້າເຮັດວຽກໄດ້ດີຫຼາຍແລະສຸຂຸມຮອບຄອບ.”
ວັນທີ 28 ພຶດສະພາປີນີ້, ອີງຕາມການສັບຊ້ອນວຽກງານ “ການເຄື່ອນໄຫວ 100 ວັນ” ກ່ຽວກັບການເຄື່ອນໄຫວລຶບລ້າງຄວາມທຸກຍາກຂອງເມືອງເວີ້ງອ່ານ, ນາງຫຼີວເຈີ່ນໄດ້ປະຕິບັດວຽກງານຄືທີ່ໄດ້ເຮັດຜ່ານມາ,ຮ່ວມກັບໝູ່ເພື່ອນໃນທີມງານໄປຢາມຄອບຄົວຕ່າງໆໃນບ້ານ,ເມື່ອໄປຮອດເຮືອນຊົ້ງຊ່າງຊູ່ທີ່ໜ່ວຍຊີ່ວປ້າບ້ານຢາງກ່ວນ,ພໍແຕ່ເຂົ້າໄປໃນເຮືອນກໍເຫັນທ້າວຊົ້ງຊ່າງຊູ່ໂລດ, ເຈົ້າຂອງເຮືອນໄດ້ຕ້ອນຮັບເຂົາເຈົ້າຢ່າງອົບອຸ່ນດ້ວຍນ້ຳຊາ. ທ້າວຊົ້ງຊ່າງຊູ່ເວົ້າວ່າ: ຕອນນັ້ນ ເຮືອນຂອງຄອບຄົວເຮົາເກົ່າຫຼາຍ,ແຕ່ຫຼັງຈາກນາງຫຼີວເຈີ່ນແລະທີມງານປະຈຳບ້ານມາສຳຫຼວດເກັບກຳຂໍ້ມູນແລ້ວ,ທາງລັດກໍ່ໄດ້ຊ່ວຍສ້ອມແປງໃຫ້ດີຂຶ້ນ. ວຽກງານຂອງນາງທີ່ເອົາຄວາມຈິງໃຈຂອງຕົນເຂົ້າຫາຜູ້ອື່ນໄດ້ຮັບຄວາມຮັກແພງແລະການຕອບແທນທີ່ອົບອຸ່ນຈາກພວກຊາວບ້ານ. ໃນເວລາທີ່ເຮັດວຽກເພື່ອລຶບລ້າງຄວາທຸກຍາກໄດ້ດີ,ນາງກໍ່ໄດ້ເຮັດວຽກພາສີອາກອນຂອງຕົນໄດ້ດີເຊັ່ນກັນ.
ນາງ ຫຼີວເຈີ່ນ ເວົ້າຢ່າງເດັດດ່ຽວວ່າ: ປັດຈຸບັນ, ການສ້າງຄອບຄົວຕ່າງໆໃນບ້ານໃຫ້ດີ,ແມ່ນຄວາມມຸ່ງຫວັງແລະເປົ້າໝາຍຂອງຂ້ອຍໃນປັດຈຸບັນ. ເຖິງວ່າຂ້ອຍບໍ່ແມ່ນສະມາຊິກພັກກໍຕາມ, ແຕ່ຂ້ອຍຈະພະຍາຍາມເຮັດວຽກໃຫ້ຖືກກັບມາດຖານຂອງສະມາຊິກພັກ,ມີຈິດໃຈທີ່ຫ້າວຫັນແລະສະແຫວງຫາຄວາມກ້າວໜ້າຄືກັນກັບສະມາຊິກພັກ, ມີຈິດໃຈທີ່ກ້າແບກຫາບໜ້າທີ່ແລະອຸທິດຕົນເຂົ້າໃນວຽກງານ.
ທ່ານຜູ້ຟັງ,ທີ່ທ່ານພວມຮັບຟັງຢູ່ນີ້ແມ່ນລາຍການເປີດປະຕູສູ່ເມືອງຈີນຈາກວິທະຍຸສາກົນແຫ່ງປະເທດຈີນ CRI-FM93Mhz.
“ເຫັດຫູໜູທີ່ນ້ອຍໆ,ແຕ່ກັບເປັນອຸດສາຫະກຳໃຫຍ່”. ວັນທີ 20 ຫາວັນທີ 23 ເມສາປີນີ້, ທ່ານເລຂາທິການໃຫຍ່ສີຈິ້ນຜິງໄດ້ໄປສຳຫຼວດກວດກາວຽກງານຢູ່ແຂວງສານຊີ່, ໂດຍໄດ້ເດີນທາງໄປເຖິງນະຄອນຊ່າງໂລ້, ນະຄອນອ່ານຄ່າງ,ນະຄອນຊີ່ອ່ານແລະແຫ່ງອື່ນໆ, ເພື່ອຊອກຮູ້ສະພາບກ່ຽວກັບການອະນຸລັກສິ່ງແວດລ້ອມນິເວດ, ການລຶບລ້າງຄວາມທຸກຍາກ,ການຟື້ນຟູການຜະລິດແລະການເຮັດວຽກແລະອື່ນໆ,ພ້ອມທັງໄດ້ກ່າວຄຳປາໄສທີ່ສຳຄັນ. ໃນໄລຍະສຳຫຼວດກວດກາວຽກງານ, ທ່ານໄດ້ເດີນທາງໄປເຖິງບ້ານຈິ່ນໝີ້ຕາແສງສ້ຽວຫຼີ້ງເມືອງຈ້າສຸຍນະຄອນຊ່າງໂລ້ທາງພາກໃຕ້ແຂວງສານຊີ່ແລະໄດ້ຍ້ອງຍໍອຸດສາຫະກຳເຫັດຫູໜູທີ່ໄດ້ພັດທະນາເປັນອຸດສາຫະກຳໃຫຍ່. ການຕີລາຄາສູງຂອງທ່ານດ້ວຍໂຕໜັງສື 6 ໂຕດັ່ງກ່າວໄດ້ກາຍເປັນຄຳທີ່ນິຍົມກັນໃນຂອບເຂດທົ່ວປະເທດຢ່າງວ່ອງໄວ.
ຫຼັງຈາກນັ້ນ 1 ເດືອນ, ບ້ານຈິ່ນໝີ້ໄດ້ມີແຂກພິເສດຊຸດທຳອິດມາຢາມເຂົາເຈົ້າໂດຍໄດ້ນຳເອົາອຸປະກອນຄົ້ນຄວ້າດິນ, ເຄື່ອງວັດແທກທີ່ຄວບຄຸມຈາກໄລຍະໄກແລະອື່ນໆ. ເພື່ອລົງເລິກຮຽນຮູ້ແລະຜັນຂະຫຍາຍເນື້ອໃນຈິດໃຈຄຳປາໄສທີ່ສຳຄັນຂອງທ່ານເລຂາທິການໃຫຍ່ສີຈິ້ນຜິງໃນເວລາທ່ານໄປສຳຫຼວດກວດກາວຽກງານຢູ່ແຂວງສານຊີ່, ເພື່ອເສີມຂະຫຍາຍບົດບາດທີ່ຕັ້ງໜ້າໃນການພັດທະນາທີ່ມີຄຸນນະພາບສູງແລະການອະນຸລັກສິ່ງແວດລ້ອມນິເວດຢູ່ຕີນພູສີງຫຼີ້ີງແລະສະໜັບສະໜູນການພັດທະນາເສດຖະກິດສັງຄົມຢູ່ທ້ອງຖິ່ນ, ຫວ່າງມໍ່ໆມານີ້, ຄະນະຊາວໜຸ່ມກອມມູນິດຈີນຂອງສູນສຳຫຼວດຄົ້ນຄວ້າທໍລະນີສາດນະຄອນຊີ່ອ່ານກົມສຳຫຼວດຄົ້ນຄວ້າທໍລະນີສາດກະຊວງຊັບພະຍາກອນທຳມະຊາດຈີນໄດ້ຈັດກິດຈະກຳໃນຫົວຂໍ້ “ຮ່ຳຮຽນແລະຜັນຂະຫຍາຍເນື້ອໃນຈິດໃຈຄຳປາໄສທີ່ສຳຄັນຂອງທ່ານເລຂາທິການໃຫຍ່ສີຈິ້ນຜິງໃນເວລາທ່ານໄປສຳຫຼວດກວດກາວຽກງານຢູ່ແຂວງສານຊີ່”, ເພື່ອໃຫ້ພະນັກງານໄວໜຸ່ມຜູ້ດີເດັ່ນຂອງສູນດັ່ງກ່າວຮ່ຳຮຽນ,ແລະສຳຫຼວດຄົ້ນຄວ້າຢູ່ບ້ານຈິ່ນໝີ້ເມືອງຈ້າສຸຍແຂວງສານຊີ່.
ຊາວໜຸ່ມເຫຼົ່ານີ້ເຕັມໄປດ້ວຍຄວາມຫ້າວຫັນແລະຄວາມມັກໃນວຽກງານທໍລະນີສາດ, ເຂົາເຈົ້າບໍ່ໄດ້ເຮັດແຕ່ບົດລາຍງານການປະຕິບັດວຽກງານຂອງຕົນເທົ່ານັ້ນ,ຫາກຍັງໄດ້ດຳເນີນການສຳຫຼວດຄົ້ນຄວ້າບ້ານຈິ່ນໝີ້ຢ່າງເຖິງຖອງດ້ວຍວິຊາການຂອງຕົນ. ພວກເຂົາເຈົ້າໄດ້ໄປສຳຫຼວດກວດກາຢູ່ຕາມທົ່ງໄຮ່ທົ່ງນາ, ຈຸດຫຼໍ່ແຫຼມທີ່ມັກເກີດໄພທໍລະນີສາດ, ເຂດອ້ອມບ້ານ, ເພື່ອຄິດຄົ້ນຫາຊ່ອງທາງເພື່ອສະໜັບສະໜູນການອະນຸລັກສິ່ງແວດລ້ອມນິເວດແລະການພັດທະນາທີ່ມີຄຸນນະພາບສູງຢູ່ຕີນພູສີງຫຼີ້ງໂດຍຜ່ານການກະທຳຕົວຈິງ.
ບັນຫາທີ່ພະນັກງານໄວໜຸ່ມເຫຼົ່ານີ້ຄິດມາໂດຍຕະຫຼອດແມ່ນ “ຈະເຮັດແນວໃດຈຶ່ງຈະສາມາດປະກອບສ່ວນເຂົ້າໃນການຊຸກຍູ້ການພັດທະນາເສດຖະກິດທ້ອງຖິ່ນ.”ຄຽງຄູ່ກັບການສຳຫຼວດຄົ້ນຄວ້າໄດ້ຄືບໜ້າຢ່າງບໍ່ຢຸດຢັ້ງ, ເຂົາເຈົ້າໄດ້ສັງເກດເຫັນວ່າ: ຄວາມຕ້ອງການຂອງອຳນາດການປົກຄອງທ້ອງຖິ່ນຕໍ່ວຽກງານສຳຫຼວດຄົ້ນຄວ້າທໍລະນີສາດເພື່ອຊ່ວຍສະໜັບສະໜູນ ການພັດທະນາເສດຖະກິດ, ສະໜັບສະໜູນການສ້າງຄວາມສີວິໄລທາງລະບົບນິເວດແລະວຽກງານຂອງສູນຄຸ້ມຄອງຊັບພະຍາກອນທຳມະຊາດແມ່ນມີຄວາມຮີບດ່ວນຫຼາຍ, ໂດຍສະເພາະແມ່ນການສຳຫຼວດໄພພິບັດທາງທໍລະນີສາດ,ການຟື້ນຟູສິ່ງແວດລ້ອມນິເວດຕາມເຂດບໍ່ແຮ່ຄືນໃໝ່, ການສ້າງບ້ານວັດທະນະທຳທໍລະນີສາດແລະການວາງແຜນນຳໃຊ້ທີ່ດິນແລະວຽກງານດ້ານອື່ນໆ,ອາດຈະກາຍເປັນຈຸດສຸມສຳຄັນທີ່ເຮັດໃຫ້ຕ່ອງໂສ້ອຸດສາຫະກຳເຫັດຫູໜູມີຊີວິດຊີວາຂຶ້ນ.
ທ່ານເລຂາທິການໃຫຍ່ສີຈິ້ນຜິງເຄີຍໄດ້ກ່າວວ່າ: “ຕ້ອງເອົາໃຈໃສ່ວຽກງານຊາວໜຸ່ມໃນປັດຈຸບັນ, ຄວນສືບທອດຈາກກົກເຄົ້າ, ຫັນໜ້າສູ່ອະນາຄົດ,ເຊິ່ງມີສ່ວນພົວພັນກັບອະນາຄົດແລະຊາຕາກຳຂອງພັກແລະລັດ.”ຕ້ອງພິຈາລະນາຢ່າງຕັ້ງໜ້າວ່າຈະເຮັດແນວໃດຈຶ່ງຈະສາມາດເຮັດໃຫ້ຊາວໜຸ່ມທັງຫຼາຍກຳແໜ້ນແນວທາງຂອງພັກ,ເຫັນດີນຳຫຼັກໝັ້ນຂອງພັກ,ສຳຜັດໄດ້ເຖິງຄວາມເອົາໃຈໃສ່ຂອງພັກ,ປະຕິບັດຕາມຄວາມຕ້ອງການຂອງພັກ, ຄວນເຕົ້າໂຮມໄວໜຸ່ມ, ເຕົ້າໂຮມກຳລັງໄວໜຸ່ມ, ໃຫ້ໄດ້ຮັບການສະໜັບສະໜູນຈາກໄວໜຸ່ມ; ໃນຂະນະດຽວກັນ, ກໍຕ້ອງຫັນຄວາມເຊື່ອໝັ້ນທີ່ເດັດດ່ຽວໜຽວແໜ້ນແລະຈິດໃຈສູ້ຊົນທີ່ດຸໝັ່ນຂະຫຍັນພຽນຂອງຊາວໜຸ່ມເປັນການກະທຳຕົວຈິງໃນການສ້າງສາປະເທດຊາດ,ເພື່ອເສີມຂະຫຍາຍບົດບາດຂອງບຸກຄະລາກອນໄວໜຸ່ມໃຫ້ເປັນກອງກຳລັງທີ່ເຂັ້ມແຂງ.
ທີ່ນີ້ວິທະຍຸສາກົນແຫ່ງປະເທດຈີນ! ທ່ານຜູ້ຟັງທີ່ຮັກແພງ, ລາຍການມື້ນີ້ຂໍສິ້ນສຸດລົງທໍ່ນີ້. ຍິນດີຕ້ອນຮັບທ່ານຕິດຕາມຮັບຟັງລາຍການຂອງພວກເຮົາແລະສາມາດປະກອບຄວາມຄິດຄວາມເຫັນຂອງທ່ານກ່ຽວກັບໄວໜຸ່ມລຸ້ນໃໝ່ທີ່ປະກອບສ່ວນໃນວຽກງານລຶບລ້າງຄວາມທຸກຍາກ. ໂດຍສາມາດຕິດຕໍ່ຫາພວກເຮົາໄດ້ໃນຊ່ອງທາງເວັບໄຊຄື: laos.cri.cn, ຫຼືຕິດຕາມ FB ຂອງພວກເຮົາຄື: CRI-FM93, ທ່ານຍັງສາມາດສົ່ງ E-mail ເຖິງພວກເຮົາຕາມທີ່ຢູ່ laos@cri.com.cn, ຂອບໃຈທີ່ທ່ານໃຫ້ຄວາມສົນໃຈຮັບຟັງລາຍການຂອງພວກເຮົາ, ພົບກັນໃໝ່ໃນອາທິດໜ້າ, ສະບາຍດີ!
ຄຳເຫັນ
0