ປີ 2020, ພະຍາດໂຄວິດ-19ໄດ້ເກີດມີການແຜ່ລະບາດຢ່າງຮຸນແຮງ, ພາຍໃຕ້ຜົນກະທົບຈາກພະຍາດໂຄວິດ-19, ທົ່ວໂລກກຳລັງເກີດມີການປ່ຽນແປງຢ່າງເລິກເຊິ່ງ ໂດຍໄດ້ຜະເຊີນກັບປັດໄຈທີ່ບໍ່ແນ່ນອນແລະບໍ່ໝັ້ນທ່ຽງຫຼາຍກວ່າເກົ່າ.
6 ເດືອນຕົ້ນປີ2020ນີ້, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ກ່າວຄຳປາໄສໃນກອງປະຊຸມສາກົນສຳຄັນ 3 ຄັ້ງຜ່ານທາງວິດີໂອ, ສົ່ງຈົດໝາຍ ແລະ ຕອບຈົດໝາຍເຖິງບຸກຄົນທັງພາຍໃນແລະຕ່າງປະເທດ 20 ກວ່າເທື່ອ, ໄດ້ສົນທະນາຜ່ານທາງໂທລະສັບກັບບຸກຄົນສຳຄັນທາງການເມືອງຂອງຕ່າງປະເທດແລະຜູ້ຮັບຜິດຊອບອົງການຈັດຕັ້ງສາກົນກ່ຽວກັບການປ້ອງກັນແລະຄວບຄຸມພະຍາດແລະບັນຫາອື່ນໆ 60 ເທື່ອ… ເພື່ອແບ່ງປັນບົດຮຽນໃນການຕ້ານກັບພະຍາດກັບບັນດາຝ່າຍ, ສົ່ງເສີມຄວາມສາມັກຄີແລະ ການຮ່ວມມືກັນເພື່ອຊຸກຍູ້ແລະຟື້ນຟູເສດຖະກິດໂລກ, ຊຸກຍູ້ການສ້າງປະຊາຄົມຮ່ວມສາທາລະນະສຸກຂອງມວນມະນຸດເປັນຕົ້ນ. ຜ່ານຈາກການເຄື່ອນໄຫວວຽກງານການຕ່າງປະເທດທາງອິນເຕີເນັດເຫຼົ່ານີ້, ທ່ານສີຈິ້ນຜິງໄດ້ນຳພາຈີນໃຫ້ກາຍເປັນກຳລັງແຮງສຳຄັນໃນການຕ້ານພະຍາດຂອງໂລກ ແລະເປັນກຳລັງຫຼັກແຫຼ່ງໃນການຮັກສາຄວາມໝັ້ນຄົງແລະການພັດທະນາຂອງໂລກ.
ການເຄື່ອນໄຫວຂອງຈີນ: ການແລກປ່ຽນແລະການແບ່ງປັນ
ໃນສະພາບພະຍາດໂຄວິດ-19ຄັ້ງນີ້, ທ່ານສີຈິ້ນຜິງໄດ້ເນັ້ນໜັກຈຸດຢືນຂອງຈີນ ຕະຫຼອດມາວ່າ: ການແລກປ່ຽນແລະແບ່ງປັນຂໍ້ມູນຂ່າວສານກັບບັນດາປະເທດຢ່າງເປີດເຜີຍ,ໂປ່ງໃສແລະມີຄວາມຮັບຜິດຊອບ. ໃນຂະນະທີ່ປົກປ້ອງຄວາມປອດໄພດ້ານຊີວິດແລະສຸຂະພາບຮ່າງກາຍຂອງປະຊາຊົນພາຍໃນປະເທດຕົນນັ້ນ, ຈີນໄດ້ແບ່ງປັນບົດຮຽນກັບບັນດາຝ່າຍໃນດ້ານການປ້ອງກັນແລະຄວບຄຸມພະຍາດກໍຄືການປິ່ນປົວຄົນເຈັບໂດຍບໍ່ມີຫຍັງປິດອຳມາໂດຍຕະຫຼອດ, ໄດ້ພະຍາຍາມຈົນສຸດຄວາມສາມາດຂອງຕົນເພື່ອໃຫ້ການສະໜັບສະໜູນແລະຊ່ວຍເຫຼືອປະເທດທີ່ມີຄວາມຕ້ອງການການຊ່ວຍເຫຼືອ.
ວັນທີ 17 ມີນາປີນີ້, ທ່ານເຕໂດຼສ ຜູ້ອຳນວຍການໃຫຍ່ອົງການອະນາໄມໂລກໄດ້ສົ່ງຈົດໝາຍເຖິງທ່ານສີຈິ້ນຜິງ ໂດຍກ່າວວ່າ: ພາຍໃຕ້ການນຳພາທີ່ໂດດເດັ່ນຂອງທ່ານສີຈິ້ນຜິງ, ຈີນໄດ້ສຸມຄວາມພະຍາຍາມຢ່າງມະຫາສານເຂົ້າໃນການຕ້ານກັບພະຍາດໂຄວິດ-19.
ທັດສະນະຂອງຈີນ: ສາມັກຄີ ແລະຮ່ວມມືກັນ
ເຊື້ອພະຍາດບໍ່ມີພົມແດນ, ບໍ່ມີປະເທດໃດສາມາດຢູ່ລອດໄດ້ດ້ວຍຕົນເອງຜູ້ດຽວເມື່ອປະເຊີນໜ້າກັບການແຜ່ລະບາດຂອງພະຍາດ. ມີແຕ່ຄວາມສາມັກຄີຮ່ວມແຮງຮ່ວມໃຈກັນ, ຈຶ່ງຈະສາມາດເອົາຊະນະພະຍາດ, ສາມາດຮັກສາຄວາມໝັ້ນທ່ຽງດ້ານເສດຖະກິດ ແລະຟື້ນຟູຄວາມເປັນລະບຽບຮຽບຮ້ອຍໄດ້.
ເມື່ອຫວນຄືນເຖິງຄວາມເຫັນຂອງທ່ານສີຈິ້ນຜິງໃນກອງປະຊຸມສາກົນ 3 ຄັ້ງຜ່ານມາ ຄື:ກອງປະຊຸມສຸດຍອດສະໄໝພິເສດຂອງG20, ພິທີເປີດກອງປະຊຸມອະນາໄມໂລກຄັ້ງທີ 73ທາງວີດີໂອ ແລະ ກອງປະຊຸມສຸດຍອດສະໄໝພິເສດຈີນ-ອາຟຣິກາກ່ຽວກັບຄວາມສາມັກຄີຕ້ານກັບພະຍາດ, ເຊິ່ງຈະໄດ້ເຫັນແນວຄວາມຄິດທີ່ສາມັກຄີ ແລະຮ່ວມມືກັນຢ່າງສະເໝີຕົ້ນສະເໝີປາຍ, ເຊິ່ງໄດ້ສະແດງໃຫ້ຊາວໂລກໄດ້ເຫັນເຖິງກຳລັງແຮງຂອງຄວາມສາມັກຄີ,ມິດຕະພາບ ແລະການຮ່ວມມື.
ຂໍ້ລິເລີ່ມຂອງຈີນ: ຮ່ວມມືຢ່າງຕິດແທດຕົວຈິງ
ທ່ານປະທານສີຈິ້ນຜິງເຄີຍຮຽກຮ້ອງມາຫຼາຍເທື່ອໃຫ້ຝ່າຍຕ່າງໆດຳເນີນການຮ່ວມມືກັນຢ່າງຕິດແທດຕົວຈິງ, ປ້ອງກັນບໍ່ໃຫ້ເສດຖະກິດຊຸດໂຊມລົງ.
ໃນຖານະເປັນກຸ່ມເສດຖະກິດໃຫຍ່ອັນດັບ2ຂອງໂລກ, ທ່ານສີຈິ້ນຜິງກ່າວວ່າ: ຈີນຈະສືບຕໍ່ປະຕິບັດນະໂຍບາຍການເງິນທີ່ຕັ້ງໜ້າ ແລະນະໂຍບາຍເງິນຕາທີ່ໝັ້ນທ່ຽງ, ລົງເລິກການປະຕິຮູບ ແລະ ເປີດປະຕູສູ່ພາຍນອກຢ່າງເດັດດ່ຽວໜຽວ ແໜ້ນ, ປະກອບສ່ວນເຂົ້າໃນການຮັກສາຄວາມໝັ້ນທ່ຽງດ້ານເສດຖະກິດຂອງໂລກ.
ຈຸດຢືນຂອງຈີນ: ລັດທິຫຼາຍຝ່າຍ
ບໍ່ວ່າສະຖານະການສາກົນຈະມີການປ່ຽນແປງໄປຄືແນວໃດ, ຈີນກໍຈະຍຶດໝັ້ນໃນຈຸດຢືນລັດທິຫຼາຍຝ່າຍ, ຍຶດໝັ້ນໃນທັດສະນະບໍລິຫານໂລກທີ່ປຶກສາຫາລືຮ່ວມກັນ, ສ້າງສາຮ່ວມກັນ ແລະ ຊົມໃຊ້ຮ່ວມກັນ.
ທ່ານສີຈິ້ນຜິງກ່າວວ່າ: “ຈີນໄດ້ຍ້ອງຍໍຊົມເຊີຍສະຫະພາບເອີຣົບທີ່ຍຶດໝັ້ນໃນການປົກປ້ອງລັດທິຫຼາຍຝ່າຍ, ເຂົ້າຮ່ວມການຮ່ວມມືສາກົນໃນການຕ້ານກັບພະຍາດ, ເພີ່ມເງິນອຸດໜູນໃຫ້ກັບອົງການອະນາໄມໂລກ ແລະ ອົງການຈັດຕັ້ງສາກົນອື່ນໆ, ຈີນ ຍິນດີຮ່ວມກັບເອີຣົບເພື່ອເພີ່ມທະວີການປະສາງານ ແລະ ການຮ່ວມມືກ່ຽວກັບບັນຫາສຳຄັນໃນສາກົນກໍຄືພາກພື້ນ, ເພີ່ມທະວີການສົນທະນາແລະການຮ່ວມມືດ້ານການບໍລິຫານດ້ານສາທາລະນະສຸກຂອງໂລກ, ຊຸກຍູ້ການສ້າງປະຊາຄົມຮ່ວມສາທາລະນະສຸກຂອງມວນມະນຸດ.”
ຄວາມຮັບຜິດຊອບຂອງຈີນ: ຮ່ວມຊາຕາກຳ
ໃນການເຄື່ອນໄຫວສາກົນຂອງທ່ານປະທານສີຈິ້ນຜິງໃນ 6 ເດືອນຕົ້ນປີ 2020, ທ່ານໄດ້ກ່າວເນັ້ນໜັກເຖິງ “ການສ້າງປະຊາຄົມຮ່ວມຊາຕາກຳຂອງມວນ ມະນຸດ” ຫຼາຍເທື່ອ ເຊິ່ງໄດ້ຮັບຄວາມຍ້ອງຍໍຊົມເຊີຍຈາກປະຊາຄົມໂລກຢ່າງ ກວ້າງຂວາງ.
“ຈີນຈະຍຶດໝັ້ນໃນທັດສະນະປະຊາຄົມຮ່ວມຊາຕາກຳຂອງມວນມະນຸດຢ່າງສະເໝີຕົ້ນສະເໝີປາຍ” ນີ້ຄືຫຼັກໝັ້ນທີ່ທ່ານສີຈິ້ນຜິງໄດ້ກ່າວມາຕະຫຼອດໃນການປຶກສາຫາລືແລະ ແລກປ່ຽນຄວາມຄິດເຫັນກັບບຸກຄົນສຳຄັນທາງການເມືອງຂອງຕ່າງປະເທດແລະຜູ້ຮັບຜິດຊອບອົງການຈັດຕັ້ງສາກົນ. ໃນ 6 ເດືອນມານີ້, ຈີນໄດ້ຕັ້ງໜ້າເຂົ້າຮ່ວມການຮ່ວມມືສາກົນໃນ ການຕ້ານກັບພະຍາດ, ໄດ້ໃຫ້ການຊ່ວຍເຫຼືອຕາມຄວາມສາມາດ ຂອງຕົນແກ່ປະເທດທີ່ກ່ຽວຂ້ອງແລະອົງການຈັດຕັ້ງສາກົນ ເຊິ່ງສ່ອງແສງໃຫ້ເຫັນທັດສະນະປະຊາຄົມຮ່ວມຊາຕາກຳຂອງມວນມະນຸດຢ່າງມີຊີວິດຊີວາດ້ວຍການກະທຳຕົວຈິງ.
ຄຳເຫັນ
0