吴佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ແນວ​​ຄິດ​ກ່ຽວກັບວຽກງານການ​ຕ່າງ​ປະ​ເທດ​ຂອງ​ທ່ານ​ສີ​ຈິ້ນ​ຜິງ: “ຄຳ​ໝັ້ນ​ສັນຍາອັນ​ໜັກ​ແໜ້ນ​ຕອນ​ແຮກ​ສ່ຽວ, ເຖິງ​ຈະ​ຢູ່​ໄກ​ກັນ​ພັນ​ລີ້​ກໍ​ຕ້ອງ​ເດີນ​ທາງ​ໄປ​ພົບ​ກັນ​ຕາມ​ນັດ​ໝາຍ”

2020-07-20 19:02:18 cri

ນັບ​ແຕ່ກອງ​ປະ​ຊຸມ​ໃຫຍ່​ຂອງພັກ​ກອມ​ມູ​ນິດ​ຈີນ​ຄັ້ງ​ທີ 18 ເປັນ​ຕົ້ນ​ມາ, ທ່ານ​ສີ​ຈິ້ນ​ຜິງ​ໄດ້​ເດີນ​ທາງ​ໄປ​ຢ້ຽມ​ຢາມ​​ປະ​ເທດ​ຕ່າງໆ​ໃນ​ໂລກ ໂດຍ​ໄດ້​ຜູກ​ມິດ​ຢ່າງກວ້າງ​ຂວາງ​ພາຍ​ໃຕ້​​ປັດ​ໄຈພື້ນຖານ​ທີ່​ຍຶດ​ໝັ້ນ​ໃນຫຼັກ​ການ​ບໍ່​ຮ່ວມ​ກຸ່ມ ເຊິ່ງ​ໄດ້​ເຮັດ​ໃຫ້​ຈີນ​ກັບ​ໂລ​ກ​ເພີ່ມທະວີ​ສາຍ​ພົວ​ພັນ​​ອັນໃກ້​ຊິດກັນຢ່າງ​ບໍ່​ຢຸດຢັ້ງ.

ໃນ​ພິ​ທີ​ເປີດກອງ​ປະ​ຊຸມ​ເວ​ທີ​ປຶກ​ສາ​ຫາ​ລື​ຂັ້ນ​ສູງ​ກ່ຽວ​ກັບ​ການ​ຮ່ວມ​ມື​ສາ​ກົນ “ໜື່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ຄັ້ງ​ທີ​ 2 ເມື່ອ​ປີ 2019, ທ່ານວ​ະລາ​ດີ​ເມຍປູ​ຕິນປະ​ທ​າ​ນາ​ທິ​ບໍ​ດີ​ຣັດ​ເຊຍ​ໄດ້​ກ່າວ​ວ່າ: “ຈີນ​ຈະ​ຄົບ​ຄ້າ​ກັບ​ປະ​ເທດ​ອື່ນດ້ວຍ​ຮູບ​ການ​ແນວ​ໃດ​ນັ້ນເປັນ​ສິ່ງ​ທີ່​ມີ​ຄວາມ​ໝາຍ​ເລິກ​ເຊິ່ງ​ແລະ​ຍາວ​ນານ.”

ຄຳ​ເວົ້າ​ດັ່ງ​ກ່າວ​ຂອງ​ທ່ານ​ປູ​ຕິນ​ແມ່ນ​ມີ​ຄວາມ​ໝາຍ​ອັນ​ເລິກ​ເຊິ່ງ. ​ປີ2014,​ໃນງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວທີ່​ຈັດ​ຂຶ້ນ​ຢູ່​ເມືອງ​ໂຊຈີປະ​ເທດ​ຣັດ​ເຊຍ, ທ່ານ​ສີ​ຈິ້ນ​ຜິງທີ່​ໄດ້​ເດີນ​ທາງ​ໄປ​ເຂົ້າ​ຮ່ວມ​ພິ​ທີ​ເປີດ​ງານ​ດັ່ງ​ກ່າວ​ນັ້ນ​ໄດ້​ກ່າວ​ວ່າ: “​ປະ​ເທດ​ເພື່ອນ​ບ້ານ​ໃກ້​ຄຽງ​ໄດ້ຈັດ​ງານ​ສິ​ລິ​ມຸງ​ຄຸນ, ຂ້າ​ພະ​ເຈົ້າ​ຕ້ອງ​ມາ​ສະແດງຄວາມຊົມ​ເຊີຍ​ແນ່ນອນ” ເຊິ່ງ​ໄດ້​ສະ​ທ້ອນ​ໃຫ້​ເຫັນ​ມິດ​ຕະ​ພາບ​ອັນ​ປະ​ເສີດ​ດັ່ງກອນ​ບູ​ຮານ​ຈີນ​ທີ່​ວ່າ :“ຄຳ​ໝັ້ນສັນຍາ​ອັນ​ໜັກ​ແໜ້ນ​ຕອນ​ແຮກ​ສ່ຽວ, ເຖິງ​ຈະ​ຢູ່​ໄກ​ກັນ​ພັນ​ລີ້​ກໍ​ຕ້ອງ​ເດີນ​ທາງ​ໄປ​ພົບ​ກັນ​ຕາມ​ນັດ​ໝາຍ”. ສ່ວນ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ​ກິດ​ຈະ​ກຳ​ການ​ຕ່າງ​ປະ​ເທດ​ລະ​ດັບ​ສາ​ກົນ​ທີ່​ຈີນ​ເປັນ​​ເຈົ້າ​ພາບ​ຈັດ​ຂຶ້ນ​ນັ້ນ, ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ປູ​ຕິນ​ກໍ​ໄດ້​ໃຫ້​ກຽດ​ເຂົ້າ​ຮ່ວມ​ເກືອບ​ທຸກ​ເທື່ອ​ຕາມ​ຄຳ​ເຊີນ.

ນອກ​ນີ້, ຈີນ​ຍັງ​ມີ​ເພື່ອນມິດ​ທີ່​ດີ​ແລະ​ເພື່ອນ​ເກົ່າ​ຜູ້​ໜຶ່ງຄື: ລາວ. ຕອນ​ທ່ານ​ສີ​ຈິ້ນ​ຜິງ​ຢ້ຽມ​ຢາມປະເທດ​ລາວ​ໃນເດືອນມິຖຸນາປີ 2010 ໃນ​ຖາ​ນະ​ເປັນ​ຮອງ​ປະ​ທານ​ປະ​ເທດ​ຈີນ​, ທ່ານ​ກໍ​ໄດ້​ພົບ​ປະ ແລະ ​ປຶກ​ສາ​ຫາ​ລື​ກັບ ​ທ່ານ​ ບຸນ​ຍັງ ວໍ​ລະ​ຈິດ ຮອງ​ປະ​ທານ​ປະ​ເທດ​ແຫ່ງ​ສ​ປ​ປລາວໃນ​ເວ​ລາ​ນັ້ນຢູ່​ນະ​ຄອນຫຼວງ​ວຽງ​ຈັນ. ໃນ​ການ​ພົບ​ປະ​ຄັ້ງ​ນັ້ນ, ທ່ານ​ສີ​ຈິ້ນ​ຜິງ​ເຄີຍ​ໄດ້​ກ່າວວ່າ: “ຜູ້​ນຳ​ສອງ​ປະ​ເທດ​ໄດ້​ເດີນທາງໄປ​ມາ​ຫາ​ສູ່​ກັນ​ເລື້ອຍໆ​ປານ​ຍາດ​ຕິ​ພີ່​ນ້ອງ.” ຫຼາຍ​ປີ​ຜ່ານ​ມາ, ການ​ນຳ​ຂັ້ນ​ສູງ​ຂອງຈີນ ​ແລະ​ ລາວ​ໄດ້​ຮັ​ກ​ສາ​ການ​ແລກ​ປ່ຽນ​ຢ້ຽມ​ຢາມ​ເຊິ່ງ​ກັນ​ແລະ​ກັນ​ເປັນ​ປະ​ຈຳ​ປານ​ຍາດ​ຕິ​ພີ່​ນ້ອງ​ຕະຫຼອດ​ມາ.

ຍັງ​ມີ​ບຸກ​ຄົນ​ສຳ​ຄັນ​ທາງ​ການ​ເມືອງ​ຂອງຫຼາຍ​ປະ​ເທດ​ກໍ​ໄດ້​ສ້າງ​ສະ​ຖິ​ຕິ​ໃໝ່​​ຂອງ​ຕົນໃນ​ການ​ເດີນ​ທາງ​​ຢ້ຽມ​ຢາມ​ຈີນ.

ໃນປີ2019, ທ່ານນາຊາບາເຢັ​ຟ ປະທານາທິບໍດີ​ຄົນທຳອິດຂອງປະເທດກາຊັກສະຖານທີ່ເຄີຍ​ພົບ​ປະ​ກັບ​ທ່ານ​ສີ​ຈິ້ນ​ຜິງ19ເທື່ອກ່າວວ່າ: “ທຸກ​ເທື່ອ​ທີ່ພົບ​ປະກັບ​ທ່ານ, ຂ້າພະເຈົ້າກໍຢາກສົນທະນາຢ່າງເລິກເຊິ່ງກັບທ່ານແລະເທື່ອ​ໃດ​ພວກ​ເຮົາ​ກໍ​ໄດ້​ລົມ​ກັນ​ຢ່າງ​ເບີກ​ບານ​ມ່ວນ​ຊື່ນ​ທີ່​ສຸດ. ​ພວກ​ເຮົາເຊື່ອໝັ້ນ​ທີ່​ສຸດແລະ​ອາ​ໄສ​ປະ​ເທດ​ເພື່ອນ​ມິດ​ຄືຈີນ​ທີ່​ສຸດ. ​​ຈາກການສົນທະນາ​ກັນ​ຢ່າງ​ຈິງ​ໃຈ​ແລະ​ກົງ​ໄປ​ກົງ​ມາຫຼາຍ​ເທື່ອ, ທ່ານນາຊາບາເຢັ​ຟໄດ້ຍ້ອງ​ຍໍຊົມເຊີຍ​ຢ່າງ​ສູງ​ຕໍ່​ຄວາມ​ມີ​ສະ​ເໜ່​ຂອງ​ການ​ເປັນ​ຜູ້​ນຳຂອງທ່ານສີຈິ້ນຜິງ.

ທ່ານ ​ເຊ​ບາ​ສ​ຕຽນ ເຄີສ ນາ​ຍົກ​ລັດ​ຖະ​ມົນ​ຕີ​ໂອ​ຕ​ຣີ​ສ ກ່າວ​ວ່າ: “ຂ້າ​ພະ​ເຈົ້າ​ຂຶ້ນ​ດຳ​ລົງ​ຕຳ​ແໜ່ງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ພຽງ​ໜຶ່ງ​ປີ​ກໍ​ໄດ້​ເດີນທາງຢ້ຽມ​ຢາມ​ປະເທດຈີນ3ເທື່ອ​ແລ້ວ.”

ທ່ານອາ​ເບຍ ອາ​ເມັດ ອາ​ລີ ນາ​ຍົກ​ລັດ​ຖະ​ມົນ​ຕີ​ເອ​ທີ​ໂອ​ປີ​ເວົ້າ​ດ້ວຍ​ຄວາມ​ຈິງ​ໃຈ​ວ່າ: “ຈີນ​ເປັນ​ປະ​ເທດນອກ​ອາ​ຟ​ຣິ​ກາ​ພຽງ​ໜຶ່ງ​ດຽວ​ທີ່​ຂ້າ​ພະ​ເຈົ້າ​ເຄີຍ​ເດີນທາງ​ຢ້ຽມ​ຢາມ​ສອງ​ເທື່ອ​ນັບ​ແຕ່​ຂຶ້ນ​ດຳລົງຕຳແໜ່ງ​ເປັນ​ຕົ້ນ​ມາ.”

ທ່ານມີ​ໂລ​ສ ຊີ​ມານ ປະ​ທາ​ນາ​ທິ​ບໍ​ດີ​ປະເທດເຊັກ​ໄດ້​ເຂົ້າ​ຮ່ວມກອງ​ປະ​ຊຸມ​ເວ​ທີ​ປຶກ​ສາ​ຫາ​ລື​ຂັ້ນ​ສູງ​ກ່ຽວ​ກັບ​ການ​ຮ່ວມ​ມື​ສາ​ກົນ “ໜື່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ຄັ້ງ​ທີ​ 2 ໃນ​ປີ 2019​ຜ່ານ​ມາເຊິ່ງ​ທ່ານໄດ້ສັກ​ໄມ້ຄ້ອນ​ເທົ້າເພາະ​​ຍ່າງ​ບໍ່​ສະ​ດວກ. ທ່ານ​ສີ​ຈິ້ນ​ຜິງ​ໄດ້​ເວົ້າ​ກັບ​ທ່ານ​ຊີມານ​ວ່າ: “ເທື່ອ​ນີ້​ເປັນ​ເທື່ອ​ທີ 5 ແລ້ວທີ່​ທ່ານ​ເດີນ​ທາງ​ມາ​ຢ້ຽມ​ຢາມ​ຈີນນັບ​ແຕ່​ທ່ານ​ຂຶ້ນ​ດຳ​ລົງ​ຕຳ​ແໜ່ງ​ເປັນ​ປະ​ທາ​ນາ​ທິ​ບໍ​ດີ​ເປັນຕົ້ນມາ.” ທ່ານ​ຊີມານເວົ້າ​ຕື່ມ​ວ່າ: “​ບໍ່​ມີ​ປະ​ເທດ​ທີ​ສອງ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ໄປ​ຢ້ຽມ​ຢາມ​ຫຼາຍ​ປານ​ນີ້”

“ປູກ​ໝາກ​ໄດ້​ໝາກ,ປູກ​ຖົ່ວ​ໄດ້​ຖົ່ວ”​ເຊິ່ງ​ເປັນ​ຄຳ​ສຸ​ພາ​ສິດ​ຈີນ​ທີ່ທ່ານ​ສີ​ຈິ້ນ​ຜິງ​ເຄີຍ​ນຳ​ໃຊ້​ເພື່ອ​ພັນ​ລະ​ນາ​ເຖິງ​ກາ​ນ​ພົວ​ພັນ​ລະ​ຫວ່າງ​ສາ​ເຫດ​ກັບ​ໝາກ​ຜົນ​ໃນ​ເວ​ທີ​ວຽກງານການຕ່າງປະເທດ. ຄຳ​ສຸ​ພາ​ສິດ​ນີ້​ຟັງແລ້ວລຽບ​ງ່າຍ​ທີ່​ສຸດ,ແຕ່​​ມີ​ຄວາມ​ໝາຍ​ອັນ​ເລິກ​ເຊິ່ງຄື:ໃນ​ຂະ​ນະ​ທີ່ເຮົາ​ໃຫ້ການເຄົາ​ລົບ​ນັບ​ຖື​​ ແລະ ໃຫ້​ກຽດຄົນ​ອື່ນ​ນັ້ນ,ເຮົາ​ກໍ​ຈະໄດ້​ຮັບ​ຄວາມ​ເຄົາ​ລົບ​ນັບ​ຖື​ຈາກ​ຄົນ​ອື່ນ​ເຊັ່ນ​ກັນ.

 

图片默认标题_fororder_lao

ຄຳ​ເຫັນ

0