尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສະ​ພາບການ​ຟື້ນ​ຟູ​ເສດ​ຖະ​ກິດ​ຈີນ​ດີກວ່າຄາດ​ໝາຍ

2020-07-20 17:29:53 cri

ອົງ​ການ​ສະ​ຖິ​ຕິ​ແຫ່ງ​ຊາດ​ຈີນ​ໄດ້​ເປີດ​ເຜີຍ​ຕົວ​ເລກ​ຂໍ້​ມູນ​ໂດຍ​ສະ​ແດງ​ໃຫ້​ເຫັນ​ວ່າ: ໃນ​ໄຕ​ມາດ​ທີ​ສອງ​ປີ​ນີ້, ເສດ​ຖະ​ກິດ​ຈີນ​ໄດ້​ເພີ່ມ​ຂຶ້ນ 3,2% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ, ນີ້​ແມ່ນ​ເສດ​ຖະ​ກິດ​ຈີນໄດ້​ຟື້ນ​ຕົວ​ເປັນ​ເດືອນ​ທີ 4 ຕິດ​ຕໍ່​ກັນ, ​ສະ​ທ້ອນ​ໃຫ້​ເຫັນ​ວ່າອະ​ນາ​ຄົດ​ຂອງ​ເສດ​ຖະ​ກິດ​ຈີນ​ມີ​ຄວາມ​ສົດ​ໃສ.

 

ເວັບ​ໄຊ “ໜັງ​ສື​ພິມ​ວໍ​ຊິງ​ຕັນ​ໂພ​ສ໌”ຂອງ​ອາ​ເມ​ຣິ​ກາ​ໄດ້​ລາຍ​ງານ​ໃນ​ວັນ​ທີ 16 ກໍ​ລະ​ກົດ​ນີ້​ວ່າ: ເຖິງວ່າ​ຈີນ​ຍັງ​ໄດ້​ປະ​ເຊີນ​ກັບ​ສິ່ງ​ທ້າ​ທາຍ​ໃນ​ດ້ານ​ການ​ຟື້ນ​ຟູ​ເສດ​ຖະ​ກິດ​ພາຍ​ໃນ​ປະ​ເທດ​ຄືນ​ໃໝ່​ແລະ​ສິ່ງ​ທ້າ​ທາຍ​ທີ່​ມີ​ຕໍ່​ຕະ​ຫຼາດ​ສົ່ງ​ອອກ​ຍ້ອນ​ໄດ້​ຮັບ​ຜົນ​ກະ​ທົບ​ຈາກ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ກໍ່​ຕາມ, ແຕ່​ຕົວ​ເລກ​ຂໍ້​ມູນ​ໃນ​ວັນ​ທີ 16 ກໍ​ລະ​ກົດ​ນີ້​ສະ​ແດງ​ໃຫ້​ເຫັນ​ວ່າ: ເມື່ອ​ທຽບ​ໃສ່​ເດືອນ​ກຸມ​ພາ​ປີ​ນີ້​ແລ້ວ, ສະ​ພາບ​ການ​​ດັ່ງ​ກ່າວໄດ້​ຮັບ​ການ​ປັບ​ປຸງ​ໃຫ້​ດີ​ຂຶ້ນ​ຢ່າງວ່ອງ​ໄວ. ທ່ານ ອັນ​ດີ ໂຣ​ສ໌​ມານ ນັກ​ເສດ​ຖະ​ສາດ​ອາ​ເມ​ຣິ​ກາ​ກ່າວ​ວ່າ: ຖ້າ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ໄດ້​ຮັບ​ການ​ຄວບ​ຄຸມ​ຢ່າງ​ຕໍ່​ເນື່ອງ, ສະ​ພາບ​ການ​ບໍ​ລິ​ໂພກ​ຂອງ​ຈີນ​​ຈະສາ​ມາດ​ສືບ​ຕໍ່​ກາຍ​ເປັນ​ສະ​ພາບການ​ບໍ​ລິ​ໂພກ​ທີ່​ດີ​ທີ່​ສຸດ​ຢູ່​ໃນ​ໂລກ.
 

ເວັບ​ໄຊ​ໜັງ​ສື​ພິມ​ໂລກ​ຂອງ​ແອັ​ສ​ປາຍ​ໄດ້​ລາຍ​ງານ​ໃນ​ວັນ​ທີ 16 ກໍ​ລະ​ກົດ​ນີ້​ວ່າ: ປະ​ກົດ​ການ​ໃດໆ​ລ້ວນ​ແຕ່​ໄດ້​​ບົ່ງ​ຊີ້​ໃຫ້​ເຫັນ​​ເຖິງຄວາມ​ຊຸດ​ໂຊມ​ລົງ​ທີ່​ມີ​ລັກ​ສະ​ນະ​ປະ​ຫວັດ​ສາດ. ແຕ່​ວ່າ, ຈີນ​ສາ​ມາດ​ຫຼີກ​ລຽງ​ຜົນ​ກະ​ທົບ​ທີ່​ຈະ​ເຮັດ​ໃຫ້​ເສດ​ຖະ​ກິດຊຸດ​ໂຊມ​ລົງ. ປັດ​ຈຸ​ບັນ, ຈີນ​ເປັນ​ປະ​ເທດ​ໃຫຍ່​ທີ່​ໄດ້​ສະ​​ທ້ອນໃຫ້​ເຫັນ​ປະ​ກົດ​ການ​​ທີ່​ເສດ​ຖະ​ກິດ​ສາ​ມາດ​ຟື້ນ​ຟູ​ຄືນ​ໄດ້​ຢ່າງ​ຈະ​ແຈ້ງ​ເປັນ​ປະ​ເທດ​ທຳ​ອິດ​​ຂອງໂລກ. ພາຍ​ໃຕ້​ສະ​ພາບ​ທີ່ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ຢູ່​ຈີນ​ໄດ້​ຮັບ​ການ​ຄວບ​ຄຸມ​ຢ່າງ​ແທ້​ຈິງ, ຕົວ​ເລກ​ດັດ​ຊະ​ນີ​ທາງ​ເສດ​ຖະ​ກິດ​ລາຍ​ການ​ຕ່າງໆ​ຂອງ​ຈີນ​ກໍ​ດີກວ່າ​ຄາດ​ໝາຍ​ຢ່າງ​ຈະ​ແຈ້ງ.
 

​ທ່ວງ​ທ່າການ​ເຕີບ​ໂຕ​ຂອງ​ເສດ​ຖະ​ກິດ​ຈີນ​ແມ່ນ​ຍ້ອນ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ຈາກ​ການ​ຄວບ​ຄຸມການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ຂອງ​ລັດ​ຖະ​ບານ​ຈີນ ກໍ​ຄື​ໄດ້​ຮັບ​ຜົນ​ປະ​ໂຫຍດຈາກ​ມາດ​ຕະ​ການ​ຕ່າງໆ​ທີ່​ລັດ​ຖະ​ບານ​ຈີນ​ນຳ​ໃຊ້​​ຢູ່ເຊັ່ນ: ການ​ເພີ່ມ​ການ​ລົງ​ທຶນ, ຫຼຸດ​ຫຼື​ຍົກ​ເວັ້ນພາ​ສີ​ອາ​ກອນ, ຫຼຸດ​ອັດ​ຕາ​ດອກ​ເບ້ຍ​ເງິນ​ກູ້​ໃຫ້​ຕ່ຳ​ລົງ​ພ້ອມ​ທັງ​ສະ​ໜັບ​ສະ​ໜູນ​ການ​ປະ​ກອບ​ອາ​ຊີບ​ຢ່າງ​ແຂງ​ແຮງ​ແລະ​ມາດ​ຕະ​ການ​ອື່ນໆ. ມາດ​ຕະ​ການ​ເຫຼົ່າ​ນີ້​ລ້ວນ​ແຕ່​ກຳ​ເນີດ​ຈາກ​ຄວາມ​ເອົາ​ໃຈ​ໃສ່​ຂອງ​ລັດ​ຖະ​ບານ​ຈີນ​ທີ່​ມີ​ຕໍ່​ຊີ​ວິດ​ແລະ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ, ຖ້າ​ຈີນ​ເຮັດ​ຄື​ອາ​ເມ​ຣິ​ກາ​​ໂດຍບໍ່​ເອົາ​ຫົວ​ຊາ​ນຳການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19, ​ເສດ​ຖະ​ກິດ​ຈີນ​ກໍ​ຍາກ​​ທີ່ຈະ​ຟື້ນ​ຟູ​ຄືນ​ໃໝ່​ໄດ້​ເຊັ່ນ​ກັນ.

ຄຳ​ເຫັນ

0