ວັນທີ 17 ກໍລະກົດນີ້, ຢູ່ແຄມໜອງທ້າຍຫູເມືອງອູຊີ່ແຂວງຈ່ຽງຊູ່, ພະນັກງານດັບເພີງຫຼາຍສິບຄົນພວມນັ່ງກິນເຂົ້າຢູ່ຕາມແຄມຖະໜົນຫຼັງຈາກໄດ້ປະຕິບັດໜ້າທີ່ປ້ອງກັນແລະກູ້ໄພນ້ຳຖ້ວມເປັນເວລາຫຼາຍຊົ່ວໂມງແລະແກ້ໄຂບັນຫາສະພາບອັນຕະລາຍຢູ່ເຂື່ອນນ້ຳແຫ່ງໜຶ່ງ, ໃນນັ້ນ, ມີພະນັກງານດັບເພີງຫຼັບຕາເຊືອບລົງເວລາຍັງກິນເຂົ້າຢູ່.
ແຕ່ເດືອນມິຖຸນານີ້ເປັນຕົ້ນມາ, ຢູ່ທົ່ວປະເທດຈີນໄດ້ເກີດມີໄພນ້ຳຖ້ວມຢູ່ 4 ຮ້ອຍກວ່າລ້ອງນ້ຳ, ໃນນັ້ນ, ມີສາຍນ້ຳ 30 ກວ່າສາຍມີລະດັບໜ້ານ້ຳຂຶ້ນສູງສຸດໃນປະຫວັດສາດ. ມີປະຊາຊົນຫຼາຍກວ່າ 2 ລ້ານຄົນຖືກຍົກຍ້າຍໄປຢູ່ສະຖານທີ່ປອດໄພຊົ່ວຄາວ, ມີຜູ້ເສຍຊີວິດຫຼືຫາຍສາບສູນ 140 ກວ່າຄົນ. ຜົນເສຍຫາຍທາງເສດຖະກິດມີປະມານ 11,5 ຕື້ໂດລາສະຫະລັດ. ໃນຂະນະທີ່ອັນຕະລາຍແບບນີ້, ພະນັກງານດັບເພີງສາຂາຕ່າງໆໃນທົ່ວປະເທດໄດ້ປະຕິບັດໜ້າທີ່ຢ່າງສຸກເສີນ, ເດີນທາງໄປແນວໜ້າແຫ່ງການກູ້ໄພ,ພະຍາຍາມທັງເວັນທັງຄືນເພື່ອປ້ອງກັນຄວາມປອດໄພດ້ານຊີວິດແລະຊັບສິນຂອງປະຊາຊົນ. ພະນັກງານດັບເພີງທີ່ຫຼັບຕາເຊືອບໃນຂະນະທີ່ກຳລັງກິນເຂົ້າຢູ່ພຽງແຕ່ເປັນພາກສ່ວນໜຶ່ງຂອງຈຳນວນພະນັກງານກູ້ໄພທີ່ເຂົ້າຮ່ວມການຊ່ວຍເຫຼືອກູ້ໄພທັງຫຼາຍ.
ທ່ານ ສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນໄດ້ກ່າວໃນກອງປະຊຸມຄະນະປະຈຳກົມການເມືອງສູນກາງພັກກອມມູນິດຈີນທີ່ຈັດຂຶ້ນໃນວັນທີ 17 ກໍລະກົດຜ່ານມານີ້ໂດຍຊີ້ໃຫ້ເຫັນວ່າ: ບັນດາເຂດ,ພາກສ່ວນແລະຫົວໜ່ວຍທີ່ກ່ຽວຂ້ອງກັບການເຂົ້າຮ່ວມກູ້ໄພຕ້ອງຖືເອົາການຮັບປະກັນຄວາມປອດໄພດ້ານຊີວິດແລະຊັບສິນຂອງປະຊາຊົນເປັນວຽກສຳຄັນອັນດັບໜຶ່ງຢ່າງສະເໝີຕົ້ນສະເໝີປາຍ, ມີແຕ່ພັກການເມືອງທີ່ເອົາຜົນປະໂຫຍດຂອງປະຊາຊົນໄວ້ເປັນອັນດັບໜຶ່ງ,ຈຶ່ງຈະສາມາດອົບຮົມສ້າງພະນັກງານດັບເພີງທີ່ເຂົ້າຮ່ວມຊ່ວຍຕ້ານໄພນ້ຳຖ້ວມທີ່ສູ້ຊົນເພື່ອປະຊາຊົນຈົນອິດເມື່ອຍແລະຫຼັບຕາເຊືອບລົງໃນຂະນະທີ່ກຳລັງກິນເຂົ້າຢູ່, ປະຊາຊົນຈຶ່ງຈະມີຄວາມຮູ້ສຶກວ່າມີຄວາມປອດໄພທີ່ແທ້ຈິງເມື່ອດຳລົງຊີວິດຢູ່ໃນປະເທດແບບນີ້.
ຄຳເຫັນ
0