尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ເປັນຫຍັງອາເມຣິກາຈຶ່ງເສື່ອມເສຍພາບ​ພົດ​ຂອງ​ການເປັນມະຫາ​ອຳ​ນາດ​ອັນ​ດັບ​ໜຶ່ງ?

2020-07-22 18:12:44 cri

图片默认标题_fororder_b981-hhnunsp8852753

ນັບແຕ່ໄດ້ເກີດມີການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ອາເມຣິກາເປັນຕົ້ນມາ, ການຄາດຄະເນທີ່ຮ້າຍແຮງທັງຫຼາຍລ້ວນແຕ່ໄດ້​ປະ​ກົດຜົນເປັນຈິງ: ອາເມຣິກາບໍ່ພຽງແຕ່​ຄອງ​ຖາ​ນະ​ຂອງ​ຈຳ​ນວນ​ຜູ້​ເປັນ​ພະ​ຍາດ​ແລະ​ເສຍ​ຊີ​ວິດເປັນອັນດັບໜຶ່ງ​ຂອງໂລກເທົ່ານັ້ນ, ຍິ່ງກວ່ານັ້ນການປ້ອງກັນແລະຄວບຄຸມ​ເຊື້ອພະຍາດໂຄວິດ-19 ​ທີ່​ຮ້າຍ​ແຮງ​ບໍ່​ໄດ້​ຮັບ​ຜົນ​ສຳ​ເລັດ​ຈຶ່ງ​ເຮັດໃຫ້ເຊື້ອພະຍາດກາຍເປັນມ້າທີ່ຫຼຸດອອກຈາກເຊືອກ​, ຈົນຜູ້ຊ່ຽວຊານ​ກໍຍາກ​ທີ່ຈະຄາດຄະເນທ່າອ່ຽງການພັດທະນາຂອງການແຜ່ລະບາດຂອງພະຍາດໂຄວິດ-19​ໄດ້. ສິ່ງທີ່​ຢູ່​ເໜືອຄວາມຄາດຄຶດ​ຮ້າຍແຮງກວ່ານີ້ອີກແມ່ນອາເມຣິກາ​ໄດ້ເສື່ອມເສຍຄວາມ​ມີຊື່ສຽງໃນຖານະເປັນປະເທດ​ມະ​ຫາ​ອຳ​ນາດ​ອັນ​ດັບໜຶ່ງ. ຈາກຊູ​ຄັນທຸງ “ອາເມຣິກາ​ຕ້ອງ​ມາ​ກ່ອນ” ຍາດແຍ່ງ​ແຂ່ງ​ຂັນແບບບັງຄັບແລະຂົ່ມເຫັງປະເທດອື່ນໃນຂົງເຂດເສດຖະກິດການຄ້າສາກົນ​ຈົນຮອດການ​ບ່າຍ​ບ່ຽງຄວາມຮັບຜິດຊອບໃນການຮັບມືກັບພະຍາດໂຄວິດ-19 ດ້ວຍທຸກວິທີ; ຈາກການເສກສັນປັ້ນແຕ່ງຄຳເວົ້າເພື່ອໂຈມຕີບໍລິສັດຫົວເຫວີຍແລະວິສາຫະກິດວິທະຍາສາດເຕັກນິກຂັ້ນສູງອື່ນໆຂອງຈີນ,​ຈົນຮອດການໃສ່ຮ້າຍປ້າຍສີຈີນຢ່າງບໍ່ມີເຫດຜົນໃນຫຼາຍດ້ານ; ຈາກການແຊກແຊງວຽກງານພາຍໃນຂອງປະເທດອື່ນ​ຈົນຮອດການຖອນອອກຈາກ​ສົນ​ທິ​ສັນ​ຍາ​ສາ​ກົນຕ່າງໆ, ບໍ່ວ່າໃນດ້ານ​ວຽກ​ງານພາຍໃນຫຼືການຕ່າງປະເທດ ອາເມລິກາລ້ວນແຕ່ໄດ້ປະລະຄວາມ​ມີຊື່ສຽງ​ໃນ​ຖາ​ນະເປັນປະເທດທີ່ເຂັ້ມແຂງ​ອັນ​ດັບ​ໜຶ່ງ​ຂອງ​ໂລກ.
 

​ເປັນສິ່ງທີ່​ມີ​ຄວາມສຽດສີທີ່ສຸດ​ຄື: ໃນເວລາທີ່ກະແສປະທ້ວງຕ້ານການຈຳແນກເຊື້ອຊາດຜິວພັນຢູ່ອາເມຣິກາໄດ້ແຜ່ລາມ​ໄປໃນທົ່ວປະເທດແລະການຈຳແນກເຊື້ອຊາດຜິວພັນທີ່ມີມາແຕ່ດົນນານໄດ້ທຳລາຍສັງຄົມອາເມຣິກາຕື່ມອີກນັ້ນ, ນັກການເມືອງອາເມຣິກາທັງຫຼາຍບໍ່ຄິດຫາ​ວິ​ທີແກ້ໄຂບັນຫາຂອງປະເທດຕົນ,ພັດ​ເອົາ​ໃຈ​ໃສ່ແຊກແ​ຊງວຽກງານພາຍໃນຂອງປະເທດອື່ນຢ່າງປ່າເຖື່ອນດ້ວຍຂໍ້ອ້າງ “ສິດທິມະນຸດ”. ກົດໝາຍທີ່ເຂົາເຈົ້າ ຜ່ານການຮັບຮອງທີ່ກ່ຽວຂ້ອງກັບຮົງກົງ, ເຂດຕິເບດແລະເຂດຊິ່ນຈ່ຽງຂອງຈີນແມ່ນຕັ້ງ​ຢູ່ບົນພື້ນຖານຄວາມຫຼອກລວງ​ທັງໝົດ, ເຊິ່ງບໍ່ພຽງແຕ່​ໄດ້ບິດເບືອນຄວາມຈິງເທົ່ານັ້ນ, ຫາກຍັງໃສ່ຮ້າຍປ້າຍສີອີກດ້ວຍ. ການຫຼິ້ນກົນອຸບາຍເຫຼົ່ານີ້ໃນການພົວພັນລະຫວ່າງປະເທດໃຫຍ່, ​ຈັ່ງ​ແມ່ນ​ຍາກ​ທີ່ຈະເຂົ້າໃຈ​ທາດແທ້​ຂອງນັກການເມືອງທັງຫຼາຍຂອງປະເທດທີ່ເຂັ້ມແຂງ​ອັນ​ດັບ​ໜຶ່ງ​ຂອງ​ໂລກ​ທີ່ເກືອບບໍ່ມີເສັ້ນຕ່ຳສຸດດ້ານຄຸນສົມບັດ.
 

ບໍ່ວ່າ​ຈະເປັນການປັດປ່າຍໜ້າທີ່​ຄວາມຮັບຜິດຊອບ,ຫຼືວ່າການໃສ່ຮ້າຍປ້າຍສີ, ນັກການເມືອງຂອງອາເມຣິກາລ້ວນແຕ່ຈະບໍ່ສາມາດປະ​ສົບ​ຜົນ​ສຳ​ເລັດ​ຕາມທີ່ເຂົາເຈົ້າຕ້ອງການ, ຫາກຈະເຮັດໃຫ້ປະເທດຕົນເສື່ອມເສຍຄວາມ​ມີຊື່ສຽງໄປ​ຈົນໝົດ, ທັງເຮັດໃຫ້ອາເມຣິການັບມື້ນັບເສື່ອມເສຍພາບ​ພົດທີ່ເປັນປະເທດ​ມະ​ຫາ​ອຳ​ນາດ​ອັນ​ດັບ​ໜຶ່ງ​ຂອງ​ໂລກ.

ຄຳ​ເຫັນ

0