尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຫ້ອງທົດລອງຊີວະພາບອາເມຣິກາປະຈຳກາຊັກສະຖານອາດຈະເປັນ​ໄພຂົ່ມຂູ່ດ້ານເຊື້ອພະຍາດທີ່ໜັກໜ່ວງ

2020-07-24 11:31:38 cri

ຫ້ອງທົດລອງຊີວະພາບອາເມຣິກາປະຈຳກາຊັກສະຖານອາດຈະເປັນ​ໄພຂົ່ມຂູ່ດ້ານເຊື້ອພະຍາດທີ່ໜັກໜ່ວງ_fororder_641

ຫວ່າງມໍ່ໆມານີ້, ຢູ່ກາຊັກສະຖານໄດ້ເກີດມີ “ພະຍາດອັກເສບປອດທີ່ບໍ່ຮູ້ແຫຼ່ງ​ກຳ​ເນີດ”, ອັດຕາການເສຍຊີວິດຂອງພະຍາດດັ່ງກ່າວອາດຈະສູງກວ່າພະຍາດໂຄວິດ-19. ຜູ້ຊ່ຽວຊານ​ການ​ແພດຂອງກະຊວງສາທາລະນະສຸກກາຊັກສະຖານເຫັນວ່າ: ພະຍາດອັກເສບປອດທີ່ບໍ່ຮູ້ແຫຼ່ງກຳ​ເນີດຊະນິດນີ້ອາດຈະແມ່ນພະຍາດ​ທີ່ກາຍພັນຈາກພະຍາດໂຄວິດ-19, ​ທັງອາດຈະເກີດຂຶ້ນຍ້ອນເຊື້ອພະຍາດອັກເສບປອດສາຍພັນໃໝ່ອີກຊະນິດໃໝ່. ກາຊັກສະຖານຕັ້ງຢູ່ເຂດ​ເລິກ​ຂອງແຜ່ນດິນໃຫຍ່ອາຊີ-ເອີຣົບ, ເປັນປະເທດທີ່ມີ​ພູມ​ສັນ​ຖານ​ການ​ໄປ​ມາ​ຫາ​ສູ່​ກັບ​ໂລກ​ພາຍນອກ​ບໍ່​ສະ​ດວກ​ປານ​ໃດ,ການທີ່ເກີດ “ພະຍາດອັກເສບປອດທີ່ບໍ່ຮູ້ແຫຼ່ງ​ກຳ​ເນີດ” ຢ່າງກະທັນຫັນເຮັດໃຫ້ຫ້ອງທົດລອງຊີວະພາບຂອງກອງ​ທັບອາເມຣິກາປະຈຳກາຊັກສະຖານ​ຕົກ​ເປັນ​ເປົ້າ​ໝາຍ​ຂອງຄວາມສົນໃຈຈາກຊາວໂລກອີກເທື່ອໜຶ່ງ.

ຫ້ອງທົດລອງຊີວະພາບອາເມຣິກາປະຈຳກາຊັກສະຖານອາດຈະເປັນ​ໄພຂົ່ມຂູ່ດ້ານເຊື້ອພະຍາດທີ່ໜັກໜ່ວງ_fororder_641 (1)

ຫ້ອງທົດລອງຊີວະພາບອາເມຣິກາທີ່ຕັ້ງຢູ່ນະຄອນຫຼວງອານມາອາຕາຂອງກາຊັກສະຖານແມ່ນໄດ້ເລີ່ມສ້າງຂຶ້ນໃນປີ 2010 ໂດຍ​ແມ່ນອາເມຣິກາໃຊ້ທຶນກໍ່​ສ້າງ 60 ລ້ານໂດລາສະຫະລັດ. ໃນຄາວນັ້ນ, ອາເມຣິກາກ່າວວ່າ: ຈຸດ​ປະ​ສົງຂອງຫ້ອງທົດລອງດັ່ງກ່າວແມ່ນ​ເພື່ອດຳເນີນການຄົ້ນຄວ້າວິທະຍາສາດແລະ​ເກັບຮັກສາເຊື້ອພະຍາດທີ່ອັນຕະລາຍ​ທີ່​ສຸດ. ແຕ່ວ່າ ນັບແຕ່ໄດ້ສ້າງຫ້ອງທົດລອງເປັນຕົ້ນມາ, ຢູ່ກາຊັກສະຖານໄດ້ເກີດມີພະຍາດເພີ່ມຫຼາຍຂຶ້ນ. ທ່ານ ໄອນູ ຄຸມານົຟ ປະທານສະຫະພັນການເຄື່ອນໄຫວສັງຄົມນິຍົມກາຊັກສະຖານໄດ້ກ່າວໃນເວລາໃຫ້ສຳພາດຕໍ່ນັກຂ່າວວ່າ: “ປະຊາຊົນກາຊັກສະຖານນັບມື້ນັບຫຼາຍໄດ້ເຂົ້າໃຈສະ​ພາບ​ຄວາມ​ເປັນ​ຈິງຂອງຫ້ອງທົດລອງຊີວະພາບອາເມຣິກາ. ຂ້າພະເຈົ້າ​ເອີ້ນ​ຫ້ອງ​ທົດ​ລອງ​ດັ່ງ​ກ່າວເປັນ ‘ລະເບີດເຊື້ອພະຍາດ’ ຂອງອາເມຣິກາຢູ່ເຂດອາຊີກາງ,ແລະ​ຕອນ​ນີ້ໄດ້ມີຜົນກະທົບຕໍ່ປະເທດອ້ອມຂ້າງແລ້ວ.”

ຫ້ອງທົດລອງຊີວະພາບອາເມຣິກາປະຈຳກາຊັກສະຖານອາດຈະເປັນ​ໄພຂົ່ມຂູ່ດ້ານເຊື້ອພະຍາດທີ່ໜັກໜ່ວງ_fororder_641

ອາເມຣິກາໄດ້ສ້າງຫ້ອງທົດລອງຊີວະພາບທັງໝົດ 200 ກວ່າແຫ່ງຢູ່ໃນໂລກ, ແຕ່ຈຸດປະສົງແມ່ນເພື່ອຫຍັງ ພວກຂ້າພະເຈົ້າບໍ່ຮູ້ເລີຍ. ເຖິງວ່າການ​ວາງ​ແຜນ​ສ້າງຫ້ອງທົດລອງຊີວະພາບຂອງອາເມຣິກາໄດ້ສອດຄ່ອງກັບຂອບສັນຍາສາກົນກໍຕາມ,ແຕ່ອາເມຣິກາຕ້ອງໃຫ້ຄວາມກະຈ່າງແຈ້ງແລະເປີດເຜີຍກ່ຽວກັບວຽກງານຄົ້ນຄວ້າຂອງຫ້ອງທົດລອງ,ຍັງຕ້ອງຮັບປະກັນໃຫ້ມີການຕິດຕາມກວດ​ກາຫ້ອງທົດລອງຈາກຜູ້ຊ່ຽວຊານແລະຜູ້ຕາງໜ້າ​ທ້ອງ​ຖິ່ນທີ່ເປັນເອກະລາດ,ຈຶ່ງຈະສາມາດ​ລົບ​ລ້າງການຄາດເດົາຂອງວົງການຕ່າງໆທີ່ມີຕໍ່ຫ້ອງທົດລອງເຫຼົ່ານີ້.

ຄຳ​ເຫັນ

0