ວັນທີ21 ກໍລະກົດນີ້, ທ່ານສີຈິ້ນຜິງໄດ້ເປັນປະທານຈັດກອງປະຊຸມສຳມະນາກັບນັກທຸລະກິດແລະໄດ້ປະກອບຄຳເຫັນທີ່ສຳຄັນ, ໂດຍໄດ້ໃຫ້ກຳລັງໃຈແກ່ນັກທຸລະກິດ, ທັງໄດ້ຊີ້ແຈງທິດທາງໃຫ້ແກ່ວິສາຫະກິດທັງໝົດຢູ່ຈີນເພື່ອພັດທະນາຫຼັງຈາກການແຜ່ລະບາດຂອງພະຍາດໂຄວິດ-19 ສີ້ນສຸດລົງ.
ໃນຕອນຕົ້ນຂອງກອງປະຊຸມສຳມະນາກັບນັກທຸລະກິດເທື່ອນີ້, ທ່ານສີຈິ້ນຜິງໄດ້ກ່າວວ່າ: “ກ່ອນອື່ນໝົດ,ຂ້າພະເຈົ້າມາແລກປ່ຽນຄວາມໃນໃຈກັບບັນດາທ່ານ, ສອງແມ່ນ ເພື່ອໃຫ້ກຳລັງໃຈແກ່ບັນດາທ່ານ, ສາມກໍແມ່ນເພື່ອຮັບຟັງຄວາມຄິດເຫັນ ແລະ ຂໍ້ສະເໜີຂອງບັນດາທ່ານທີ່ມີຕໍ່ສະພາບເສດຖະກິດໃນປະຈຸບັນໂດຍສະເພາະແມ່ນ ໃນການປະຕິຮູບ ແລະການພັດທະນາວິສາຫະກິດໃນໄລຍະຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດສັງຄົມແຫ່ງຊາດ5ປີຄັ້ງທີ 14.” ເຊິ່ງຄວາມເວົ້າດັ່ງກ່າວເຕັມໄປດ້ວຍຄວາມຈິງໃຈຄວາມອົບອຸ່ນ ແລະຕິດແທດຕົວຈິງ. ນັກທຸລະກິດທີ່ເຂົ້າຮ່ວມກອງປະຊຸມຄັ້ງນີ້ມາຈາກຂະແໜງການ,ເຂດແຄວ້ນຕ່າງໆ ແລະຫົວໜ່ວຍກຳມະສິດທີ່ແຕກຕ່າງກັນ, ເພື່ອລົງເລິກແລກປ່ຽນຄວາມຄິດຄວາມເຫັນກ່ຽວກັບບັນຫາຂອງອົງກອນເສດຖະກິດໃນຕະຫຼາດ ແລະບັນຫາທີ່ກ່ຽວຂ້ອງອື່ນໆ.
ນີ້ແມ່ນກອງປະຊຸມສຳມະນາທີ່ສຳຄັນອີກຄັ້ງໜຶ່ງທີ່ທ່ານສີຈິ້ນຜິງເປັນປະທານຈັດກອງປະຊຸມນັບແຕ່ເກີດມີການແຜ່ລະບາດຂອງພະຍາດໂຄວິດ-19ເປັນຕົ້ນມາ.
ການແຜ່ລະບາດຂອງພະຍາດໂຄວິດ-19ໄດ້ສ້າງຜົນກະທົບຢ່າງຮ້າຍແຮງຕໍ່ເສດຖະກິດຂອງຈີນກໍຄືຂອງໂລກ, ອົງກອນເສດຖະກິດໃນຕະຫຼາດຈຳນວນຫຼວງຫຼາຍຂອງຈີນໄດ້ຜະເຊີນໜ້າກັບຄວາມກົດດັນອັນໃຫຍ່ຫຼວງຢ່າງບໍ່ເຄີຍມີມາກ່ອນ.
ໃນກອງປະຊຸມດັ່ງກ່າວ, ທ່ານສີຈິ້ນຜິງກ່າວວ່າ: “ອົງກອນເສດຖະກິດໃນຕະຫຼາດເປັນກຳລັງຂອງເສດຖະກິດ, ການປົກປ້ອງອົງກອນເສດຖະກິດໃນຕະຫຼາດກໍຄືການປົກປ້ອງກຳລັງການຜະລິດຂອງສັງຄົມ.” ຄວາມເວົ້າທີ່ໜັກແໜ້ນຂອງທ່ານສີຈິ້ນຜິງໄດ້ສ້າງຄວາມໝັ້ນໃຈໃຫ້ແກ່ອົງກອນເສດຖະກິດໃນຕະຫຼາດອັນໄພສານ. ເມື່ອຮອດທ້າຍປີ2019, ຢູ່ຈີນມີອົງກອນເສດຖະກິດໃນຕະຫລາດ123 ລ້ານຫົວໜ່ວຍ, ໃນນັ້ນມີວິສາຫະກິດ38,58ລ້ານຫົວໜ່ວຍ, ມີທຸລະກິດສ່ວນຕົວ82,61 ລ້ານຫົວໜ່ວຍ.ອົງກອນເສດຖະກິດໃນຕະຫຼາດເຫຼົ່ານີ້ແມ່ນພາກ ສ່ວນສຳຄັນທີ່ເຂົ້າຮ່ວມການເຄື່ອນໄຫວເສດຖະກິດ , ເປັນຜູ້ສຳຄັນທີ່ສະໜອງຕຳແໜ່ງວຽກເຮັດງານທຳ, ແລະ ເປັນຜູ້ສຳຄັນທີ່ຊຸກຍູ້ຄວາມກ້າວໜ້າດ້ານເຕັກນິກ, ເຊິ່ງໄດ້ເສີມຂະຫຍາຍບົດບາດທີ່ສຳຄັນຢ່າງຍິ່ງໃນການພັດທະນາຂອງປະເທດ.
ທ່ານສີຈິ້ນຜິງກ່າວເນັ້ນວ່າ: ຕ້ອງເພີ່ມທະວີການສະໜັບສະໜູນດ້ານນະໂຍບາຍ, ເຮັດໃຫ້ອົງກອນເສດຖະກິດໃນຕະຫຼາດອັນໄພສານບໍ່ພຽງແຕ່ສາມາດຄົງຕົວຢູ່ໄດ້ຢ່າງເປັນປົກກະຕິເທົ່ານັ້ນ, ຍັງໃຫ້ສາມາດບັນລຸການພັດທະນາຫຼາຍກວ່າເກົ່າ.ສຳລັບເລື່ອງນີ້, ທ່ານສີຈິ້ນຜິງໄດ້ວາງມາດຕະການ4 ຂໍ້ທີ່ຕິດແທດຕົວຈິງ, ຄື: ໜຶ່ງ, ຕ້ອງຈັດຕັ້ງປະຕິບັດນະໂຍບາຍເພື່ອຊ່ວຍຫຼຸດຜ່ອນຄວາມຫຍຸ້ງຍາກ ແລະນຳເອົາຜົນປະໂຫຍດມາໃຫ້ວິສາຫະກິດ; ສອງ, ສ້າງສະພາບແວດລ້ອມການເຮັດທຸລະກິດທີ່ເປັນໄປຕາມຫຼັກການຕະຫຼາດ ຄຸ້ມຄອງຕາມກົດໝາຍ ແລະ ສາມາດເຊື່ອມໂຍງກັບສາກົນ; ສາມ, ສ້າງການພົວພັນທີ່ສະໜິດສະໜົມກັນ ແລະ ໂປ່ງໃສລະຫວ່າງລັດຖະບານ ກັບນັກທຸລະກິດ; 4, ໃຫ້ຄວາມສຳຄັນຢ່າງສູງ ແລະສະໜັບສະໜູນການພັດທະນາຂອງທຸລະກິດສ່ວນຕົວ.
ທ່ານສີຈິ້ນຜິງໄດ້ກ່າວເນັ້ນເປັນພິເສດວ່າ: ພະນັກງານການນຳທຸກຂັ້ນຕ້ອງຄົບຄ້າສະມາຄົມກັບວິສາຫະກິດຢ່າງໂປ່ງໃສ, ຮັບຮູ້ຄວາມຄິດຄວາມເຫັນແລະຄວາມຫຍຸ້ງຍາກລຳບາກຂອງນັກທຸລະກິດ, ການກຳນົດນະໂຍບາຍທີ່ກ່ຽວຂ້ອງກັບວິສາຫະກິດຕ້ອງຮັບຟັງຄວາມເຫັນແລະຂໍ້ສະເໜີຂອງນັກທຸລະກິດໃຫ້ຫຼາຍ, ພ້ອມທັງເດັດດ່ຽວປ້ອງກັນບໍ່ໃຫ້ມີບັນຫາການໃຫ້ສິນບົນແລະກິນສິນບົນທີ່ຈະທຳລາຍການພົວພັນລະຫວ່າງລັດຖະບານກັບນັກທຸລະກິດກໍຄືທຳລາຍສະພາບແວດລ້ອມການດຳເນີນທຸລະກິດ. ຍັງຕ້ອງໃຫ້ການບໍລິການສາທາລະນະທີ່ມີຄຸນນະພາບດີໃຫ້ຫຼາຍກວ່າເກົ່າ, ສະໜັບສະໜູນໃຫ້ນັກທຸລະກິດດຳເນີນທຸລະກິດເປັນເວລາຍາວນານດ້ວຍຈິດໃຈທີ່ໝັ້ນໜຽວ, ຝັງຮາກຢູ່ຕະຫຼາດຈີນແລະພັດທະນາຢູ່ຕະຫຼາດຈີນຢ່າງເລິກເຊິ່ງ.ຕ້ອງປະຕິບັດກົດໝາຍວ່າດ້ວຍການລົງທຶນຂອງນັກທຸລະກິດຕ່າງປະເທດໃຫ້ດີ, ຜ່ອນຄາຍເງື່ອນໄຂໃນການອະນຸມັດໃຫ້ເຂົ້າເຖິງຕະຫຼາດ, ຊຸກຍູ້ການສ້າງຄວາມສະດວກໃຫ້ແກ່ການຄ້າແລະການລົງທຶນ.ຕ້ອງປະຕິບັດກັບວິສາຫະກິດທີ່ໄດ້ລົງທະບຽນຢູ່ຈີນໃຫ້ມີຄວາມສະເໝີພາບກັນ, ປັບປຸງສະພາບແວດລ້ອມການແຂ່ງຂັນທີ່ຍຸຕິທຳໃຫ້ດີ.
ໃນໄລຍະຫຼັງການແຜ່ລະບາດຂອງພະຍາດໂຄວິດ-19ສິ້ນສຸດລົງ, ເສດຖະກິດຂອງໂລກ ແລະ ເສດຖະກິດຂອງຈີນຈະພັດທະນາເປັນແນວໃດ? ວິສາຫະກິດຄວນສຸມຄວາມພະຍາຍາມໄປໃນທາງທິດໃດ? ທ່ານສີຈິ້ນຜິງໄດ້ໃຫ້ທັດສະນະໃໝ່ຕໍ່ກອງປະຊຸມຄັ້ງນີ້ວ່າ: ເມື່ອເບິ່ງຈາກໄລຍະຍາວແລ້ວຈະເຫັນວ່າ: ເສດຖະກິດໂລກາພິວັດຍັງຄົງເປັນກະແສຕົ້ນຕໍຂອງປະຫວັດສາດ, ທ່າອ່ຽງທີ່ປະເທດຕ່າງໆທັງແບ່ງງານທັງຮ່ວມມືກັນແບບຕ່າງຝ່າຍຕ່າງມີຜົນປະໂຫຍດຈະສືບຕໍ່ເປັນໄລຍະຍາວ. ຈີນຈະບໍ່ປິດກັ້ນການເປີດປະຕູສູ່ພາຍນອກ, ມີແຕ່ຈະນັບມື້ນັບເປີດກວ້າງກວ່າເກົ່າ. ປະຈຸບັນການພັດທະນາເສດຖະກິດຈີນມີທ່ວງທ່າທີ່ໝັ້ນທ່ຽງ ແລະດີຂຶ້ນ, ທັງຢູ່ໃນລະດັບແຖວໜ້າຂອງໂລກໃນດ້ານການປ້ອງກັນ ຄວບຄຸມພະຍາດ ແລະ ການຟື້ນຟູເສດຖະກິດ. ສະນັ້ນ ຕ້ອງໄດ້ເພີ່ມຄວາມໝັ້ນໃຈຢ່າງກ້າຫານເພື່ອຜ່ານຜ່າຄວາມຫຍຸ້ງຍາກນີ້, ພະຍາຍາມຊົດເຊີຍຜົນເສຍຫາຍຈາກການແຜ່ລະບາດຂອງພະຍາດ, ພະຍາຍາມໃຫ້ສາມາດຍາດໄດ້ຜົນງານທີ່ດີໃນການພັດທະນາເສດຖະກິດໃນໝົດປີນີ້.
ເມື່ອຜະເຊີນກັບສະພາບແວດລ້ອມພາຍນອກທີ່ບໍ່ຄ່ອຍດີ, ທ່ານສີຈິ້ນຜິງກ່າວເນັ້ນວ່າ: ພວກເຮົາຕ້ອງສຸມທຸກກຳລັງເພື່ອປະຕິບັດວຽກງານຂອງຕົນໃຫ້ດີ, ເສີມຂະຫຍາຍທ່າແຮງຂອງຕະຫຼາດທີ່ມີຂະໜາດໃຫຍ່ພິເສດຢູ່ພາຍໃນປະເທດຢ່າງເຕັມສ່ວນ, ສ້າງສະພາບການພັດທະນາແບບໃໝ່ທີ່ຖືການໝູນວຽນຮອບໃຫຍ່ຂອງເສດຖະກິດພາຍໃນປະເທດເປັນຫຼັກ, ການໝູນວຽນຮອຍໃຫຍ່ທັງພາຍໃນ ແລະຕ່າງປະເທດທີ່ຊ່ວຍຊູຍູ້ໜູນກັນນັ້ນໃຫ້ພັດທະນາເທື່ອລະກ້າວ. ແຕ່ການຖືເອົາການໝູນວຽນຮອບໃຫຍ່ຂອງເສດຖະກິດພາຍໃນປະເທດເປັນຫຼັກ, ບໍ່ໝາຍຄວາມວ່າເປັນການໝູນວຽນແບບປິດປະຕູ, ແຕ່ຫາກແມ່ນຕ້ອງຜ່ານຈາກການເສີມຂະຫຍາຍກຳລັງບົ່ມຊ້ອນຂອງຄວາມຕ້ອງການພາຍໃນ, ເຮັດໃຫ້ຕະຫຼາດພາຍໃນປະເທດສາມາດເຊື່ອມເຂົ້າກັບຕະຫຼາດສາກົນໃຫ້ດີ ກວ່າເກົ່າ, ນຳໃຊ້ຕະຫຼາດ ແລະຊັບພະຍາກອນທັງພາຍໃນ ແລະຕ່າງປະເທດໃຫ້ໄດ້ດີກວ່າເກົ່າ, ເພື່ອບັນລຸການພັດທະນາແບບຍືນຍົງທີ່ເຂັ້ມແຂງກວ່າເກົ່າ.
ແຕ່ຕົ້ນປີນີ້ມາ, ລັດຖະບານຈີນໄດ້ຈັດກອງປະຊຸມສຳມະນາຫຼາຍເທື່ອພາຍໃຕ້ຫົວຂໍ້ສະພາບການເສດຖະກິດ ເຊິ່ງລວມທັງກອງປະຊຸມສຳມະນານັກທຸລະກິດເທື່ອນີ້, ເພື່ອຮັບຟັງຄວາມຄິດຄວາມເຫັນຂອງບຸກຄົນວົງການຕ່າງໆ ເຊິ່ງລວມທັງຜູ້ຊ່ຽວຊານ,ນັກທຸລະກິດ ແລະຜູ້ຮັບຜິດຊອບພາກລັດທີ່ກ່ຽວຂ້ອງ, ສະແດງໃຫ້ເຫັນເຖິງຄວາມພະຍາຍາມຂອງລັດຖະບານຈີນໃນການໃຫ້ການບໍລິການ ແລະຊຸກຍູ້ການພັດທະນາວິສາຫະກິດ, ພ້ອມທັງຊຸກຍູ້ການຟື້ນຟູເສດຖະກິດໂດຍລວມ. ເຊື່ອວ່າ:ບົນພື້ນຖານຂອງກອງປະຊຸມສຳມະນາ ແລະການຄົ້ນຄວ້າແບບນີ້, ລັດຖະບານຈີນຈະສາມາດວາງນະໂຍບາຍຕ່າງໆທີ່ຈະສ້າງສະພາບແວດລ້ອມການດຳເນີນທຸລະກິດທີ່ດີກວ່າເກົ່າ ແລະສະໜອງກຳລັງຂັບເຄື່ອນທີ່ເຂັ້ມແຂງກວ່າເກົ່າໃຫ້ແກ່ການຟື້ນຟູ ແລະການພັດທະນາຂອງວິສາຫະກິດທັງພາຍໃນ ແລະຕ່າງປະເທດຢູ່ຈີນ.
ຄຳເຫັນ
0