尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ວາ​ລະ​ສານເດີ​ແລນ​ເຊັດທີ່​ມີ​ຊື່​ສຽງ​ໃນ​ໂລກ​ຍົກ​ຍ້ອງ​ຜົນ​ສຳ​ເລັດ​​ຂອງ​ຈີນ​ໃນ​ການ​ຕ້ານ​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19

2020-07-26 15:40:33 cri

ວາ​ລະ​ສານເດີ​ແລນ​ເຊັດທີ່​ມີ​ຊື່​ສຽງ​ໃນ​ໂລກ​ຍົກ​ຍ້ອງ​ຜົນ​ສຳ​ເລັດ​​ຂອງ​ຈີນ​ໃນ​ການ​ຕ້ານ​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19_fororder_微信图片_20200726153918

ວາ​ລະ​ສານເດີ​ແລນ​ເຊັດ​ລາຍ​ສັບ​ປະ​ດາ​ທີ່​ມີ​ຊື່​ສຽງຂອງ​ອັງ​ກິດ​ໄດ້​ພິມ​ບົດ​ຄວາມ​ໃນ​ວັນ​ທີ 25 ກໍ​ລະ​ກົດ​ນີ້​ໂດຍ​ຂຽນ​ວ່າ: ຈີນ​ໃນ​ຖາ​ນະ​ເປັນ​ປະ​ເທດ​ທີ່​ມີ​ປະ​ຊາ​ກອນ​ຈຳ​ນວນ 1,4 ຕື້​ຄົນ​​ແລະ​ມີ​ເນື້ອ​ທີ່ທາງ​ບົກ​ແຫ່ງ​ຊາດ​ຄ້າຍ​ຄື​ກັນ​ກັບ​ເນື້ອ​ທີ່​​ທາງ​ບົກ​ຂອງ​ທົ່ວ​ເອີ​ຣົບ​ແລະອາ​ເມ​ຣິ​ກາ, ໃນ​ໄລ​ຍະ​ປັດ​ຈຸ​ບັນ, ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ​ຢູ່​ຈີນໄດ້​ຮັບ​ການ​ຄວບ​ຄຸມ​ຢ່າງ​ມີ​ປະ​ສິດ​ທິ​ຜົນ,ແລະ​ບໍ່​ໄດ້​ເກີດ​ມີ​ສະ​ພາບ​ການ​ແຜ່​ລະ​ບາດ​ໃນ​ຂອບ​ເຂດ​ທີ່ກວ້າງ​ຂວາງ​ອີກ​ແລ້ວ ​ເຊິ່ງ​ເປັນ​ການ​ຄວບ​ຄຸມການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19​ ຢູ່​ພາຍໃນ​ປະ​ເທດ​ຈີນ​ໄດ້ໃນ​ລະ​ດັບ​ສູງ.


ວາ​ລະ​ສານເດີ​ແລນ​ເຊັດທີ່​ມີ​ຊື່​ສຽງ​ໃນ​ໂລກ​ຍົກ​ຍ້ອງ​ຜົນ​ສຳ​ເລັດ​​ຂອງ​ຈີນ​ໃນ​ການ​ຕ້ານ​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19_fororder_微信图片_20200726153923

ບົດ​ຄວາມ​ຂຽນ​ວ່າ: ໃນ 10 ກວ່າ​ປີ​ຜ່ານ​ມາ, ຈີນ​ໄດ້​ລົງ​ທຶນ​ຢ່າງ​ຫຼວງ​ຫຼາຍ​ໃນ​ດ້ານ​ການ​ກໍ່​ສ້າງ​ແລະ​ຄົ້ນ​ຄວ້າ​ວຽກ​ງານສາ​ທາ​ລະ​ນະ​ສຸກ​ຢູ່ໃນ​ປະ​ເທດ​ຕົນ ເຊິ່ງ​​ເຮັດ​ໃຫ້​ຈີນ​ສາ​ມາດກະ​ກຽມ​ໄດ້​ຢ່າງ​ເຕັມ​ສ່ວນ​ໃນ​ການ​ຮັບ​ມື​ກັບການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ຫຼາຍກວ່າ​ການ​ກະ​ກຽມ​ໃນ​ການ​ຮັບ​ມື​ກັບ​ພະ​ຍາດ​ SARS ໃນ​ປີ 2003. ປະ​ສົບ​ການ​ຂອງ​ຈີນ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ:ການ​ລົງ​ທຶນ​ດ້ານ​ສາ​ທາ​ລະ​ນະ​ສຸກ​ແຫ່ງ​ຊາດ​ແລະ​ລະ​ບົບ​ການ​ຄົ້ນ​ຄວ້າ ແລະ ການຍົກ​ລະ​ດັບ​ຄວາມ​ສາ​ມາດ​ຂອງ​ຫ້ອງ​ທົດ​ລອງ​ໃຫ້​ສູງ​ຂຶ້ນ​ຢ່າງ​ມີ​ປະ​ສິດ​ທິ​ຜົນ​​ແມ່ນມີ​ຄວາມ​ສຳ​ຄັນ​ຫຼາຍ. ນີ້​​ເປັນ​ບົດ​ຮຽນ​ທີ່​ຫຼາຍ​ປະ​ເທດ​ໃນ​ໂລກ​ຄວນ​ຖອດ​ຖອນ​ຮ່ຳ​ຮຽນ​ນຳ ໂດຍ​ສະ​ເພາະ​ແມ່ນ​ປະ​ເທດ​ທີ່​ມີ​ລາຍ​ຮັບ​ປານ​ກາງ​ແລະ​ຕ່ຳ.

ວາ​ລະ​ສານເດີ​ແລນ​ເຊັດທີ່​ມີ​ຊື່​ສຽງ​ໃນ​ໂລກ​ຍົກ​ຍ້ອງ​ຜົນ​ສຳ​ເລັດ​​ຂອງ​ຈີນ​ໃນ​ການ​ຕ້ານ​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19_fororder_微信图片_20200726153927

ນອກ​ນີ້,​ບົດ​ຮຽນຂອງ​ຈີນ​ໄດ້​ຢັ້ງ​ຢືນ​ວ່າ: ບົນ​ພື້ນ​ຖາ​ນ​ການ​ຄົ້ນ​ຄວ້າ​ທີ່​ເຂັ້ມ​ແຂງ, ຕ້ອງ​ມີ​ການ​ນຳ​ຂັ້ນ​ສູງ​ທີ່​ເຂັ້ມ​ແຂງ​​ໃນ​ການ​ນຳໃຊ້​ນະ​ໂຍ​ບາຍ​ທີ່​ຖືກ​ຕ້ອງ​ຢ່າງ​ເດັດ​ຂາດ​ຕາມ​ຫຼັກວິ​ທະ​ຍາ​ສາດ, ຈຶ່ງ​ຈະ​ສາ​ມາດ​ເຮັດ​ໃຫ້ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ໄດ້​ຮັບ​ການ​ຄວບ​ຄຸມ​ຢ່າງ​ມີ​ປະ​ສິດ​ທິ​ຜົນ.
 

ພຶດ​ຕິ​ກຳ​ໄດ້​ຢັ້ງ​ຢືນ​ວ່າ: ລັດ​ຖະ​ບານ​ກໍ​ຄື​ຜູ້​ນຳ​ປະ​ເທດ​ຕ້ອງ​ເຄົາ​ລົບ​ວິ​ທະ​ຍາ​ສາດ, ເຂົ້າ​ໃຈ​ຄຸນ​ຄ່າ​ຂອງວິ​ທະ​ຍາ​ສາດ,ພ້ອມ​ທັງ​​ປະ​ຕິ​ບັດ​ງານ​ຕ້ານ​ກັບການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ດ້ວຍ​ວິ​ທີ​ທີ່​ມີ​ຜົນ​ປະ​ໂຫຍດ​ຕໍ່​ສັງ​ຄົມ​ຫຼາຍ​ທີ່​ສຸດ ຈຶ່ງ​ຈະ​ສາ​ມາດ​ຄວບ​ຄຸມ​ພະ​ຍາດ​ໂຄວິດ-19 ຢ່າງ​ມີ​ປະ​ສິດ​ທິ​ຜົນ​ໄດ້. ​ນອກ​ນີ້, ການ​ຮັບ​ມື​ກັບ​ສະ​ພາບ​ສຸກ​ເສີນ​ດ້ານ​ສາ​ທາ​ລະ​ນະ​ສຸກ​ທີ່​ມີ​ລັກ​ສະ​ນະ​ທົ່ວ​ໂລກ​ຍັງປາ​ສະ​ຈາກບໍ່​ໄດ້ກັບ​ການ​ຮ່ວມ​ມື​ແລະ​ຄວາມ​ສາ​ມັກ​ຄີ​​ຈາກ​ບັນ​ດາ​ປະ​ເທດ​ໃນ​ໂລກ.

ຄຳ​ເຫັນ

0