尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ນັກ​ການ​ເມືອງ​ອາ​ເມ​ຣິ​ກາ​ຈະ​ຖືກປະຫວັດສາດຕັດສິນ​ຍ້ອນ​ບໍ່​ເອົາ​ໃຈໃສ່ຊີວິດຂອງປະຊາຊົນ

2020-07-27 17:34:19 cri

ນັກ​ການ​ເມືອງ​ອາ​ເມ​ຣິ​ກາ​ຈະ​ຖືກປະຫວັດສາດຕັດສິນ​ຍ້ອນ​ບໍ່​ເອົາ​ໃຈໃສ່ຊີວິດຂອງປະຊາຊົນ_fororder_a2cc7cd98d1001e99d22dce56aad73eb55e7976d

ຕາມສະຖິຕິຈາກມະຫາວິທະຍາໄລຈອນສ໌ ຮອບກິນສ໌​ຂອງ​ອາ​ເມ​ຣິ​ກາ​, ນັບມາຮອດຕອນຄ່ຳວັນທີ 25 ກໍລະກົດນີ້, ຈຳນວນຜູ້ຖືກບົ່ງມະຕິເປັນພະຍາດໂຄວິດ-19 ຢູ່ອາເມຣິກາໄດ້ມີຫຼາຍກວ່າ 4,17 ລ້ານຄົນ, ມີຜູ້ເສຍຊີວິດ 1,46 ແສນກວ່າຄົນ, ຈຳນວນຜູ້ເສຍຊີວິດຍ້ອນເປັນພະຍາດໂຄວິດ-19ມີຫຼາຍກວ່າ 1 ພັນກວ່າຄົນຕໍ່ມື້ເປັນ 3 ມື້ຕິດຕໍ່ກັນ. ຜູ້ຊ່ຽວຊານດ້ານການແພດຂອງອາເມຣິກາ 150 ກວ່າທ່ານໄດ້ລົງນາມໃນຈົດໝາຍເປີດຜະນຶກໂດຍຮຽກຮ້ອງໃຫ້ຜູ້ວາງນະໂຍບາຍຂອງລັດຖະບານກໍຄືອຳນາດການປົກຄອງລັດຕ່າງໆຂອງອາເມຣິກາຕ້ອງຖືເອົາຊີວິດຂອງປະຊາຊົນເປັນສິ່ງສຳຄັນ,ຢຸດຕິການຟື້ນຟູເສດຖະກິດຄືນໃໝ່,​ສັບ​ຊ້ອນ​ວາງ​ແຜນວຽກງານດ້ານການຕ້ານກັບການແຜ່ລະບາດຂອງພະຍາດໂຄວິດ-19 ຄືນໃໝ່, “ເຮັດວຽກ​ຢ່າງຖືກຕ້ອງ.” ອາເມຣິກາໃນຖານະເປັນປະເທດທີ່ເຂັ້ມແຂງດ້ານວິທະຍາສາດເຕັກນິກແລະເສດຖະກິດອັນດັບ​​ໜຶ່ງ​ຂອງໂລກ, ມີກຳລັງຕົວຈິງທາງເສດຖະກິດທີ່ເຂັ້ມແຂງແລະລະດັບເຕັກນິກການແພດທີ່ກ້າວໜ້າ, ເວລາຂອງການເກີດມີການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ອາເມຣິກາຊ້າກວ່າເອີຣົບ,ອາ​ເມ​ຣິ​ກາມີເວລາພຽງພໍໃນການກະກຽມແລະຖອດຖອນບົດຮຽນຈາກປະເທດ​ຕ່າງໆ, ແຕ່ເນື່ອງຈາກລັດຖະບານອາເມຣິກາ​ມີ​ນະ​ໂຍ​ບາຍ​ຮັບ​ມື​ທີ່ຜິດພາດໃນການຕ້ານກັບການແຜ່ລະບາດຂອງພະຍາດໂຄວິດ-19, ​ສະ​ນັ້ນ​ໃນປັດຈຸບັນ, ອາເມຣິກາໄດ້ກາຍເປັນປະເທດທີ່ມີຈຳນວນຜູ້ຖືກບົ່ງມະຕິ​ແລະເສຍຊີວິດຍ້ອນເປັນພະຍາດໂຄວິດ-19 ຫຼາຍທີ່ສຸດໃນໂລກ.
 

ສາເຫດພື້ນຖານແມ່ນ, ລັດຖະບານອາເມຣິກາເອົາໃຈໃສ່ຜົນປະໂຫຍດທາງການເມືອງເໜືອກວ່າວິທະຍາສາດ, ບໍ່ເອົາຫົວຊານຳຊີວິດແລະສຸຂະພາບຂອງປະຊາຊົນອາເມຣິກາ, ປະ​ຕິ​ບັດ​ງານຜິດພາດອີກແລ້ວອີກ​ຕື່ມໃນການຕ້ານກັບການແຜ່ລະບາດຂອງພະຍາດໂຄວິດ-19. ໃນຫຼາຍເດືອນຜ່ານມາ, ນັກການເມືອງອາເມຣິກາໄດ້ປັດປ່າຍຄວາມຮັບຜິດຊອບຕໍ່ພາຍນອກແລະໄດ້ປະຕິເສດຂໍ້ສະເໜີແລະຄວາມເຫັນຈາກ​ນັກວິຊາການ, ເປັນການ​ກະ​ທຳ​ທີ່ຜິດພາດ​ທີ່​ມີ​ຕໍ່ປະຊາຊົນອາເມຣິກາຢ່າງໜັກໜ່ວງ.
 

ປັດຈຸບັນ, ສະພາບຕົວຈິງທີ່ໂຫດຮ້າຍຢູ່ອາເມຣິກາ​ກໍ​ຄື: ໃນໜຶ່ງອາທິດທີ່ຜ່ານມາ, ຈຳນວນຜູ້ຖືກບົ່ງມະຕິເປັນພະຍາດໂຄວິດ-19 ຢູ່ 12 ລັດຂອງອາເມຣິກາເຊັ່ນ: ລັດໂຟລຣີດາແລະລັດເຕັກ​ຊັສເປັນຕົ້ນໄດ້ສ້າງສະຖິຕິໃໝ່, ຈຳນວນຜູ້ເສຍຊີວິດຍ້ອນເປັນພະຍາດຢູ່ 6 ລັດເຊັ່ນ: ລັດໂຟລຣີດາແລະລັດໄອດາໂຮເປັນຕົ້ນໄດ້ສ້າງສະຖິຕິໃໝ່. ຜູ້ຊ່ຽວຊານທັງຫຼາຍກ່າວເຕືອນວ່າ: ​ເມື່ອ​ເບິ່ງທ່າອ່ຽງການພັດທະນາຂອງການແຜ່ລະບາດຂອງພະຍາດໂຄວິດ-19 ໃນປັດຈຸບັນ, ​ຖ້າຮອດວັນທີ 1 ພະຈິກປີນີ້ຈະມີປະຊາຊົນອາເມຣິກາຈຳນວນ 2 ແສນຄົນ​ຈະເສຍຊີວິດຍ້ອນເປັນພະຍາດໂຄວິດ-19.
 

ວິທີການຕ້ານກັບການແຜ່ລະບາດຂອງພະຍາດໂຄວິດ-19 ແບບບໍ່ຖືກຕ້ອງທີ່​ຝືນ​ກັບ​ເຫດ​ຜົນທາງວິທະຍາສາດຈະຖືກ​ປະ​ຫວັດ​ສາດຕັດສິນ, ຄວາມບໍ່ເອົາໃຈໃສ່ຕໍ່ຊີວິດຂອງປະຊາຊົນຈະຖືກ​ປະ​ຫວັດ​ສາດຕັດສິນໃນທີ່ສຸດ. ນັກການເມືອງອາເມຣິກາທີ່ຊຳນິຊຳນານໃນການວາງກົນອຸບາຍຈະໄດ້ຍິນສຽງຮຽກຮ້ອງຈາກຜູ້ຊ່ຽວຊານ 150 ທ່ານຂອງປະເທດຕົນຫຼືບໍ່​ນັ້ນເປັນບັນຫາທີ່ທົ່ວໂລກ​ໃຫ້​ຄວາມສົນໃຈ​ທີ່​ສຸດ.

ຄຳ​ເຫັນ

0