ດາວໂຫຼດ App CRI-FM93 ລະບົບ IOS
ດາວໂຫຼດ App CRI-FM93 ລະບົບ Android
ເມືອງຊີ່ງກົວແຂວງຈ່ຽງຊີ່ ແມ່ນຖານທີ່ໝັ້ນປະຕິວັດເກົ່າທີ່ມີຊື່ສຽງໃນທົ່ວປະເທດ ຈີນ, ແມ່ນແຫຼ່ງກຳເນີດທີ່ສຳຄັນຂອງຈິດໃຈແລະແບບແຜນຂອງພະນັກງານການນຳທີ່ ດີຂອງຖານທີ່ໝັ້ນປະຕິວັດເກົ່າ ທັງແມ່ນບ່ອນສຳຄັນໃນການສ້າງແນວທາງປະຊາຊົນ.
ຢູ່ໃນຫໍວາງສະແດງແບບແຜນພະນັກງານທີ່ດີແຫ່ງນີ້, ມີເຄື່ອງວາງສະ ແດງພິເສດຢ່າງໜຶ່ງ ຄື: ນ້ຳມັນໝາກຄາເມເລຍສອງແກ້ວ. ໃນຫຼາຍປີມານີ້, ມັນໄດ້ເປັນສັກຂີພິຍານໃຫ້ແກ່ການປ່ຽນແປງໃນການຫຼຸດພົ້ນອອກຈາກຄວາມທຸກຍາກແລະສ້າງຄວາມຮັ່ງມີຢູ່ພາກໃຕ້ແຂວງຈ່ຽງຊີ່ທີ່ເປັນຖານທີ່ໝັ້ນປະຕິວັດເກົ່າ ທັງເປັນການຢືນຢັນເຖິງເລື່ອງປະທັບໃຈເລື່ອງໜຶ່ງກ່ຽວກັບການສ້າງແບບແຜນທີ່ດີຂອງພະນັກງານການນຳ.
ປີ 2015, ກ່ອນທີ່ຈະໄປເຂົ້າຮ່ວມກອງປະຊຸມສອງສະພາຢູ່ປັກກິ່ງ, ທ່ານໝິງຈິ່ງ ຫວາ ຜູ້ແທນສະພາປະຊາຊົນແຫ່ງຊາດຈີນສະໄໝທີ 12 ທັງເປັນທ່ານຕາແສງຂອງຕາແສງອູຢຸນເມືອງກັ້ນຊ້ຽນແຂວງຈ່ຽງຊີ່ ໄດ້ໄປສຳຫຼວດວຽກງານຢູ່ເຮືອນຂອງປະຊາຊົນ ໂດຍໄດ້ໄປຢ້ຽມຢາມທ່ານຫວາງເສີງເຕີ່ງ ທະຫານອາວຸໂສຂອງກອງທັບແດງຈີນທີ່ມີອາຍຸ 101 ປີເປັນການສະເພາະ. ພໍ່ເຖົ້າດີໃຈຫຼາຍ ເລີຍໄດ້ຂຽນຈົດໝາຍສະບັບໜຶ່ງເປັນພິເສດເຖິງທ່ານສີຈິ້ນຜິງ ໂດຍໄດ້ແນະນຳການພັດທະນາແລະການປ່ຽນແປງທີ່ນັບມື້ນັບດີຂຶ້ນຂອງຖານທີ່ໝັ້ນຂອງການປະຕິວັດເກົ່າ,ຫວັງວ່າລັດຖະບານຈະເພີ່ມທະວີການສະໜັບສະໜູນອຸດສາຫະກຳນ້ຳມັນໝາກຄາເມເລຍແລະອຸດສາຫະກຳເພື່ອຫຼຸດພົ້ນອອກຈາກຄວາມທຸກຍາກອື່ນໆ. ພໍ່ເຖົ້າຍັງໄດ້ກະກຽມຂອງຝາກພິເສດຢ່າງໜຶ່ງ ຄື: ນ້ຳມັນໝາກຄາເມເລຍສອງແກ້ວເພື່ອໃຫ້ທ່ານໝິງຈິ່ງຫວາຝາກໃຫ້ແກ່ທ່ານເລຂາທິການໃຫຍ່ສີຈິ້ນຜິງ.
ຈົດໝາຍຂອງພໍ່ເຖົ້າຫວາງເສີງເຕີ່ງ, ທ່ານໝິງຈິ່ງຫວາໄດ້ຝາກໄປເຖິງທ່ານສີຈິ້ນ ຜິງຢ່າງສະດວກ, ແຕ່ນ້ຳມັນສອງແກ້ວນັ້ນພັດສົ່ງໄປບໍ່ເຖິງ. ພະນັກງານຂອງຫ້ອງວ່າການສູນກາງພັກບອກທ່ານໝິງຈິ່ງຫົວວ່າ:ທ່ານເລຂາທິການໃຫຍ່ສີຈິ້ນຜິງໄດ້ເຕື່ອນເປັນພິເສດວ່າ:ບໍ່ໃຫ້ຜູ້ມາເຂົ້າຮ່ວມກອງປະຊຸມຝາກຂອງຕ້ອນຂອງຝາກຫຼືເຄື່ອງຂອງພິເສດຂອງທ້ອງຖິ່ນມາໃຫ້ທ່ານ. ນ້ຳໃຈຂອງທະຫານອາວຸໂສຂອງກອງທັບແດງຈີນ, ທ່ານໄດ້ຮັບເອົາແລ້ວ, ແຕ່ຂອງຝາກແມ່ນຮັບບໍ່ໄດ້.
ວັນທີ 6 ມີນາປີ 2015, ໃນເວລາເຂົ້າຮ່ວມການຄົ້ນຄວ້າພິຈາລະນາກັບຄະນະຜູ້ ແທນແຂວງຈ່ຽງຊີທີ່ເຂົ້າຮ່ວມກອງປະຊຸມສະພາປະຊາຊົນແຫ່ງຊາດຈີນ, ທ່ານສີຈິ້ນຜິງໄດ້ອ່ານຈົດໝາຍທີ່ພໍ່ເຖົ້າຫວາງເສີງເຕີ່ງຝາກໃຫ້ທ່ານເປັນພິເສດ, ກ່ຽວກັບຄວາມປາຖະໜາຂອງພໍ່ເຖົ້າ ຄື: ຫວັງວ່າລັດຖະບານຈະ ເພີ່ມທະວີການສະໜັບສະໜູນອຸດສາຫະກຳນ້ຳມັນໝາກຄາເມເລຍແລະອຸດສາຫະກຳເພື່ອຫຼຸດຜ່ອນຄວາມທຸກຍາກອື່ນໆ,ທ່ານສີຈິ້ນຜິງມອບໜ້າທີ່ໃຫ້ສະຫາຍຜູ້ຮັບຜິດຊອບທີ່ກ່ຽວຂ້ອງດຳເນີນການສຳຫຼວດຄົ້ນຄວ້າຕໍ່ໄປໃນທັນທີ.
ສ່ວນນ້ຳມັນສອງແກ້ວນັ້ນ, ຫຼັງຈາກເອົາກັບມາຈາກປັກກິ່ງແລ້ວ ກໍຖືກສົ່ງໄປ ວາງສະແດງຢູ່ຫໍວາງສະແດງແບບແຜນຂອງພະນັກງານທີ່ດີຢູ່ເມືອງຊີ່ງກົວ ເຊິ່ງໄດ້ກາຍເປັນເຄື່ອງວາງສະແດງອັນລ້ຳຄ່າເພື່ອສຶກສາພະນັກງານການນຳ ແລະປະຊາຊົນທັງຫຼາຍໃຫ້ເສີມຂະຫຍາຍແບບແຜນທີ່ດີຂອງພັກກອມມູນິດຈີນ.
ວັນທີ 31 ພຶດສະພາປີ2019, ກອງປະຊຸມວຽກງານສຶກສາອົບຮົມໃນຫົວຂໍ້ "ຢ່າລືມອຸດົມການແຕ່ຫົວທີ, ຈື່ຈຳພາລະກຳຢ່າງໜັກແໜ້ນ"ຢູ່ນະຄອນຫຼວງປັກກິ່ງ, ທ່ານສີຈິ້ນຜິງປະກອບຄຳເຫັນອັນສຳຄັນໃນກອງປະຊຸມຄັ້ງນີ້.
ສຳລັບການກໍ່ສ້າງແບບແຜນຂອງພັກ, ທ່ານສີຈິ້ນຜິງໄດ້ໃຫ້ຄວາມສຳຄັນຢ່າງສູງມາໂດຍຕະຫຼອດ. ວັນທີ 15 ພະຈິກປີ 2012, ທ່ານສີຈິ້ນຜິງໄດ້ພົບປະກັບສື່ມວນຊົນຈີນແລະຕ່າງປະເທດ ແລະ ເປັນຄັ້ງທຳອິດຫຼັງຈາກທີ່ໄດ້ຂຶ້ນດຳລົງຕຳແໜ່ງເປັນເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນ, ທ່ານໄດ້ຊີ້ໃຫ້ເຫັນວ່າ: ພາຍໃຕ້ສະພາບການໃໝ່, ພັກກອມມູນິດຈີນກຳລັງຜະເຊີນໜ້າກັບສິ່ງທ້າທາຍທີ່ຂ້ຽວຂາດຫຼາຍຢ່າງ, ພາຍໃນພັກມີຫຼາຍບັນຫາທີ່ລໍຖ້າໃຫ້ແກ້ໄຂຢ່າງຮີບດ່ວນໂດຍສະເພາະແມ່ນບັນຫາຕ່າງໆທີ່ເກີດຂຶ້ນກັບສະມາຊິກພັກ-ພະນັກງານຈຳນວນໜຶ່ງເຊັ່ນ: ການສໍ້ລາດບັງຫຼວງ, ການຫ່າງເຫີນປະຊາຊົນ, ລັດທິຮູບການ, ລັດທິອາຍາສິດແລະບັນຫາອື່ນໆ,ເຊິ່ງຕ້ອງອອກແຮງແກ້ໄຂໃຫ້ໄດ້. ຖືວ່າເປັນຄັ້ງທຳອິດຫຼັງຈາກທີ່ທ່ານສີຈິ້ນຜິງຂຶ້ນດຳລົງຕຳແໜ່ງເປັນເລຂາທິການໃຫຍ່ຄະນະກຳມະການ ສູນກາງພັກກອມມູນິດຈີນໄດ້ຖະແຫລງຂໍ້ມູນຂ່າວສານອັນສຳຄັນຄື: “ພັກຕ້ອງຄຸ້ມຄອງພັກແລະຄຸ້ມຄອງພັກຢ່າງເຂັ້ມງວດ”.
ວັນທີ 4 ທັນວາປີ 2012, ຄະນະນຳສູນກາງພັກກອມມູນິດຈີນຊຸດໃໝ່ໄດ້ຂຶ້ນຮັບໜ້າທີ່ຕຳແໜ່ງຍັງບໍ່ຮອດ 20 ວັນ, ທ່ານສີຈິ້ນຜິງກໍໄດ້ເປັນປະທານຈັດກອງປະຊຸມກົມການເມືອງສູນກາງພັກໂດຍໄດ້ພິຈາລະນາແລະຮັບຮອງເອົາ “ກົດເຫຼັກ 8 ຂໍ້”ຂອງກົມການເມືອງສູນກາງພັກກ່ຽວກັບການປັບປຸງແບບແຜນວິທີເຮັດວຽກແລະການລົງໃກ້ຊິດຕິດແທດກັບປະຊາຊົນ.
“ກົດເຫຼັກ 8 ຂໍ້”ທີ່ມີຕົວໜັງສືພຽງ 600 ກວ່າໂຕໄດ້ກຳນົດຄວາມຮຽກຮ້ອງຢ່າງລະອຽດກ່ຽວກັບວຽກງານດ້ານຕ່າງໆເຊັ່ນ:ການສຳຫຼວດຄົ້ນຄວ້າ, ການປະຊຸມ, ການຢ້ຽມຢາມຕ່າງປະເທດ,ຄົນໃກ້ຊິດ, ການເຜີຍແຜ່ບົດຄວາມ,ເອກະສານ,ແບບແຜນດຸໝັ່ນປະຢັດມັດທະຍັດເປັນຕົ້ນ. ຄວາມຮຽກຮ້ອງເຫຼົ່ານີ້ລ້ວນແລ້ວແຕ່ໄດ້ກຳນົດຈາກເລື່ອງນ້ອຍໆ ແລະ ຖືບັນຫາຄວາມເປັນຈິງເປັນຈຸດເລີ່ມຕົ້ນ. ຈາກນີ້ຈຶ່ງໄດ້ສ້າງຂໍ້ກຳນົດອັນເຂັ້ມງວດກ່ຽວກັບການສ້າງແບບແຜນຂອງພະນັກງານ.
ທ່ານສີຈິ້ນຜິງກ່າວເນັ້ນວ່າ: ຕ້ອງສ້າງກົດລະບຽບໃຫ້ກັບຄະນະນຳສູນກາງພັກຊຸດໃໝ່. ເມື່ອສ້າງກົດລະບຽບກໍຕ້ອງຈັດຕັ້ງປະຕິບັດວຽກງານຈຳນວນໜຶ່ງທີ່ໄດ້ມີການກຳນົດຢ່າງຈະແຈ້ງແລ້ວ, ຕ້ອງສ້າງຂໍ້ຈຳກັດກ່ຽວກັບວຽກງານຈຳນວນໜຶ່ງທີ່ບໍ່ສອດຄ່ອງກັບກົດລະບຽບ, ຕ້ອງສ້າງຂໍ້ຈຳກັດກ່ຽວກັບວຽກງານທີ່ຍັງບໍ່ທັນໄດ້ກຳນົດໃຫ້ເປັນລະບຽບແບບແຜນ. “ໜ້າທີ່ໃນການປັບປຸງແບບແຜນວິທີເຮັດວຽກແມ່ນໜັກໜ່ວງທີ່ສຸດ, ກົດເຫຼັກ 8 ຂໍ້ ເປັນຈຸດເລີ່ມຕົ້ນແລະເປັນຄຳສັ່ງທີ່ມີລັກສະນະປຸກລະດົມຂົນຂວາຍຢ່າງໜຶ່ງໃນວຽກງານດ້ານນີ້.”
ທ່ານສີຈິ້ນຜິງຍັງກ່າວຕື່ມວ່າ: “ກົດເຫຼັກ 8 ຂໍ້”ບໍ່ແມ່ນມາດຕະຖານສູງສຸດຍິ່ງກວ່ານັ້ນກໍບໍ່ແມ່ນຈຸດປະສົງເປົ້າໝາຍສຸດທ້າຍ,ມັນເປັນພຽງບາດກ້າວທຳອິດຂອງພວກເຮົາໃນການປັບປຸງແບບແຜນວິທີເຮັດວຽກເທົ່ານັ້ນ, ເປັນຄວາມຮຽກຮ້ອງຂັ້ນພື້ນຖານທີ່ພວກເຮົາຄວນປະຕິບັດໃຫ້ໄດ້ໃນຖານະເປັນສະມາຊິກພັກກອມມູນິດ, ຕ້ອງໃຫ້ສະມາຊິກພັກ-ພະນັກງານເຂົ້າໃຈວ່າ: ອັນໃດເຮັດໄດ້,ອັນໃດຫ້າມບໍ່ໃຫ້ເຮັດເດັດຂາດ, ຕ້ອງປະຕິບັດງານຕາມຫຼັກການແລະລະບຽບການຢ່າງມີສະຕິຕື່ນຕົວ.
ໃນຖານະເປັນພັກກຳອຳນາດ, ແບບແຜນທີ່ດີທຸກຢ່າງລ້ວນແຕ່ເປັນແບບແຜນທີ່ພົວພັນກັບປະຊາຊົນຢ່າງໃກ້ຊິດ, ກົງກັນຂ້າມ, ແບບແຜນບໍ່ດີແລະຊົ່ວຮ້າຍທຸກຢ່າງລ້ວນແລ້ວແຕ່ມີລັກສະນະທີ່ຫາງເຫີນປະຊາຊົນ. ພັກກຳອຳນາດທີ່ຫ່າງເຫີນປະຊາຊົນລ້ວນແຕ່ຕ້ອງລົ້ມລະລາຍແນ່ນອນ,ນີ້ຄືກົດເກນເຫຼັກອັນໜຶ່ງ.
ປີ2016, ໃນພິທີສະເຫຼີມສະຫຼອງວັນສ້າງຕັ້ງພັກກອມມູນິດຈີນຄົບຮອບ 95ປີ, ທ່ານສີຈິ້ນຜິງເຄີຍໃຊ້ຄຳປຽບທຽບຄຳໜຶ່ງເພື່ອຊີ້ໃຫ້ເຫັນເຖິງຄວາມໝາຍຄວາມສຳຄັນຂອງການສ້າງແບບແຜນຄື: “ ແບບແຜນຂອງພັກຄືພາບພົດຂອງພັກ, ເປັນເຄື່ອງວັດແທກອັນໜຶ່ງໃນການສັງເກດການພົວພັນລະຫວ່າງພັກກັບປະຊາຊົນແລະລະຫວ່າງພະນັກງານກັບປະຊາຊົນກໍຄືບົ່ງບອກເຖິງຄວາມສັດທາຂອງປະຊາຊົນ. ຖ້າວ່າແບບແຜນຂອງພັກດີ,ປະຊາຊົນກໍຈະເພິ່ງພໍໃຈ, ພັກແລະປະຊາຊົນກໍຈະສາມາດຮ່ວມທຸກຮ່ວມສຸກນຳກັນໄດ້.”ພຶດຕິກຳຕົວຈິງໄດ້ພິສູດໃຫ້ເຫັນວ່າ:ຂໍພຽງແຕ່ໄດ້ຄຸ້ມຄອງຢ່າງແທ້ຈິງແລະເຂັ້ມງວດຢ່າງແທ້ຈິງ, ກ້າຄຸ້ມຄອງຢ່າງເຂັ້ມງວດແລະແທ້ຈິງ, ການກໍ່ສ້າງແບບແຜນຂອງພັກກໍຈະບໍ່ມີບັນຫາຫຍັງທີ່ຈະບໍ່ສາມາດແກ້ໄຂໄດ້.
“ກົດເຫຼັກ 8 ຂໍ້” ໄດ້ຖືເອົາບັນຫາທີ່ປະຊາຊົນຮູ້ສຶກໄດ້ໂດຍກົງທີ່ສຸດ,ເອົາໃຈໃສ່ທີ່ສຸດແລະເບື່ອໜ່າຍທີ່ສຸດນັ້ນເປັນຈຸດເລີ່ມຕົ້ນ, ເລີ່ມຕັ້ງແຕ່ຫົວທີກໍໄດ້ສ້າງບັນຍາກາດທາງສັງຄົມແລະທ່າບຸກທີ່ເຂັ້ມແຂງ, ເຊິ່ງເປັນການຂົ່ມຂວັນນາບຂູ່ຕໍ່ຜູ້ລະເມີດລະບຽບວິໄນແລະກົດໝາຍຢ່າງເຂັ້ມແຂງ, ສາມາດສະກັດກັ້ນປາກົດການຫຍໍ້ທໍ້ຕ່າງໆທີ່ປະຊາຊົນຄຽດຊັງທີ່ສຸດເຊັ່ນ: ລັດທິອາຍາສິດ,ລັດທິຮູບການ,ລັດທິສະເຫວີຍສຸກຫລີ້ນກິນຟຸມເຟືອຍເປັນຕົ້ນ. ໃນໄລຍະເບື້ອງຕົ້ນທີ່ສູນກາງພັກໄດ້ປະກາດ“ກົດເຫຼັກ 8 ຂໍ້”,ສະມາຊິກພັກ-ພະນັກງານຈຳນວນໜຶ່ງທີ່ບໍ່ຫົວຊາຕໍ່ລະບຽບວິໄນຂອງພັກແລະກົດໝາຍຂອງລັດມາຢ່າງຍາວນານນັ້ນ ທຳອິດກໍໄດ້ອົດທົນແລະ ອົດໃຈລໍ ເພື່ອຫວັງຢາກໃຫ້ກົດເຫລັກນີ້ຜ່ານໄປໄວໆ. ໃນໄລຍະຕໍ່ມາ,ເມື່ອເຂົາເຈົ້າໄດ້ເຫັນຕົວຈິງວ່າ: ຄະນະນຳສູນກາງພັກໄດ້ເປັນແບບຢ່າງນຳໜ້າປະຕິບັດຕາມກົດເຫຼັກດັ່ງກ່າວ, ທັງກຳແໜ້ນວຽກງານດ້ານນີ້ເປັນປະຈຳຢ່າງບໍ່ລົດລະແລະນັບມື້ນັບໜັກແໜ້ນຂຶ້ນ, ເຂົາເຈົ້າຍັງສັງເກດເຫັນວ່າການປະຕິບັດ“ກົດເຫຼັກ 8 ຂໍ້”ແມ່ນບໍ່ມີວັນສີ້ນສຸດ, ຫາກລະເມີດ ວິໄນແລະກົດລະບຽບຈະຕ້ອງຖືກລົງໂທດຢ່າງແທ້ຈິງ, ເຂົາເຈົ້າກໍເລີຍບໍ່ກ້າລະເລີຍຕໍ່ລະບຽບວິໄນພັກແລະກົດໝາຍຂອງລັດຢ່າງບັງອາດອີກ.
ອົງການສະຖິຕິແຫ່ງຊາດຈີນໄດ້ດຳເນີນການຢັ່ງຫາງສຽງປະຊາຊົນທາງໂທລະສັບໃນເດືອນພະຈິກປີ2019 ເຊິ່ງຜົນການສຳຫຼວດສະແດງໃຫ້ເຫັນວ່າ: ຜູ້ໃຫ້ສຳພາດ 98,3%ໄດ້ຍອມຮັບຕໍ່ສະພາບການທີ່ສູນກາງພັກນຳໜ້າຈັດຕັ້ງປະຕິບັດຕາມເນື້ອໃນຈິດໃຈຂອງ“ກົດເຫຼັກ 8 ຂໍ້”ກໍຄືກົດລະບຽບວ່າດ້ວຍການຈັດຕັ້ງປະຕິບັດກົດເຫຼັກດັ່ງກ່າວ, ຜູ້ໃຫ້ສຳພາດ96,5%ມີຄວາມເພິ່ງພໍໃຈຕໍ່ປະສິດທິຜົນໂດຍລວມຂອງການຈັດຕັ້ງປະຕິບັດເນື້ອໃນຈິດໃຈຂອງ“ກົດເຫຼັກ 8 ຂໍ້”ກໍຄືກົດລະບຽບວ່າດ້ວຍການຈັດຕັ້ງປະຕິບັດກົດເຫຼັກດັ່ງກ່າວ, 95,9%ມີຄວາມໝັ້ນໃຈຕໍ່ ເນື້ອໃນຈິດໃຈຂອງ“ກົດເຫຼັກ 8 ຂໍ້”ກໍຄືກົດລະບຽບວ່າດ້ວຍການຈັດຕັ້ງປະຕິບັດກົດເຫຼັກດັ່ງກ່າວຈະໄດ້ຮັບການຈັດຕັ້ງປະຕິບັດຢ່າງຍາວນານ, 97,3% ໄດ້ສະແດງຄວາມເພິ່ງພໍໃຈຕໍ່ແບບແຜນຂອງພັກ,ແບບແຜນຄຸ້ມຄອງບໍລິຫານຂອງລັດແລະແບບແຜນສັງຄົມໄດ້ດີຂຶ້ນ, 86,1% ໄດ້ສະແດງຄວາມເພິ່ງພໍໃຈຕໍ່ສະພາບການປະຕິບັດແບບແຜນວິທີເຮັດວຽກຂອງສະມາຊິກພັກ-ພະນັກງານ.
ຂໍ້ມູນສຳຫຼວດເຫຼົ່ານີ້ສະແດງໃຫ້ເຫັນວ່າ: ການຫັນປ່ຽນແບບແຜນຂອງພັກແລະແບບແຜນຄຸ້ມຄອງບໍລິຫານຂອງລັດທີ່ດີຂຶ້ນໄດ້ສ້າງບັນຍາກາດທີ່ສົດຊື່ນໃຫ້ກັບທົ່ວສັງຄົມ, ຍິ່ງໄດ້ເຮັດໃຫ້ປະຊາຊົນເຊື່ອໝັ້ນແລະອູ້ມຊູສະໜັບສະໜູນສູນກາງພັກທີ່ມີທ່ານສີຈິ້ນຜິງເປັນແກນນຳຫຼາຍຂື້ນກວ່າເກົ່າ.
ຄຳເຫັນ
0